Breaking News

Home

ຊາວເນັດຫຼອນ! ເມື່ອມີສາວໂພສວ່າ ຝັນເຫັນຍິງຍຸກບູຮານ ນຸ່ງຊຸດລາວມາເຂົ້າຝັນແບບນີ້… (ກະລຸນາໃຊ້ວິຈາລະນະຍານ)

ເປັນກະແສຮືຮາ ຫຼອນໄປຕາມໆກັນ ເມື່ອມີຜູ້ໃຊ້ ເຟສບຸກ ລາຍໜຶ່ງໄດ້ໄປທີ່ຈັງຫວັດ ຊຽງໃໝ່ (ປະເທດໄທ) ແຕ່ເລື່ອງຂອງເລື່ອງກໍ່ຄືວ່າ ນາງໄດ້ຝັນຫາແມ່ຍິງເກົ່າຍຸກບູຮານ ມາບອກວ່າລໍຖ້າຕົນມາໄດ້ 115ປີແ້ລວ,  ເຊິ່ງສາວຄົນນີ້ກໍ່ໄດ້ຂຽນໂພສ ພ້ອມຮູບພາບວ່າ: “ມື້ນີ້ມາຮອດຊຽງໃຫມ່ເວລາສາມໂມງແລງ ແລະ ຮູ້ສຶກເມື່ອຍເພາະບໍ່ໄດ້ນອນ ຮອດຫ້ອງຄອບເຈົ້າທີ່ກະນອນພັກໂລດ (ກ່ອນຈະເລົ່າຂໍບອກກ່ອນວ່າຂ້າພະເຈົ້າບໍ່ເຄີຍມຊຽງໃຫມ່ຈັກເທື່ອ) ນອນປຸບກະຝັນຄືໂຕເອງຍັງຫລີ້ນໂທລະສັບຢູ່ ແນມໄປຫ້ອງນໍ້າ..ມີຜູ້ຍີງນຸ່ງຄືຊຸດກິນດອງ ສີມ້ວງ ຊຸດລາວຍ່າງອອກມາ ຮອດຕີນຕຽງ ລາວເວົ້າຄໍາເມືອງຊຽງໃຫມ່ວ່າ ມືງໄປກັບກູໄປທ່ຽວໄປ້ ຂ້ອຍກະລຸກ ໄປນໍາໂລດລາວພາຍ່າງເຂົ້າຫ້ອງນໍ້າ ຂ້ອຍເຫັນຂັນໂຕກ ສາມຂັນ ກະເອະໃຈວ່າເອົາຝັນຫວານິ!! ຍ່າງນໍາກົ້ນລາວໄປ ພາຂ້ອຍຍ່າງເຂົ້າວັດ ຂຽນຊື່ວັດວ່າ (วัดภูคํา) ຂ້ອຍກະຍ່າງໄປນໍາລາວໆພາອ້ອມສິມຄ້າຍກັບວັດຢູ່ເມືອງຫລວງ ລະໄປຈົບຢູ່ທີ່ພະທາດ ສີ່ຫລ່ຽມສີເກົ່າໆ ລະບອກຂ້ອຍວ່າ ອັນນີ້ພະທາດຂອງກູ ກູຖ້າມືງມາ115ປີ ມືງຕິດຫນີ້ກູ ມືງມາມາໃຊ້ກູດຽວນິ ຂ້ອຍຕອບວ່າ ຂ້ອຍຕິດຫຍັງເຈົ້າ? ຂ້ອຍໃຊ້ແບບອຶ່ນໄດ້ບໍ່? [ບາດນິປ່ຽນເປັນຊຸດຊົນເຜົ່າ] ບໍ່! ຊາດກ່ອນມືງເປັນສ່ຽວກູ! ມືງບອກກູຕາຍມືງກະຕາຍ!ກູຍັງມືງກະຕ້ອງຍັງຂ້ອຍກະວ່າຂ້ອຍຈື່ຊາດອະດີດບໍ່ໄດ້ ໃຫ້ຂ້ອຍເຮັດແນວໄດ?ລາວວ່າ ມືງຈື່ເດີ້ ກູຊື່ ພູຄໍາ ກູຢາກໃຫ້ມືງໃຊ້ຫນີ້ກູ ສັງຄະທານ ຂະຫນົມ ຕົ້ນເງີນ ມືງມາເຈິກູບໍ່ແມ່ນເລື້ອງບັງເອີນເນີ້ ຂ້ອຍກະໄດ້ເເຕ່ຂໍອ້ອນວອນວ່າກັບລາວ ແລ້ວຈະໄປເຮັດໃຫ້ເດີ້ ຂ້ອຍຮູ້ແລ້ວບາດນິ ສັນຍາຊິເຮັດໃຫ້ອີ່ຫລີ ຂໍໄປນອນຕໍ່ໄດ້ບໍ່ໂຄດເມື່ອຍ ກາບຕໍ່ຫນ້າພະທາດສາມບາດ ລະກະຕື່ນ ຕື່ນມາລອງເຊີສໃສ່ຄໍາວ່າ (วัดภูคำ เชียงใหม่) ຜົນທີ່ໄດ້ຄື ມີແທ້ ມີພະທາດ ມີສິມອັນດຽວກັນເລີຍ ອີ່ຫວື້ງບໍ່ໄດ້ບ້າໄບ່ ບ້ານອນ ຫລືເມົາຢາປ່າລ້າແຕ່ຢ່າງໄດ??‍♀️ຟ້າເອີ້ຍຕາຄ້າງ???????ຕາມຮູບລຸ່ມນີ້“ ເຊິ່ງໂພສດັ່ງກ່າວເຮັດໃຫ້ມີຄົນສົນໃຈ ຫຼອນໄປຕາມໆກັນ ແລະ ຍັງມີເຂົ້າມາສະແດງຄວາມຄິດເຫັນກັນຕ່າງໆນາໆ ແຖມກົດໄລ້ ກົດແຊຣໂພສດັ່ງກ່າວຢ່າງຫຼວງຫຼາຍ (ກະລຸນາໃຊ້ວິຈາລະນະຍານ) ທີ່ມາ: fb/Ningnöng Laos Windwest

