ງາມຫຼາຍ! ມາຊ່າ ດາລາດັງຂອງປະເທດເພື່ອນບ້ານ ຕິດໃຈການແຕ່ງກາຍແບບແມ່ຍິງລາວ ຈັດເຕັມ 3 ປີຊ້ອນ!!! ມາຊ່າ ວັດທະນະພານິດ ນັກຮ້ອງ-ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຫຼ້າສຸດມີໂອກາດເດີນທາງມາຮ່ວມເຮັດບຸນໃສ່ບາດກັບພໍ່ແມ່ພີ່ນ້ອງປະຊາຊົນລາວ ເນື່ອງໃນພິທີຕັກບາດພຣະ 1000 ອົງ ຢູ່ທີ່ເດີ່ນພຣະທາດຫຼວງວຽງຈັນ ໃນວັນທີ 10 ກຸມພາ 2018 ທີ່ຜ່ານມາ ແລະ ທີ່ສຳຄັນເພິ່ນກໍຍັງມີໂອກາດແຕ່ງກາຍແບບແມ່ຍິງລາວ ເຊິ່ງໃນປີນີ້ເພິ່ນມາໃນຊຸດສີເຫຼືອງທອງ…ເບິ່ງແລ້ວງາມຫຼາຍໆ. ສຳລັບ ມາຊ່າ ວັດທະນະພານິດ ໃນການເດີນທາງມາຮ່ວມເຮັດບຸນໃສ່ບາດທີ່ປະເທດລາວເຮົານີ້ ແມ່ນໄດ້ເດີນທາງມາ ແລະ ແຕ່ງກາຍແບບແມ່ຍິງລາວເຖິງ 3 ປີຊ້ອນ… ທີມງານເຮົາກໍບໍ່ພາດທີ່ຈະນຳເອົາຮູບພາບທີ່ ເອື້ອຍ ມາຊ່າ ເພິ່ນໄດ້ແຕ່ງກາຍແບບລາວໆມາຮ່ວມໃນພິທີໃສ່ບາດເຮັດບຸນມາຝາກແຟນໆ… ???❤️❤️❤️ณ #พระธาตุหลวง หรือ #พระเจดีย์โลกะจุฬามณี #เวียงจันทน์ A post shared by Marsha Vadhanapanich (@marshairis) on Feb …
Read More »Home
ປະຕິໂທ້! ນຶກວ່າແມ່ຄ້າມາແຕ່ໃສຄືງາມແບບນີ້ ທີ່ແທ້ແມ່ນ…???
ຊ່ວງທ້າຍອາທິດທີ່ຜ່ານມາແຟນໆຫຼາຍທ່ານໄດ້ໂພສຮູບພາບເຮັດບຸນໃສ່ບາດທີ່ເດີ່ນພຣະທາດຫຼວງ ເຊິ່ງເປັນການເຮັດບຸນໃຫ່ຍ ໃສ່ບາດເຮັດບຸນພຣະເຖິງ 1000 ກວ່າອົງ ແລະ ນອກຈາກນັ້ນກໍຍັງມີຄົນດັງຈາກວົງການບັນເທີງລາວ ທີ່ໄປຮ່ວມໃສ່ບາດ ແລະ ອອກບູດເພື່ອບໍລິການອາຫານທັງຄາວ ແລະ ຫວານໃຫ້ແກ່ຄົນທີ່ໄປຮ່ວມໃສ່ບາດໃນງານບຸນດັ່ງກ່າວ ບໍ່ວ່າຈະເປັນ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ, ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017, ເມ ວາລິສະລາ ຕັງສຸວັນ Miss Global Laos 2017, ປູເປ້ ເດິວ້າວລາວ ແລະ ນໍ້າເຜິ້ງ ສະຫວັດ Miss Modern Laos Contest 2017 ທີ່ບອກເລີຍວ່າພວກເຂົາງາມ ທັງກາຍ ແລະ ໃຈອີ່ຫລີ… ແນວໃດກໍຕາມແຟນໆກໍອົດບໍ່ໄດ້ທີ່ເວົ້າຢອກບັນດາຄົນດັງເຫຼົ່ານີ້ວ່າ “ແມ່ຄ້າຮ້ານນີ້ຈັ່ງແມ່ນງາມ ແລະ ໜ້າຮັກແທ້ນໍ້” ງານນີ້ບອກເລີຍເດີ້ວ່າ ອິ່ມບຸນ …
Read More »(ສາທຸ ສາທຸ) ຄົນບັນເທີງຈາກປະເທດເພື່ອນບ້ານ ຮ່ວມໃສ່ບາດເຮັດບຸນທີ່ພຣະທາດຫຼວງວຽງຈັນ
ໃນວັນເສົາ ວັນທີ 10 ກຸມພາ 2018 ທີ່ຜ່ານມາ ພໍ່ແມ່ພີ່ນ້ອງປະຊາຊົນລາວຖືໂອກາດດີໄດ້ຮ່ວມເຮັດບຸນໃສ່ບາດພຣະເຖິງຈຳນວນ 1000 ກວ່າອົງ ທີ່ ເດີນພຣະທາດຫຼວງວຽງຈັນ ແລະ ນອກຈາກນັ້ນ ຍັງບໍ່ມີພຽງແຕ່ຄົນລາວເຮົາເທົ່ານັ້ນ ແຕ່ຍັງມີຄົນດັງ ຄົນຂອງວົງການບັນເທີງຈາກປະເທດເພື່ອນບ້ານເຊັ່ນ ໂນດ ອຸດົມ ແຕ້ພານິດ ນັກດ່ຽວໄມໂຄໂຟນຊື່ດັງ, ມ່າຊ້າ ວັດທະນະພານິດ ນັກຮ້ອງ-ນັກສະແດງຊື່ດັງ ແລະ ບ້ວຍ ເຊດທະວຸດ ວັດສະຣະຄຸນ ພິທີກອນ-ນັກສະແດງຊື່ດັງ… ທີ່ພວກເພິ່ນກໍຖືໂອກາດເດີນທາງບິນລັດຟ້າມາເຮັດບຸນໃຫ່ຍຮ່ວມກັບພີ່ນ້ອງຊາວລາວ. ปีนี้เป็นคนกล่าวนำพี่น้องไทย, ลาวทุกท่านเป็นหมื่นๆคนกล่าวตามพร้อมกัน???ดีใจหลายๆเจ้า?????#ขอกุศสนี้แผ่ไปให้ไพศาลนะเจ้า A post shared by Marsha Vadhanapanich (@marshairis) on Feb 10, 2018 at 4:57pm PST #ຢ່າງໃດກໍຂໍຮ່ວມອະນຸໂມທະນາສາທຸນຳຫຼາຍໆເດີ້…ສາທຸ ສາທຸ เอามาให้ดูน้องบ๊วยมางานนี้ก็ช่วยส่งเสียง? ให้ดูขำๆจ้า ?? …
Read More »ສາວແທ້ຕ້ອງຍອມແພ້! ສ່ອງ 3 ສາວປະເພດສອງທີ່ງາມ… ເລີດ… ອໍລ້າຈັບ… ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້!!!
