Breaking News

Home

ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຂອງສາວລາວຈາກແດນໃຕ້ ແພັດ ເພັດດາວອນ!

ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຈາກ ແພັດ ເພັດດາວອນ ຄຳມະນີວົງ ອາຍຸ 28 ປີ ສາວລາວຈາກປາກເຊທີ່ເປັນແຊ້ມຄົນທຳອິດຂອງຄົນລາວທີ່ໄປແຂ່ງຂັນໃນລາຍການ “ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານ, ເຊິ່ງປະຈຸບັນສາວ ແພັດ ປ້ອງກັນແຊ້ມໄດ້ເຖິງ 4 ສະໄໝແລ້ວ ຍ້ອນນໍ້າສຽງໃນການຮ້ອງເພງຂອງເພິ່ນບໍ່ທຳມະດາອີຫລີ ມີຄວາມມ່ວນ ເປັນຕາອອນຊອນ, ດັ່ງນັ້ນ ຂວັນໃຈ ເຮົາເລີຍຈັດໃຫ້ລວບລວມເອົາບົດເພງທີ່ສາວຄົນນີ້ໄດ້ຮ້ອງຢູ່ທີ່ລາຍການ “ສຶກວັນດວນເພງ” ມາຝາກແຟນໆ ມາຟັງກັນເລີຍ!!! ສິເທນ້ອງໃຫ້ບອກແດ່  ນໍ້າຕາຢົດຍັງກົດ like ຄົນຂອງວັນພຸ່ງນີ້ ຈີບແລ້ວບໍ່ຂໍ ໄມ່ຮ້ອງໃຫ້ໄມ່ໃຊ່ໄມ່ເຈັບ ຟັງກັນແລ້ວເປັນແນວໃດແດ່ ທັງມ່ວນ ທັງຊື້ງ ທັງອອນຊອນຄັກແມ່ນບໍ່? ການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ນາງນຳແດ່!!! ຄລິບຈາກ: one31 (ຂ່າວກ່ອນໜ້າທີ່ກ່ຽວຂ້ອງ) ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ” ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ …

Read More »

ດວງປະຈຳວັນ ສຸກ ປະຈໍາວັນທີ 23 ມີນາ 2018

ດວງປະຈຳວັນ ສຸກ ປະຈໍາວັນທີ 23 ມີນາ 2018 ວັນຈັນ ການເງິນ: ໂຊກດີມີໂຊກ ຈະໄດ້ເງິນເຂົ້າມາຈາກຄວາມສາມາດໃນການເຈລະຈາ ຕໍ່ລອງຂອງຕົນເອງທີ່ເປັນມືອາຊີບ ວຽກງານ: ໄລຍະນີ້ເຮັດຕາມໜ້າທີ່ໃຫ້ດີທີ່ສຸດກໍ່ພຽງພໍ ຜົນທີ່ຈະຕາມມາໃນການສ້າງຜົນງານທາງດ້ານທຸລະກິດກໍ່ຈະສົ່ງຜົນດີຕໍ່ຕົນເອງ ຄວາມຮັກ: ມີເລື່ອງວຸ້ນວາຍກັບການສ້າງຄວາມສໍາພັນດ້ານຄວາມຮັກທີ່ຍັງບໍ່ລົງຕົວ ເພາະມີຫຼາຍຢ່າງທີ່ຕ້ອງຟ້າວເຮັດໃຫ້ແລ້ວໂດຍໄວ ວັນອັງຄານ ການເງິນ: ຈ່າຍອອກໄປຫຼາຍກໍ່ຊອກເຂົ້າມາໄດ້ຫຼາຍ ໃນໄລຍະນີ້ດວງຊະຕາດີຂຶ້ນກວ່າແຕ່ກ່ອນຫຼາຍທາງດ້ານການເງິນ ມີຊັບ ມີຄວາມໂຊກດີ ວຽກງານ: ຈະເຮັດວຽກຮ່ວມກັບຫຸ້ນສ່ວນເປັນທີມ ຈະເຮັດໄດ້ຢ່າງມີປະສິດທິພາບ ແລະ ການເຮັດວຽກຢ່າງລະອຽດຮອບຄອບຈະເກີດຄວາມເປັນໂຊກດີກັບຕົນເອງ ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວໃນເລື່ອງຄວາມຮັກ ມີໂອກາດພັດທະນາຄວາມສໍາພັນດ້ານຄວາມຮັກທີ່ຈະເຂົ້າມາໃນໄລຍະນີ້ ວັນພຸດ ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ມີພາລະໃນເລື່ອງຂອງຄ່າໃຊ້ຈ່າຍທີ່ຈໍາເປັນ ຫຼີກຫຼ່ຽງບໍ່ໄດ້ ວຽກງານ: ມີໂອກາດໄດ້ຮັບໜ້າທີ່ໃໝ່ ການເລີ່ມຕົ້ນໃໝ່ ການພັດທະນາປ່ຽນແປງທາງດ້ານວຽກງານ ພົບຄວາມຈະເລີນຮຸ່ງເຮືອງດີຂຶ້ນຢ່າງເປັນໂຊກສໍາລັບຕົນເອງ ຄວາມຮັກ: ມີໂອກາດພົບໃຜບາງຄົນທີ່ຈະເຂົ້າມາໃນໄລຍະນີ້ ເປັນຄົນຜິວຂາວ ແຕ່ໃຫ້ເບິ່ງຄວາມຊັດເຈນໄປກ່ອນທີ່ຈະຕັດສິນໃຈ ວັນພະຫັດ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນໃນໄລຍະນີ້ …

