Breaking News

Home

ເປີດເຜີຍຊີວິດຈິງຂອງແມ່ລ້ຽງດ່ຽວສຸດແນວ ນັກອອກແບບຕົບແຕ່ງພາຍໃນ Single Mom ສາຍ Art

“ສິ່ງທີ່ເຮັດໃຫ້ຂ້າມຜ່ານບັນຫາມາໄດ້ ກໍຄືຢ່າຄິດລົບ ຢ່າຄິດກັບໄປກັບມາ ເພາະການໃຊ້ທັດສະນະຄະຕິໃນແງ່ລົບຫຼາຍເກີນໄປ ຈະເຮັດໃຫ້ເຮົາເປັນທຸກ” ໃຜທີ່ກຳລັງພົບເຈິບັນຫາ ທາງຕັນ ຄິດຫຍັງບໍ່ອອກ ມາໆ… ລອງມາອ່ານບົດຄວາມນີ້ແລ້ວຈະໄດ້ຮູ້ວ່າບໍ່ມີແຕ່ຄົນດຽວທີ່ກຳລັງພົບເຈິບັນຫາຢູ່ ເຮົາຂໍສະເໜີເລື່ອງລາວຂອງ ນັກອອກແບບຕົບແຕ່ງພາຍໃນສາວ (Interior) ຫຼື Single Mom ສາຍ Art ຂອງເຮົາ ນາງຊື່ວ່າ ຕຸ່ງຕິ່ງ ແສງສະຖຽນ ແລະລູກຊາຍ ເຄເຄ ອາຍຸ 2 ປີ ທີ່ເລືອກຫັນຫຼັງໃຫ້ບັນຫາຄອບຄົວ ດ້ວຍການຢ່າຮ້າງ ເພາະນາງຄິດວ່າຊີວິດເຮົາຄູ່ຄວນຢູ່ກັບສິ່ງທີ່ດີໆ ແລະເຮັດໃຫ້ເຮົາສົດຊື່ນ ສະນັ້ນ ເມື່ອຄົນສອງຄົນຢູ່ນຳກັນແລ້ວບໍ່ເຂົ້າໃຈກັນ ທຳຮ້າຍຈິດໃຈກັນ ເຮົາກໍຄວນແຍກທາງກັນ ເພື່ອຄວາມສະບາຍໃຈ ແຕ່ກໍຍັງຮ່ວມກັນປະຕິບັດໜ້າທີ່ພໍ່ແມ່ທີ່ດີຂອງລູກ ເຮັດໃຫ້ລູກມີຄວາມສຸກໄດ້ ສະຕິຕ້ອງມາ ປັນຍາຈຶ່ງເກີດ  ແມ່ຍິງເຮົາເມື່ອພົບກັບມໍລະສຸມຊີວິດ ທີ່ຊັດເຂົ້າມາພ້ອມກັນທຸກທິດທາງ ໃນຈຸດນັ້ນ ແນ່ນອນວ່າຄວາມທໍ້ຖອຍ ທຸກໃຈ ໂສກເສົ້າ ມັນຕ້ອງມາເປັນ Package ຕຸ່ງຕິ່ງ ກໍເຊັ່ນກັນໃນສະຖານະການທີ່ບັນຫາເຂົ້າມາພ້ອມໆກັນ …

Read More »

ຮູ້ສຶກອືດ ຮູ້ສຶກຄ້ານແມ່ນບໍ່? (ແຊຣກັບໄວ້ເລີຍ) ວິທີປຸກໂຕເອງໃຫ້ລຸກມາອອກກຳລັງກາຍແບບໄດ້ຜົນແທ້!!!