ໂອ່ຍຍຍຍ!!! ງາມແຮງ ແພງເດ້…ມາສ່ອງສາວປະເພດສອງຂອງລາວເຮົາທີ່ເອີ້ນໄດ້ວ່າມີຄວາມງາມ… ເລີດ… ອໍລ້າຈັບ… ແລະ ກຳລັງມາແຮງແຊງທາງໂຄ້ງ ຈົນແມ່ຍິງແທ້ໆຕ້ອງຫຼີກທາງໃຫ້ ແຖມຍັງໄປສ້າງຊື່ສຽງໃຫ້ປະເທດມາແລ້ວ (ເລີດໆໆໆ) ຕ້ອງຍອມຮັບໃນຄວາມງາມຂອງພວກນາງອີ່ຫລີ!!! (ບອກເດີ້ແມ່ຍິງແທ້ໆຕ້ອງຫຼົບ…ຫຼີກທາງໃຫ້ພວກນາງໄປກ່ອນສະເນາະ ງາມຫຼາຍໆ!!!) ຫຼິງຫຼິງ ປະຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຄົນນິບໍ່ຕ້ອງເວົ້າຫຍັງຫຼາຍຮູ້ໆກັນຢູ່ວ່ານາງງາມ ນາງເລີດ ມີຄວາມຫຼູຫຼາ ແລະ ຍັງເປັນແບບຢ່າງໃຫ້ນ້ອງໆສາວປະເພດສອງຂຶ້ນໃໝ່ອີກດ້ວຍ. ວັນໃໝ່ ທຳມະວົງ ສາວປະເພດສອງທີ່ມີຄວາມງາມ ລຸກຫວານ ໜ້າຮັກ ນິໃສດີໆ ກຳລັງມາແຮງເລີຍຄົນນິ… ເຈນລີ້ ຫຼອງສີ ສີນະຄອນ ສາວປະເພດສອງທີ່ງາມ ແລະ ກຳລັງມາແຮງອີກໜຶ່ງຄົນ ແລະ ຍັງເປັນຕົວແທນປະເທດລາວໄປປະກວດໃນເວທີ Miss International Queen 2018 ຕ້ອງຍອມຮັບວ່າພວກເຂົາງາມ ມີຄວາມສາມາດ ແລະ ພວກເຂົາກໍສາມາດພິສູດເຮັດໃຫ້ທົ່ວໂລກໄດ້ຮັບຮູ້ວ່າ ປະເທດລາວ ຂອງເຮົາກໍມີສາວປະເພດສອງທີ່ງາມ ແລະ ເກັ່ງບໍ່ແພ້ຊາດອື່ນໃນໂລກ. #ແຊຣໄປໃຫ້ໂລກຮູ້ ຮູບພາບ: Pitadar …
Read More »ຕຸກກີ້ ຊິງລ້ອຍ ຕະຫຼົກຊື່ດັງຈາກປະເທດເພື່ອນບ້ານ ໂພສອິນສະຕາແກຼມເຊັກອິນ @ປະເທດລາວ!!!
ກຣີດໆໆໆ… ຕຸກກີ້ ສຸດາລັດ ບຸດພົມ ຫຼື ທີ່ຮູ້ຈັກກັນດີໃນນາມ ຕຸກກີ້ ຊິງລ້ອຍຊິງລ້ານ ຕະຫຼົກຊື່ດັງຈາກເພື່ອນບ້ານ ຫຼ້າສຸດວັນທີ 9 ກຸມພາ 2018 ເຊັກອິນທີ່ປະເທດລາວ ແຖມບໍ່ໄດ້ມາແບບດ່ຽວໆ ເພາະເພິ່ນຍັງຄວງ ສາມີ ສຸດທີ່ຮັກມາພ້ອມ ແລະ ຍັງມີໂອກາດໄປຖ່າຍຮູບທີ່ ປະຕູໄຊ ນະຄອນຫຼວງວຽງຈັນ ພ້ອມທັງໂພສຮູບລົງໃນ ອິນສະຕາແກຼມ ເຮັດໃຫ້ມີແຟນຄລັບຊາວລາວເຂົ້າໄປກົດໄລ້ແບບລົວໆ. #ຢ່າງໃດແຟນຄລັບຊາວລາວກໍຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ເອື້ອຍຕຸກກີ້ ຮູບພາບ: tukky66
Read More »