ຫວານເວີ້!!! ບອກເລີຍງານນີ້ມີແຕ່ຄຳວ່າ Happy Ending ຊົງຈຸງກິ (Song Joong Ki) ແລະ ຊອງເຮຄຽວ (Song Hye Kyo) ຄູ່ພະນາງຈາກຊີ່ຣີ່ສຸດຮິດ Descendants Of The Sun ໄດ້ຈູງມືກັນເຂົ້າພິທີວິວາເປັນທີຮຽບຮ້ອຍໃນວັນທີ 31 ຕຸລາ 2017 ໃນເວລາ 4 ໂມງແລງຕາມເວລາທ້ອງຖິ່ນຂອງ ສ.ເກົາຫລີ ເຊິ່ງບັນຍາກາດພາຍໃນງານເຕັມໄປດ້ວຍຄວາມຫວານ… ໂຮແມນຕິກສຸດໆ, ແຖມງານນີ້ຍັງມີບັນດາໝູ່ເຈົ້າບ່າວ ເຈົ້າສາວທົ່ວທັງວົງການບັນເທິງມາຮ່ວມສະແດງຄວາມຍິນດີຢ່າງຄັບຄາໜາແໜ້ນ. ງານນີ້ເຮັດເອົາແຟນຄລັບນໍ້າຕາແຕກໄປຕາມໆກັນ… ເອົ້າ!!! ຢ່າງໃດກໍສະແດງຄວາມຍິນດີນຳເດີ້ Cr. On pic
Read More »Home
ເປີດໂຕແລ້ວ! ມາເບິ່ງຄວາມອະລັງການງານສ້າງກັບຊຸດປະຈຳຊາດທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017!!!
ເປີດໂຕແລ້ວ! ກັບຊຸດປະຈຳຊາດ ສຳລັບການປະກວດ Miss Global 2017 ທີ່ປະເທດ ກຳປູເຈຍ ຈະຕັດສິນໃນວັນທີ 17 ພະຈິກ 2017, ເຊິ່ງປິນີ້ ເມ ວະລິສະລາ ຕັງສຸວັນ Miss Global Laos 2017 ໄດ້ເດີນທາງໄປເປັນຕົວແທນສາວງາມເພື່ອເຂົ້າແຂ່ງຂັນ. ມາເບິ່ງ…ຄວາມອະລັງການງານສ້າງກັບຊຸດປະຈຳຊາດ (National Costume) ທີ່ຈະໃຊ້ເຂົ້າໃນການປະກວດ Miss Global 2017 ເຊິ່ງລາວເຮົາກໍໄດ້ຈັດເຕັມເນລະມິດຊຸດທີ່ມີຊື່ວ່າ ນາຄາມະນີວາລີນິມິດ(Jewel of Mekong) ເຊິ່ງໄດ້ແຮງບັນດານໃຈໃນການສ້າງໃຫ້ມີຮູບຮ່າງຄ້າຍກັບພຣະຍານາກ ໂຕມີເກັດ ມີສຽນເຈັດສຽນ ລຳໂຕສີຂຽວທອງເຫລື້ອມ ໃນມືຖືລູກໄຟເຊິ່ງ ໃນຄວາມເຊື່ອໝາຍເຖິງ ວັນທີ່ພະພຸດທະເຈົ້າສະເດັດລົງມາຈາກສະຫັວນຊັ້ນດາວະດຶງ ເຊິ່ງກົງກັບວັນທີ່ 15ຄຳ່ ເດືອນ 11 ຈະເຫັນເປັນລູກໄຟຜຸດຂຶ້ນມາຈາກແມ່ນຳ້ຂອງ ປຽບເຫມືອນເຫຼົ່າພຣະຍານາກໄດ້ມາບູຊາພຣະພຸດທະເຈົ້າເປັນຄວາມເຊື່ອ ແລະ ສັດທາທີ່ຖືກຖ່າຍທອດມາຈາກລຸ້ນສູ່ລຸ້ນ ແລະ ຍັງສືບສານຕໍ່ໄປອີກຍາວນານ. ພຣະຍານາກ ແມ່ນງູທີ່ມີະຫນາດໄຝໃຫ່ຍ ມີຫງອນ …
Read More »“ຢືມ” ເພງໃໝ່ຫຼ້າສຸດຂອງ ໂຈໂຈ້ ມີຣາໂຄ…
ໃນທີ່ສຸດມື້ທີ່ແຟນໆຄອຍຖ້າກໍມາເຖິງ ກັບການເປີດຕົວເພງໃໝ່ຫຼ້າສຸດຂອງ ຈິລະສັກ ສາຍສະໜິດ ຫຼືອ້າຍໂຈໂຈ້ ມີຣາໂຄ ກັບຜົນງານເພງທີ່ມີຊື່ວ່າ “ຢືມ” ເປັນຜົນງານເພງຊຶ້ງໆ ອົກຮັກ ແຕ່ຟັງແລ້ວຕິດໃຈ. ເຊິ່ງຜົນງານໃໝ່ຂອງ ອ້າຍໂຈໂຈ້ ແມ່ນໄດ້ເປີດຕົວຢ່າງເປັນທາງການໃນວັນທີ 27 ຕຸລາ ທີ່ຜ່ານມານີ້ເອງ. ສໍາລັບແຟນຄັບຄົນໃດທີ່ບໍ່ໄດ້ໄປຮ່ວມຟັງເພງເປີດຕົວຂອງເພິ່ນ ມື້ນີ້ຂວັນໃຈກໍເລີຍໄປຊອກຄົ້ນມາໃຫ້ແຟນໆໄດ້ຟັງກັນນໍາ ແຕ່ຖ້າຍັງບໍ່ໍພໍໃຈສາມາດຊອກຟັງ ແລະເບິ່ງມິວສິກຂອງເພິ່ນໄດ້ໃນ You tube ແລະ Face book ເດີ່!!! ເພິ່ນໄດ້ປ່ອຍອອກມາໃຫ້ຟັງກັນແລ້ວ… ນາງເອກ ອ້າຍໂກ້ ກະມາຮ່ວມແຈມ ແຟນຄັບມາຮ່ວມຍິນດີ ມື້ເປີດຕົວ ຄົນດັງຫຼາຍຄົນມາຮ່ວມຍິນດີ ຢືມ ເພງໃໝ່ຫຼ້າສຸດ ເພງ : ຢືມ Yeum ( JoJo Miracle Ft. Koh Mr. Saxman ) “ຢືມ” ເພງໃໝ່ລ່າສຸດຂອງ …
Read More »ເຫດຜົນທີ່ຄົນຍຸກນີ້ຢາກເຮັດວຽກຢູ່ບ້ານ ຫຼາຍກວ່າປະຈຳຢູ່ຫ້ອງການ (Freelance)
ວຽກມີປະສິດທິພາບຫຼາຍຂຶ້ນ ຈາກການສໍາຫຼວດຄວາມພຶງພໍໃຈຂອງພະນັກງານພົບວ່າ ພະນັກງານທີ່ເຮັດວຽກຢູ່ບ້ານຈະມີຄວາມສຸກ ແລະເຮັດວຽກໄດ້ມີປະສິດທິພາບຫຼາຍກວ່າພະນັກງານປະຈຳ ແລະເຮັດວຽກຢູ່ຫ້ອງການ ພັກຜ່ອນໄດ້ຫຼາຍກວ່າ ໃນທາງກົງກັນຂ້າມເວລາທີ່ເຮັດວຽກຢູ່ບ້ານ ບໍ່ຈຳເປັນຈະຕ້ອງສົນໃຈສາຍຕາຂອງຫົວໜ້າ ຫຼືເພື່ອນຮ່ວມງານ ຈະພັກຫຼາຍພຽງໃດ ຫຼືດົນເທົ່າໃດກໍໄດ້ ຂໍພຽງແຕ່ເຮັດວຽກຂອງເຮົາໃຫ້ອອກມາດີ ແລະ ແລ້ວທັນເວລາ ເລືອກເວລາເຮັດວຽກຕາມໃຈ ບໍ່ວ່າໃຜກໍປາຖະໜາຢາກຕື່ນສວາຍໆ ແລະ ເລືອກເວລາເຮັດວຽກໄດ້ຕາມໃຈຕົນເອງ ເຊິ່ງຄົນບາງກຸ່ມ ກໍມັກເຮັດວຽກໃນເວລາກາງຄືນ ເພາະເຊື່ອວ່າຈະມີສະມາທິ ແລະມີປະສິດທິພາບຫຼາຍກວ່າ ແຕ່ກໍຂຶ້ນກັບແຕ່ລະບຸກຄົນ ແລະຕາມຄວາມລຶ້ງເຄີຍຂອງໃຜມັນ ໃນຂະນະທີ່ ບາງຄົນກໍມັກເຮັດວຽກໃນຕອນເຊົ້າໆ ເພາະສະໝອງປອດໂປ່ງວ່າຊັ້ນ ເຊິ່ງແລ້ວແຕ່ຄວາມຖະໜັດຂອງໃຜມັນ ດັ່ງນັ້ນ ຈົ່ງຄົ້ນຫາຕົວເອງໃຫ້ພົບ ວ່າເວລາໃດທີ່ເຮົາຈະມີພະລັງ ແລະ ສະມາທິຫຼາຍທີ່ສຸດ ແລ້ວຈົ່ງຢ່າປ່ອຍໃຫ້ເວລາທີ່ເຮົາມີໄອເດຍຖິ້ມໄປລ້າໆ ບໍ່ຕ້ອງເດີນທາງໄປເຮັດວຽກ ເພາະການເດີນທາງໄປເຮັດວຽກເຮັດໃຫ້ເຮົາເສຍທັງເງິນ (ມີຄ່າໃຊ້ຈ່າຍ) ແລະ ເວລາ ບໍ່ມີຜົນກະທົບກັບບໍລິສັດ ຄວາມກັງວົນທີ່ວ່າ ຖ້າໃຫ້ພະນັກງານເຮັດວຽກຢູ່ບ້ານ ອາດບໍ່ດີຕໍ່ບໍລິສັດ ເພາະອາດບໍ່ສາມາດຄວບຄຸມການເຮັດວຽກຂອງພະນັກງານໄດ້ ບໍ່ແມ່ນຄວາມຈິງເລີຍ ເພາະໃນຍຸກປະຈຸບັນ ຮູບແບບຂອງບັນດາບໍລິສັດທີ່ເປີດໃໝ່ ແມ່ນອະນຸຍາດໃຫ້ພະນັກງານທຸກຄົນເຮັດວຽກຢູ່ບ້ານ (online) ແລະບໍລິສັດເຫຼົ່ານີ້ກໍປະສົບຜົນສຳເລັດ …
Read More »ຟ້າໃສ ຈິນນາລີ ມິສແກຣນເດີນທາງກັບຮອດລາວແລ້ວ ບັນດາແຟນຄລັບໃຫ້ການຕ້ອນຮັບຢ່າງອົບອຸ່ນ!!!
