ງາມຫຼາຍໆ! ເຫັນທຳອິດຄິດວ່າ ແມ່ຍິງລາວ ທີ່ແທ້ແມ່ນ ຈຸ໋ຍ ວະຣັດຕະຍາ ນິນຄູຫາ ນັກສະແດງສາວຊື່ດັງຫຼາກຫຼາຍຄວາມສາມາດຈາກປະເທດເພື່ອນບ້ານ ທີ່ເພິ່ນມີໂອກາດໄດ້ມາຢ້ຽມຢາມປະເທດລາວເຮົາຕັ້ງແຕ່ ວັນທີ 7 ມີນາ 2018 ທີ່ຜ່ານມາ ແລະ ໄດ້ມາລາວທັງທີດາລາສາວຄົນນີ້ກໍບໍ່ພາດທີ່ຈະແຕ່ງກາຍແບບແມ່ຍິງລາວ ນຸ່ງສິ້ນໄໝບ່ຽງແພ ແບບແມ່ຍິງລາວອີ່ຫລີ… ພ້ອມກັບເຊັກອິນຢູ່ທີ່ສະຖານທີ່ຈຸດແລນມາກຂອງ ປະເທດລາວເຮົາຫຼາຍຈຸດເຊັ່ນ: ພຣະທາດຫຼວງ, ປະຕູໄຊ ແລະ ຍັງໄດ້ໄປໄຫ້ວພະຂໍພອນຢູ່ທີ່ວັດສີເມືອງອີກດ້ວຍ. ນອກຈາກນັ້ນ ຈຸ໋ຍ ວະຣັດຕະຍາ ຍັງໄດ້ໂພສຮູບພາບລົງໃນອິນສະຕາແກຼມສ່ວນຕົວ ພ້ອມທັງຂຽນແຄັບຊັ່ນເປັນພາສາລາວວ່າ: “ມາຂໍພອນທີ່ວັດສີເມືອງ ໄດ້ເຈິຄົນລາວ ຫນ້າຮັກທຸກຄົນເລີຍ ຈະກັບມາຢາມອີກແນ່ນອນ” ເຮັດໃຫ້ມີແຟນໆຊາວລາວເຂົ້າໄປສະແດງຄວາມຄິດເຫັນ ແລະ ທັກທາຍ “ສະບາຍດີ” ກັນຢ່າງຫຼວງຫຼາຍ. (Like&Share) ແດ່ເດີ້ ເອື້ອຍ ຈຸ໋ຍ ງາມ ແລະ ໜ້າຮັກຫຼາຍໆ ? ຂໍຂອບໃຈຮູບພາບຈາກ: warattaya
Read More »Home
ນຸຖາ ກັບມາແລ້ວຫຼັງຈາກທີ່ຫ່າງຫາຍໄປດົນ ພ້ອມກັບລຸກທີ່ສົດໃສກວ່າເກົ່າ!!!
ຫຼັງຈາກທີ່ຫ່າງຫາຍກັນໄປໄລຍະໜຶ່ງ ຫຼ້າສຸດສາວ ນຸຖາ ລາດຊະວົງເລົາ ພິທີກອນຊື່ດັງ ເພິ່ນກໍໄດ້ Come back ອີກຄັ້ງ ແຖມກັບມາພ້ອມລຸກທີ່ສົດໃສຊາບຊ່າ ຕາມແບບສະບັບຂອງເພິ່ນ ແຖມຍັງໄດ້ຮັບການຕ້ອນຮັບຈາກເຫຼົ່າແຟນຄລັບຂອງນາງເປັນຢ່າງດີ ແລະ ເຕັມໄປດ້ວຍຄວາມອົບອຸ່ນ ສັງເກດໄດ້ຈາກທັງອິນສະຕາແກຼມ ແລະ ເຟສບຸກ ກໍຈະມີບັນດາ FC ຂອງສາວ ນຸຖາ ເຂົ້າໄປຄອມເມັ້ນໃຫ້ກຳລັງໃຈ. ນາງກັບມາແລ້ວວວວ!!! ຮູຸບພາບຈາກ: Pj Nutha
Read More »ໂອ້! ເລືອກບໍ່ຖືກງາມໆທັງນັ້ນ 20 ຜູ້ເຂົ້່າປະກວດ ນາງສາວນະຄອນຫຼວງວຽງຈັນ 2018 (Miss Vientiane)
ມາໆມາເບິ່ງ 20 ນ້ອງນາງສາວຜູ້ເຂົ້າປະກວດ ນາງສາວນະຄອນຫຼວງວຽງຈັນ 2018 (Miss Vientiane), ຫຼ້າສຸດທາງກອງປະກວດເພິ່ນກໍໄດ້ປ່ອຍຮູບພາບ ບັນດານ້ອງນາງສາວຜູ້ເຂົ້າປະກວດໃນຊຸດໄໝລາວ ຍິ່ງນ້ອງໆໄດ້ມາແຕ່ງອົງຊົງເຄື່ອງ ແຕ່ງກາຍແບບແມ່ຍິງລາວແລ້ວຍິ່ງງາມຂຶ້ນໄປອີກ ແບບເລືອກບໍ່ຖືກເລີຍແທ້ໆ… ລອງມາເບິ່ງຜຸ້ເຂົ້າປະກວດ ນາງສາວນະຄອນຫຼວງວຽງຈັນ 2018 ມັກໃຜເຊຍໃຜກໍຢ່າລືມຮ່ວມເຊຍ ຮ່ວມໂຫວດ ແລະ ກົດLike ກົດShare ໃຫ້ກຳລັງໃຈພວກນາງແດ່ເດີ້!!! MVT 01 : ນາງ ນິດ ພຸດທະສົງ MVT 02 ນາງ ສຸດາລັດ ສຸກຂະວະດີ MVT 03 ນາງ ສຸກສະຫວັນ ໂສພາວັນ MVT 04 ນາງ ຮອນດ້າ ຈັນດີ MVT 05 ນາງ ຈິງໃຈ ຈຸນລະມຸນຕີ MVT 06 ນາງ ພອນວິໄລ ວິພາກອນ …
Read More »ສ່ອງ! ວີນາ ສາວງາມອະດີດນາງສັງຂານຈາກແຂວງຫຼວງພະບາງ!!!