Read More »

ເອົາໃຈສາຍເຮວຕີ້ ຫຼື ຄົນທີ່ກຳລັງຄວບຄຸມນໍ້າໜັກກັບເມນູ “ປີ້ງເອິກໄກ່ ເພື່ອສຸຂະພາບ”

ເອົາໃຈແຟນໆສາຍເຮວຕີ້ ຫຼື ຄົນທີ່ກຳລັງຄວບຄຸມນໍ້າໜັກ ໃນມື້ນີ້ເຮົາຈະມາແນະນຳວິທີປຸງແຕ່ງອາຫານເພື່ອສຸຂະພາບ ແບບງ່າຍໆ ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ຍັງຢູ່ກັບຮ້ານອາຫານແສງລາວ ທີ່ຈະມາເປີດເຜີຍສູດເມນູຍອດນິຍົມ ໃຫ້ແຟນໆຂວັນໃຈໄດ້ຮູ້ກັນ!! ເຊື່ອວ່າຕ້ອງເປັນເມນູຂອງຫຼາຍໆຄົນມັກກິນ ປີ້ງເອິກໄກ່ ເພື່ອສຸຂະພາບ   ແຄຣລໍລີ 150 . ປັດຈຸບັນ, Trend ເລື່ອງສຸຂະພາບກຳລັງມາແຮງ ລອງນຳເອົາ ວິທີ່ນີ້ ໄປລອງເຮັດເບິ່ງຢູ່ບ້ານຮັບຮອງວ່າ ຊິແຊບຄືມືອາຊີບ ຫຼື ຖ້າບໍ່ຢາກເຮັດເອງກໍສາມາດໄປລອງຊິມເມນູນີ້ ຫຼື ອີກຫຼາກຫຼາຍເມນູແຊບໆໄດ້ເລີຍເດີ້ທີ່ ຮ້ານ ອາຫານ ແສງລາວ. ປີ້ງເອິກໄກ່ ເພື່ອສຸຂະພາບ  (Healthy Grilled Chicken Breast) 150 Calories ສ່ວນປະກອບ: ເອິກໄກ່ ປະມານ 120 ກຼາມ (ຫຼື ຕາມຄວາມເໝາະສົມ), ຜັກສີຂຽວຕາມທ້ອງຕະຫຼາດແລ້ວແຕ່ຄົນມັກ ແຕ່ໃນຈານນີ້ ເຮົາຈະໃຊ້  ຜັກບ໋ອກໂຄລີ, ຫົວກາຣົດ, ໜໍ່ໄມ້ຝຣັ່ງ,  …

Read More »

