ບໍ່ເວົ້າເຖິງຄົງຈະບໍ່ໄດ້ເດີ້ ກັບອີກໜຶ່ງເວທີ Miss Grand Thailand 2018 ທີ່ຫຼ້າສຸດເດີນທາງມາຮອດການແຂ່ງຂັນໃນຮອບ ຊຸດປະຈຳຊາດ ແລະ ຍັງຄົງສ້າງກະແສໃຫ້ທົ່ວໂລກສົນໃຈໄດ້ເປັນຢ່າງດີ ເພາະແຕ່ລະຊຸດເວົ້າໄດ້ເລີຍວ່າ ອະລັງການງານສ້າງ ເປັນການນຳສະເໜີເອກະລັກປະຈໍາທັງ 77 ຈັງຫວັດຂອງປະເທດໄທ ແລະ ບັນດາສາວງາມທັງ 77 ຄົນກໍ່ພີເຊັ້ນຊຸດຂອງຕົວເອງໄດ້ເປັນຢ່າງດີ… ມາເບິ່ງກັນວ່າແຕ່ລະຊຸດ ແຕ່ລະ ຈັງຫວັດ ຈະເລີດປານໃດ… ມິສແກຣນ ກຸງເທບມະຫານະຄອນ ມິສແກຣນ ກະບີ່ ມິສແກຣນ ການຈະນະບູລີ ມິສແກຣນ ກາລະສິນ ມິສແກຣນ ກຳແພງເພັດ ມິສແກຣນ ຂອນແກ່ນ ມິສແກຣນ ຈັນທະບູລີ ມິສແກຣນ ສະເຊີງເຊົາ ມິສແກຣນ ຊົນບູລີ ມິສແກຣນ ໄຊນາດ ມິສແກຣນ ໄຊຍະພູມ ມິສແກຣນ ຊຸມພອນ ມິສແກຣນ ຊຽງລາຍ ມິສແກຣນ ຊຽງໃໝ່ …
Read More »Home
ຮູ້ຫຼືບໍ່? ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມີຫຍັງແດ່???
ສະບາຍດີ!!! ນ້ອງໆ ວ່າທີ່ ນັກສຶກສາ ໄລຍະນີ້ແມ່ນກຽມ ຂຸນຂ້ຽວ ຕິວເຂັ້ມ ຢ່າງໝັກ ເພື່ອທີ່ຈະກຽມຕົວ ກຽມໃຈ ສອບເສັງເຂົ້າຮຽນ ທີ່ ມະຫາວິທະຍາໄລແຫ່ງຊາດ ດັ່ງນັ້ນ ທີມງານ ຂວັນໃຈ ເຮົາກໍ່ບໍ່ຢູ່ລ້າ ໄດ້ໄປຊ໋ອກແຊ໋ກ ເອົາຂໍ້ມູນ ລະບຽບການສອບເສັງເຂົ້າຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ມາຝາກນ້ອງໆ ມາເບິ່ງກັນວ່າມີຫຍັງແດ??? 1. ຜູ້ມີສິດສະໝັກສອບເສັງຕ້ອງສໍາເລັດການສຶກສາຕໍ່າສຸດແມ່ນມັດທະຍົມປາຍ ຫຼື ຊັ້ນກາງ, ບໍ່ແມ່ນນັກສຶກສາກໍາລັງຮຽນຢູ່ໃນມະຫາວິທະຍາໄລແຫ່ງຊາດ ແລະ ບໍ່ຢູ່ໃນລະຫວ່າງການດໍາເນີນຄະດີອາຍາ. 2. ຕ້ອງນຸ່ງເຄື່ອງສຸພາບ ເປັນລະບຽບ (ເຄື່ອງແບບນັກຮຽນ ຕາມລະບຽບຂອງກະຊວງສຶກສາທິການ ແລະ ກິລາ), ໄວ້ຊົງຜົມສຸພາບມີມາລະຍາດທີ່ດີ, ປະຕິບັດຕາມການແນະນຳຂອງຄະນະກຳມະການຈັດຕັ້ງການສອບເສັງ. 3.ຕ້ອງມາເຖິງຫ້ອງສອບເສັງກ່ອນເວລາທີ່ກຳນົດໄວ້ໃນຕາຕະລາງສອບເສັງຢ່າງໜ້ອຍ 20 ນາທີ ແລະ ຖ້າມາຊ້າກວ່າເວລາສອບເສັງ 15 ນາທີ ຈະບໍ່ອະນຸຍາດໃຫ້ເຂົ້າຫ້ອງສອບເສັງ. 4.ຕ້ອງສະແດງບັດອະນຸຍາດເຂົ້າຫ້ອງສອບເສັງກ່ອນເຂົ້າຫ້ອງສອບເສັງທຸກໆຄັ້ງ, ກໍລະນີລືມ ຫຼື ເຮັດບັດເສຍ ຕ້ອງໄດ້ຂໍອະນຸຍາດນຳຄະນະກຳມະການປະຈຳສະຖານທີ່ສອບເສັງໂດຍມີຫຼັກຖານອື່ນມາສະແດງແທນເຊັ່ນ: …
Read More »ຫ້າມພາດ!!! ທ່ອງທ່ຽວ “ດານັງ” ດິນແດນແຫ່ງມົນສະເໜ່.
