Breaking News

Home

ໄປເດດກັນນນ! ນົກ ແລະ ນາມ ສາວລາວ-ບ່າວໄທ ຈາກລາຍການ  Take Me Out Thailand (ມີຄລິບ)

ເຮັດເອົາສ້າງປະກົດການຮືຮາໄປອີກຮອບ ເມື່ອມີສາວລາວ ນົກ ພອນທະມາລີ ຈິດປັນຍາ ອາຍຸ 24 ປີ ໄປອອກລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ “Take Me Out Thailand” ແລະ ຍັງຫັກອົກສາວໆທັງປະເທດເພາະນາງໄດ້ຄວງໜຸ່ມ ນາມ ສຸກກິດ ກໍ່ກະເສມວົງ ເຈົ້າຂອງຮ້ານຊີ້ນດາດສຸດແນວ…ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ…ໄປເດດກັນນນນ! ບອກເລີຍວ່າລາຍການ ເທັກມີເອົ້າ Ep ນີ້ເປັນ Ep ທີ່ມີຄວາມມ່ວນຊື່ນ ເຮຮາສຸດໆ ລອງໄປເບິ່ງກັນເບິ່ງເດີ້… ຄລິບ: TV Thunder Official ຮູບພາບ: Take Me Out Thailand , Nok Phonethamaly

Read More »

ດວງປະຈໍາວັນ ຈັນ, ວັນທີ 4 ມິຖຸນາ 2018

• ວັນອາທິດ. ການເງິນ: ຍັງມີບັນຫາເງິນບໍ່ພໍໃຊ້ຈ່າຍ ໝຸນເງິນບໍ່ທັນ ວຽກງານ: ລະວັງຄົນໃກ້ຕົວເຂົ້າມາວຸ້ນວາຍກັບວຽກຂອງທ່ານ ຈົນທ່ານຮູ້ສຶກວ່າເຮັດວຽກບໍ່ເປັນອິດສະຫຼະ ຄວາມຮັກ: ຄົນໂສດ ມີເກນນໍ້າຕາເຊັດຫົວເຂົ່າ ມີແຕ່ຄົນເຂົ້າມຮັກຫຼິ້ນໆ ຫຼື ບາງຄົນກໍຫວັງຜົນປະໂຫຍດ ສ່ວນຄົນມີຄູ່ ລະວັງຜິດຖຽງກັນຍ້ອນເລື່ອງເລັກນ້ອຍ. • ວັນຈັນ. ການເງິນ: ຖານະໝັ້ນຄົງຫຼາຍຂຶ້ນ ມີເກນໄດ້ຂອງຂວັນໃນແບບທີ່ທ່ານຢາກໄດ້ ວຽກງານ: ມີເກນຂັດແຍ້ງກັບໝູ່ຮ່ວມວຽກ ຖ້າເປັນເຈົ້າຂອງທຸລະກິດລະວັງຜິດຖຽງກັບລູກຄ້າ ຄວາມຮັກ: ຄົນໂສດ ຈະມີໂອກາດພົບຄົນໃໝ່ໆຕາມງານສັງຄົມ ສ່ວນຄົນມີຄູ່ ມີໂອກາດເດີນທາງໄປທ່ຽວນໍາກັນ ຈົນຄົນອື່ນອິດສາ • ວັນອັງຄານ. ການເງິນ: ຄົນທີ່ມີບັນຫາທາງການເງິນ ແມ່ນຈະໄດ້ໝູ່ຊ່ວຍເຫຼືອ ວຽກງານ: ຈະໄດ້ຮັບຂ່າວດີທີ່ລໍຄອຍ ມີການສະເຫຼີມສະຫຼອງຄວາມສໍາເລັດທີ່ເກີດຂຶ້ນ ຄວາມຮັກ: ຄົນໂສດ ລະວັງພົບຮັກຊ້ອນ ແລະ ຍັງຖືກຄົນອື່ນເວົ້າໃຫ້ເສຍຫາຍ ສ່ວນຄົນມີຄູ່ ເມື່ອໃຈ ເພາະເອົາໃຈແຟນສຸດໆແຕ່ກໍບໍ່ໄດ້ຫຍັງກັບມາ • ວັນພຸດ. ການເງິນ: ມີເກນຖືກຄົນອື່ນຫັກຫຼັງໃນເລື່ອງການເງິນ …

Read More »

ເປັນຕາຮັກ ຕາແພງ! ພາບບັນຍາກາດການສະແດງຈາກເດັກນ້ອຍ ອະນຸບານ ນານາຊາດ ປັນຍາທິບ (PIS)

ເກັບພາບບັນຍາກາດ ຂອງການສະແດງຈົບພາກຮຽນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ເນື່ອງໃນວັນທີ 1 ມິຖຸນາ ຂອງເດັກນ້ອຍຈາກ ໂຮງຮຽນ ອະນຸບານ ນານາຊາດ ປັນຍາທິບ (PIS) ເຊິ່ງງານສະແດງຄັ້ງນີ້ນັບວ່າເປັນການສະແດງທີ່ມີຄວາມໜ້າສົນໃຈ ເພາະເປັນການສະແດງຂອງຫຼານນ້ອຍທີ່ເປັນອະນາຄົດຂອງຊາດ ໄດ້ໂຊທັກສະຄວາມສາມາດຕ່າງໆ ແລະ ໃນປີນີ້ມາໃນຕຣີມການສະແດງບຸນປີໃໝ່ລາວ, ບຸນປີໃໝ່ຈີນ, ບຸນບັ້ງໄຟ , ອອກພັນສາ, ຊ່ວງເຮືອ ແລະ ຍັງມີການສະແດງ ຟ້ອນຈຳປາເມືອງລາວ ເຕັ້ນບັນເລ່ ແລະ ເທຄວັນໂດອີກດ້ວຍ. ຕົບມືຊົມເຊີຍໃຫ້ຫຼານນ້ອຍແດ ເປັນຕາໜ້າຮັກ ໜ້າແພງຫຼາຍໆ (ຮັກເລີຍໆໆໆ) ຂໍຂອບໃຈຮູບພາບຈາກ: PedIndee Samart ,Ketsavanh Panyathip, Panita Panekham

Read More »

​ເບື່ອຊີວິດໃນເມືອງໃຫຍ່! ໄປ Slow life ຢູ່ ທ່າແຂກ ເມືອງແຫ່ງມົນສະເໜ່ກັນບໍ່?

