ສາວຫຼວງພະບາງຊ່າງມາງາມແທ້ໆໂອະ! ຕານ້ອຍ ພອນສຸດາ ສີສົມບັດ ນາງແບບໜ້າໃໝ່ ອາຍຸ 22 ປີ ສາວງາມໜ້າຫວານ ຄີງບາງຮ່າງນ້ອຍ ຈາກເມືອງມໍລະດົກໂລກ ສາວທີ່ຖືກຕັ້ງສາຍາຈາກຄົນໃນວົງການວ່າມີໜ້າຕາຄ້າຍຄືກັບດາລາດັງຫຼາຍປະເທດ ເບິ່ງມຸມໜຶ່ງດັນໄປຄ້າຍຄືກັບ ໃໝ່ ດາວິກາ ໂຮ່ເນ່ (ດາລາດັງປະເທດໄທ) ແລະ ເບິ່ງອີກມຸມໜຶ່ງຄືກັບ ຟ່ານປິງປິງ (ດາລາດັງປະເທດຈີນ) ສຳລັບ ຕານ້ອຍ ພອນສຸດາ ສີສົມບັດ ຜ່ານມາແມ່ນມີຜົນງານ ປະກວດ Miss Laos 2012, ຖ່າຍແບບວາລະສານດັງ, ເດີນແບບ, ພີເຊັນເຕີ້ ແລະ ປັດຈຸບັນ ສາວ ຕານ້ອຍ ກໍກຳລັງມີຜົນງານກັບ ວາລະສານ ຂວັນໃຈ , ຢ່າລືມຕິດຕາມເປັນກຳລັງໃຈໃຫ້ສາວຄົນນີ້ໄດ້ຜ່ານ ວາລະສານ ຂວັນໃຈ ເຮົານຳແດ່ເດີ້!!! ສາມາດຕິດຕາມສາວຄົນນີ້ໄດ້ທີ່: Phonesuda Sisombath
Read More »Home
Who care?? 10 ເລື່ອງທີ່ ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍ! ງາມໆໂສດໆ No ສົນ No Care!!!
Who care?? 10 ເລື່ອງທີ່ ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍ! ມາເບິ່ງກັນວ່າມີເລື່ອງຫຍັງແດ່ ທີ່ຄົນມັກຢູ່ຄົນດຽວບໍ່ເຄີຍຄິດຫຼາຍກັບມັນເລີຍ! ງາມໆໂສດໆ No ສົນ No Care! She ຈ໋າ ນີ້ມັນປີ 2018 ແລ້ວໃດ໋! ຢ່າຄິດວ່າຊີວິດນີ້ຈະຕ້ອງເພິ່ງພາຄົນອື່ນຕະຫຼອດເວລາ ແລະ ຢ່າຄິດວ່າການຢູ່ຄົນດຽວເປັນເລື່ອງເປັນຕາຢ້ານ ເພາະການຢູ່ຄົນດຽວຈະເຮັດໃຫ້ເຮົາໄດ້ສຶກສາໃຫ້ຮູ້ຄວາມຕ້ອງການ ໄດ້ເຮັດໃນສິ່ງທີ່ຕົນເອງມັກຢ່າງເຕັມທີ່ ແລະ ໄດ້ໃຊ້ເວລາເພື່ອພັດທະນາຕົວເອງ! ສໍາລັບໃຜທີ່ບໍ່ມັກຢູ່ຄົນດຽວ ຄວນເຝິກໄວ້ເດີ່ ແລ້ວຈະຮູ້ວ່າ ຄວາມສຸກທີ່ແທ້ຈິງນັ້ນເປັນແນວໃດ? ອ່າວ! ຖ້າຍັງບໍ່ເຊື່ອກໍລອງມາອ່ານ 10 ເລື່ອງ ທີ່ຄົນມັກຢູ່ຄົນດຽວທີ່ເຮັດໃຫ້ເຂົາບໍ່ຄິດຫຼາຍ!!! ໄປອ່ານເບິ່ງ! ບໍ່ຕ້ອງກັງວົນວ່າຈະເປັນແນວໃດໃນສາຍຕາຄົນອື່ນ: ນະຈຸດນີ້ ນາງໆຈະບໍ່ສົນວ່າໃຜຈະເບິ່ງແນວໃດ ຈະຖືກວິພາກວິຈານແນວໃດກ່ຽວກັບຮູບລັກສະນະ ຫຼືການກະທໍາ ຂອງຕົວເອງ ແຕ່ຟ້າວກ່ອນ! ອັນນີ້ບໍ່ໄດ້ໝາຍຄວາມວ່າຈະຕ້ອງຫຼຸດໂລກ ບໍ່ມີກາລະເທສະເລີຍເດີ່… ແຕ່ພວກນາງຈະເຮັດໃນສິ່ງທີ່ມັກຢ່າງເຕັມທີ່ໂດຍບໍ່ສົນໃຈຄໍາວິພາກວິຈານໃນແງ່ລົບມາຄິດ ນັ້ນເອງ. ບໍ່ຈໍາເປັນຕ້ອງເປັນທີ່ຍອມຮັບໃນສັງຄົມ: ພວກນາງບໍ່ຈະບໍ່ຈໍາເປັນຕ້ອງປ່ຽນແປງຕົວເອງ ຫຼືຊຸກຍູ້ຕົວເອງເພື່ອໃຫ້ເປັນທີ່ຍອມຮັບໃນສັງຄົມ ເນື່ອງຈາກພວກນາງມີຄວາມເປັນຕົວຂອງຕົວເອງສູງຄື ເຮັດຫຍັງແລ້ວມີຄວາມສຸກກໍຈະຢູ່ກັບສິ່ງນັ້ນ …
Read More »Eighteen Again with “Eighteen Collagen” ພາທ່ານຍ້ອນມາເປັນເດັກ 18 ອີກຄັ້ງ…
Eighteen Again with “Eighteen Collagen” ພາທ່ານຍ້ອນມາເປັນເດັກ 18 ອີກຄັ້ງ ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ທັນວາ ສະບັບສົ່ງທ້າຍປິເກົ່າ 2017 ຕ້ອນຮັບປີໃໝ່ 2018 ເດືອນຂອງປີໃໝ່ລາວເຮົານີ້ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Colum) ທີ່ອັດແໜ້ນມາພ້ອມກັບສາລະໜ້າຮູ້ດີໆ ແລະຄວາມພິເສດຕ່າງໆໃນເດືອນແຫ່ງຄວາມພິເສດນີ້ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ 4 ໜຸ່ມ ແລະ 2 ສາວ ຈາກ talent Agency by A-list talent Agency ນໍາທີມໂດຍ ອາເລັກສັນ ສິດທິໂສ ນັກຮ້ອງ, ດີເຈ, ພິທີກອນ …
Read More »(ເອົາຜົວຜິດຄິດຮອດມື້ປະກໍພໍ) ເປີດເຜີຍຊີວິດຈິງຂອງ Poupée ແມ່ລ້ຽງດ່ຽວສາຍ Barista!!!
ຫຼັງຈາກທີ່ສະເໜີເລື່ອງລາວຊີວິດຈິງຂອງແມ່ລ້ຽງດ່ຽວສຸດແນວ ຕຸ່ງຕິ່ງ ແສງສະຖຽນ ແລະລູກຊາຍ ເຄເຄ ເປັນແມ່ລ້ຽງດ່ຽວສາຍ Art ເຮັດໃຫ້ມີແຟນໆໃຫ້ຄວາມສົນໃຈ ແລະ ຕິດຕາມເລື່ອງລາວຂອງ “Single Mom Stories” ເປັນຈຳນວນຫຼວງຫຼາຍ, ດັ່ງນັ້ນຕາມສັນຍາໃນມື້ນີ້ ຂວັນໃຈ ເຮົາກໍໄດ້ນຳເລື່ອງລາວຂອງແມ່ລ້ຽງດ່ຽວອີກໜຶ່ງທ່ານມາໃຫ້ທຸກໆຄົນໄດ້ເບິ່ງ ໄດ້ອ່ານເພື່ອເປັນກຳລັງໃຈ ໃຜທີ່ກຳລັງພົບເຈິບັນຫາ ທາງຕັນ ຄິດຫຍັງບໍ່ອອກ ມາໆ… ລອງມາອ່ານບົດຄວາມນີ້ແລ້ວຈະໄດ້ຮູ້ວ່າບໍ່ມີແຕ່ເຈົ້າຄົນດຽວທີ່ກຳລັງພົບເຈິບັນຫາຢູ່ ເຮົາຂໍສະເໜີເລື່ອງລາວຂອງ Barista ສາວ ເຈົ້າຂອງຮ້ານ Begonia Café ນາງຊື່ວ່າ ປູເປ້ ສຸພຣະພອນ ແມ່ຂອງ ນ້ອງ ວິວຽນ (Vivienne) ອາຍຸ 7 ປີ, Barista ສາວ ເຈົ້າຂອງຮ້ານ Begonia Café ທີ່ແຊບສຸດໆ ທັງກາເຟ ແລະເຄັກ ບໍ່ເຊື່ອຕ້ອງໄປລອງເອງເດີ້. ການຢ່າຮ້າງບໍ່ແມ່ນເລື່ອງໃໝ່ໃນສັງຄົມລາວ ແມ່ນຢູ່ວ່າສັງຄົມເຮົາມັກຈະໃຫ້ຄຸນຄ່າກັບສະຖາບັນຄອບຄົວ ວ່າຍິ່ງໃຫຍ່ກວ່າສິ່ງອື່ນໃດ …
Read More »ຈັນປະສິດ ຄົນລາວຜູ້ສ້າງປະຫວັດສາດໃຫ້ກັບວົງການ ກ໊ອຟ ດ້ວຍການຄວ້າແຊັມ ກ໊ອຟ FLC Group ທີ່ປະເທດຫວຽດນາມ!!!
ຈັນປະສິດ ຄົນລາວສ້າງປະຫວັດສາດໃຫ້ກັບວົງການກ໊ອຟ ຄວ້າແຊັມ ກ໊ອຟ FLC Group ທີ່ປະເທດຫວຽດນາມ!!! ເລື່ອງທີ່ຢາກຈະນໍາສະເໜີໃນມື້ນີ້ ກໍເປັນເລື່ອງດີໆທີ່ອາດຈະເຮັດໃຫ້ແຟນໆຂວັນໃຈ ແລະຄົນລາວທຸກຄົນໄດ້ພາກພູມໃຈໃນຄວາມເປັນລາວເພີ່ມຍິ່ງຂຶ້ນ ເພາະວ່າສິ່ງທີ່ຈະນໍາສະເໜີຕໍ່ໄປນີ້ເປັນອີກສິ່ງໜຶ່ງທີ່ກາລັນຕີຢັ້ງຢືນໄດ້ວ່າ ຄົນລາວເຮົາເກັ່ງບໍ່ໄດ້ດ້ອຍກວ່າປະເທດໃດເລີຍ!!! ເອົາເທາະຕອນນີ້ເຮົາໄປເຂົ້າເລື່ອງກັນເລີຍດີກວ່າ!!! ວົງການວິລາບ້ານເຮົານັບມື້ນັບກວ້າງອອກ ແລະຖືກຍອມຮັບຈາກສາກົນຫຼາຍຂຶ້ນ ແລະເມື່ອບໍ່ດົນມານີ້ລາວເຮົາໄດ້ສົ່ງນັກກິລາ ນັ້ນກໍຄື ທ້າວ ຈັນປະສິດ ອຸນາພົມ ນັກກ໊ອຟທີມຊາດລາວ ທີ່ເປັນຕົວແທນໃຫ້ກັບຄົນທັງປະເທດເຂົ້າຮ່ວມແຂ່ງຂັນ ກ໊ອຟ ຄັ້ງທີ 7 ຢູ່ທີ່ສະໜາມ Som son Golf & Resort ປະເທດ ສສ ຫວຽດນາມ ລະຫວ່າງວັນທີ 1-3 ມັງກອນ 2018 ທີ່ຜ່ານມາ ເຊິ່ງຜົນການແຂ່ງຂັນປາກົດວ່າ ຈັນທະພອນ ນັກກິລາທີມຊາດລາວເຮົາ ສາມາດສ້າງຊື່ສຽງໃຫ້ກັບປະເທດໄດ້ດ້ວຍການ ຄວ້າແຊັມກ໊ອຟໃນລາຍການ FLC Group ໄດ້ ຈາກນັກກິລາທີ່ເຂົ້າຮ່ວມທັງໝົດ 1.500 ຄົນ …
Read More »