ຫຼັງຈາກທີ່ໄປປະກວດເວທີລະດັບໂລກ Miss Grand International 2017 ເຖິງຈະບໍ່ໄດ້ລາງວັນມາຝາກແຟນໆແຕ່ ຟ້າໃສ ຈິນນາລີ ມິສແກຣນລາວ ກໍຍັງໄດ້ Top20 ຈາກທັງໝົດ 77 ປະເທດທົ່ວໂລກມາຝາກພໍ່ແມ່ພີ່ນ້ອງຊາວລາວ ແລະ ໃນວັນທີ 28 ຕຸລາ 2017 ທີ່ຜ່ານມາ ນ້ອງ ຟ້າໃສ ຂວັນໃຈຂອງທຸກໆຄົນກໍເດີນທາງກັບຮອດປະເທດລາວບ້ານເກີດຢ່າງປອດໄພ ແຖມທັງຄອບຄົວ ແລະ ແຟນຄລັບໃຫ້ການຕ້ອນຮັບຢ່າງອົບອຸ່ນຈົນໜາແໜ້ນສະໜາມບິນວັດໄຕ, ເຊິ່ງບັນຍາກາດໃນມື້ນັ້ນກໍເຕັມໄປດ້ວຍຄວາມຮັກ ຄວາມອົບອຸ່ນ ມີການຖ່າຍຮູບລວມກຸ່ມຢ່າງຍິ້ມແຍ້ມແຈ່ມໃສ. ນອກຈາກນັ້ນ ຟ້າໃສ ຈິນນາລີ ຍັງໄດ້ຂຽນລະບາຍຄວາມໃນໃຈວ່າ: “ຕອນທີ່ກຳລັງສິ້ນສຸດການປະກວດ … ຟ້າບອກຕົນເອງສະເໝີ ວ່າຫ້າມກັບໄປໃນຈຸດທີ່ຕົນເລີ່ມຕົ້ນ ຢ່ານັບໜຶ່ງໃໝ່ ແຕ່ໃຫ້ກັບໄປລາວ ແລ້ວເປັນຄົນໃໝ່ ເປັນຄົນທີ່ດີຂຶ້ນ ເກັ່ງຂຶ້ນ ສະຫຼາດຂຶ້ນ ສ້າງປະໂຫຍດໃຫ້ແກ່ສັງຄົມໄດ້ຫຼາຍຂຶ້ນ… ຄົນໃໝ່ນະທີ່ນີ້ບໍ່ໄດ້ໝາຍເຖິງຄວາມເຍີ່ຍິ່ງທະນົງຕົນ ແຕ່ໝາຍເຖິງ ການໃຊ້ສິ່ງທີ່ຕົນເອງໄດ້ຮັບ ມາເກີດໝາກເກີດຜົນແກ່ສ່ວນລວມສູງສຸດ ພັດທະນາຕົນເອງໄປເລື້ອຍໆ ກ່ອນທີ່ຟ້າລົງປະກວດຟ້າເປັນຄົນແນວໃດ, ຫຼັງຈາກປະກວດແລ້ວໃຫ້ເປັນຄົນທີ່ ເກັ່ງກວ່ານັ້ນ ສະຫຼາດກວ່ານັ້ນ ສ້າງຜົນປະໂຫຍດໃຫ້ໄດ້ຫຼາຍກວ່ານັ້ນ ຟ້າເຫັນວ່ານີ້ເປັນພຽງຈຸດເລີ່ມຕົ້ນຂອງສິ່ງມະຫັດສະຈັນເທົ່ານັ້ນ” …
Read More »