ໂພສຜິດຊີວິດປ່ຽນ!!! ລວມ 10 ການສະແດງອອກໃນໂລກ Online ທີ່ບໍ່ເປັນຕາເຮັດທີ່ສຸດ!!! ສາວໆຈະໂພສຫຍັງແຕ່ລະເທື່ອ ກໍຕ້ອງຄິດໜ້າຄິດຫຼັງກ່ອນເດີ່ ບໍ່ດັ່ງນັ້ນຈະກາຍເປັນຄົນໂງ່ໂດຍບໍ່ຮູ້ຕົວ!!! ບົດຄວາມຕໍ່ໄປນີ້ຈະມາພ້ອມກັບສາລະ ແລະສິ່ງທີ່ຄວນຮູ້ໃນການສະແດງອອກຜ່ານ ໂລກ Online ແນ່ນອນວ່າສາວໆຍຸກໄຊເບີ່ຄືເຮົາ ຈະໃຫ້ຄວາມສໍາຄັນ ແລະໃຊ້ເວລາຢູ່ໃນໂລກອອນລາຍຄ້ອນຂ້າງຫຼາຍເລີຍແຫຼະ! ເນື່ອງຈາກວ່າມັນສະດວກ ໄວວາ ທັນຕໍ່ເຫດການ ແຕ່ສາວໆຮູ້ບໍ່ວ່າເຈົ້າສິ່ງນີ້ມັນສາມາດທໍາລາຍຊີວິດຂອງ ຫຼືເຮັດໃຫ້ສາວໆຖືກເບິ່ງບໍ່ດີໃນສາຍຕາຂອງຄົນອື່ນໄດ້ຖ້າບໍ່ລະວັງ! ດັ່ງນັ້ນ ສາວໆຈົ່ງຮີບມາ Check ໃຫ້ໄວວ່າຕົນເອງມີພຶດຕິກໍາຫຍັງແດ່? ທີ່ຈະເຮັດໃຫ້ສາວໆເບິ່ງເປັນຄົນສວຍໄສແຕ່ໄຮ້ສະໝອງ! ເລື່ອນນໍາມາເລີຍ!!! ເພີ້ເຖິງແຟນເກົ່າ ແລະພ້ອມທີ່ຈະເຜົາບ້ານແຟນໃໝ່ສະເໝີ ເຂົ້າໃຈວ່າເວລາ ອົກຮັກ ມັນຮູ້ສຶກບໍ່ດີຂະໜາດໃດ ແລະທາງອອກທີ່ດີຂອງເລື່ອງກໍຄືການລະບາຍ ແຕ່ແອັດຂໍເຕືອນສາວໆໄວ້ເລີຍວ່າ ໂລກ Online ມັນບໍ່ແມ່ນພື້ນທີ່ສ່ວນຕົວ ແຕ່ມັນເປັນພື້ນທີ່ສ່ວນລວມ ດັ່ງນັ້ນ ການທີ່ສາວຈະມາໂພສເພີ້ເຖິງແຟນເກົ່າ ມັນຈະເຮັດໃຫ້ຄຸນຄ່າຂອງສາວໆນັ້ນຫຼຸດລົງຢ່າງຂັ້ນສຸດ ສະແດງເຖິງການບໍ່ມີວຸດທິພາວະທາງດ້ານອາລົມ ບໍ່ຕ້ອງເວົ້າເຖິງການໂພສດ່າແຟນໃໝ່ເຂົານໍາເດີ່! ບອກເລີຍວ່າເປັນພຶດຕິກໍາທີ່ບໍ່ດີສຸດໆ ທາງທີ່ດີສາວໆຄວນອອກໄປໂອ້ລົມ ຫຼືລະບາຍກັບໝູ່ເພື່ອນຈະດີທີ່ສຸດຈ່າ ໃຫ້ຄົນທີ່ໄວ້ໃຈຄອຍຮັບຟັງບັນຫາຂອງເຮົາ ດີກວ່າເອົາໄປລະບາຍໃຫ້ພວກສອດຮູ້ສອດເຫັນຟັງ! Share ຮູບຕອນກໍາລັງຮ້ອງໄຫ້ຜ່ານໂລກ …
Read More »Home
