Breaking News

Home

Visit Lao year 2018! ໃຜໄປໃສມາແດ່ເອົາຮູບມາເບິ່ງແດ່ດູ໊!!!

ສະບາຍດີສາວໆ ມື້ນີ້ແອັດ ຢາກຊິຊວນສາວໆ ມາກະຕຸ້ນຊີບພະຈອນລົງຂາ ອອກເລາະເມືອງລາວ ແລະ ກະມາອ້າງຮູບດູ໊ວ່າປີທ່ອງທ່ຽວລາວ (Visit Lao year 2018) ເຈົ້າໄດ້ໄປທ່ຽວໃສກັບ The Gang ຫຼື ແບບລຸຍດ່ຽວໆແດ່? ໃສໃຜມີຮູບຖ່າຍແບບ Hipy, Chicky, F ມາອ້າງບໍ່ ເມັ້ນມາເລີຍ ຂໍເບິ່ງແດ່!!! ສໍາຫຼັບ ສາວໃນເມືອງຄື ແອັດແລ້ວ ຍັງມີຫຼາຍບ່ອນໃນເມືອງລາວທີ່ຢາກໄປ ຢືນຖິ້ມຄວາມໂງ່ໆ (ທີ່ມັນມີຫຼ໊າຍໆ ຮ່າຮ່າ) ຢູ່ບ່ອນໃດຈັກແຫ່ງ, ຢາກໄປຮ້ອງແຮງໆປ່ອຍຄວາມກົດດັນ ວ໊າກກກກກກກ…. ແລ້ວຊິວາແຂນກວ້າງໂອບກອດທໍາມະຊາດເມືອງລາວ, ດູດຊືມເອົາພະລັງບວກໃຫ້ຕົວເອງຫຼາຍບ່ອນເລີຍເຊັ່ນ : ໄປຫ້ອຍໂຫຍໂຍນຕົວແບບປະສົບການທະນີ ທີ່ເຮືອນຕົ້ນໄມ້ ແຂວງບໍ່ແກ້ວ, ໄປເປັນສາວ Spider Women ທີ່ນໍ້າກັດຢໍລະປາ ແຂວງອຸດົມໄຊ, ໄປພິຊິດຍອດຜາແດງ ທີ່ເມືອງງອຍ ແຂວງຫຼວງພະບາງ, ແລ້ວ ຍັງຢາກນັ່ງນອນແຊທີ່ບໍ່ນໍ້າອຸ່ນໃນສາຍນໍ້າພາກເມືອງຫຼາ ທີ່ໂອອ້ອມໄປດ້ວຍປ່າທີ່ສົມບູນຂອງ …

Read More »

ອາສາກູ້ໄພລາວ ອອກມາໂພສແບບນີ້…ຫຼັງຈາກທີ່ໄດ້ໄປຊ່ວຍ ທີມໝູປ່າ!!!

ດັ່ງທີ່ແຟນໆໄດ້ຕິດຕາມກຽ່ວກັບຂ່າວສານການຊ່ວຍເຫຼືອ ນ້ອງໆທີມ ໝູປ່າ-ອາຄາເດມີ່ ແລະ ປະເທດລາວ ເຮົາກໍ່ໄດ້ສົ່ງ ອາສາກູ້ໄພໄປຊ່ວຍເປັນກຳລັງອີກແຮງໜຶ່ງໃນການຄົ້ນຫາຜູ້ປະສົບໄພທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ດັ່ງກັບຫຼາຍໆປະເທດຈາກທົ່ວໂລກທີ່ໄດ້ສົ່ງທີມມາຊ່ວຍເຫຼືອໃນພາລະກິດຄັ້ງນີ້, ຫຼ້າສຸດທີມອາສາກູ້ໄພລາວກໍ່ໄດ້ເດີນທາງກັບ ປະເທດລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ຍັງໄດ້ໂພສເຖິງການໄດ້ເປັນສ່ວນໜຶ່ງໃນພະລະກິດໃນເທື່ອນີ້ ຜ່ານເຟສບຸກວ່າ: “ພາລະກິດ ຄັ້ງນີ້ ເປັນບົດຮຽນ ອັນຍິ່ງໃຫຍ່ ໄດ້ຖ່າຍທອດ ເຖິງບົດທົດສອບ ຂອງຄວາມຮູ້ທີ່ຝຶກຝົນມາ ດ້ານກູ້ຊີບ ກູ້ໄພ ແລະ ຮຽນຮູ້ອຸປະກອນທັນສະໃຫມ ຕ້ອງຕໍ່ສູ້ກັບທຳມະຊາດ ສິ່ງແວດລ້ອມ ທີ່ຕ້ອງສຳພັດ ຄຽງຄູ່ກັນ ກໍ່ຄື ອຸດົມການ ແລະ ເປົ້າຫມາຍ ຂອງຫົວຈິດຫົວໃຈ ໃນການອາສາມາຄັ້ງນີ້ ກໍ່ແມ່ນ ນິມິດຫມາຍທີ່ດີ ທີ່ໄດ້ພົບເຫັນ ບັນດາ ຜູ້ທີ່ມີປະສົບການ ໃນຫລາຍໆດ້ານ ແລະ ກໍ່ໄດ້ຖ່າຍທອດ ຮຽນຮູ້ແລ້ວ ວ່າ ສິ່ງທີ່ສຳຄັນທີ່ສຸດ ແມ່ນຫຍັງ …