ດວງປະຈຳວັນ ພະຫັດ ປະຈໍາວັນທີ 22 ມີນາ 2018

ດວງປະຈຳວັນ ພະຫັດ ປະຈໍາວັນທີ 22 ມີນາ 2018 ວັນຈັນ ການເງິນ: ຈ່າຍອອກໄປແຕ່ກໍ່ຊອກເຂົ້າມາໄດ້ ເປັນລັກສະນະແບບນີ້ສະລັບປັບປ່ຽນກັນໄປເພື່ອໝູນເງິນໃຫ້ຜ່ານພົ້ນໄປໃນໄລຍະນີ້ໃຫ້ໄດ້ ວຽກງານ: ໄລຍະນີ້ຈະລົງທຶນໃນເລື່ອງທຸລະກິດວຽກງານໃດໆ ເປັນການເພີ່ມທຸລະກິດທີ່ຕົນເອງຈະຕັດສິນໃຈລົງມືກະທໍາໄດ້ຢ່າງໄວວາ ຄວາມຮັກ: ເບິ່ງຄືຈະດີແຕ່ກໍ່ຍັງບໍ່ແມ່ນ ໃນໄລຍະນີ້ເລື່ອງຂອງຄວາມຮັກຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປ ແລະ ຍັງລັງເລບໍ່ກ້າຕັດສິນໃຈ ວັນອັງຄານ ການເງິນ: ເມື່ອຈ່າຍອອກໄປກໍ່ຈະຊອກເຂົ້າມາໄດ້ເພີ່ມຕຶ່ມ ເພີ່ມຂຶ້ນໃນໄລຍະນີ້ ເປັນລັກສະນະຂອງການໝູນເງິນໃຊ້ຈ່າຍເປັນຈໍານວນຫຼາຍນັ້ນເອງ ວຽກງານ: ມີເກນເດີນທາງຕິດຕໍ່ວຽກຄ້ອນຂ້າງຫຼາຍໃນໄລຍະນີ້ ແຕ່ກໍ່ຈະປະສົບຄວາມສໍາເລັດ ປະສົບຄວາມໂຊກດີຂຶ້ນມາໄດ້ ຄວາມຮັກ: ມີໂອກາດພົບຮັກແບບບໍ່ທັນຕັ້ງຕົວໃນໄລຍະນີ້ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈ ວັນພຸດ ການເງິນ: ມີຄວາມກັງວົນໃຈເມື່ອໃດກໍ່ສາມາດຊອກເງິນເຂົ້າມາທຸກເທື່ອຢ່າງເປັນໂຊກກັບຕົນເອງໃນໄລຍະນີ້ ວຽກງານ: ມີໂອກາດເດີນທາງຕິດຕໍ່ໃນເລື່ອງຂອງວຽກ ຫຼື ມີໂອກາດໄດ້ຮັບຕໍາແໜ່ງໃໝ່ ມີຂ່າວສານທີ່ດີໃນເລື່ອງຂອງວຽກ ຫຼືພົບຄົນຊ່ວຍເຫຼືອທີ່ດີໃນເລື່ອງຂອງວຽກ ຫຼືພົບຜູ້ຊ່ວຍເຫຼືອທີ່ດີ ແລະ ເກີດການເລີ່ມຕົ້ນຢ່າງເປັນໂຊກດີ ຄວາມຮັກ: ຍັງບໍ່ໄດ້ໃຫ້ຄວາມສໍາຄັນໃນເລື່ອງເຫຼົ່ານີ້ ເພາະມີໜ້າທີ່ຫຼາຍຢ່າງທີ່ຕ້ອງໄປເຮັດ ດ້ານຄວາມຮັກຈຶ່ງຍັງບໍ່ຕັດສິນໃຈໃດໆໃນໄລຍະນີ້ ວັນພະຫັດ ການເງິນ: ໂຊກດີມີໂຊກ …

Read More »

ຮືຮາ! ຝຣັ່ງຂັບລົດຈຳໂບ້ (ຝຣັ່ງຄົນນີ້ແມ່ນໃຜ?)

ເປັນທີ່ຮືຮາໃນໂລກອອນລາຍເມື່ອມີຮູບພາບຂອງ ຝຣັ່ງນຸ່ງເສື້ອສີດຳ ກຳລັງຂັບລົດຈຳໂບ້… ເຫັນແນວນີ້ຕ່ອມຄວາມສົງໃສ ຫຼື ເອີ້ນແບບງ່າຍໆວ່າຕ່ອມເຜືອກ (555) ຂອງ ຊະນີIndy ກໍເຮັດວຽກທັນທີ ເລີຍໄດ້ໄປສືບເອົາຂໍ້ມູນມາຝາກແຟນໆ ແລະ ໄດ້ຮູ້ມາວ່າ ຝຣັ່ງຄົນນີ້ມີຊື່ວ່າ Jeppe Bauer Carlsen ເປັນຄົນສັນຊາດ ເດັນມາກ ຫຼື ເອີ້ນງ່າຍໆວ່າ ອ້າຍ ເຈຟພີ້ ເຊິ່ງເພິ່ນເປັນຝຣັ່ງທີ່ອາໃສໃນປະເທດລາວເຮົາມາຫຼາຍປີ  ມີຄວາມຮັກ ແລະ ຜູກພັນກັບການດຳລົງຊີວິດ ຮີດຄອງປະເພນີຂອງລາວເຮົາ ແລະ ເພິ່ນຍັງເປັນຜູຸ້ດຳເນີນລາຍການ “ຝຣັ່ງພັນລາວ” ນັ້ນເອງ. ສຳລັບລາຍການ “ຝຣັ່ງພັນລາວ” ເປັນລາຍການນີ້ມີຄວາມພິເສດຫຼາຍ ເພາະມີຜູ້ດຳເນີນລາຍການເປັນຊາວຕ່າງຊາດທີ່ເວົ້າສຳນຽງພາສາລາວໄດ້ຢ່າງຈະແຈ້ງ ແລະ ມີເອກະລັກສະເພາະຕົວ ແລະ ນີ້ຖືເປັນປາກົດການໃໝ່ຂອງລາຍການລາວເຮົາ ທີ່ມີຝຣັ່ງເວົ້າລາວມາດຳເນີນລາຍການບອກເລີຍວ່າຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງ ແລະ ໜ້າຮັກຫຼາຍໆ, ຢ່າລືມຕິດຕາມລາຍການ  “ຝຣັ່ງພັນລາວ” ອົດໃຈລໍຖ້າເບິ່ງວິດີໂອເຕັມໆໄວໆນີ້ ຝຣັ່ງຄົນນີ້ຈະມາສ້າງຄວາມສຸກ ຄວາມມ່ວນຊື່ນໃຫ້ແຟນໆແນ່ນອນ. ຮູບພາບຈາກ: Falang ພັນລາວ  

Read More »