ເຫັນແຟນໆອິນບ໋ອກເຂົ້າມາຫາ ຊະນີIndy ຢາກໃຫ້ຊອກຫາຂໍ້ມູນການເດີນທາງໄປທ່ອງທ່ຽວ ປະເທດ ຫວຽດນາມ, ຈັດໃຫ້ບໍ່ເຄີຍເຮັດໃຫ້ແຟນໆຜິດຫວັງຢູ່ແລ້ວ ປະເທດ ຫວຽດນາມ ເປັນປະເທດທີ່ມີສະຖານ ທ່ອງທ່ຽວ ໃນເຂດອາຊີທີ່ເປັນທີ່ນິຍົມ ແລະ ມາແຮງສຸດໆ ເພາະຍັງມີທຳມະຊາດທີ່ງົດງາມ ແລະ ອຸດົມສົມບູນ ມີວັດທະນະທຳທີ່ເປັນເອກະລັກ ແຖມຍັງມີຄ່າຄອງຊີບທີ່ບໍ່ສູງຈົນເກີນໄປ ທີ່ນີ້ຈຶ່ງກາຍເປັນສະຫວັນຂອງນັກທ່ອງທ່ຽວຫຼາຍໆຄົນທົ່ວໂລກ, ດັ່ງນັ້ນລອງມາເບິ່ງຂໍ້ຄວນລະວັງ ເມື່ອຕ້ອງເດີນທາງໄປທ່ອງທ່ຽວທີ່ ປະເທດ ຫວຽດນາມ. (via: IG/creatiefields) ***ຂໍ້ຄວນລະວັງ – ການຂ້າມຫົນທາງໃນຫວຽດນາມຈະຕ້ອງລະມັດລະວັງເປັນພິເສດ ເພາະຄົນຫວຽດນາມຈະໃຊ້ລົດຈັກເປັນພາຫະນະຫຼັກໃນການສັນຈອນໄປຕາມຕົວເມືອງໃຫ່ຍໆ – ຖ້າໄປທ່ຽວຄົນດຽວ ຫຼື ໄປເປັນກຸ່ມຜຸ້ຍິງ ບໍ່ຄວນນັ່ງລົດເຊັ່ນ ຕຸກໆ ແທັກຊີ່ ຫຼື ລົດຈັກຮັບຈ້າງໃນຊ່ວງກາງຄືນ ເພາະອາດຖືກໂກງ ຫຼື ຮີດໄຖຄ່າໂດຍສານ ຄວນຫຼີກລ່ຽງຈະດີທີ່ສຸດ (via: IG/zmelany) – ກະເປົ໋າເງິນ ພາສປອດ ຂອງມີຄ່າ ເກັບໄວ້ໃນກະເປົ໋າໃຫ້ດີ ພາຍໄວ້ທາງໜ້າຕະຫຼອດ …
Read More »Home
ເລີດແຮງ ແພງຫຼາຍ! ຫຼິງຫຼິງ ປິຍະດາ ຮ່ວມງານແຟຊັ່ນໂຊລະດັບໂລກ
ອັບເດດ ສາວ ຫຼິງຫຼິງ ປິຍະດາ ອິນທະວົງ ສາວສອງເບີ1/ແຟຊັ່ນນິດຕ້າ ຂອງບ້ານເຮົາ, ຫຼ້າສຸດບິນລັດຟ້າຂ້າມນໍ້າ ທະເລ ຮ່ວມງານແຟຊັ່ນໂຊລະດັບໂລກ Paris Fashion Week 2018 ທີ່ກຣຸງປາຣີດ ປະເທດ ຝຣັ່ງ. (ເລີດແຮງ…ແພງຫຼາຍ) ວ້າວໆໆໆ! ຂໍບອກວ່າເລີດສຸດ ແລະ ຍັງມີຮູບພາບຂອງສາວ ຫຼິງຫຼິງ ມາຝາກທຸກຄົນອີກເດີ້ ງາມໆ ເລີດໆ ທັງນັ້ນ ລອງມາເບິ່ງກັນເບິ່ງເດີ້ແຟນໆ… ຮູບພາບ: IG/lingpiyadar
Read More »ອາຍຸເປັນພຽງຕົວເລກ! ເປີດເຜີຍງານແຕ່ງ ເດັກມັດທະຍົມ ອາຍຸພຽງ 14 ແລະ 16 ປີ
ເຜີຍພາບງານແຕ່ງດອງ 2 ເດັກນ້ອຍໄວໃສຈາກປະເທດເພື່ອນບ້ານ (ປະເທດໄທ) ຍັງຮຽນມັດທະຍົມຕົ້ນໆ ອາຍຸພຽງ 14 ແລະ 16 ປີ ຈັດງານລຽບງ່າຍ ພໍ່ແມ່ຍາກໃຫ້ແຕ່ງງານກັນ ເຜີຍອາຍຸເປັນພຽງຕົວເລກ. ເປັຳນກະແສຮືຮາ ແລະ ວິພາກວິຈານ ເມື່ອວັນທີ 8 ກໍລະກົດ 2018 ເປັນກະແສເທີງໂລກອອນລາຍ ເມື່ອມີການເຜີຍແຜ່ງານແຕ່ງດອງຂອງເດັກນ້ອຍຍິງ ແລະ ຊາຍ ທີ່ ຈັງຫວັດ ໄຊຍະພູມ ປະເທດໄທ ໄດ້ຈັດງານແຕ່ງດອງແບບລຽບງ່າຍ ດ້ວຍການມັດຂໍ່ຕໍ່ແຂນ ໃນວັນທີ 7 ກໍລະກົດ 2018 ທີ່ຜ່ານມາ. ເຟສບຸກຂອງນ້ອງຜູ້ຍິງ ຍັງໄດ້ເຜີຍອີກວ່າ ເຮົາມີຄວາມຝັນທີ່ຈະຢູ່ນຳກັນດົນໆ ແລະ ບໍ່ຢາກແຍກຈາກກັນ ບໍ່ຢາກຈະຖ້າດົນເຖິງ 10-20ປີ ຕອນນີ້ກໍ່ 5-6 ເດືອນ ເຮົາບໍ່ຢາກຈະຖິ້ມມັນໄປ ກວ່າຈະຜ່ານມາໄດ້ພວກເຮົາກໍ່ຜ່ານມາຫຼາຍເຫດການ ມີຜິດກັນບາງເທື່ອ ແຕ່ຈະຈັບມືກັນສ້າງເນື້ອສ້າງຕົວ ພ້ອມກັບຮູບພາບທີ່ທັງ …