ຮູ້ຫຼືບໍ່ວ່າການຕື່ນຂຶ້ນມາອອກກຳລັງກາຍໃນຍາມເຊົ້າມີປະໂຫຍດຢ່າງຫຼວງຫຼາຍ ນອກຈາກຈະຊ່ວຍໃນເລື່ອງສຸຂະພາບທີ່ແຂງແຮງແລ້ວ ມັນຍັງຊ່ວຍໃຫ້ຈະເລີນອາຫານ, ດັ່ງນັ້ນຖ້າກຳລັງຫາວິທີໃຫ້ຕົນເອງລຸກຂື້ນມາອອກກຳລັງກາຍໃນຕອນເຊົ້າ ມື້ນີ້ທາງ Kuanjai Magazine ເຮົາຈຶ່ງຊອກເອົາເຄັດລັບດີໆມາຝາກທຸກຄົນດັ່ງຕໍ່ໄປນີ້: ຈັດກຽມເສື້ອຜ້າອອກກຳລັງກາຍໄວ້: ເພື່ອຕື່ນມາຈະບໍ່ໄດ້ເສີຍເວລາ ຢ່ານອນເດິກ: ເພາະຈະເຮັດໃຫ້ຮູ້ສຶກບໍ່ມີແຮງ ທາງທີ່ດີຄວນປັບປ່ຽນພຶດຕິກໍາການນອນ ພະຍາຍາມນອນໃຫ້ຄົບ 8 ຊົ່ວໂມງ ຕັ້ງເປົ້າໝາຍ: ເພື່ອເປັນການສ້າງແຮງຈູງໃຈໃຫ້ກັບໂຕເອງໃນການລຸກມາອອກກຳລັງກາຍແຕ່ເຊົ້າ ແນະນຳໃຫ້ຂຽນເປົ້າໝາຍໄວ້ເຊັ່ນ: ເພື່ອສຸຂະພາບທີ່ແຂງແຮງປາສະຈາກພະຍາດມາບຽດບຽນ ຫຼື ຫຼຸດຄວາມຕຸ້ຍ ຫຼື ເພື່ອຄວາມຝັນທີ່ຢາກມີຮູບຮ່າງທີ່ງາມ ໃສ່ເສື້ອຜ້າກໍດູດີ ຕັ້ງເປົ້າເລີຍແລ້ວເຮັດໃຫ້ໄດ້ ໂມງປຸກ: ແນະນຳໃຫ້ວາງໄວ້ໄກໆຈາກໂຕແດ່ ເພາະຈະບໍ່ສາມາດເອື້ອມມືໄປປິດໂມງປຸກໄດ້ ແຕ່ກໍຕ້ອງຢູ່ໃນໄລຍະທີ່ໄດ້ຍິນດີ ລ້າງໜ້າ: ຕອນເຊົ້າດ້ວຍນ້ຳເຢັນເພື່ອຄວາມສົດຊື່ນ ກາແຟ: ແນະນໍາໃຫ້ດື່ມກ່ອນອອກກໍາລັງເຄິ່ງຊົ່ວໂມງ ເພາະຈະຊ່ວຍເພີ່ມພະລັງໃຫ້ອອກກຳລັງກາຍໄດ້ດີຂຶ້ນ ແລະ ກາເຟຍັງຊ່ວຍກະຕຸ້ນລະບົບເຜົາຜານໄດ້ດີອີກດ້ວຍ ເພງ: ການສ້າງບັນຍາກາດໃຫ້ກັບເຮົາເອງ ເປັນໂຕກະຕຸ້ນທີ່ເຮັດໃຫ້ອອກກຳລັງກາຍໄດ້ ດົນຂຶ້ນ ແລະ ບໍ່ຮູ້ສຶກເບື່ອໜ່າຍ ຄ່ອຍໆອອກກຳລັງກາຍແບບຄ່ອຍເປັນຄ່ອຍໄປ: ສໍາລັບຄົນໃດທີ່ບໍ່ເຄີຍຕື່ນມາອອກກໍາລັງກາຍໃນຍາມເຊົ້າ ແນະນຳໃຫ້ອອກກຳລັງກາຍແບບຄ່ອຍໆເທື່ອລະໜ້ອຍໄປກ່ອນ ຈາກນັ້ນ ເມື່ອຮ່າງກາຍເຮົາລື້ງເຄີຍແລ້ວຄ່ອຍໆເພີ່ມຂຶ້ນເລື້ອຍໆກໍໄດ້ເດີ້ ປັບໂປແກຼມການອອກກຳລັງກາຍທຸກ 2-3 ອາທິດ: …