Read More »

ຍິນດີຕ້ອນຮັບກັບສູ່ປະເທດລາວ! ອາສາກູ້ໄພລາວເດີນທາງກັບບ້ານຢ່າງປອດໄພ ແຕ່ໃຈຍັງຫ່ວງທີມໝູປ່າ!!!

ອາເຢັ້ນ ວິຊຸນດາລາ ອາສາກູ້ໄພລາວ ທີ່ໄດ້ເດີນທາງໄປຊ່ວຍພາລະກິດ 13ຊີວິດຕິດຖໍ້າ, ຫຼ້າສຸດຂວັນໃຈຄົນໃໝ່ຂອງລາວຄົນນີ້ກໍ່ໄດ້ເດີນທາງກັບສູ່ບ້ານເກີດເມືອງນອນ ກໍ່ຄືປະເທດລາວເຮົາຢ່າງປອດໄພແລ້ວເດີ້ແຟນໆ ເຖິງແມ່ນວ່າຈະບໍ່ໄດ້ຢູ່ຊ່ວຍເຫຼືອຈົນວິນາທີສຸດທ້າຍ ແຕ່ໃນໃຈກໍ່ຍັງເປັນຫ່ວງ ແລະ ຍັງບອກໃຫ້ ທີມໝູປ່າ ອົດທົນ ເຊິ່ງ ອາເຢັ້ນ ເພິ່ນກໍ່ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນວ່າ: “ກຳລັງເດີ່ນທາງກັບ ທີ່ ສປປ ລາວ ແຕ່ໃຈຍັງຢູ່ທີ່ຖ້ຳຫຼວງ ຊຽງລາຍ ອົດທົນໄວ້ເດີ້ “ທີມໝູປ່າ” ຖ້າຍັງບໍ່ອອກມາ ແລ້ວຈະກັບມາຊ່ວຍ ຂອບໃຈ ຮຸກ31 ທີ່ເບິ່ງແຍ່ງເປັນຍ່າງດີ”   ເຫັນຮູບພາບການຊ່ວຍເຫຼືອລະຫວ່າງບ້ານພີ່ເມືອງນ້ອງ ລາວ ແລະ ໄທ ແລ້ວຮູ້ສຶກປະທັບໃຈ ແລະ ພູມໃຈເປັນທີ່ສຸດ. #ແຊຣໄປໃຫ້ໂລກຮູ້ ຮູບພາບຈາກ: Yen Visoudala , Chaiyasit Phupharat

Read More »