​ເບື່ອແລ້ວແມ່ນບໍ່ກັບຊີວິດໃນເມືອງໃຫຍ່ ໂດຍສະເພາະແມ່ນນະຄອນຫລວງ ທີ່ຕ້ອງລຸກແຕ່ເຊົ້າ ຟ້າວຟັ່ງໄປເຮັດວຽກ ໄປໃສກໍຍາກ ຍ້ອນລົດຕິດ ທ້າຍອາທິດຜູ້ຄົນແອອັດ ແລະ ວຸ້ນວາຍຕາມສະຖານທີ່ຕ່າງໆ ສະນັ້ນ ມື້ນີ້ ຈະພາທຸກຄົນມາຮູ້ຈັກກັບ ເມືອງທີ່ກົງກັນຂ້າມກັບສິ່ງທີ່ເວົ້າມາຂ້າງເທິງ ນັ້ນກໍຄືເມືອງທ່າແຂກ ແຂວງຄຳມ່ວນນັ້ນເອງ. ເມືອງທ່າແຂກເປັນເມືອງເອກຂອງແຂວງຄຳມ່ວນ ເຊິ່ງຕັ້ງຢູ່ແຄມແມ່ນ້ຳຂອງ ກົງກັນຂ້າມກັບຈັງຫວັດນະຄອນພະນົມ ປະເທດໄທຫ່າງຈາກນະຄອນຫລວງວຽງຈັນພຽງ 335 ກິໂລແມັດເທົ່ານັ້ນ ໃຊ້ເວລາເດີນທາງ ທາງລົດປະມານ 4-5 ຊົ່ວໂມງກໍ່ຮອດແລ້ວ. ເທື່ອນີ້ເຮົາມີເວລາຂ້ອນຂ້າງຈຳກັດ ຄື 2 ມື້ 1 ຄືນ ເລີຍຈະພາທ່ຽວຊົມສະເພາະຕົວເມືອງເກົ່າສະໄໝຝຮັ່ງປົກຄອງ. ພວກເຮົາເລີ່ມອອກເດີນທາງຈາກນະຄອນຫລວງ ມຸ່ງໜ້າລົງໃຕ້ແຕ່ເຊົ້າ ຖ້າໃຜສະດວກນັ່ງລົດເມໄປກໍງ່າຍດີ ພຽງແຕ່ໄປຂຶ້ນລົດຢູ່ຄິວສາຍໃຕ້ ແລ້ວຫາເຊົ່າລົດຈັກຢູ່ທ່າແຂກ ເພິ່ນກໍມີບໍລິການໃຫ້ເຊົ່າລົດຢູ່ ຫຼືຈະຂັບລົດໃຫຍ່ມາເອງກໍຍິ່ງສະດວກຂຶ້ນໄປອີກ. ເມື່ອກ້າວເຂົ້າເຂດແຂວງຄໍາມ່ວນ ເຮົາຈະພົບເຫັນພູພາສະຫຼັບຊັບຊ້ອນໄກໆ ກ່ອນຈະເຂົ້າສູ່ຕົວເມືອງທ່າແຂກ ເບື້ອງຂວາມືເຮົາຈະຜ່ານຂົວຂ້າມແມ່ນ້ຳຂອງແຫ່ງທີ່ສາມຂອງລາວ ສາມາດແວ່ເຂົ້າເບິ່ງ ແລະທ່ຽວຊົມໄດ້ ພໍອອກຈາກຂົວຂີ່ລົດຕໍ່ມີອີກປະມານ 20 ນາທີ ແຍກໄປທາງຂວາກໍຮອດຕົວເມືອງ ພວກເຮົາເລືອຫາບ່ອນພັກກ່ອນເລີຍ …

Read More »

ງາມໆ! ລູກນໍ້າ ທິດາລັດ ຖ່າຍຮູບຍິ້ມຫວານ ເຊັກອິນປະເທດທີ່ຫຼາຍຄົນໄຝ່ຝັນຢາກໄປ…

ງາມໆ! ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ຖ່າຍຮູບຍິ້ມຫວານ ເຊັກອິນທີ່ ປະເທດ ຝຣັ່ງ ເຊິ່ງເປັນປະເທດທີ່ຫຼາຍຕໍ່ຫຼາຍຄົນໄຝ່ຝັນຢາກໄປ ແລະ ຂໍບອກວ່າຂຶ້ນຊື່ວ່າ ລູກນໍ້າ ທິດາລັດ ແລ້ວບໍ່ມີວ່າຈະເຮັດໃຫ້ແຟນໆຜິດຫວັງ ງາມໆ ເລີດໆທັງນັ້ນ ບໍ່ເຊື່ອລອງມາເບິ່ງກັນ… ແລະ ກ່ອນໜ້ານີ້ ລູກນໍ້າ ທິດາລັດ ວົງສິຣິ ກໍ່ໄດ້ໄປທີ່ ປະເທດ ສະວິດເຊີແລນ ມາແລ້ວ ແຖມນາງຍັງສຸດສະຕຣອງ ນຸ່ງຊຸດໄໝລາວ ທ່າມກາງບັນຍາກາດທີ່ໜາວເຢັນ ເກັບພາບງາມໆ ມາຝາກແຟນໆອີກດ້ວຍ… ຮູບພາບຈາກ: Louknum Vongsili

Read More »