ຮູ້ສຶກວ່າຈະໄດ້ຍິນຂ່າວລັກສະນະແບບນີ້ເລື້ອຍໆ ຫຼ້າສຸດມີມາອີກແລ້ວກັບໂຈນມາຕວົະຂາຍໂທລະສັບ ເຊິ່ງເລື່ອງມີດັ່ງຕໍ່ໄປນີ້: “ສະບາຍດີ ມື້ນີ້ຈະມາເວົ້າເພື່ອເຕືອນໃຫ້ທຸກຄົນໄດ້ຮູ້ ເລື່ອງ: “ເສຍຫົວໃຫ້ຫວຽດ ແຕ່ມັນຖືກເຮົາຈັບໄດ້” ??ອ່ານໃຫ້ຈົບເດີ້ ==>ດ້ວຍຄວາມມັກງ່າຍທີ່ຢາກໄດ້ຂອງດີລາຄາຖືກ ເລື່ອງລາວເກີດຂຶ້ນໃນຕອນເຊົ້າວັນທີ 18/07/2018 ໃນເວລາ 10:10 ຂ້ອຍກຳລັງນັງຢູ່ຮ້ານເອື້ອຍຂ້ອຍຢູ່ຕະຫຼາດ ຕໍ່ມາເວລາປະມານ 10:30 ໄດ້ມີຄົນໜຶ່ງຍ່າງເຂົ້າມາຫາຢູ່ຮ້ານແລ້ວຖາມຂາຍ ໂທລະສັບ Iphone 8 ໃຫ້ຂ້ອຍແລະເອື້ອຍ ໃນລາຄາ 9000 ບາດ ຕົກເປັນເງີນກີບ 2.340.000 ກີບ. ຂ້ອຍກໍ່ໄດ້ຈັບ ທລສ ມາເບິ່ງ ສະພາບຂອງເຄື່ອງກໍ່ດີໝົດໃຫມ່ທຸກຢ່າງເປັນເຄື່ອງສູນໄທ ຂ້ອຍກະຫຼິ້ນລະກະກວດເບິ່ງໝົດ. ແລ້ວໄດ້ຖາມຂໍ້ມູນໂທລະສັບກັບມັນ ປະມານເກືອບຊົ່ວໂມງ…==> ຂ້ອຍ: ທລສ ໜ່ວຍນີ້ແມ່ນຂອງເຈົ້າແທ້ບໍ ? ຄູ່ກໍລະນີ: ແມ່ນແລ້ວ, ຂ້ອຍຫາກະຊື້ໄດ້ເດືອນປາຍ ຕອນນີ້ຂ້ອຍຢາກໄດ້ເງີນເມື່ອຫວຽດ. ຂ້ອຍ: ສາຍສາກ, ສາຍສະເບົ້າ ອີ່ຫຍັງບໍ່ມີໃຫ້ຫວາ ຄູ່ກໍລະນີ: ບໍ່ມີ, ຂ້ອຍເອົາໃຫ້ນ້ອງສາວໜົດແລ້ວ …
Read More »Home
ທີມສຳຫຼວດຖ້ຳຈາກຍີ່ປຸ່ນຊີ້! ຖໍ້າຢູ່ແຂວງວຽງຈັນ ອາດເປັນຖໍ້າທີ່ໃຫຍ່ທີ່ສຸດໃນໂລກ….