Read More »

10 ຂໍ້ຫ້າມສຳລັບສອບເສັງເຂົ້າ ມໍຊໍ ( ຖ້າລະເມີດຈະຖືກຕັດສິດໃນການສອບເສັງທັນທີ)

ຂໍ້ຫ້າມສໍາລັບຜູ້ສອບເສັງ ຫ້າມນັກສຶກສາຂອງ ມຊ ທີ່ກໍາລັງຮຽນຢູ່ໃນແຕ່ລະຄະນະວິຊາ ສະໝັກສອບເສັງເດັດຂາດ. ຫ້າມນຳເອົາປຶ້ມຕຳລາຮຽນ, ສຳເນົາສູດຄິດໄລ່, ບົດຮຽນ ຫຼື ບົດຄຳຕອບ, ອຸປະກອນອີເລັກໂຕຣນິກ (ໂທລະ ສັບມືຖື, ເຄື່ອງຄິດໄລ່, ໂມງດີຈິຕອນ, ບັນທັດທີ່ມີສູດຄິດໄລ່ ແລະ ອື່ນໆ) ເຂົ້າໃນຫ້ອງສອບເສັງ, ຜູ້ລະເມີດ ຈະຖືກຕັດສິດສອບ ເສັງ. ສໍາລັບອຸປະກອນທີ່ຢຶດມາໄດ້ນັ້ນຄະນະກຳມະການຈະສົ່ງຄືນຜູ້ເຂົ້າສອບເສັງພາຍຫຼັງ ສິ້ນສຸດການສອບເສັງ. ຫ້າມໃສ່ເລກລະຫັດບັດເຂົ້າຫ້ອງສອບເສັງຂອງຄົນອື່ນ ຫຼື ປ່ຽນແທນກັນ, ມາເສັງແທນຄົນອື່ນ, ໃສ່ເຄື່ອງໝາຍ ຫຼື ສັນຍາລັກຕ່າງໆໃສ່ເຈ້ຍຄຳຕອບ. ຫ້າມຖືອາວຸດ, ຂອງມີຄົມທຸກຊະນະນິດ, ສານເຄມີທີ່ຮ້າຍແຮງເຂົ້າໃນຫ້ອງສອບເສັງ, ເຊິ່ງອາດຈະນຳເປັນ ເຄື່ອງມືໃນການກໍ່ຄວາມບໍ່ສະຫງົບ ຫຼື ທຳຮ້າຍຮ່າງກາຍຄົນອື່ນ. ຫ້າມກ່າຍໝູ່ ຫຼຶ ເອົາໃຫ້ໝູ່ກ່າຍ ແລະ ໃຊ້ສັນຍານຕ່າງໆທີ່ເປັນເຄື່ອງມືທຸຈະລິດໃນການສອບເສັງ. ຫ້າມເວົ້າ, ສົນທະນາ ຫຼືສົ່ງສຽງດັງໃນເວລາສອບເສັງ, ຫ້າມນຳເຄື່ອງກິນ ແລະເຄື່ອງດື່ມເຂົ້າໃນຫ້ອງສອບເສັງ. ຫ້າມອອກຈາກຫ້ອງໃນເວລາສອບເສັງຢູ່ ຍົກເວັ້ນກໍລະນີຈຳເປັນ, …

Read More »

ຮູ້ໄວ້ກ່ອນໄປທ່ຽວ “ທິເບດ” ດິນແດນຫຼັງຄາໂລກ!!!