ມາໆມາ…ຈະພາແຟນໆທຸກທ່ານໄປສ່ອງໂປຟາຍຂອງສາວງາມ ໜ້າຮັກ ຜິວພັນດີໆ ຈາກແຂວງ ຫຼວງພະບາງ ວີນາ ບຸບຜາ ອະດີດນາງສັງຂານປີ 2008 ເປັນອີກໜຶ່ງສາວທີ່ຂຶ້ນຊື່ດ້ານຄວາມສາມາດ ເພາະເພິ່ນກໍຜ່ານວຽກດ້ານວົງການບັນເທີງບໍ່ໜ້ອຍ ບໍ່ວ່າຈະເປັນພີເຊັນເຕີ້, ນັກຮ້ອງ, ພິທີກອນ ແລະ ນາງເອກຮູບເງົາອີກດ້ວຍ. ວີນາ ບຸບຜາ ອາຍຸ 28 ປີ ເປັນຄົນຫຼວງພະບາງໂດຍກຳເນີດ ເລີ່ມເຂົ້າວົງການມາຕັ້ງແຕ່ປີ 2005 ເຊິ່ງນາງປະກວດໃນໂຄງການຊອກຫາສາວຜິວໃສ ແລະ ໄດ້ເປັນພີເຊັນເຕີ້ຂອງເຄື່ອງສຳອາງແບຼນດັງເຖິງ 3 ປີຊ້ອນ ຈາກນັ້ນກໍມີໂອກາດເຂົ້າປະກວດນາງສັງຂານຫຼວງພະບາງໃນປີ 2008 ເນື່ອງຈາກຄອບຄົວເປັນຜູ້ສະໜັບສະໜູນໃຫ້ປະກວດ ເພາະແມ່ ແລະ ນ້າສາວຂອງເພິ່ນກໍເປັນອະດີດນາງສັງຂານມາກ່ອນ (ໂອ້…ນາງສັງຂານໝົດຕະກູນເລີຍໄດ໋ນິ) ແລະ ອີກຢ່າງພໍ່ເຖົ້າຂອງສາວວີນາກໍເປັນຄົນທີ່ອອກແແບການແຕ່ງກາຍໃຫ້ກັບນາງສັງຂານຜູ້ທີ່ຊະນະເລີດທີ 1 ໃນແຕ່ລະປີຢູ່ແລ້ວເລີຍຢາກໃຫ້ຫຼານສາວປະກວດ ແລະ ໃນທີ່ສຸດກໍສາມາດເຮັດຕາມຄວາມປາຖະໜາຂອງຄອບຄົວໄດ້ສຳເລັດ ແລະ ໄດ້ເປັນນາງສັງຂານໃນປີ 2008, ຫຼັງຈາກນັ້ນມາກໍເຮັດໃຫ້ເລີ່ມມີຜູ້ຄົນຮູ້ຈັກ ແລະ ໃຫ້ຄວາມສົນໃຈ ມີວຽກໃນວົງການບັນເທີງເຂົ້າມາເລື້ອຍໆ ທັງເດີນແບບ ຖ່າຍແບບ …
Read More »ຝຣັ່ງຕະລຶງເມື່ອເຫັນເຫຼົ້າບອງຢາລາວ!!! (ມີຄລິບ)
ເປັນກະແສໃນໂລກໂຊຊ່ຽວເມື່ອເພສທ່ອງທ່ຽວຊື່ດັງທີ່ມີຄົນຕິດຕາມເປັນລ້ານໆ “Tastemade Travel” ໄດ້ເຜີຍແຜ່ຄລິບສາລະຄະດີທີ່ຖ່າຍທຳໃນປະເທດລາວ ເຊິ່ງໄດ້ເວົ້າເຖິງໝູ່ບ້ານທີ່ຜະລິດເຫຼົ້າຂາວລາວ ແລະ ເຫຼົ້າບອງຢາ ເຊິ່ງບອງດ້ວຍສັດຕ່າງໆບໍ່ວ່າຈະເປັນ ງູ, ແມງງອດ, ກັບແກ້ ແລະ ອື່ນໆ… ເຊິ່ງເຮັດໃຫ້ພວກເຂົາເຖິງຂັ້ນຕະລຶງ ອະເມຊິງໄປຕາມໆກັນ…!!! Whisky Village in Laos What kind of creepy crawlies would you like in your whiskey? You can try them all in Laos' Whisky Village! Tastemade Travelさんの投稿 2018年2月11日(日) ພໍແຕ່ປ່ອຍຄລິບດັ່ງກ່າວເຮັດໃຫ້ມີຊາວຕ່າງຊາດເກືອບທົ່ວໂລກ ເຂົ້າມາສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຈຳນວນຫຼວງຫຼາຍ!!! via: Tastemade Travel
Read More »