Read More »ສີເຫຼືອງມາແຮງ! ມິກ ແອນ ແມັດແຟຊັ່ນໂທນເຫຼືອງ (Yellow Street Style)
Hello ໝູ່ເພື່ອນ ມາອັບເດດ Trend Fashion ໃນຊ່ວງນີ້ກັນແດ່ ຊ່ວງນີ້ເລື່ອນໄປໃສໃນໜ້າຈໍມືຖືຂອງເຮົາກໍ່ຈະເຫັນໂທນເສື້ອຜ້າສີເຫຼືອງເຕັມໄປໝົດ ຊະນີIndy ກໍ່ບໍ່ລໍຊ້າໄດ້ຊອກເອົາ ແນວ Style ການແຕ່ງໂຕໃນຄອນເສັບ Yellow Style ມາຝາກໝູ່ເພື່ອນເຊັ່ນດຽວກັນ ແຕ່ຈະເປັນອອກເປັນແນວ Street ແດ່ ເພື່ອໃຫ້ໝູ່ເພື່ອນໃສ່ ແລະ ມິກ ແອນ ແມັດ ເສື້ອຜ້າໃຫ້ໃສ່ໄດ້ໃນທຸກໆມື້ ລອງມາເບິ່ງໄອເດຍຈາກເຫຼົ່າເນັດໄອດໍ້ ສາວໆຝຣັ່ງກັນເບິ່ງເດີ້ ໃຜໃສ່ໂທນສີນີ້ມັນກໍ່ຈະນຳເທຼນສຸດໆໆໆ ເຫັນໂທນສີເຫຼືອງແລ້ວເຂົ້າກັບແສງແດດບ້ານເຮົາຂະໜາດວ່າບໍ່ໝູ່ເພື່ອນ ໃຜທີ່ໃສ່ໂທນສີນີ້ ຊ່ວງນີ້ ຂໍບອກວ່ານອກຈາກຈະເດັ່ນແລ້ວ ຍັງຖ່າຍຮູບຂຶ້ນອີກນຳເດີ້ ໃຜບໍ່ແຕ່ງໂທນສີນີ້ ຊ່ວງນີ້ ລະວັງ ເອົ້າກະແສ ບໍ່ທັນເທຼນແຟຊັນກັບໝູ່ເດີ້!!! Via: IG/americanstyle
Read More »ສ່ອງ! ສາວງາມຂ້າມເພດ Miss Universe Spain 2018 ແຮງບັນດານໃຈຂອງສາວປະເພດສອງທົ່ວໂລກ!!!
ລັດເລາະໄປເວທີ Miss Universe Spain ກັນແດ່, ຫຼ້າສຸດເພິ່ນກໍ່ໄດ້ມາແລ້ວກັບສາວງາມທີ່ເໝາະສົມກັບຕຳແໜ່ງອັນຊົງກຽດນີ້ ແລະ ປີນີ້ເຮັດເອົາ ຮືຮາ ໄປທົ່ວໂລກ ເນື່ອງຈາກວ່າ ສາວງາມທີ່ຄວ້າມົງກຸດ Miss Universe Spain 2018 ມີນາມວ່າ Angela Ponce ເປັນສາວງາມຂ້າມເພດ (ສາວປະເພດສອງ) ຖືໄດ້ວ່າເປັນປະຫວັດສາດໜ້າໃໝ່ ສຳລັບການປະກວດນາງງາມໃນທີ່ Miss Universe. ເຊິ່ງ Angela Ponce ເປັນສາວປະເພດສອງຄົນທຳອິດ ທີ່ໄດ້ມີໂອກາດເປັນຕົວແທນປະເທດລົງປະກວດໃນເວທີໃຫ່ຍລະດັບໂລກຢ່າງເວທີ ນາງງາມຈັກກະວານ (Miss Universe) ສຳລັບສາວງາມຄົນນີ້ມີອາຊີບເປັນ ນາງແບບ ແລະ ບອກໄດ້ເລີຍວ່າໃນປີ 2018 ນີ້ບໍ່ແມ່ນປີທຳອິດທີ່ນາງໄດ້ເຂົ້າມາປະກວດ ເພາະນາງເລີ່ມມາປະກວດຕັ້ງແຕ່ປີ 2015 ແຕ່ພາດມົງກຸດໄປ ແຕ່ຍ້ອນຄວາມຮັກ ແລະ ມັກໃນສິ່ງທີ່ຢາກເຮັດ ເລີຍບໍ່ຍອມແພ້ ແລະ ມີຄວາມພະຍາຍາມສູງ ນາງຈຶ່ງກັບເຂົ້າມາສະໝັກປະກວດໃໝ່ໃນປີນີ້ ພ້ອມກັບສ້າງປະຫວັດສາດໜ້າໃໝ່ໃຫ້ກັບເວທີ ນາງງາມຈັກກະວານ ແລະ Angela Ponce ຍັງເອີ້ນສຽງຮືຮາ ແລະ …
Read More »