ມາອີກແລ້ວກັບອີກໜຶ່ງເວທີວົງການຂາອ່ອນ ກັບການປະກວດນາງສາວງາມເວທີລະດັບອິນເຕີຢ່າງ Miss International 2017 ຈັດຂຶ້ນທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ແລະ ໃນປີນີ້ປະເທດລາວຂອງເຮົາກໍມີສ່ວນເຂົ້າຮ່ວມໂດຍການສົ່ງຕົວແທນສາວງາມຄື ພູນຊັບ ພົນໂຍທາ (ມີ່ມີ່) Miss International Laos ອາຍຸ 19 ປີ ສາວໜ້າຫວານຜູ້ມີຄວາມໝັ້ນໃຈ ແລະ ຄວາມພຽບພ້ອມລ້ານເປີເຊັນ. ມີ່ມີ່ ພູນຊັບ Miss International Laos ໄດ້ເດີນທາງໄປຮ່ວມໃນການປະກວດMiss International 2017 ຕັ້ງແຕ່ວັນທີ 25 ຕຸລາ 2017 ທີ່ຜ່ານມາ ແລະ ໃນເວລານີ້ກຳລັງເຮັດໜ້າທີ່ເກັບໂຕຮ່ວມກັບບັນດາສາວງາມຈາກຫຼາຍປະເທດທົ່ວໂລກ ແລະ ມື້ Final Show ຫຼືມື້ປະກວດແທ້ແມ່ນ ວັນທີ 14 ພະຈິກ 2017ນີ້, ດັ່ງນັ້ນ ຈື່ງຂໍກຳລັງໃຈຈາກຄົນລາວທຸກໆຄົນມາຮ່ວມສົ່ງກຳລັງໃຈ ແລະ ກຽມລຸ້ນກຽມເຊຍ ກຽມໂຫວດ ໃຫ້ກັບນາງງາມຕົວແທນຈາກປະເທດລາວຂອງເຮົາໃນການປະກວດ …
Read More »Home
ອຸ໋ຍ! ມີໃຜກຳລັງລັກຖ່າຍຮູບເຮົາຢູ່ບໍ່ນໍ… ມາເບິ່ງວິທີຖ່າຍຮູບແນວ Hipster ເບິ່ງໄວ້ຈະໄດ້ບໍ່ຕົກກະແສ!!!
ສະໄໝນີ້ບໍ່ວ່າຈະເຮັດກິດຈະກຳຕ່າງໆໃນຊີວິດປະຈຳວັນເຊື່ອວ່າໝູ່ເພື່ອນກໍຈະຕິດການຖ່າຍຮູບເປັນຊີວິດຈິດໃຈ ບໍ່ວ່າຈະຍາມກິນ ຍາມເຮັດວຽກ ຮຽນໜັງສື ຫຼື ຍາມນອນກໍຈະມັກຖ່າຍຮູບອັບເດດຄວາມເຄື່ອນໄຫວລົງໃນໂລກໂຊຊ່ຽວເປັນປະຈຳ, ແຕ່ຖ້າຈະອັບຮູບເລື້ອຍໆ ແບບມື້ໜຶ່ງໂພສເຖິງ 10-20 ຮູບມັນກະຈະເບິ່ງຄືໂອເວີ້ໄປ ຄວນສົງສານໝູ່ທີ່ຈະຕ້ອງໄດ້ນັ່ງກົດໄລ້ໃຫ້ເຮົາຕະຫຼອດແດ່… (555), ດັງນັ້ນໃນມື້ນີ້ ຊະນີIndy ເລີຍໄປຊອກເອົາໄອເດຍການຖ່າຍຮູບໃນແບບຂອງ Hipster ມາຝາກ. ແຕ່ກ່ອນອື່ນຕ້ອງຂໍອະທິບາຍຄຳວ່າ ຮິບສເຕີ້ (Hipster) ກັນກ່ອນ ຄວາມໝາຍຂອງຄຳນີ້ກໍຄືເປັນ style ຂອງເດັກແນວທີ່ມີຄວາມ Art ໃນຕົວເອງສູງ ຄ້າຍໆຄືກັບສິລະປິນທີ່ມັກແລະຮັກໃນອິດສະຣະ ໃຫ້ອາລົມການດຳເນີນຊີວິດແນວສະໂລໄລ້ (Slow life) ລັກສະນະຂອງການຖ່າຍຮູບກໍຈະເປັນໃນລັກສະນະການຖ່າຍແບບເຊວຟີ່ຕົວເອງ ຈະຖ່າຍອອກແນວແບບບໍ່ໄດ້ຕັ້ງໃຈຖ່າຍຈົນຫຼາຍເກີນໄປ ເຖິງແມ່ນວ່າຈະເປັນການຖ່າຍໂດຍການຕັ້ງໃຈຂອງເຮົາເອງກໍຕາມ ແຕ່ຮູບພາບທີ່ອອກມາຕ້ອງບອກເລີຍວ່າ ມີຄວາມ Art ທີ່ງາມຫຼາຍ ແລະ ພາບກໍຈະເປັນແບບເບີ່ງຄືບໍ່ແຈ້ງ ແຕ່ໄດ້ອາລົມເບິ່ງແລ້ວມີສະເໜ່ບໍ່ມີເບື່ອ. ອຸ໋ຍ! ມີໃຜກຳລັງລັກຖ່າຍຮູບເຮົາຢູ່ບໍ່ນໍ…(555) ເອົ້າ!!! ໃຜທີ່ຄິດທ່າໂພສບໍ່ອອກເຮົາກໍມີມາຝາກມາເບິ່ງວິທີຖ່າຍຮູບແນວ Hipster ເບິ່ງໄວ້ຈະໄດ້ບໍ່ຕົກກະແສ!!! ໂພສທ່າໃຫ້ເບິ່ງຄືວ່າບໍ່ໄດ້ຕັ້ງໃຈຖ່າຍ… ຍືນປິ່ນໜ້າໃສ່ກ້ອງແຕ່ຕາຕ້ອງເບິ່ງໄປທາງອື່ນ ຖ່າຍກັບຕົ້ນໄມ້ໃບຫຍ້າ…ເລີດໄປອີກໆໆໆ ຖ່າຍໃຫ້ເຫັນພຽງສ່ວນໃດສ່ວນໜຶ່ງຂອງຮ່າງກາຍ ແລະ ຕ້ອງຈັດວາງອົງປະກອບໃຫ້ …