Read More »

ເໜືອນາງງາມຍັງມີນາງຟ້າ ເລື່ອງລາວດີໆທີ່ເກີດຂຶ້ນຕ້ອນຮັບປີໃໝ່ 2018

ເປັນເລື່ອງລາວດີໆທີ່ເກີດຂຶ້ນແບບສົດໆຮ້ອນໆກັບ ນຸ້ຍ ສຸພາພອນ ສົມວິຈິດ ມິສຢູນິເວຣີດລາວ 2017 ເຊິ່ງໃນວັນທີ 2 ມັງກອນ 2017 ສາວນຸ້ຍກໍໄດ້ເດີນທາງໄປສົ່ງພີ່ນ້ອງຢູ່ທີ່ສະໜາມບິນວັດໄຕ ແຕ່ດັນລືມໂທລະສັບໄວ້ທີ່ຫ້ອງນໍ້າ ທຳອິດ ນຸ້ຍ ຄິດວ່າໂທລະສັບຂອງຕົນຕ້ອງເສຍແລ້ວແນ່ນອນ ແຕ່ຍັງໂຊກດີທີ່ມີແມ່ບ້ານພາຍໃນສະນາມບິນເກັບຮັກສາໄວ້ໃຫ້ ແລະ ສົ່ງມອບຄືນໃຫ້ໂດຍບໍ່ຫວັງສິ່ງຕອບແທນ. “ມື້ນີ້ໂຊກດີປີໃໝ່ອີຫຼີ ນຸ້ຍມາສະໜາມບິນວັດໄຕກຳລັງຊິກັບໄດ້ໄປເຂົ້າຫ້ອງນໍ້າໃນຝາກເບື້ອງຂາອອກ ແລ້ວຍ່າງມາຈ່າຍເງິນຄ່າຝາກລົດຢູ່ຝາກເບື້ອງຂາເຂົ້າ ເລີຍຈົກກະເປົ່າເບິ່ງຄິດພໍ້ວ່າລືມໂທລະສັບກະແລ່ນນນນນນນ ດ້ວຍຄວາມໄວວາ ? ຄິດໃນໃຈບໍ່ເຫັນລະແຫຼະຄົນເຂົ້າອອກຕະຫຼອດ ?ເຂົ້າໄປໃນຫ້ອງນຳ້ບໍ່ເຫັນ ? ບໍ່ມີໃຜເລີຍ ແລ້ວຍ່າງອອກມາບອກໝູ່ໂທເຂົ້າເບິ່ງດຸ ພໍດີມີຜູ້ຍິງຄົນໜຶ່ງເປັນພະນັກງານຢູ່ສາຍການບິນລາວໄດ້ຍິນແລ້ວເວົ້າຂຶ້ນວ່າ “ຊອກໂທລະສັບຫວາ” “ໂດຍ”“ຢູ່ກັບແມ່ບ້ານເດີ້ລາວກວດເດີນຢູ່ນອກ” ໜ້າມີຄວາມຫວັງຂຶ້ນມາ ? ແລ່ນອອກໄປເຫັນເພິ່ນກວດເດີ່ນຢູ່ພໍດີເລີຍຍ່າງເຂົ້າໄປຖາມ “ສະບາຍດີເອື້ອຍເຫັນໂທລະສັບເຮົາຢູ່ຫ້ອງນຳ້ບໍ່”  “ໂອແມ່ນຂອງເຈົ້າຫວາ ຈົກອອກມາໃຫ້” “ໂດຍແມ່ນແລ້ວ” “ໂອຊອກຫາເຈົ້າຂອງຢູ່” ນຸ້ຍເລີຍເອົານໍ້າໃຈໃຫ້ລາວເລັກນ້ອຍເພື່ອເປັນການຕອບແທນຄຳຂອບໃຈ ແຕ່ລາວບໍ່ເອົາເຮັດແນວໃດກະບໍ່ຍອມເອົາ ແລ້ວບອກກັບນຸ້ຍວ່າ “ບໍ່ເປັນຫຍັງນີ້ເປັນໜ້າທີ່ເຮົາຢູ່ແລ້ວ” ໄດ້ຍິນຄຳນິຮູ້ສຶກປື້ມໃຈແລະຊາບຊຶ້ງໃນໂຕລາວຫຼາຍ ປື້ມໃຈທີ່ຄົນເຮົາມີນຳ້ໃຈຕໍ່ກັນ ປື້ມໃຈທີ່ເອື້ອຍລາວເຮັດວຽກແບບຊື່ສັດ ຂອບໃຈຫຼາຍໆ ?? ໂອ້ຍຍຍຍຍ ດີໃຈໂຊກດີປີໃໝ່ ? ປລ: …