ເປັນຫຍັງ? ປູ ໄປຍາ ຈຶ່ງກ້າວຂຶ້ນມາເປັນດາລາໄອດໍ້ຂອງໃຜຫຼາຍໆຄົນ (ມີຄຳຕອບ)
ປູ ໄປຍາ ລຸ້ນເບີຣກ ດາລາສາວຈາກປະເທດເພື່ອນບ້ານ ອາຍຸ 28 ປີ ລູກຊອດ ໄທ-ສະວີເດັນ ເລີ່ມກ້າວເຂົ້າວົງການບັນເທີງໂດຍໄດ້ຮັບບົດນາງເອກ ແລະ ຈະມີເອກະລັກເຊິ່ງເປັນຄົນທີ່ເວົ້າບໍ່ຂອດ ແລະ ຫຼາຍໆຄົນກໍຈະຈື່ລຸກຂອງນາງນັ້ນກໍຄືເປັນຄົນແຮງ ຄົນກົງໄປກົງມາ ໂດຍສະເພາະການໃຫ້ສຳພາດກັບນັກຂ່າວ ບອກເລີຍວ່າແຮງຊັດຈັດເຕັມ ລວມໄປເຖິງຂ່າວທັງດີ ແລະ ບໍ່ດີຕ່າງໆ ເຮັດໃຫ້ເກີດກະແສເອັນຕີ້ ປູ ໄປຍາ ຢູ່ໄລຍະໜຶ່ງ ຕໍ່ຈາກນັ້ນເຮັດໃຫ້ນາງເດີນທາງໄປຮຽນຕໍ່ທີ່ ປະເທດ ອັງກິດ ແຕ່ກໍຍັງມີໂອກາດບິນກັບມາຮັບງານໃນວົງການຢູ່ເປັນບາງເວລາ ຈຸດປ່ຽນທີ່ເຮັດໃຫ້ດາລາສາວຄົນນີ້ຕ້ອງຫັນກັບມາຄິດທົບທວນກັບຕົວນາງເອງຢ່າງຈິງຈັງ ເກີດຂຶ້ນຫຼັງຈາກທີ່ນາງກັບໄປເບິ່ງຄລິບສຳພາດກັບນັກຂ່າວໃນເລື່ອງຕ່າງໆໃນໄລຍະທີ່ຜ່ານມາ ຈົນເຮັດໃຫ້ຮູ້ສຶກບໍ່ດີ ແລະ ກັບມາຄິດວ່າເປັນຫຍັງຈຶ່ງຕອບຄຳຖາມກັບສື່ໄປແບບນັ້ນ ແລະ ຍັງບໍ່ພຽງແຕ່ເລື່ອງການສຳພາດເທົ່ານັ້ນ ສາວປູຍັງເບິ່ງເຫັນຂໍ້ບົກພ່ອງຂອງຕົວເອງກໍຄືການບໍ່ເບິ່ງແຍງຕົວເອງ ປ່ອຍໃຫ້ຕົວເອງຕຸ້ຍ ແລະ ຮ່າງກາຍຊຸດໂຊມຢ່າງໜັກ ເມື່ອຄິດໄດ້ແບບນັ້ນ ປູຈຶ່ງບໍ່ລໍຖ້າທີ່ຈະລຸກຂຶ້ນມາຈັດການກັບຊີວິດ ດ້ວຍການຫັນມາເບິ່ງແຍງສຸຂະພາບ ຮູບຮ່າງ ຈົນເປັນທີ່ຮືຮາເພາະນາງເຮັດໄດ້ ແຖມມີຊິກແພກງາມໆຢູ່ໜ້າທ້ອງຂອງນາງ ລວມໄປເຖິງການປ່ຽນແປງທັດສະນະຄະຕິ ຖິ້ມຄວາມຄິດດ້ານລົບອອກໄປ ເປັນປູຄົນໃໝ່ທີ່ມີທັດສະນະຄະຕິຕໍ່ໂລກທີ່ດີ (ຄິດບວກ) ທັງໝົດນີ້ເກີດຂຶ້ນຈາກໄວອາຍຸ …
Read More »ເຕືອນໄພ! ກຽມຮັບມືກັບສະພາບອາກາດໜາວເຢັນອີກຄັ້ງ ເລີ່ມວັນທີ 9-14 ມັງກອນ 2018 #ແຊຣບອກຕໍ່ໆກັນໄປ
