• ວັນອາທິດ. ການເງິນ: ມີລາຍຈ່າຍເພື່ອການເດີນທາງສູງ ຈຶ່ງທ້ອນເງິນບໍ່ຄ່ອຍໄດ້ ວຽກງານ: ເຈົ້ານາຍມອບໃຫ້ທ່ານເຮັດວຽກທີ່ບໍ່ຄອຍຖືກໃຈປານໃດ ເພາະເປັນວຽກທີ່ມັກພົບບັນຫາຈຸກຈິກ ຄວາມຮັກ: ຄົນໂສດ ບໍ່ຄ່ອຍສົມຫວັງ ແລະ ຄົນໃໝ່ທີ່ເຂົ້າມາຍັງໄວ້ໃຈບໍ່ຄ່ອຍໄດ້ ສ່ວນຄົນມີຄູ່ ລະວັງຜິດຖຽງກັນຍ້ອນເລື່ອງຫຶງຫວງ • ວັນຈັນ. ການເງິນ: ໝົດເງິນໄປກັບລາຍຈ່າຍເລັກໆນ້ອຍໆ ແລະ ຂອງຟຸ່ມເຟື່ອຍຈຶ່ງທ້ອນເງິນບໍ່ຄ່ອຍໄດ້ ວຽກງານ: ບໍ່ຄືບໜ້າ ເຮັດທຸລະກິດຫຍັງກໍຈະຕິດຂັດ ແລະ ບໍ່ມີຄົນຊ່ວຍເຫຼືອ ຄວາມຮັກ: ຄົນໂສດ ມີໂອກາດພົບຮັກລະຫວ່າງເຮັດວຽກ ສ່ວນຄົນມີຄູ່ ອາດຈະເຫງົາແດ່ ເພາະບໍ່ຄ່ອຍໄດ້ພົບໜ້າກັນ ແຕ່ຍັງດີທີ່ເຂົ້າໃຈກັນ • ວັນອັງຄານ. ການເງິນ: ທ່ານຈະໄດ້ຮັບຄວາມຊ່ວຍເຫຼືອດ້ານການເງິນຈາກຄົນອ້ອມຂ້າງ ແຕ່ໄດ້ເງິນມາກໍຕ້ອງຈ່າຍເງິນອອກໄປງ່າຍໆຄືກັນ ວຽກງານ: ບໍ່ຄືບໜ້າເທົ່າທີ່ຄວນ ເພາະທ່ານບໍ່ເອົາໃຈໃສ່ວຽກເທົ່າທີ່ຄວນ ຄວາມຮັກ: ຄົນໂສດ ມີເກນພົບຄົນເຈົ້າຊູ້ມາພົວພັນນໍາ ສ່ວນຄົນມີຄູ່ ລະວັງມີມືທີ່ສາມເຂົ້າມາແຊກແຊງ ຖ້າທ່ານ ແລະ ແຟນເຂົ້າໃຈກັນບໍ່ໜັກແໜ້ນພໍມີໂອກາດໄດ້ເລີກກັນສູງ • …
Read More »Home
ທ່ຽວດ້ວຍຕົວເອງ VS ທ່ຽວກັບທົວ ແບບໃດຄັກກວ່າກັນ?
