ຂໍ້ມູນຕໍ່ໄປນີ້ ຫວັງວ່າຈະມີປະໂຫຍດຕໍ່ແຟນໆ ຂວັນໃຈ ໂດຍສະເພາະຜູ້ທີ່ກຳລັງຮູ້ສຶກວ່າ ສະຖາບັນຄອບຄົວ ບໍ່ເປັນດັ່ງທີ່ວາດຫວັງໄວ້ ແລະກຳລັງຄິດກ່ຽວກັບການຢ່າຮ້າງ ຫຼືກຳລັງຢູ່ໃນສະຖານະການໃດໜຶ່ງຕໍ່ໄປນີ້ ໃຫ້ໄດ້ຮູ້ ແລະ ທຳຄວາມເຂົ້າໃຈບັນດາສາເຫດຂອງການຂໍຢ່າຮ້າງ ທີ່ໄດ້ຖືກລະບຸໄວ້ໃນກົດໝາຍແຫ່ງ ສປປ ລາວ ກ່ອນຈະຕັດສິນໃຈໃດໆລົງໄປ. ອີງຕາມກົດໝາຍວ່າດ້ວຍຄອບຄົວ ມາດຕາ 20 (ປັບປຸງ) ສາເຫດຂອງການຢ່າຮ້າງ ຜົວ ຫຼື ເມຍ ຈະຂໍຢ່າຮ້າງກັນໄດ້ ເມື່ອມີສາເຫດໃດໜຶ່ງດັ່ງນີ້: ທຳມິດສະຈານ (ການຫຼິ້ນຊູ້ ຈາກຜົວ ຫຼືເມຍ) ໃຊ້ຄວາມຮຸນແຮງ ຫຼື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫຼືຕໍ່ພໍ່ແມ່ ແລະຍາດພີ່ນ້ອງ ຫຼື ມີການປະພຶດທີ່ບໍ່ເໝາະສົມຢ່າງຮ້າຍແຮງ ເຊັ່ນ: ຕິດເຫຼົ້າ, ຕິດຢາເສບຕິດ ຢ່າງໜັກໜ່ວງ ຫຼື ຫຼິ້ນການພະນັນເປັນອາຈິນ, ຫຼິ້ນກິນຟູມເຟືອຍ; ໜີໄປໂດຍບໍ່ຄອບກັນ ແລະບໍ່ໄດ້ສົ່ງຂ່າວຄາວ ຫຼືສົ່ງຊັບມາລ້ຽງຄອບຄົວ ເປັນເວລາ ສາມປີ ຂຶ້ນໄປ; ຜົວໄປບວດເປັນພິກຂຸ, …
Read More »Home
ຖໍ້າກອງລໍ! ແຫຼ່ງທ່ອງທ່ຽວທໍາມະຊາດທີ່ມີຊື່ສຽງລະດັບໂລກ (ມີຫຍັງພິເສດ)
ເມື່ອເວົ້າເຖິງແຫຼ່ງທ່ອງທ່ຽວທາງທໍາມະຊາດໃນລາວ ທີ່ມີຊື່ສຽງລະດັບແຖວໜ້າຂອງໂລກ ກໍຕ້ອງຄິດຮອດສະຖານທີ່ນີ້ເລີຍ! “ຖໍ້າກອງລໍ” ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ເປີດໃຫ້ນັກທ່ອງທ່ຽວໄດ້ໄປສໍາພັດກັບທໍາມະຊາດສົດໆ ແລະ ວິຖີວິດຂອງຊາວບ້ານແບບໃກ້ຊິດທີ່ສຸດ. ຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານນາຕານ ແລະ ບ້ານກອງລໍ ເມືອງຄູນຄຳ ແຂວງ ຄໍາມ່ວນ ຫ່າງຈາກຕົວເມືອງ 46 ກິໂລແມັດ. ບັນດານັກ ທ່ອງທ່ຽວ ສາມາດ ເດີນທາງຈາກ ເສັ້ນທາງເລກທີ 13 ເຂົ້າໄປຕາມ ເສັ້ນທາງເລກ 8 ແລ້ວຈະຮອດບ້ານຄູນຄໍາ ທີ່ຫ່າງຈາກ ຖໍ້າກອງລໍ 40 