ເກັ່ງຫຼາຍໆ! ສະແດງຄວາມຍິນດີກັບ ນັກສຶກສາລາວ ທີ່ໄດ້ທຶນໄປຮຽນຕໍ່ ປະເທດ ຝຣັ່ງ

ສະແດງຄວາມຍິນດີກັບ ນັກສຶກສາລາວ ທີ່ໄດ້ທຶນໄປຮຽນຕໍ່ ປະເທດ ຝຣັ່ງ ຈາກການເປີດເຜີຍໃຫ້ຮູ້ຈາກເພສເຟສບຸກ ສະຖານທູດຝຣັ່ງ ປະຈຳ ສປປ.ລາວ ວ່າ ສຳລັບໃນປີ 2018 ນີ້ຈະມີ ນັກສຶກສາລາວ ທັງໝົດ 14 ຄົນ ທີ່ໄດ້ຮັບທຶນການສຶກສາຈາກສະຖານທູດຝຣັ່ງ ແລະ ກໍ່ກຳລັງກຽມໂຕເດີນທາງໄປທີ່ປະເທດຝຣັ່ງໃນໄວໆນີ້, ເຊິ່ງບັນດານັກສຶກສາລາວຈະໄປຮຽນໃນ ຂະແໜງ ວິສະວະກຳສາດ ທີ່ມີທັງລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.  ເກັ່ງຫຼາຍໆ! ຂໍສະແດງຄວາມຊົມເຊີຍອີກຄັ້ງສຳຫລັບທຸກໆຄົນ!!! ທີ່ມາ: Ambassade de France au Laos / ສະຖານທູດຝຣັ່ງ ປະຈຳ ສປປ ລາວ

Read More »

ອົບອຸ່ນ! ມາເບິ່ງຄວາມໜ້າຮັກຂອງຄອບຄົວ ແຜັດ ເພັດດາວອນ ນັກຮ້ອງເງິນລ້ານ

ດັງບໍ່ຢຸດ ດຶງບໍ່ຢູ່ ສຳລັບ ແຜັດ ເພັດດາວອນ ແກ້ວມະນີວົງ ນັກຮ້ອງເງິນລ້ານ ທີ່ດຽວນີ້ເດີນສາຍອອກອີເວັ້ນແບບບໍ່ມີມື້ພັກກັນເລີຍ, ແຕ່ເຖິງຈະມີວຽກຫຼາຍປານໃດ ສາວ ແຜັດ ເພິ່ນກໍ່ບໍ່ລືມທີ່ຈະກັບໄປຢ້ຽມຢາມບ້ານເກີດທີ່ ນະຄອນປາກເຊ ແຂວງ ຈຳປາສັກ ເຊິ່ງຫຼ້າສຸດນາງກໍ່ໄດ້ກັບເມືອຫາຄອບຄົວ ພ້ອມກັບໄດ້ໂພສຮູບພາບຜ່ານເຟສບຸກສ່ວນຕົວ ແລະ ຍັງໄດ້ຂຽນແຄັບຊັ່ນທີ່ມີຄວາມໜ້າຮັກ ແລະ ແອບຊຶ້ງວ່າ:” ??..ກັບບ້ານມາຢາມແມ່ໃຫຍ່ ຄິດຮອດຫລາຍ..” ??..ກັບບ້ານມາຢາມແມ່ໃຫຍ່ ຄິດຮອດຫລາຍ.. โพสต์โดย Pat phetdavone khammanivong เมื่อ วันพุธที่ 4 กรกฎาคม 2018 ເຫັນຮູບພາບແລ້ວເຕັມໄປດ້ວຍຄວາມໜ້າຮັກ ອົບອຸ່ນ ແລະ ຫຼາຍຄົນຄົງຍັງບໍ່ຮູ້ວ່າ ຈາກມື້ນັ້ນຈົນຮອດມື້ນີ້ ສິ່ງໜຶ່ງທີ່ເຮັດໃຫ້ສາວລາວໃຕ້ຄົນນີ້ປະສົບຜົນສຳເລັດ ເຮັດຝັນໃຫ້ເປັນຈິງໄດ້ ກໍ່ຍ້ອນຄວາມກະຕັນຍູ ແລະ ຮັກຄອບຄົວ ຄວາມສຸກທີ່ແທ້ຈິງຄືຄອບຄົວ ອີກມຸມໜຶ່ງຂອງ ສາວ ແຜັດ ທີ່ຍັງບໍ່ມີໃຜເຫັນ, ເບິ່ງແລ້ວມີຄວາມອົບອຸ່ນ ເປັນຄອບຄົວທີ່ໜ້າຮັກຫຼາຍໆ… ຮູບພາບ: FB/Pat …

Read More »