Read More »

ພຽງແຕ່ເຮັດຕາມ 5 ຂໍ້ນີ້!!! ຂາວແນ່ນອນ! ບໍ່ມີວັນກັບມາດໍາອີກ…

ຢາກຂາວບໍ່? ຖ້າຢາກຂາວບໍ່ຍາກເລີຍ! ພຽງແຕ່ເຮັດ 5 ວິທີນີ້ ຮັບຮອງບໍ່ເກີນຄວາມສາມາດ ແລະຂາວຂຶ້ນຢ່າງແນ່ນອນ!!! ພຽງແຕ່ເຮັດຕາມ 5 ຂໍ້ນີ້!!! ຂາວແນ່ນອນ! ບໍ່ມີວັນກັບມາດໍາອີກ… ສະບາຍດີປີໃໝ່ຈ້າສາວໆ Kuanjai ທຸກຄົນ ປີໃໝ່ກັບມາກໍບໍ່ໄດ້ມີຫຍັງມາເປັນຂອງຕ້ອນຂອງຝາກສາວໆດອກ ນອກຈາກຄວາມຮູ້ດີໆທີ່ຈະມາໃຫ້ສາວໆໄດ້ໃຊ້ເປັນປະໂຫຍດກັນ ສໍາລັບສິ່ງດີໆທີ່ເປັນປະໂຫຍດທີ່ຈະນໍາມາຕ້ອນສາວໆໃນມື້ນີ້ກໍຄື ວິທີທີ່ຈະເຮັດໃຫ້ຜິວຂອງສາວໆຂາວຂຶ້ນນັ້ນເອງ! ຖ້າສາວໆຄົນໃດທີ່ມີບັນຫາເລື່ອງຂອງຜິວພັນຢູ່ໃນຕອນນີ້ ກໍນໍາມາເບິ່ງເລີຍວ່າຈະມີວິທີໃດແດ່ທີ່ຈະເຮັດໃຫ້ຜິວຂາວຂຶ້ນ!!! ແຕ່ຂໍບອກກ່ອນວ່າບໍ່ໄດ້ຍາກຢ່າງທີ່ຄິດ! ໄປເບິ່ງກັນເລີຍກັບ 5 ວິທີທີ່ເຮັດໃຫ້ຜິວຂາວຂຶ້ນ!!! ດຶ່ມນໍ້າຫຼາຍໆ ການດຶ່ມນໍ້າຊ່ວຍໃຫ້ຜິວໃສໄດ້ເດີ່! ເພາະການດຶ່ມນໍ້າເປັນການເພີ່ມອົກຊີແຊນໃຫ້ກັບຮ່າງກາຍ ແລະຍັງເຮັດໃຫ້ຜິວຊຸ່ມຊື່ນບໍ່ຂາດນໍ້ານໍາອີກ ສາວໆຄວນດື່ມນໍ້າຢ່າງໜ້ອຍ ມື້ລະ 8 ຈອກ ຮັບຮອງຜິວຂອງສາວໆຈະນຸ່ມສຸຂະພາບດີຂຶ້ນຢ່າງແນ່ນອນຈ່າ ໝັ່ນຂັດຜິວ ການຂັດຜິວດ້ວຍສະຄຼັບ ຫຼືສະໝຸນໄພທໍາມະຊາດເຊັ່ນ: ໝາກຂາມ, ເກືອສະປາ ຫຼືສູດຕ່າງໆທີ່ສາວໆຫາມາໄດ້ ເຮັດແບບນີ້ອາທິດລະ 2-3 ເທື່ອ ແຕ່ຖ້າເຮັດຫຼາຍກວ່ານີ້ຜິວກໍອາດຈະແຫ້ງໄດ້ ທາຄຼີມບໍາລຸງ+ກັນແດດ ບ້ານເຮົາໃຜກໍຮູ້ວ່າແດດແຮງຂະໜາດໃດ ດັ່ງນັ້ນ ກ່ອນອອກຈາກເຮືອນສິ່ງທີ່ຫ້າມລຶມເດັດຂາດຄື ທາກັນແດດແລະອີກຢ່າງໜຶ່ງທີ່ສໍາຄັນກໍຄືຄຼີມບໍາລຸງຜິວຢ່າລືມທາເດັດຂາດ ຍິ່ງຕອນກ່ອນນອນຜອກໜາໆເອົາໄວ້ເລີຍຍິ່ງດີ …