ທ່ານ ຄັດຊຶຈິ ໂຍຊິດະ (Katsuji Yoshida) ເປັນໜຶ່ງໃນນັກສຳຫຼວດຖ້ຳ ທີ່ມີຊື່ສຽງໂດ່ງດັງຂອງໂລກ ເຄີຍສຳຫຼວດຖ້ຳມາແລ້ວຫຼາຍບ່ອນ ແລະ ໄດ້ຄົ້ນພົບຖ້ຳແຫ່ງໃໝ່ໃນໂລກມາແລ້ວ 6 ແຫ່ງ ຫຼັງຈາກ ທີ່ໄດ້ສຶກສາກ່ຽວກັບຖ້ຳມາດົນ ຈຶ່ງຕັ້ງສົມມຸດຖານຂຶ້ນມາວ່າ ຢູ່ລາວອາດມີຖ້ຳທີ່ໃຫຍ່ທີ່ສຸດໃນໂລກກໍເປັນໄດ້ ສະນັ້ນ ຈຶ່ງໄດ້ເລີ່ມການວິໄຈແລະ ສຳຫຼວດ ຖ້ຳຢູ່ລາວເປັນເວລາເຖິງ 2 ປີ. ທີມງານສຳຫຼວດ (ມີ 6 ຄົນ) ໄດ້ໃຊ້ເວລາສຳຫຼວດຖ້ຳຢູ່ລາວ ທີ່ຍັງບໍ່ທັນເຄີຍມີການສຳຫຼວດມາກ່ອນ (ຫຼັງຈາກທີ່ໄດ້ຮັບຂໍ້ມູນຈາກຊາວບ້ານ) ໂດຍເລີ່ມສໍາຫຼວດຖໍ້າຢູ່ ເມືອງ ແມດ ແຂວງວຽງຈັນ ບາງຄົນອາດຮູ້ຈັກ ແລະ ເຄີຍໄປມາແລ້ວ ແຕ່ຖໍ້າແຫ່ງນີ້ ຍັງບໍ່ທັນເຄີຍມີນັກສຳຫຼວດກຸ່ມໃດ ເຂົ້າໄປສຳຫຼວດຢູ່ຂ້າງໃນມາກ່ອນ. ທີມງານສຳຫຼວດຕັ້ງຄ້າຍຢູ່ຈຸດນີ້ເປັນເວລາໜຶ່ງເດືອນ ຈົນຄົ້ນພົບວ່າ ຢູ່ໃນຖ້ຳ ມີຫີນຍ້ອຍ, ມີຄວາມມືດ ແລະ ໜາວຫຼາຍເມື່ອເຂົ້າໄປໃນຖໍ້າ ທີມສຳຫຼວດກ່າວວ່າ ຫີນຍ້ອຍນີ້ມີສີຂາວກວ່າບ່ອນອື່ນໆທີ່ເຄີຍພົບມາ ສະພາບອາກາດໃນຖ້ຳ ມີຄວາມສົດຫຼາຍ …
Read More »ຈະເປັນແນວໃດເມື່ອເດັກ USA ເຫັນປະເທດລາວຄັ້ງທຳອິດ???
ເປັນອີກມຸມໜ້າຮັກໆ ມຸມປະທັບໃຈ ທີ່ຢາກຈະມາເລົ່າຂ່າວສູ່ແຟນໆຟັງ ເປັນເລື່ອງລາວຂອງເດັກນັກຮຽນມັດທະຍົມປາຍຈາກ ສະຫະລັດອາເມລິກາ (USA) ທີ່ມີໂອກາດໄດ້ມາຢ້ຽມຢາມ ນະຄອນຫຼວງພະບາງ ປະເທດລາວ ເຊິ່ງພວກເຂົາໄດ້ໄປທີ່ວັດຊຽງທອງ ວັດເກົ່າແກ່ບູຮານ ເພື່ອຮຽນຮູ້ກ່ຽວກັບວັດທະນະທຳລາວ ນຳພາໂດຍບັນດາທູດວັດທະນະທຳໄວໜຸ່ມຈາກລາວຈຳນວນ 5 ນ້ອງຈາກ @Mylibrary ທີ່ແຂວງຫຼວງພະບາງ, ເຊິ່ງແຟນໆຮູ້ຫຼືບໍ່ວ່າເມື່ອນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ໄດ້ເຫັນພວກເຂົາຕ່າງກໍ່ພາກັນຕົກຕະລຶງກັບຄວາມສວຍສົດງົດງາມຂອງວັດວາອາຮາມ ບໍ່ຄິດວ່າຈະມີສະຖານທີ່ໃດໃນໂລກທີ່ສວຍງາມ ສົມແລ້ວທີ່ເປັນເມືອງມໍລະດົກໂລກ. ເຊິ່ງຕົວແທນນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ຍັງໄດ້ກ່າວວ່າ: “ຢູ່ນີ້ຮ້ອນໜ້ອຍໜຶ່ງ, ແຕ່ວ່າປະຊາຊົນລາວ ໃຈດີຫຼາຍ ແລະ ວັດວາອາຮາມກໍງາມອີ່ຫຼີ! ປະສົບການໃນ ສປປ ລາວຂອງຂ້າພະເຈົ້າຕອນນີ້ແມ່ນມ່ວນຫຼາຍ! ຂ້າພະເຈົ້າພ້ອມແລ້ວທີ່ຈະຮຽນຮູ້ຕື່ມອີກ!” (ຢ່າງໃດກໍ່ຍິນດີຕ້ອນຮັບ ນ້ອງໆນັກຮຽນຈາກ ສະຫະລັດອາເມລິກາ ທຸກໆຄົນ, ຂໍໃຫ້ທ່ອງທ່ຽວ ປະເທດລາວ ຢ່າງມ່ວນຊື່ນ ແລະ ມີຄວາມສຸກ) ທີ່ມາ: fb/U.S. Embassy Vientiane
Read More »ບໍ່ກ້າເອີ້ນປ້າ! ນີ້ຄືແມ່ຍິງໃນໄວ 55 ປີ ແທ້ໆຫວ໋າ??? (ສາວໆຍັງອາຍ ຫຸ່ນດີເວີ້ໆໆໆ)
ວ້າວໆໆໆ! ເປັນກະແສຮ້ອນແຮງໃນໂລກອອນລາຍ ເມື່ອມີຊາວເນັດແຊຣພາບຂອງແມ່ຍິງຈາກປະເທດເພື່ອນບ້ານ (ປະເທດໄທ) ທີ່ຂ້ອນຂ້າງມີອາຍຸ ແຕ່ປະເດັນກໍ່ຄື ແມ່ຍິງຄົນນີ້ຍັງງາມ ຍັງສາວ ແລະ ຍັງຫຸ່ນດີເວີ້ ຈົນສາວໆແບບເຮົາຍັງຕ້ອງອາຍ, ເຊິ່ງຫຼ້າສຸດ ຊະນີIndy ກໍ່ບໍ່ພາດທີ່ຈະມາອັບເດດຂໍ້ມູນຂອງແມ່ຍິງຄົນນີ້ໃຫ້ແຟນໆໄດ້ຮູ້ເຊັ່ນດຽວກັນ. ບອກກ່ອນວ່າເຫັນອາຍຸເພິ່ນແລ້ວບໍ່ກ້າເອີ້ນ ແມ່ ຫຼື ປ້າ ເພາະ ໂສພິດ ສຸນທອນທະນະສະຖິດ ຫຼືຊື່ຫຼິ້ນຂອງເພິ່ນກໍ່ຄື (ນ້ອງ) ອາຍຸໄດ້ 55 ປີແລ້ວ (ວ້າວວວວ) ແຕ່ຍັງມີເຄົ້າໂຄງຄວາມງາມແບບສາວໆເລີຍ ຍອມຮັບວ່າເພິ່ນເບິ່ງແຍງຕົວເອງດີອີ່ຫລີ ແລະ ເພິ່ນຍັງມີໄລ້ສະຕາຍການໃຊ້ຊີວິດ ມີທັດສະນະຄະຕິທີ່ດີ ຈົນກາຍເປັນໄອດໍ້ຂອງສາວໆຍຸກໃໝ່ຈຳນວນຫຼາຍ. ເບິ່ງໃຫ້ແຈ້ງໆໄປເລີຍ ນີ້ແຫຼະຄົນອາຍຸ 55 ປີ (ເຫັນຫຸ່ນເພິ່ນແລ້ວກົ້ມເບິ່ງພຸງຕົວເອງດ່ວນນນ 555) ຮູບພາບ: fb/Sopit Soonthorntanasatit
Read More »ກະແສມາແຮງເບຍລາວເປີດຕົວເບຍສາມລົດຊາດຕອບໂຈດສະຕ໋າຍການດື່ມຂອງແຕ່ລະຄົນ !
