Breaking News

Home

ງົດງາມ! ເໝາະສົມກັບຕຳແໜ່ງ Miss Grand Thailand 2018

ບໍ່ເວົ້າເຖິງເວທີນີ້ຄືຈະບໍ່ໄດ້ເດີ້ແຟນໆ ຫຼ້າສຸດປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບເວທີປະກວດນາງງາມ Miss Grand Thailand 2018 ແລະ ສາວງາມທີ່ຄວ້າມົງກຸດອັນຊົງກຽດຂອງເວທີນີ້ກໍ່ຄື ນໍ້າອ້ອຍ ຊະນະພານ (ມອສ) ອາຍຸ 25 ປີ ລວງສູງ 180 ຊັງຕີແມັດ ແລະ ຈະເປັນຕົວແທນສາວງາມໄປປະກວດໃນເວທີ Miss Grand International 2018 ທີ່ປະເທດ ມຽນມ້າ. ເບິ່ງໄປແລ້ວ Miss Grand Thailand 2018  ກໍ່ງາມເໝາະສົມກັບຕຳແໜ່ງເປັນທີ່ສຸດ!!! ຮູບພາບຈາກ: Miss Grand Thailand  

Read More »

ສະແດງຄວາມຍິນດີ! ທີມຊາດ ຝຣັ່ງ ຄວ້າແຊ້ມບານໂລກ 2018

ລຸ້ນລະທຶກເຊຍໃຈຈົດໃຈຈໍ່ກັນທົ່ວໂລກ ເມື່ອແມັດການແຂ່ງຂັນ ບານໂລກຮອບຊິງຊະນະເລີດລະຫວ່າງ ຝຣັ່ງ VS ໂຄເອເຊຍ ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2018 ທີ່ຜ່ານມາ ເຊື່ອວ່າແຟນໆກໍ່ຕ້ອງມີທີມທີ່ລຸ້ນ ແລະ ຢູ່ໃນໃຈແນ່ນອນ ແລະ ວິນາທີຕື່ນເຕັ້ນກໍ່ມາເຖິງເມື່ອການແຂ່ງຂັນດຳເນີນໄປຢ່າງດຸເດືອດ ແລະ ໃນທີ່ສຸດ ຝຣັ່ງ ກໍ່ສາມາດເອົາຊະນະ ໂຄເອເຊຍ ເຖິງ (4-2) ຂໍສະແດງຄວາມຍິນດີກັບ ທີມຊາດ ຝຣັ່ງ ທີ່ຄວ້າແຊ້ມ ບານໂລກ 2018 ທີ່ຈັດຂຶ້ນຢູ່ປະເທດ ລັດເຊຍ ໃນຄັ້ງນີ້. ສຳລັບ ປະເທດ ຝຣັ່ງ ບໍ່ແມ່ນເທື່ອທຳອິດທີ່ ຄວ້າແຊ້ມບານໂລກ ເພາະຍ້ອນໄປໃນປີ 1998 ຝຣັ່ງກໍ່ຄວ້າແຊ້ມບານໂລກ (ຂໍສະແດງຄວາມຍິນດີນຳຫຼາຍໆ) via: FB/FIFA World Cup

Read More »

ໄຂຂໍ້ສົງໃສເຮັດ ສະປາຜິວ ເພື່ອຫຍັງ???