ກິໂລແມັດ. ສຳລັບທາງເລືອກອື່ນ ທີ່ເໝາະສົມກັບຜູ້ ມັກການປະຈົນໄພແມ່ນ ຂີ່ເຮືອຈັກຫາງຍາວ ລ່ອງໄປຕາມ ສາຍນໍ້າຫີນບູນຈາກບ້ານນາ. ຈຸດພິເສດທີ່ດຶງດູດນັກທ່ອງທ່ຽວທີ່ສຸດແມ່ນ ທາງໃນຖໍ້າມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດ. ບັນດານັກທ່ອງທ່ຽວສາມາດຂີ່ເຮືອ ລອດຜ່ານເຂົ້າໄປໃນຖໍ້າໄດ້ຕະຫຼອດ. ແຕ່ໃນລະດູແລ້ງ ເປັນໄລຍະ ເໝາະສົມທີ່ສຸດ ເພື່ອຊົມຮູບໂສມສີສັນຂອງຖໍ້າ …
Read More »ເປີດໂຕຍິ່ງໃຫ່ຍ! ເບຍໃໝ່ 3 ລົດຊາດ ເບຍໄວ້ທ (WHITE), ເບຍຮັອບປີ້ (HOPPY) ແລະ ເບຍແອມເບີ້ (AMBER)
ທີ່ນະຄອນຫຼວງວຽງຈັນ, ໃນຄໍ່າຄືນຂອງວັນພຸດ ວັນທີ 11 ກໍລະກົດ 2018, ທີ່ ຮ້ານອາຫານໂກດັງ ບໍລິສັດເບຍລາວ ໄດ້ຈັດງານເປີດຕົວເບຍໃຫມ່ຢ່າງຍິ່ງໃຫຍ່ ເຊິ່ງບໍ່ມີພຽງລົດຊາດດຽວເທົ່ານັ້ນ ແຕ່ມີເຖິງ 3 ລົດຊາດ ທີ່ມີເອກະລັກໃນຄວາມເປັນລາວຄື: ເບຍໄວ້ທ (WHITE), ເບຍຮັອບປີ້ (HOPPY) ແລະ ເບຍແອມເບີ້ (AMBER). ທັງນີ້, ກໍເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງບໍລິສັດ ເບຍລາວ ຄົບຮອບ 45 ປີທີ່ມີການເຕີບໃຫຍ່ຂະຫຍາຍຕົວແບບບໍ່ຢຸດຢັ້ງມາເຖິງປັດຈຸບັນ. ງານຄັ້ງນີ້, ໄດ້ມີບັນດາລູກຄ້າ VIP, ຕົວແທນຈໍາໜ່າຍ, ດາລາ-ນັກສະແດງ, ເຊເລັບ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ພ້ອມນີ້, ຍັງມີວົງດົນຕີ, ນັກຮ້ອງຊື່ດັງທີ່ມາສ້າງຄວາມຄຶກຄື້ນມ່ວນຊື່ນໃຫ້ຕະຫຼອດທັງງານ. ບໍ່ພໍເທົ່ານັ້ນ, ເບຍລາວ ຍັງໄດ້ເປີດກິດຈະກຳພິເສດ ໃຫ້ກັບຜູ້ບໍລິໂພກໄດ້ໂຫວດກັນວ່າ ລົດຊາດໃດທີ່ຈະຊະນະໃຈຄົນລາວຫຼາຍທີ່ສຸດ ແລະ ໄດ້ໄປຕໍ່. ທຸກຄົນສາມາດໂຫວດໄດ້ທີ່ www.votebeerlao.la ທ່ານ Henrik …
Read More »ເກີດຫຍັງຂຶ້ນ??? ອາເລັກຊານດຼ້າ ອອກມາປະກາດຖອນຕົວອອກຈາກການເປັນ ຜູ້ອຳນວຍການ Miss Universe Laos 2018 ແບບຟ້າຜ່າ!!!