“ທິເບດ” ຫຼື ທີ່ມັກເອີ້ນກັນວ່າ “ດິນແດນຫຼັງຄາໂລກ” ມີເມືອງເອກຊື່ວ່າ: ລາຊາ (Lhasa) ແລະ ໄດ້ຂຶ້ນລາຍຊື່ 50 ເມືອງ ທີ່ໜ້າໄປຢ້ຽມຊົມທີ່ໃນສຸດໂລກ ເວົ້າໄດ້ວ່າເປັນສູນກາງຂອງສາດສະໜາຂອງທິເບດ ແລະ ສໍາຜັດກັບສະຖາປັດຕະຍະກໍາທີ່ງົດງາມ. ທິເບດມີເນື້ອທີ່ 1.228.400 ກມ2, ປະຊາກອນກວ່າ 6 ລ້ານຄົນ. ສະນັ້ນ, ຖ້າຄິດໄປຢ້ຽມຊົມ ສາມາດໄປໄດ້ຫຼາຍເສັ້ນທາງ ເຊັ່ນ: ທາງອາກາດ ເພາະມີສາຍການບິນ Lao Airlines ວຽງຈັນ-ຄຸນໜິງ ແລ້ວຕໍ່ເຄື່ອງຈາກຄຸນໝິງໄປເມືອງລາຊາ ເມືອງຫຼວງຂອງທິເບດເລີຍ ຫຼື ຈະໄປດ້ວຍລົດເມ ວຽງຈັນ-ຄຸນໝິງກໍໄດ້ ແຕ່ທາງນີ້ຈະໃຊ້ເວລາເດີນທາງຫຼາຍມື້ສົມຄວນ. ເວັບໄຊ Tripdeedee.com ບອກວ່າ: ການຂໍວີຊາ ເຂົ້າທິເບດຕ້ອງຂໍຜ່ານຈີນເທົ່ານັ້ນ ແລ້ວສົ່ງ Visa ແລະ ໜ້າ Passport ໃຫ້ຕົວແທນເຮັດ Visa ໃນທິເບດ ອາດໃຊ້ເວລາປະມານ …

Read More »

ຮູ້ຫຼືບໍ່? ວ່າວັນທີ 20 ກໍລະກົດ (ວັນສ້າງຕັ້ງສະຫະພັນແມ່ຍິງລາວ) ຂອງທຸກໆປີເພິ່ນກຳນົດໃຫ້ເປັນວັນພັກທາງລັດຖະການ!!!

ອີງຕາມໜັງສືແຈ້ງການ ສະບັບເລກທີ 1038/ຫສນຍ.ກລຂ ເລື່ອງ: ການກຳນົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ. “ເຫັນດີໃຫ້ກຳນົດເອົາ ວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ ໃຫ້ແກ່ການຈັດຕັ້ງພັກລັດ ແລະ ພາກເອກະຊົນທຸກພາກສ່ວນ ໄດ້ອະນຸຍາດໃຫ້ພະນັກງານ-ລັດຖະກອນ, ກຳມະກອນເພດຍິງ ໄດ້ພັກວຽກຕາມກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ” ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ດ້ວຍ.

Read More »

ແຟນຄລັບກຣີດໆໆ! ຊາລີວ ຊັບປຸຍ ນັກເຕະສະໂມສອນດັງເຊັກອິນປະເທດລາວ!!!

ເຮັດເອົາແຟນຄລັບກຣີດໆໆ ເມື່ອ ຊາລີວ ຊັບປຸຍ ໜຸ່ມຫຼໍ່ຂວັນໃຈສາວໆ ນັກເຕະບານຈາກສະໂມສອນ ເມືອງທອງຍູໄນເຕັດ ໄດ້ມາເຊັກອິນທີ່ ປະເທດລາວ, ເຊິ່ງໃນວັນທີ 16 ກໍລະກົດ 2018 ຊັບປຸຍ ກໍ່ໄດ້ເດີນທາງໄປຮ່ວມງານທີ່ນະຄອນຫຼວງວຽງຈັນ ພ້ອມທັງເຊັກອິນຜ່ານ ອິນສະຕາແກຼມ ໃຫ້ແຟນຄລັບໄດ້ຕິດຕາມກັນອີກດ້ວຍ. ສຳລັບ ຊາລີວ ຊັບປຸຍ ອາຍຸ 26 ປີ ເປັນອີກໜຸ່ມຫຼໍ່ຂວັນໃຈສາວໆ ເປັນນັກເຕະບານລູກເຄິ່ງ ໄທ-ສະວິດເຊີແລນ ປັດຈຸບັນຫຼິ້ນເປັນກອງກາງໃຫ້ກັບສະໂມສອນ ເອສຊີຈີ ເມືອງທອງ ຍູໄນເຕັດ ໃນໄທຫຼີກ ແລະ ໃນໄວໆນີ້ກຽມພົບກັບການແຂ່ງຂັນເຕະບານນັດພິເສດ ລະຫວ່າງ ທີມຊາດລາວ ແລະ ເອັດສຊີຈີ ເມືອງທອງ ຍູໄນເຕັດ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 31 ສິງຫາ 2018, ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເວລາ 18:30  ໃຜທີ່ຢາກເຊຍ …

Read More »