“ເຕືອນໄພອາກາດໜາວ” ອີງຕາມການແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໃນວັນທີ 8 ມັງກອນ 2018 ວ່າ: ມວນອາກາດໜາວເຢັນຈາກ ສປ ຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະ ຕັ້ງແຕ່ວັນທີ 9 ຫາ 14 ມັງກອນ 2018 ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 3 ຫາ 5 ອົງສາ ຢູ່ແຂວງພາກເໜືອ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜຶອ, ແຂວງ ໄຊສົມບູນ, ເມືອງ ດາກຈຶງ ແັລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ. #ຢ່າລືມແຊຣບອກຕໍ່ໆກັນໄປ, ຢ່າລືມຮັກສາສຸຂະພາບແດ່ເດີ້ພໍ່ແມ່ພີ່ນ້ອງ!!!
Read More »ໝົດຍຸກເຊວຟີ່! 2018 ຄົນດັງແຫ່ໂພສຮູບແນວ “Plandids” ອາດໆ ບັງເອີນໆ ແບບບໍ່ໄດ້ຕັ້ງໃຈ ແຕ່ໄດ້ອາລົມສຸດໆ!!!
ສະໄໝນີ້ເວົ້າບໍ່ໄດ້ອີກຕໍ່ໄປວ່າການຖ່າຍຮູບເປັນເລື່ອງໄຮ້ສາລະ ເພາະບໍ່ວ່າຈະໄປທາງໃດ ໄປທ່ຽວ ໄປກິນເຂົ້າ ຫຼື ເຮັດກິດຈະກຳຕ່າງໆກໍຈະຕ້ອງໄດ້ຖ່າຍຮູບອັບໂຊຊ່ຽວ ອັບເດດຄວາມເຄື່ອນໄຫວໃນໂລກອອນລາຍ ໃຫ້ໝູ່ເພື່ອນຄົນຮູ້ຈັກໄດ້ເຫັນກັນເປັນວ່າຫຼິ້ນ, ກ່ອນໜ້ານີ້ໝູ່ເພື່ອນຫຼາຍຄົນຄົງຄຸ້ນເຄີຍກັນດີກັບຄຳວ່າ ເຊວຟີ່ (selfie) ທີ່ເປັນການຢື່ນແຂນອອກໄປກວ້າງໆແລ້ວຖ່າຍຮູບຕົວເອງ ຖືວ່າຮິດເຖິງຂັ້ນຮິດສຸດ ເຖິງຂັ້ນມີໄມ້ເຊວຟີ່ອອກມາວາງຂາຍ ແຕ່ຕໍ່ມາໂລກເຮົາກໍມີການພັດທະນາໝູນວຽນປ່ຽນໄປເລື້ອຍໆ ເທຼນການຖ່າຍຮູບກໍເຊັ່ນດຽວກັນປີ 2018 ແລ້ວ ໄດ້ເລີ່ມປ່ຽນໄປຕອນນີ້ບັນດາຄົນທົ່ວໂລກລວມທັງຄົນດັງໃນບ້ານເຮົາກໍບໍ່ພາດທີ່ຈະຖ່າຍຮູບແນວ “Plandids” ຫຼື ຈະເວົ້າງ່າຍໆວ່າເປັນການຖ່າຍຮູບແນວບັງເອີນ ແບບບໍ່ໄດ້ຕັ້ງໃຈ ມີຄວາມ Art ແຕ່ເບິ່ງແລ້ວມີຄວາມເປັນທຳມະຊາດ ແລະ ເຂົ້າເຖິງອາລົມຂອງຮູບພາບສຸດໆ ມາໆ…ມາ ລອງມາເບິ່ງຕົວຢ່າງການຖ່າຍຮູບພາບຂອງເຫຼົ່າຄົນບັນເທີງບ້ານເຮົາບໍ່ວ່າຈະເປັນ ຫຼິງຫຼິງ ປິຍະດາ ອິນທະວົງ, ຈີ່ຈີ່ ພອຍໄພລິນ ສີວິໄລ, ບາບີ້ ປິຍະມາດ, ແກ້ວຕາ ພອນປະເສີດ, ຕ໋ອດ ລີນ່າ ແລະ ອີກຫຼາຍໆຄົນທີ່ພວກເຂົາຖ່າຍຮູບແນວ ແພຣນດິດ ໄດ້ອອກມາງາມ ແລະ ມີສະຕາຍຫຼາຍໆ ເພື່ອໃຫ້ແຟນໆໄດ້ເບິ່ງ ແລະ ເກັບໄປເປັນໄອເດຍຖ່າຍຮູບ ເພື່ອເວລາອັບຮູບພາບລົງໃນໂລກອອນລາຍຈະໄດ້ບໍ່ຕົກເທຼນ …
Read More »ມາຮູ້ຈັກ! ກຸ້ງ ເປນີ ສາວໜ້າຫວານ ມີສະເໜ່ ຍິ້ມຊວນຝັນ!!!
ມາຮູ້ຈັກ! ເປນີ ລາດພູມີ (ກຸ້ງ) ສາວໜ້າຫວານ ມີສະເໜ່ ຍິ້ມຊວນຝັນຂວັນໃຈຫຼາຍໆຄົນ ນາງແບບໜ້າໃໝ່ ເຊິ່ງສາວ ກຸ້ງ ຄົນນີ້ກໍເອີ້ນໄດ້ວ່າມີຄົນຕິດຕາມທາງເຟສບຸກບໍ່ແມ່ນໜ້ອຍ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ ບໍ່ເວົ້າໃຫ້ຍືດຍາວລອງມາຮູ້ຈັກກັບສາວ ກຸ້ງ ເປນີ ຄົນນີ້ລອງເບິ່ງຮັບຮອງ ຕ້ອງຕົກຫຼຸມຮັກນາງແນ່ນອນ!!! ສະບາຍດີ ຊ່ວຍແນະນຳຕົວເອງໃຫ້ແຟນໆ ຂວັນໃຈ ຮູ້ຈັກແດ່? ສະບາຍດີຊື່ ເປນີ ລາດພູມີ (ກຸ້ງ) ອາຍຸ 27 ປີ ເດີ້ ຮຽນຈົບແພດຈາກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ສາຂາທັນຕະແພດ ນິດໃສສ່ວນຕົວຂອງ ກຸ້ງ ເປັນແນວໃດ? ກຸ້ງຈະເປັນຄົນທີ່ມັກຍິ້ມ ຫຼັກໆເລີຍ ປະມານວ່າມັກຫົວມັກຍິ້ມ ເປັນຄົນອາລົມດີ ແຕ່ກໍເປັນຄົນຄຽດງ່າຍໜ້ອຍໜຶ່ງ ແລະ ເຊົາໄວ ແຕ່ກໍບໍ່ມີຫຍັງດອກຕາມແບບນິດໃສແມ່ຍິງທົ່ວໄປ (ຫົວ) ຄິດວ່າຈຸດເດັ່ນ ແລະ ພອນສະຫວັນຂອງຕົວເອງແມ່ນຫຍັງ? ຈຸດອ່ອນເດມີບໍ່? ຈຸດເດັ່ນໃນຕົວກຸ້ງຫວາ …
Read More »