ເປັນກະແສ Talk of the town ເມື່ອ ອາເລັກຊານດຼ້າ ບຸນຊ່ວຍ ອອກມາປະກາດວ່າ She ຂໍຖອນຕົວອອກຈາກການເປັນ ຜູ້ອຳນວຍການ ກອງປະກວດ Miss Universe Laos 2018 ຈົນເປັນກະແສ ດຣ່າມ່າສະເທືອນວົງການນາງງາມລາວ ເພາະເວທີດັ່ງກ່າວຫາກໍ່ມີການ ຖະແຫຼງຂ່າວການປະກວດຢ່າງເປັນທາງການໃນຊ່ວງ ວັນທີ 3 ກໍລະກົດ 2018 ທີ່ຜ່ານມາແລະ ນາງເອງກໍ່ມີໜ້າທີ່ເປັນ ຜູ້ອຳນວຍການ ກອງປະກວດ Miss Universe Laos 2018 ໃນປີນີ້, ເຊິ່ງໃຈຄວາມຂອງແຈ້ງການທີ່ ອາເລັກຊານດຼ້າ ບຸນຊ່ວຍ ມີຢູ່ວ່າ: ເຖິງຢ່າງໃດກໍ່ຕາມທາງເພສຕົ້ນສັງກັດ Miss Universe Laos ຍັງບໍ່ມີການເຄື່ອນໄຫວ ແລະ ອອກມາຖະແຫຼງຂ່າວຢ່າງເປັນທາງການ ຈົນເຮັດໃຫ້ເກີດຄວາມສັບສົນຂອງປະຊາຊົນທົ່ວປະເທດ ວ່າເກີດຫຍັງຂຶ້ນກັບວົງການນາງງາມລາວ, ແລ້ວ ເວທີ Miss Universe Laos 2018 ໃຜຈະມາເປັນ ຜູ້ອຳນວຍການ ຄົນໃໝ່ …
Read More »ປາດດດ! ງາມແຮງ…ເຫັນແລ້ວບໍ່ຢາກລະສາຍຕາ ຈີ່ຈີ້ ພອຍໄພລິນ ລຸກນີ້ກິນຂາດ!!!
ຂໍສຽງ fc ຈີ່ຈີ້ ພອຍໄພລິນ ສີວິໄລ ເນັດໄອດໍ້ຕະຫຼອດການ ແດ່ໄວໆ… ຫຼ້າສຸດຫຼັງຈາກທີ່ນາງໄດ້ສຳເລັດການສຶກສາຈາກເມືອງຜູ້ດີອັງກິດ ມາສົດໆຮ້ອນໆ ນາງກໍ່ມີຜົນງານມາໃຫ້ແຟນໆຕິດຕາມກັນເລີຍເດີ້ ໂດຍເຟສບຸກຂອງ ອາເລັກ ອະລິຍາ ນັກແຕ່ງໜ້າຄິວທອງ ກໍ່ໄດ້ໂພສອັບເດດການແຕ່ງໜ້າໃຫ້ ສາວ ຈີ່ຈີ້ ດ້ວຍລຸກທີ່ແບບວ່າ ຫວານ ສົດໃສ ເກົາຫລີໆແດ່ ບອກເລີຍວ່າ ບໍ່ຢາກລະສາຍຕາ ປານມີມົນສະກົດ ເບິ່ງແລ້ວ ງາມແຮງ…ແພງເວີ້ ເວົ້າໄປກໍ່ຄືວ່າຈະຍ້ອງ ສາວ ຈີ່ຈີ່ ເກີນເຫດ ບໍ່ເຊື່ອມາເບິ່ງໃຫ້ເຫັນກັບຕາໄດ້ເດີ້ແຟນໆ!!! ຫັນແນ່…ເພີນເລີຍແມ່ນບໍ່ ຊະນີIndy ບອກແລ້ວວ່າ ງາມ ຍັງບໍ່ໝົດເດີ້ ຍັງມີຮູບງາມໆຂອງ ຈີ່ຈີ້ ພອບໄພລິນ ມາຝາກອີກ ໃຜທີ່ເປັນແຟນຄລັບນາງກໍ່ຢ່າລືມ ໄລ້ ແຊຣແບບລົວໆ ໃຫ້ນາງກັນແດ່. ຂໍຂອບໃຈຮູບພາບຈາກ: FB/Alex Aliya Soundala , IG/chichisvl
Read More »