Read More »ຂໍສະແດງຄວາມຍິນດີ! ນາງງາມຈາກ PERU ຄວ້າມົງກຸດ Miss Grand International 2017
ຜ່ານມາແບບສົດໆຮ້ອນໆສຳລັບການປະກວດສາວງາມເວທີລະດັບໂລກ Miss Grand International 2017 ແລະ ກໍໄດ້ຮູ້ແລະປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວວ່າສາວງາມທີ່ມີຄວາມເໝາະສົມທັງຄວາມງາມ ບຸກຂະລິກ ພິບໄຫວ ແລະຄວາມສາມາດນັ້ນໄດ້ແກ່ MARIA JOSE LORA ຈາກປະເທດ ເປຣູ (PERU) ຄວ້າມົງກຸດອັນຊົງກຽດ Miss Grand International 2017 ໄປໄດ້ສຳເລັດ. (ຂໍສະແດງຄວາມຍິນດີ) ສຳລັບ ມາເຣີຍ ຈ໊ອດ ໂລຣ່າ Miss Grand International 2017 ຄົນຫຼ້າສຸດ ອາຍຸ 27 ປີ ລວງສູງ 180 ສັດສ່ວນ 33-24-34. ສ່ວນຕຳແໜ່ງຮອງ Miss Grand International 2017 ໄດ້ແກ່: ຮອງອັນດັບ 1: Tulia Aleman Ferrer ຈາກປະເທດ ເວເນຊູເອຣາ (Venezuela) ຮອງອັນດັບ 2: Elizabeth Durado …
Read More »ຟ້າໃສ ຈິນນາລີ ມິສແກຣນລາວ ໂພສຂໍໂທດຄົນລາວທຸກໆຄົນທີ່ເຮັດໃຫ້ຜິດຫວັງໃນການປະກວດ Miss Grand International 2017
ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຂໍໂທດຄົນລາວທຸກໆຄົນທີ່ເຮັດໃຫ້ຜິດຫວັງໃນການປະກວດ Miss Grand International 2017 ໃນຄໍ່າຄືນວັນທີ 25 ຕຸລາ ທີ່ຜ່ານມາ ເຊິ່ງ ນ້ອງ ຟ້າໃສ ຈິນນາລີ ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວຫຼັງຈາກການປະກວດແລ້ວວ່າ: “ສຳລັບມື້ນີ້ ຂໍໂທດຄົນລາວ ແລະ ຄົນທີ່ເຊຍທຸກຄົນເດີ້ ທີ່ໄປໄດ້ບໍ່ເລິກ ຟ້າຂໍໂທດຖ້າເຮັດໃຫ້ຜູ້ໃດເສຍໃຈຫຼືຜິດຫວັງ”, ພໍແຕ່ຫຼັງຈາກທີ່ນາງໄດ້ໂພສໄປກໍເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ແລະ ກໍເວົ້າເປັນສຽງດຽວກັນວ່າ ພູມໃຈໃນຕົວຟ້າໃສແລ້ວຖືວ່າເຮັດໄດ້ດີຫຼາຍ. ສຳລັບ ຟ້າໃສ ຈິນນາລີ ນໍລະສິງ ໃນການປະກວດ Miss Grand International 2017 ແມ່ນສາມາດເຂົ້າໄປເຖິງຮອບ 20 ຄົນສຸດທ້າຍ ຈາກ 77 ປະເທດທົ່ວໂລກ ແລະ ກໍຖືວ່າເຮັດໄດ້ດີທີ່ສຸດ ເພາະສາມາດສ້າງຊື່ສຽງໃຫ້ຄົນທົ່ວໂລກໄດ້ຮູ້ຈັກປະເທດລາວ ຮູ້ຈັກຄວາມເປັນລາວ ຮູ້ຈັກເຖິງຄວາມສາມາດຂອງສາວລາວໄດ້ເປັນຢ່າງດີ. (ຂໍຊົມເຊີຍ) #ແຊຣໄປໃຫ້ໂລກຮູ້ ?? ທີ່ມາ: Chinnaly Fasai …
Read More »ຄວາມຮູ້ທີ່ຄວນອ່ານ!!! ສາເຫດການຂໍຢ່າຮ້າງ ຕາມກົດໝາຍລາວມີຫຍັງແດ່?