ການເຮັດສະປາຜິວ ໝາຍເຖິງ ການທໍາຄວາມສະອາດຜິວ ແລະ ເພີ່ມອາຫານເສີມບໍາລຸງຜິວໃຫ້ເລິກເຂົ້າສູ່ຊັ້ນພາຍໃນ ໂດຍມີວິທີຕ່າງໆທີ່ແຕກຕ່າງກັນອອກໄປເຊັ່ນ: ການເຮັດສະປາດ້ວຍການນວດ, ຂັດ, ອົບອາຍນໍ້າ​ ຫຼື ພອກ ເຊິ່ງວິທີການເຫຼົ່ານີ້ຖ້າເຮັດຕະຫຼອດຢ່າງຕໍ່ເນື່ອງ ກໍຈະເຫັນໄດ້ເຖິງຄວາມປ່ຽນແປງທີ່ເກີດຂຶ້ນກັບຜິວໄດ້ຢ່າງຈະແຈ້ງ ເຊິ່ງຖືວ່າເປັນຜົນປະໂຫຍດທີ່ໄດ້ຈາກການເຮັດສະປາຜິວໂດຍກົງ ແຕ່ສາວໆຮູ້ບໍ່ວ່າ ນອກຈາກຄວາມສະບາຍທີ່ສາວໆຈະໄດ້ຮັບແລ້ວ ການເຮັດສະປາຍັງມີຜົນປະໂຫຍດອື່ນໆອີກຫຼາກຫຼາຍນຳອີກ ຜ່ອນຄາຍ ສະບາຍໃຈ. ທຸກມື້ນີ້ຄວາມຕຶງຄຽດມັກຈະເປັນສາເຫດຫຼັກໆ ເຮັດໃຫ້ບັນຫາຜິວຊຸດໂຊມລົງກວ່າເກົ່າ ເພາະຄວາມຕຶງຄຽດຈະເຮັດໃຫ້ລະບົບປ້ອງກັນຜິວໜັງອ່ອນແອລົງ ດັ່ງນັ້ນ ການເຮັດສະປາຜິວຈະຊ່ວຍຜ່ອນຄາຍຄວາມຕຶງຄຽດລົງໄດ້ເປັນຢ່າງດີ ບວກກັບຖ້າໄດ້ຟັງເພງຄ່ອຍໆສະບາຍໆ ກໍຈະຊ່ວຍໃຫ້ສະໝອງປອດໂປ່ງຫຼາຍຂຶ້ນໄດ້. ຊ່ວຍໃຫ້ຜິວພັນສົດໃສຂຶ້ນ. ການເຮັດສະປາຜິວເຊັ່ນ: ການຂັດຜິວ ແລະ ການອົບອາຍນໍ້າ ຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໃຫ້ດີຂຶ້ນ ເຊິ່ງມັນຈະສົ່ງຜົນໃຫ້ການລໍາລຽງອົກຊີແຊນ ແລະ ສານອາຫານໄປຫາຜິວຊ່ວຍໃຫ້ເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ ຍັງຊ່ວຍກໍາຈັດສິ່ງຕົກຄ້າງ ແລະ ສິ່ງເສດເຫຼືອອອກຈາກຮ່າງກາຍ, ຊ່ວຍກໍາຈັດຈຸລັງ (Cells) ຜິວທີ່ຕາຍແລ້ວໃຫ້ຫຼຸດລອກອອກໄປ ເຊິ່ງຈະເຮັດໃຫ້ຜິວພັນສົດໃສຂຶ້ນ. ຊ່ວຍທໍາຄວາມສະອາດຜິວໄດ້ດີ ແລະ ກໍາຈັດສິ່ງອຸດຕັນຈາກຮູຂົນ. ຄົນສ່ວນຫຼາຍມັກຈະມີນໍ້າມັນ ແລະ ສິ່ງເປິເປື້ອນທີ່ຕົກຄ້າງຢູ່ບໍລິເວນຜິວໜັງ ຈາກການລ້າງໜ້າ …

Read More »

ໄປ່ສາວໆ! ໄປຍີ່ປຸ່ນນໍາກັນ… ໄປເບິ່ງທົ່ງດອກໄມ້ກວ້າງສຸດສາຍຕາ ແລະ ພູເຂົາຟູຈິທີ່ໂດ່ງດັງ…

ຖ້າໃຜມີແຜນຢາກຈະໄປທ່ອງທ່ຽວປະທດຍີ່ປຸ່ນໃນໄລຍະເດືອນນີ້ ຖືວ່າເປັນໄລຍະທີ່ເໝາະສົມຫຼາຍສໍາລັບການເດີນທາງທ່ອງທ່ຽວ ເພາະອາກາດບໍ່ໜາວ ບໍ່ຮ້ອນ ອຸນຫະພູມຢູ່ທີ່ປະມານ 16-20 ອົງສາ ຂຶ້ນຢູ່ກັບແຕ່ລະມື້ນໍາ ເຊິ່ງອຸນຫະພູມປະມານນີ້ ຖືວ່າເປັນສະຫວັນຂອງດອກໄມ້ ແລະ ສະຫວັນຂອງຄົນທ່ຽວຊົມພ້ອມ. ເລີ່ມຕົ້ນຂໍແນະນໍາ ດອກອະເຊເລຍ (Azalea) ເປັນຕົ້ນໄມ້ທີ່ຄົນຍີ່ປຸ່ນນິຍົມປູກໄວ້ຕາມແຄມທາງ ເຊິ່ງດອກຂອງມັນຈະປະກອບດ້ວຍຫຼາກຫຼາຍສີ ອອກດອກເຕັມຕົ້ນ ສະຖານທີ່ງົດງາມທີ່ສຸດແນະນໍາໃຫ້ໄປຊົມຕາມທາງຍ່າງໄປສູ່ສານເຈົ້າທີ່ໃຫຍ່ ແລະ ສໍາຄັນທີ່ສຸດໃນ “ມາຄຸຣະ” ຄື ສານເຈົ້າຊິຣຸໂອະກະ ຮະຊິມານກຸ. ຕໍ່ມາແມ່ນ ດອກໂຣໂດເດນດຼອນ (Rhododendron) ຫຼື ກຸຫຼາບພັນປີ ທີ່ສວນພຶກສາສາດ ເມືອງໂຕກຽວ ເປັນສະຖານທີ່ຮິບໂຮມດອກກຸຫຼາບພັນປີໄວ້ຫຼາກຫຼາຍສີ ຫຼາຍສາຍພັນຕັ້ງແຕ່ ສີຂາວ ສີບົວ ສີແດງ ສີມ່ວງ. ວີສທີເຣຍ (Wisteria) ເປັນດອກໄມ້ຂອງເດືອນພຶດສະພາ ທີ່ງົດງາມ ສະຖານທີ່ ທີ່ແນະນໍາສໍາລັບຊົມດອກ ວິສທີເຣຍ ແມ່ນ ສວນຄິໂຍສຸມິ (Kiyosumi) ກາງກຸງໂຕກຽວ ແລະ …

Read More »

ງາມຫຼາຍ! ໜໍແນ່ງ ເນັດໄອດໍ້ລາວ ຮ່ວມເຟມກັບ ແຕ້ວ (ເຈົ້າແມ່ນາຄີ) ທີ່ປະເທດ ຝຣັ່ງ!!!

ງາມແຮງ! ເມື່ອ ນິ່ງແນ່ງ ຈັນດາລີ ເນັດໄອດໍ້ສາວລາວ ໄດ້ໂພສຮູບພາບຜ່ານ ອິນສະຕາແກຣມ ເຊິ່ງຮູບພາບນີ້ໄດ້ຮ່ວມເຟມກັບ ແຕ້ວ ນະຖະພອນ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຫຼື ແຟນໆຮູ້ກັນດີໃນນາມ “ເຈົ້າແມ່ນາຄີ”  ວັນແຫ່ງຄວາມຄິດຮອດ #Paris with exclusive #worldsurprisetravel @patsamon @taewaew_natapohn A post shared by Chandaly Sitpraxay ?? (@ningnang_chandaly) on Jul 11, 2018 at 7:30pm PDT ເຊິ່ງ ໜໍແນ່ງ ເອງຍັງໄດ້ຂຽນແຄັບຊັ່ນອີກວ່າ “ວັນແຫ່ງຄວາມຄິດຮອດ” ຈົນເຮັດໃຫ້ມີບັນດາແຟນຄລັບຈາກທັງສອງຝັ່ງເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຈຳນວນຫຼວງຫຼາຍ, ເຫັນແລ້ວງາມຫຼາຍໆ ໜ້າຮັກສຸດໆ ແລະ ຍັງມີຮູບຂອງ ສາວໆ ມາຝາກທຸກຄົນນຳເດີ້!!! …

Read More »