ມີແຟນໆຕິດຕາມໃຫ້ກຳລັງໃຈສາວ ແພັດ ເພັດດາວອນ ສາວລາວທີ່ໄປແຂ່ງຂັນເພງໃນລາຍການ”ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ, ຫຼ້າສຸດນາງກໍປ້ອງກັນແຊ້ມໄດ້ອີກແລ້ວເດີ້ລວມເປັນ 6 ສະໄໝ, ເຊິ່ງໃນຄໍ່າຄືນຂອງວັນທີ 26 ມີນາ 2018 ສາວ ແພັດ ກໍຂຶ້ນປ້ອງກັນແຊ້ມດ້ວຍບົດເພງ “ຂໍແຄ່ຮູ້ຂ່າວ” ກັບສາວງາມສຽງດີຈາກປະເທດເພື່ອນບ້ານ ແລະ ວິນາທີທີ່ໜ້າຕື່ນເຕັ້ນກໍມາຮອດ ເຊື່ອວ່າແຟນໆທາງບ້ານກໍລຸ້ນກັນຕິດຂອບໜ້າຈໍເລີຍແມ່ນບໍ່ ແລະ ຜົນທີ່ອອກມາກໍເປັນທີ່ໜ້າຍິນດີເພາະນາງສາມາດປ້ອງກັນແຊ້ມ ແລະ ຍັງບໍ່ທັນໄດ້ໃຊ້ຕົວຊ່ວຍອີກເດີ້ (ຊົມເຊີຍ) ຟັງກັນແລ້ວເປັນແນວໃດແດ່ ທັງມ່ວນ ທັງຊື້ງ ທັງອອນຊອນຄັກແມ່ນບໍ່? ການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ນາງນຳແດ່!!! ຄລິບຈາກ: one31 ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຂອງສາວລາວຈາກແດນໃຕ້ ແພັດ ເພັດດາວອນ! ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ” ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ …
Read More »Home
ດວງປະຈຳວັນ ອັງຄານ ປະຈໍາວັນທີ 27 ມີນາ 2018
ດວງປະຈຳວັນ ອັງຄານ ປະຈໍາວັນທີ 27 ມີນາ 2018 ວັນຈັນ ການເງິນ: ໂຊກດີມີໂຊກ ຈະໄດ້ເງິນຈາກຄວາມສາມາດ ຈາກຄວາມພະຍາຍາມ ແລະ ຄວາມອົດທົນຂອງຕົນເອງໃນການເຮັດທຸລະກິດວຽກງານຕ່າງໆ ວຽກງານ: ການຕິດຕໍ່ເຈລະຈາ ການລົງນາມເອກະສານສັນຍາຕ່າງໆ ປະສົບຄວາມສໍາເລັດໄດ້ດ້ວຍດີຢ່າງເປັນໂຊກ ໃນໄລຍະນີ້ ຄວາມຮັກ: ພິຈາລະນາກ່ຽວກັບເລື່ອງຄວາມຮັກ ມີໂອກາດໃນການສົນທະນາ ຫຼື ໄດ້ພົບຄົນຮັກກໍເປັນໄດ້ໃນໄລຍະນີ້ ວັນອັງຄານ ການເງິນ: ມີໂຊກຈະໄດ້ເງິນເຂົ້າມາ ເມື່ອມີຄວາມກັງວົນໃຈກໍ່ຈະສາມາດຊອກເຂົ້າມາໄດ້ທຸກເທື່ອ ມີຄາມໂຊກດີທາງດ້ານການເງິນ ວຽກງານ: ໄລຍະນີ້ທຸລະກິດດ້ານເບື້ອງຫຼັງຈະນໍາພາຄວາມສໍາເລັດມາສູ່ຕົນເອງ ແຕ່ພາບລວມກໍ່ຍັງມີອຸປະສັກແນ່ ຕ້ອງແກ້ໄຂບັນຫາສະເພາະໜ້າຕ່າງໆໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ: ຍັງຕ້ອງການເບິ່ງໆກັນໄປກ່ອນ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກ ແຕ່ມີໂອກາດສານຄວາມສໍາພັນກັບຄົນທີ່ເຄີຍຮູ້ຈັກກັນມາກ່ອນນີ້ແລ້ວ ວັນພຸດ ການເງິນ: ໄລຍະນີ້ການເດີນທາງມັກຈະເຮັດໃຫ້ມີໂຊກ ມີຊັບ ບໍລິວານຈະນໍາພາໂຊກ ຫຼື ຄວາມສຸກມາສູ່ຕົນເອງໄດ້ ວຽກງານ: ຕ້ອງກວດກາເອກະສານສັນຍາດ້ານວຽກໃຫ້ຖີ່ຖ້ວນ ດານວຽກ ຫຼື ທຸລະກິດໃດໆຍັງບໍ່ມີຄວາມປະສົບຜົນສໍາເລັດ ຄວນມີທີ່ປຶກສາທີ່ມີຄວາມຮູ້ເພື່ອເປັນທາງເລືອກໃນການຕັດສິນໃຈ ຄວາມຮັກ: …
Read More »ສ່ອງ! IG ເບວລ່າ ລານີ ຫຼື ແມ່ກາລະເກດ (ປ່າໂທະ! ອໍເຈົ້າຄືມາເຊັກຊີ່ແທ້ ກ້າມທ້ອງເປັນມັດໆ)
ສ່ອງ! IG ເບວລ່າ ລານີ ແຄມເປນ ດາລາສາວຊື່ດັງຈາກປະເທດເພື່ອນບ້ານ ຫຼື ແມ່ກາລະເກດ ຈາກລະຄອນເລື່ອງ ບຸບເພສັນນິວາດ, ເຊື່ອວ່າແຟນໆຊາວລາວເຮົາກໍຕິດລະຄອນເລື່ອງນີ້ກັນບໍ່ໜ້ອຍ, ເອົາລະບໍ່ເວົ້າຍາວ ມື້ນີ້ ຂວັນໃຈ ເຮົາເລີຍຈັດໃຫ້ ແຕ່ໆດຽວກ່ອນ ເພາະບໍ່ໄດ້ຈະພາມາທົວກອງລະຄອນເລື່ອງ ບຸບເພສັນນິວາດ ແຕ່ຢ່າງໃດເດີ້ (555) ແຕ່ຈະພາໄປສ່ອງໂປຟາຍຂອງສາວ ເບວລ່າ ທີ່ແບບວ່າໂອ້ຍຫຸ່ນຂອງນາງສຸດເຊັກຊີ່ເວີ້ ກ້າມທ້ອງເປັນມັດໆ… ໂອະ ໂອ້ຍ ອໍເຈົ້າຫຼິ້ນຫຸ່ນດີແບບນີ້ ອໍເຮົາພໍແຕ່ຢາກວາງຖົງເຂົ້າໜົມນົມເນຍ ແລ້ວແລ່ນເຂົ້າຟິດເນັດແບບດ່ວນໆກັນເລີຍເດີ້ (555) ຍອມໃຈໃນຄວາມຫຸ່ນດີຂອງສາວເບວລ່າແທ້ໆ!!! ໍ ຮູບພາບຈາກ: IG/bellacampen
Read More »ອະລັງເວີ້…ຕົວແມ່ມາເອງ! ສຸດມ່ວນ ໂຊພິເສດຈາກ ອາເລັກຊານດຼາ (ໜ້າກາກຊາກຸລະ)
ອະລັງເວີ້…ຕົວແມ່ມາເອງ! ແມ່ກໍຄືແມ່ ຈັດໜັກຈັດເຕັມກັບໂຊສຸດພິເສດຈາກ ອາເລັກຊານດຼາ ທິດາວັນ ບຸນຊ່ວຍ ທີ່ມາໂຊພະລັງສຽງສຸດມ່ວນໃນງານປະກວດ Miss Grand Laos 2018 ໃນວັນທີ 24 ມີນາ 2018 ທີ່ຜ່ານມາ, ເຊິ່ງສາວ ອາເລັກ ກໍມາໃນບົດເພງສາກົນ “Love me like you do” , “Flashlight” ແລະ ຍັງໄດ້ຮ່ວມຟີດເຈີຣິ່ງໃນເພງລາວເຮົາໃນບົດເພງ “ເຈົ້າໄດ້ບໍ່?” ກັບ ຕ້າ ເອແພັກ ອີກໜື່ງນັກຮ້ອງຊື່ດັງຂອງລາວເຮົາ, ເຊິ່ງແນ່ນອນເລີຍວ່າສາມາດເອີ້ນສຽງຕົບມືຈາກແຂກທີ່ຢູ່ໃນງານ ແລະ ຜູ້ຊົມທາງບ້ານໄດ້ເປັນຢ່າງດີ. Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ performs at Miss Grand Laos 2018 Pageant Alexandra Bounxouei – ອາເລັກຊານດຼາ …
Read More »ລຸ້ນໃຈຈົດໃຈຈໍ່! ຂໍສະແດງຄວາມຍິນດີກັບສາວງາມຜູ້ຄວ້າຕຳແໜ່ງ MISS GRAND LAOS 2018
ລຸ້ນໃຈຈົດໃຈຈໍ່! ພໍຮູ້ຜົນແລ້ວກໍຮູ້ສຶກໂລ່ງໃຈກັນເລີຍເນາະ ຂໍສະແດງຄວາມຍິນດີກັບ ນົບພະລັດ ສີໄກພັກ MG12 ຜູ້ຄວ້າຕຳແໜ່ງ MISS GRAND LAOS 2018 ໄປແບບສົດໆຮ້ອນໆ ເຊິ່ງການປະກວດໄດ້ຈັດຂຶ້ນໃນວັນທີ 24 ມີນາ 2018 ທີ່ຜ່ານມາ, ນົບພະລັດ ສີໄກພັກ ອາຍຸ 20 ປີ ລວງສູງ 173 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ສະຖາບັນການທະນາຄານ ປີ 2 ແລະ ໃນທ້າຍປີທີ່ຈະມາຮອດນີ້ MISS GRAND LAOS 2018 ກໍຈະໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ MISS GRAND 2018 ຢູ່ທີ່ປະເທດ ມຽນມ້າ ອີກດ້ວຍ. (ຂໍສະແດງຄວາມຍິນດີນຳຫຼາຍໆ) ຕຳແໜ່ງ ຮອງອັນດັບ 1 MISS GRAND LAOS 2018 ໄດ້ແກ່: MG7 ມາລິກາ ສຸກວົງສາ …
Read More »