“ດານັງ” ເປັນເມືອງໃຫຍ່ ອັນດັບ 4 ຂອງ ປະເທດ ຫວຽດນາມ ເປັນສູນກາງຂອງຫວຽດນາມກາງ ໃນອາດີດເມືອງນີ້ເຄີຍເປັນເມືອງທ່າທີ່ສໍາຄັນໃນຍຸກຮຸ່ງເຮືອງຂອງຫວຽດນາມ ເຊິ່ງປັດຈຸບັນໄດ້ຮັບການພັດທະນາ ໃຫ້ມີສິ່ງທີ່ເອື້ອອໍານວຍຄວາມສະດວກແບບຄົບຖ້ວນ ນັບຕັ້ງແຕ່ສະໜາມບິນ, ສູນການຄ້າ, ຮ້ານອາຫານ, ບ່ອນພັກ ເພື່ອເອື້ອອໍານວຍໃຫ້ນັກທ່ອງທ່ຽວມາຢ້ຽມຊົມ ດານັງ ແລະ ເມືອງໃຫ້ຄຽງ ສໍາລັບກິດຈະກໍາທີ່ເປັນຈຸດເດັ່ນ ເມື່ອມາ ດານັງ ຫ້າມພາດກັບບັນດາສະຖານທີ່ແຫ່ງນີ້: 1. ການນັ່ງກະຕ່າລອຍຟ້າ ທີ່ບານາຮິ້ວສ (Ba Na Hills): ບານາຮິ້ວ ເປັນສະຖານທີ່ທ່ອງທ່ຽວຊື່ດັງປະຈໍາເມືອງດານັງ ມີອຸນຫະພູມສະເລ່ຍ 20-25 ອົງສາ ຕະຫຼອດປີ ບ່ອນນີ້ມີທັງບ່ອນພັກ, ຮ້ານອາຫານ ສ່ວນ Highlight ຂອງການມາເຢືອນເມືອງດານັງກໍ່ຄື ການນັ່ງກະຕ່າໄຟຟ້າຊົມວິວເມືອງດານັງຈາກມຸມສູງ ເປັນໄລຍະທາງທີ່ຍາວທີ່ສຸດໃນໂລກຄື 5,801 ແມັດ ໄລຍະສູງຈາກພື້ນດິນ 1,368 ແມັດ. 2. ຂົວມັງກອນເມືອງດານັງ: ຂົວມັງກອນຂ້າມແມ່ນໍ້າຫາານ …
Read More »FIFA ເປີດເຜີຍຄວາມຄືບໜ້າກ່ຽວກັບການເຊື້ອເຊີນ ນ້ອງໆທີມໝູປ່າ ໄປເບິ່ງບານໂລກຮອບຊິງທີ່ ລັດເຊຍ!
ສະຫະພັນບານເຕະນານາຊາດ (FIFA) ເປີດເຜີຍຄວາມຄືບໜ້າ ຫຼັງທີ່ໄດ້ສົ່ງຈົດໝາຍເຊີນ 13 ຊີວິດ ທີມນັກເຕະເຍົາວະຊົນ ໝູປ່າ-ອາຄາເດມີ່ ເພື່ອໃຫ້ໄປເບິ່ງ ບານໂລກ 2018 ຮອບຊິງຊະນະເລີດ ທີ່ກຣຸງມອສໂຄ ປະເທດ ລັດເຊຍ. FIFA ໄດ້ສະແດງຄວາມຍິນດີທີ່ ນັກເຕະເຍົາວະຊົນ ແລະ ໂຄດທີມ ໝູປ່າ-ອາຄາເດມີ່ແມ່ສາຍ ສາມາດອອກຈາກຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດຊຽງລາຍ ໄດ້ຢ່າງປອດໄພ ຢ່າງໃດກໍ່ຕາມ ທີມໝູປ່າກໍ່ບໍ່ສາມາດເດີນທາງໄປເບິ່ງບານໂລກຮອບຊິງໄດ້ ເນື່ອງຈາກບັນຫາສຸຂະພາບ ໂຄສົກຂອງ FIFA ໄດ້ອອກຖະແຫຼງວ່າ: “ຟີຟ່າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງກ່ຽວກັບການຊ່ວຍເຫຼືອ 12 ນັກເຕະເຍົາວະຊົນ ແລະ ຄູເຝິກສອນຂອງພວກເົຂາ ເຮົາຮູ້ສຶກຂອບໃຈຢ່າງສຸດຊຶ້ງກັບທຸກຄົນທີ່ມີສ່ວນຮ່ວມກັບປະຕິບັກການຊ່ວຍເຫຼືອ ເຊິ່ງໂຊກຮ້າຍທີ່ໄດ້ພາກຊີວິດ 1 ນັກດຳນໍ້າໄປ ພວກເຮົາຂໍສົ່ງຄວາມລະລຶກໄປຍັງຄອບຄົວຂອງເຂົາ” “ເຮົາໄດ້ຮັບການແຈ້ງການຈາກສະມາຄົມກິລາບານເຕະແຫ່ງປະເທດໄທວ່າ ນ້ອງໆຍັງບໍ່ສາມາດເດີນທາງໄປເບິ່ງເຕະບານໂລກຮອບຊິງໄດ້ ເນື່ອງຈາກເຫດຜົນດ້ານສຸຂະຸພາບ ເຊິ່ງທາງ FIFA ຍັງຄົງໃຫ້ຄວາມສຳຄັນກັບສຸຂະພາບຂອງທຸກຝ່າຍທີ່ກ່ຽວຂ້ອງໃນເຫດການດັ່ງກ່າວ ແລະ ເຮົາຈະເບິ່ງຫາໂອກາດທີ່ດຈະເຊີນນ້ອງໆມາຮ່ວມງານຂອງຟີ່ຟ່າ ເພື່ອຮ່ວມແບ່ງປັນຊ່ວງເວລາແຫ່ງການມີສ່ວນຮ່ວມ …
Read More »ສະເຫຼີມສະຫຼອງ! 45 ປີ ບໍລິສັດ ເບຍລາວ ພ້ອມເປີດໂຕຜະລິດຕະພັນໃໝ່ 3 ລົດຊາດ (ເບຍໄວສ໌, ເບຍແອມເບີ້ ແລະ ເບຍຮ໋ອບປີ້)
ໃນວັນທີ 10 ກໍລະກົດ 2018 ທີ່ຜ່ານມາໄດ້ມີພິທີສະເຫຼີມສະຫຼອງ ບໍລິສັດ ເບຍລາວ ຄົບຮອບ 45 ປີ (1973-2018) ໂດຍການເປັນປະທານໂດຍ ທ່ານ ເຮັນລິກ ແອນເດີເຊັນ ຜູ້ອຳນວຍການ ບໍລິສັດ ເບຍລາວ, ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດ ເບຍລາວ, ທ່ານ ສູນທອນ ສິລິສັກ ຮອງຜູ້ອຳນວຍການໃຫ່ຍ ບໍລິສັດ ເບຍລາວ, ຮ່ວມດ້ວຍພະນັກງານ ບໍລິສັດ ເບຍລາວ ແລະ ສື່ມວນຊົນທຸກຂະແໜງການ. ປີນີ ບໍລິສັດ ເບຍລາວ ໄດ້ມີອາຍຸ 45 ປີ ພໍດີ ແລະ ກໍ່ເປັນ 45 ປີ ແຫ່ງການເດີນທາງຜ່ານຈຸດເວລາຕ່າງໆທີ່ມີທັງຂໍ້ສະດວກ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ທົດສອບຈິດໃຈ, …
Read More »