ເຊື່ອວ່າໝູ່ເພື່ອນຫຼາຍຄົນກໍ່ກຳລັງວາງແຜນໄປທ່ອງທ່ຽວສະຖານທີ່ໃນຝັນກັນຢູ່ແມ່ນບໍ່? ແນ່ນອນວ່າການທ່ອງທ່ຽວມີຫຼາຍຮູບແບບ ມີແບບທີ່ທ່ອງທ່ຽວດ້ວຍຕົວເອງ ແລະ ແບບທີ່ທ່ອງທ່ຽວແບບຈອງທົວ, ດັ່ງນັ້ນ ຂວັນໃຈ ເຮົາຈຶ່ງໄດ້ໄປຊອກເອົາຂໍ້ມູນຄວາມແຕກຕ່າງທັງສອງແບບມາຝາກແຟນໆ ມາເບິ່ງກັນ ໃຜມັກແບບໃດກໍ່ຈັດເລີຍເດີ້… ທ່ອງທ່ຽວດ້ວຍຕົວເຮົາເອງ ມີອິດສະລະໃນການຕັດສິນໃຈ ຈັດສັນເວລາທ່ຽວເອງໄດ້ ຢາກໄປໃສກໍ່ໄປ ຢາກຢຸດຖ່າຍຮູບຕາມສະຖານທີ່ໆເຮົາມັກ ບໍ່ກົດດັນ ແຕ່ກໍ່ຕ້ອງແລກມາດ້ວຍຄວາມເມື່ອຍ ເພາະຕ້ອງວາງແຜນ ແລະ ສຶກສາເສັ້ນທາງເອງທັງໝົດ 2. ບໍ່ຕ້ອງເສຍເວລາຖ້າຄົນອື່ນ ບໍ່ຕ້ອງທ່ຽວຕາມໂປແກຣມ ໄປໄດ້ຫຼາຍບ່ອນ ທ່ຽວບ່ອນນີ້ແລ້ວ ກໍ່ໄປຕໍ່ບ່ອນອື່ນໄດ້ທັນທີ 3. ມີໂອກາດເຈິໝູ່ໃໝ່ລະຫວ່າງທາງ 4. ມ່ວນກັບການຜະຈົນໄພໃນແບບທີ່ເຮົາມັກ ໄດ້ອາລົມຂອງການທ່ອງທ່ຽວທີ່ແທ້ຈິງ 5. ບາງຈຸດບໍ່ແມ່ນສະຖານທີ່ທ່ຽວຍອດນິຍົມ ແຕ່ເຮົາຄືຜຸ້ບຸກເບີກສະຖານທີ່ໃໝ່ໆ 6. ອາດຫຼົງທາງແດ່ ຂຶ້ນລົດຜິດສາຍແດ່ ລົງສະຖານນີຜິດສາຍແດ່ ແຕ່ກໍ່ເປັນອີກໜຶ່ງປະສົບການທີ່ມ່ວນ ແລະ ທ້າທາຍ 7. ໄດ້ກິນອາຫານຫຼາກຫຼາຍຢ່າງທີ່ຢາກລອງ ແລະ ລິ້ມລອງອາຫານແນວ Street food ກໍ່ cool ໄປອີກແບບ …
Read More »ເລື່ອງມັນເສົ້າ ເພາະຮັກເຂົາຂ້າງດຽວ (ໂອ່ຍ! ເຈັບເດ້!!!)
7 ສັນຍານທີ່ບົ່ງບອກວ່າເຈົ້າເປັນຝ່າຍຮັກເຂົາຂ້າງດຽວ ຄວາມຮັກເປັນເລື່ອງຂອງອາລົມ ແລະ ເຫດຜົນ!! ແຕ່ຄົນສ່ວນຫຼາຍມັກເບິ່ງຄວາມຮັກໃນຮູບແບບຂອງອາລົມຫຼາຍກວ່າ ເຊິ່ງອາລົມຂອງເຮົານັ້ນມັກຂຶ້ນໆລົງໆປ່ຽນໄປມາໄດ້ຕະຫຼອດເວລາ ຍາກຕໍ່ການຄວບຄຸມ ເຖິງວ່າເຈົ້າຈະຮັກລາວມາດົນປານໃດ ເຮັດທຸກສິ່ງທຸກຢ່າງໃຫ້ເຂົາຫັນມາສົນໃຈເຈົ້າ ແຕ່ຖ້າເຂົາບໍ່ຕອບສະໜອງຫຍັງກັບມາເລີຍ ກາຍເປັນວ່າຕ້ອງເມື່ອຍຢູ່ຝ່າຍດຽວ ແລະ ມັນກໍເປັນສັນຍານທີ່ບົ່ງບອກວ່າເຈົ້າກໍາລັງຮັກລາວຢູ່ຝ່າຍດຽວ ເຮົາລອງມາ Check ກັນເບິ່ງບໍ່ວ່າຄົນທີ່ເຈົ້າກໍາລັງຄົບຢູ່ນີ້ເປັນແບບນີ້ ຫຼືບໍ່ ຖ້າແມ່ນ! ນັ້ນແຫຼະໝາຍຄວາມວ່າເຈົ້າກໍາລັງຮັກເຂົາຢູ່ຝ່າຍດຽວ. ເຈົ້າ! ມີເວລາໃຫ້ເຂົາ ແຕ່ເຂົາບໍ່ເຄີຍມີເວລາໃຫ້ເຈົ້າ ຖ້າເຈົ້າເປັນຝ່າຍດຽວທີ່ມີເວລາໃຫ້ເຂົາຄົນນັ້ນສະເໝີ ບໍ່ໍວ່າຈະຊວນເຈົ້າໄປເຮັດຫຍັງ, ໄປໃສ ຫຼືແມ່ນແຕ່ຍາມທີ່ເຂົາມີບັນຫາ ຢາກໃຫ້ເຈົ້າມາຢູ່ຄຽງຂ້າງ ເຈົ້າກໍສາມາດແບ່ງເວລາໄປຢູ່ຄຽງຂ້າງໄດ້ສະເໝີ ແຕ່ຖ້າເມື່ອໃດກໍຕາມທີ່ເຈົ້າຂໍໃຫ້ເຂົາເຮັດແບບນັ້ນກັບເຈົ້າແດ່ ພັດບໍ່ເຫັນແມ່ນແຕ່ເງົາຂອງເຂົາເລີຍ! (ເຈັບຈີີີ໊ດ) ເຈົ້າ! ເປັນທີ່ເພິ່ງໃຫ້ເຂົາໄດ້ ແລ້ວເຂົາເດ? ເມື່ອເຂົາເປັນຝ່າຍຂໍຄວາມຊ່ວຍເຫຼືອມາ ເຈົ້າບໍ່ເຄີຍປະຕິເສດ ແຕ່ເມື່ອໃດກໍຕາມທີ່ເຈົ້າມີບັນຫາ ຄິດວ່າເຂົາຈະຍິນດີຊ່ວຍເຈົ້າບໍ່? ເປັນທີ່ເພິ່ງໃຫ້ເຈົ້າໄດ້ແນ່ບໍ່? ອ່ານມາຮອດນີ້ຖ້າຫົວໃຈຕອບວ່າບໍ່! ກໍແມ່ນແລ້ວ. ເຈົ້າ! ເປັນຝ່າຍທີ່ກະຕືລືລົ້ນໃນການວາງແຜນທຸກເລື່ອງຝ່າຍດຽວ ເຖິງວ່າພວກເຈົ້າຈະຄົບກັນແລ້ວ ແຕ່ເບິ່ງຄືວ່າເຈົ້າຈະຕ້ອງເປັນຄົນວາງແຜນທຸກເລື່ອງຝ່າຍດຽວ ບໍ່ວ່າຈະເປັນເລື່ອງການໄປທ່ອງທ່ຽວ, ໄປກິນເຂົ້າ ຫຼືແມ່ນແຕ່ເລື່ອງເລັກໆນ້ອຍໆ ກໍເປັນເຈົ້າຄົນດຽວທີ່ກະຕືລືລົ້ນຊອກຫາຝ່າຍດຽວ …
Read More »ດວງປະຈໍາວັນ ພະຫັດ, ວັນທີ 7 ມິຖຸນາ 2018
• ວັນອາທິດ. ການເງິນ: ຈະມີຊ່ອງທາງໃໝ່ໆໃນການຫາເງິນ ຈຶ່ງເຮັດໃຫ້ມີເງິນທ້ອນ ວຽກງານ: ມ່ວນກັບການເຮັດວຽກ ເພາະໄດ້ເຮັດວຽກໃໝ່ໆທີ່ທ້າທາຍ ຄວາມຮັກ: ຄົນໂສດ ລະວັງຖືກຕົວະເຊັ່ນ: ຕົວະໃຫ້ຮັກ ຫຼື ເພື່ອຫວັງປະໂຫຍດຫຼາຍກວ່າ ສ່ວນຄົນມີຄູ່ ຄວາມສໍາພັນຍັງຫາທາງອອກບໍ່ໄດ້ວ່າຈະເລີ່ມຕົ້ນໃໝ່ ຫຼື ຈະຈົບ • ວັນຈັນ. ການເງິນ: ມີລາຍຈ່າຍເພື່ອຊ່ວຍເຫຼືອຄົນໃນຄອບຄົວຂ້ອນຂ້າງຫຼາຍ ວຽກງານ: ສະຖານະການດີຂຶ້ນເລື້ອຍໆ ຈະມີຜູ້ໃຫ້ຊ່ວຍອຸປະຖໍາ ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນໃໝ່ໆທີ່ຖືກໃຈສ່ວນຄົນມີຄູ່ ຄວາມສໍາພັນດີຂຶ້ນ ເພາະຕ່າງຝ່າຍຕ່າງເຂົ້າໃຈກັນຫຼາຍຂຶ້ນ • ວັນອັງຄານ. ການເງິນ: ມີໂຊກເຂົ້າມາ ແຕ່ກໍໝົດໄປຢ່າງໄວ ເພາະມີແຕ່ເອົາເງິນໄປກິນທ່ຽວ ວຽກງານ: ມີເກນຍົກຍ້າຍຢ່າງໃດຢ່າງໜຶ່ງເຊັ້ນ: ຍ້າຍວຽກ, ຍ້າຍພະແນກ… ຄວາມຮັກ: ຄົນໂສດ ມີໂອກາດເສຍຊື່ຍ້ອນເລື່ອງບ່າວສາວ ດັ່ງນັ້ນຈະລົມຄົນໃໝ່ຕ້ອງຄິດໃຫ້ດີໆ ສ່ວນຄົນມີຄູ່ ທ່ານແຂງກະດ້າງກັບແຟນຫຼາຍເກີນໄປຈຶ່ງເຮັດໃຫ້ອີກຝ່າຍແອບນ້ອຍໃຈ • ວັນພຸດ. ການເງິນ: ມີລາຍໄດ້ເຂົ້າມາພໍໃຫ້ຊື່ນໃຈ ເພາະຈະມີຄົນແນະນໍາວຽກພິເສດໃຫ້ ວຽກງານ: …
Read More »ດວງປະຈໍາວັນ ພຸດ, ວັນທີ 6 ມິຖຸນາ 2018
• ວັນອາທິດ. ການເງິນ: ມີລາຍໄດ້ເຂົ້າມາເລື້ອຍໆ ເລີຍມີໂອກາດຊື້ສິ່ງຂອງທີ່ຢາກໄດ້ ວຽກງານ: ລະວັງຄົນໃກ້ຕົວໃຫ້ດີ ເພາະເວລາຢູ່ຕໍ່ໜ້າ ແລະ ລັບຫຼັງເຂົາເປັນຄົນລະແບບ ຄວາມຮັກ: ຄົນໂສດ ຄວາມຮັກໄປໄດ້ດີ ມັກໃຜກໍມີໂອກາດສານຕໍ່ຄວາມສໍາພັນ ສ່ວນຄົນມີຄູ່ ຫວານຈົນນໍ້າຕານຍັງອິດສາ • ວັນຈັນ. ການເງິນ: ມີລາຍໄດ້ເຂົ້າຫຼາຍຊ່ອງທາງ ຈຶ່ງມີຫຼິ້ນທ່ຽວແບບສະບາຍ ວຽກງານ: ບໍ່ຄ່ອຍຄືບໜ້າ ເຮັດວຽກອັນໃດກໍຈະຕິດຂັດ ແລະ ບໍ່ມີຄົນຊ່ວຍເຫຼືອ ຄວາມຮັກ: ຄົນໂສດ ມີເກນພົບຮັກໃໝ່ ແຕ່ເປັນຮັກສາມເສົ້າ ສ່ວນຄົນມີຄູ່ ແຟນບໍ່ຄ່ອຍສົນໃຈ ເຮັດໃຫ້ທ່ານແອບປັນໃຈໃຫ້ຄົນອື່ນ • ວັນອັງຄານ. ການເງິນ: ຢູ່ໃນໄລຍະຂາລົງ ມີແຕ່ລາຍຈ່າຍຈົນໝຸນເງິນບໍ່ທັນ ວຽກງານ: ສະຖານະການດີຂຶ້ນ ຈະຮູ້ສຶກມີຄວາມສຸກກັບການເຮັດວຽກຫຼາຍຂຶ້ນ ຄວາມຮັກ: ຄົນໂສດ ຈະພົບຮັກໃໝ່ກັບຄົນທີ່ເປັນຄົນອົບອຸ່ນ ສ່ວນຄົນມີຄູ່ ແຟນເອົາໃຈຫຼາຍຂຶ້ນ ບາງຄົນຈະໄດ້ຂອງຂວັນ ຫຼື ແຟນພາໄປທ່ຽວ • …
Read More »