“ຄອບຄົວ ກາຍເປັນບ່ອນທີ່ມີແຕ່ຄວາມທຸກ ມີແຕ່ນ້ຳຕາ ຂາດຄວາມເຂົ້າໃຈ ດູດກືນພະລັງໃຈ ຂອງສະມາຊິກໃນຄອບຄົວ ການຢ່າຮ້າງ ອາດເປັນທາງເລືອກສຸດທ້າຍ” ແນ່ນອນວ່າແມ່ຍິງທຸຸກຄົນ ເມື່ອເກີດມາແລ້ວ ຕ້ອງໃຝ່ຝັນຢາກມີຄອບຄົວທີ່ອົບອຸ່ນ ພຽບພ້ອມ ດ້ວຍພໍ່ແມ່ແລະລູກໆ ແຕ່ຄືວ່າຫັ້ນແຫຼະ ບໍ່ມີໃຜຄາດເດົາອະນາຄົດໄດ້ ເພາະການແຕ່ງດອງ ຄືການທີ່ຄົນສອງຄົນ ເຕີບໃຫຍ່ມາຈາກຕ່າງສະຖານທີ່ ຖືກອົບຮົມສັ່ງສອນຄົນລະແບບ ນິດໃສແຕກຕ່າງກັນ ມາມັກຮັກກັນຈົນເຖິງຂັ້ນ ຈູງມືກັນເຂົ້າປະຕູວິວາ ບາງຄົນອາດຈະຄິດວ່າ ຈຸດນີ້ແຫຼະຄືຄວາມສຳເລັດຂອງຊີວິດ ເຊິ່ງທີ່ຈິງອາດບໍ່ແມ່ນສະເໝີໄປ ເພາະເມື່ອລົງເຮືອຊີວິດລຳດຽວກັນແລ້ວ ມັນເປັນຈຸດເລີ່ມຕົ້ນຂອງ ໜ້າທີ່ ພັນທະ ພາລະ ທີ່ຕ້ອງຮັບຜິດຊອບຮ່ວມກັນ ການແບ່ງປັນພື້ນທີ່ສ່ວນຕົວໃຫ້ກັນ ຄົນສອງຄົນຕ້ອງປັບຕົວເຂົ້າຫາກັນ ເຮັດແນວໃດໃຫ້ສະມາຊິກຄອບຄົວມີຄວາມສຸກ ແລະນຳພາເຮືອລຳນ້ອຍ ທີ່ເອີ້ນວ່າ “ຄອບຄົວ” ຜ່ານຜ່າອຸປະສັກທີ່ເຂົ້າມາທ້າທາຍຄວາມເຂັ້ມແຂງ ທຸ່ນທ່ຽງ ຂອງຄົນທັງສອງຢູ່ຕະຫຼອດເວລາ ຍິ່ງເມື່ອທັງສອງມີລູກ ຫຼືພະຍານຮັກ ຄວາມຮັບຜິດຊອບຕ່າງໆກໍຍິ່ງເພີ່ມພູນຂຶ້ນໄປ ເປັນເງົາຕາມຕົວ ຫຼາຍໆຄູ່ສາມາດຝ່າຟັນສິ່ງກີດຂວາງຕ່າງໆໄປໄດ້ງ່າຍດາຍ ຢູ່ນຳກັນຈົນແກ່ເຖົ້າ ດ້ວຍພະລັງແຫ່ງຄວາມຮັກ ຄວາມເຂົ້າໃຈ ແລະນຳພາຄອບຄົວໄປຮອດຈຸດໝາຍປາຍທາງໄດ້ຢ່າງມີຄວາມສຸກ ໃນຂະນະດຽວກັນ …
Read More »