ການດື່ມເບຍເອີ້ນໄດ້ວ່າເປັນການພັກຜ່ອນສະໝອງຢ່າງໜຶ່ງ ແຕ່ລະຄົນເວລາດື່ມກະສິມີປະເພດທີ່ດື່ມໄດ້ຫຼາຍດື່ມໄດ້ໜ້ອຍຫຼືເອີ້ນວ່າຄໍແຂງຄໍໍອ່ອນກະວ່າກັນໄປແຕ່ຫຼ້າສຸດທາງເບຍລາວໄດ້ເຮັດເບຍສາມລົດຊາດອອກມາໃຫ້ກັບຄົນລາວໄດ້ທົດລອງລົດຊາດໃໝ່ເໝາະກັບທຸກແບບທຸກສະຕ໋າຍຂອງນັກດື່ມແຕ່ລະຄົນໃນນັ້ນຈະມີ: Beerlao White ລົດຊາດນຸ່ມນວນ – ມີສີຂາວຂຸ່ນອັນໂດດເດັ່ນ, ພ້ອມທັງມີກິ່ນຫອມຂອງເປືອກໜາກກ້ຽງໃຫ້ຄວາມສົດຊື່ນທີ່ເປັນເອກະລັກ. ຜ່ານຂະບວນການຜະລິດທີ່ພິຖີພິຖັນເຮັດໃຫ້ໄດ້ເບຍທີ່ມີລົດຊາດລະມຸນນຸ່ມນວນ. Beerlao Hoppy ລົດຊາດກົມກ່ອມ – ມີກີ່ນຫອມອ່ອນໆຂອງຄາຣາເມວ ແລະ ເປືອກໝາກນາວໃຫ້ລົດຊາດສົດຊື່ນ, ຜ່ານຂະບວນການຜະລິດທີ່ພິຖີພິຖັນເຮັດໃຫ້ ມອລ ແລະ ຮັອບປະສົມປະສານກັນຢ່າງລົງໂຕ ຈົນໄດ້ນ້ຳເບຍສີເຫຼືອງທອງ, Beerlao Amber ລົດຊາດເຂັ້ມຂຸ້ນ – ມີສີນໍ້າຕານແດງໃຫ້ລົດຊາດເຂັ້ມຂຸ້ນ, ມີກິ່ນຫອມຂອງຄາຣາເມວທີ່ໂດດເດັ່ນ. ຜ່ານຂະບວນການຜະລິດທີ່ພິຖີພິຖັນເຮັດໃຫ້ໄດ້ລົດຊາດທີ່ລົງໂຕ. ຖ້າຫາກວ່າເບຍທີ່ເຈົ້າໄຝ່ຝັນມາຕະຫຼອດຄືກັບສາມລົດຊາດເບຍທີ່ເບຍລາວໄດ້ຜະລິດອອກມາເຂົ້າໄປໂຫວດລົດຊາດທີ່ຖືກໃຈເຈົ້າໄວໆເພາະເບຍນັ້ນຈະໄດ້ຢູ່ຕໍ່ ໂຫວດໄດ້ທີ website: http://www.votebeerlao.la/ ໃຜທີ່ຍັງບໍ່ເຄີຍເຫັນໂຄສະນາເບຍໃໝ່ສາມາດຮັບຊົມໄດ້ແລ້ວທີ່ Link: https://www.youtube.com/watch?v=Hxwn-kQotdE ຢ່າລືມເດັດຂາດໄປ Vote ລົດຊາດເບຍທີ່ທ່ານມັກເພື່ອໃຫ້ເບຍລົດຊາດນັ້ນໄດ້ຢູ່ຕໍ່ http://www.votebeerlao.la/
Read More »