Read More »

ຟ້າໃສ ຈິນນາລີ ຍິ້ມຮັບຕຳແໜ່ງ “ຂວັນໃຈມະຫາຊົນ 2017” ພ້ອມຂອບໃຈຄົນລາວ ແລະ ຂໍມອບລາງວັນນີ້ໃຫ້ທຸກໆຄົນ

ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ຍິ້ມຮັບຕຳແໜ່ງ ຂວັນໃຈມະຫາຊົນ (PEOPLE’S CHOICE AWARD 2017) ພ້ອມຂອບໃຈຄົນລາວທຸກຄົນທີ່ຮັກ ແລະ ເຊຍມາໂດຍຕະຫຼອດ… “ສຳລັບລາງວັນ People’s Choice Award ຫຼືລາງວັນຂວັນໃຈມະຫາຊົນ… ບໍ່ທັນໄດ້ຖ່າຍກັບລາງວັນດີດັກ ແຕ່… ນ້ຳຈິ້ມໄປກ່ອນເນາະ 🙂 ລາງວັນທີ່ມີຄ່າທາງຈິດໃຈທີ່ສຸດ…ຂອບໃຈຜູ້ສະໜັບສະໜຸນ ບໍ່ວ່າຈະສະໜັບສະໜຸນທາງຊັບສິນຫຼືທາງດ້ານຈິດໃຈກໍຕາມ ຂອບໃຈຄົນລາວທຸກຄົນ ຂອບໃຈຜູ້ໃຫຍ່ທີ່ຮັກແພງ ຂອບໃຈພໍ່ແມ່ພີ່ນ້ອງໝູ່ເພື່ອນ ຂອບໃຈແຮງເຊຍ ຂອບໃຈທີ່ສົ່ງເສີມປະເທດຂອງຕົນ ເຖິງເຮົາຊິນ້ອຍ ແຕ່ຄົນລາວເຮົາມີພະລັງ … ໂລ້ລາງວັນນີ້ຂໍມອບໃຫ້ທຸກຄົນ ? ຈາກໃຈ …ຂອບໃຈທຸກຄົນທີ່ເຊຍ ເຮັດໃຫ້ຟ້າໄດ້ຮັບລາງວັນນີ້ PEOPLE’S CHOICE AWARD 2017 ລາງວັນຂວັນໃຈມະຫາຊົນ… ຟ້າຂໍມອບລາງວັນນີ້ໃຫ້ກັບທຸກຄົນ??” ເປັນຄຳເວົ້າທີ່ອອກມາຈາກໃຈສາວນ້ອຍໄວພຽງ 18 ປີ ຟ້າໃສ ຈິນນາລີ ມິສແກຣນລາວ ໂດຍຜ່ານການໂພສຜ່ານເຟສບຸກສ່ວນຕົວຂອງນາງ ເຮັດໃຫ້ມີບັນດາແຟນຄລັບເຂົ້າໄປສະແດງຄວາມຍິນດີກັບຕຳແໜ່ງ …

Read More »