Breaking News

Home

ໜ້າຮັກໄດ້ອີກ! ຟ້າໃສ ຈິນນາລີ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຈົນເຮັດໃຫ້ມິສແກຣນລາວຕິດທ໊ອບໂຫວດ!!!

ໜ້າຮັກໄປອີກ! ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ໂພສຄລິບຂອບໃຈຄົນລາວ ທີ່ໂຊພະລັງຄວາມສາມັກຄີ ຮ່ວມກັນກົດໄລ້ ກົດແຊຣ ແລະ ຮ່ວມໂຫວດຈົນຊ່ວຍໃຫ້ ຟ້າໃສ ຕິດ Top3 ໃນການເຕັ້ນໂຊເພື່ອເປີດພິທີໃນການແຂ່ງຂັນແທ້ຂອງ Miss Grand International 2017 ໃນວັນທີ 25 ຕຸລາ 2017 ນີ້ໍ່ ແລະ ຟ້າໃສ ຍັງຂອບໃຈຄົນລາວເຮົາທຸກໆໂຫວດກ່ອນໜ້ານີ້ທີ່ຄົນລາວເຮົາໄດ້ສະແດງສັກກະຍະພາບເຖິງຄວາມສາມັກຄີກັນ ເຖິງຈະເປັນປະເທດນ້ອຍແຕ່ບໍ່ໄດ້ດ້ອຍໜ້າປະເທດອື່ນ. ລອງມາເບິ່ງຄລິບກັນເລີຍ!!!  #ແຊຣໄປໃຫ້ໂລກຮູ້ນິແຫຼະລາວ ???????? ບໍ່ມີໂອກາດໄດ້ໄລຟ໌ກະອັດຄລິບຂອບໃຈເອົາຊະເນາະ Chinnaly Fasaiさんの投稿 2017年10月22日(日) ທີ່ມາ: Chinnaly Fasai , Miss Grand International

Read More »

“Fat Grafting” ປ່ຽນຮູບໜ້າໃຫ້ງາມ ດ້ວຍໄຂມັນເຮົາເອງ!!!

“ສີດໄຂມັນໃສ່ໜ້າຜາກ ຊ່ວຍໃຫ້ໜ້າຜາກສວດ ແລະ ງາມມີມິຕິ ເບິ່ງໜ້າຮັກແບບເດັກນ້ອຍ ສີດໄຂມັນໃສ່ແກ້ມ ປ່ຽນຈາກແກ້ມຈ່ອຍ ໃຫ້ເຕັມຂຶ້ນ ສາມາດຊ່ວຍໃຫ້ສາວໆເບິ່ງຄືອາຍຸນ້ອຍລົງ ແລະ ສຸຂະພາບດີ” ຮູບໜ້າຕາມກໍາມະພັນຂອງສາວໆອາຊີສ່ວນຫຼາຍແມ່ນ ແບນ ໃຫຍ່ ມົນ ບໍ່ມີມິຕິເຊິ່ງຖືວ່າຍັງຫ່າງໄກຈາກ ຮູບໜ້າໃນອຸດົມຄະຕິ ໃນຍຸກນີ້ຢ່າງຫຼວງຫຼາຍ ຫຼືເພິ່ນເອີ້ນວ່າ Beauty In Trend ທີ່ສາວໆຕ້ອງມີໃບໜ້າຮູບໄຂ່ ໜ້ານ້ອຍໜ້າຜາກສວດ ຄາງສວດມີໂໜກແກ້ມ ຕາໃຫຍ່ ດັງໂມ ແລະ ຮີມສົບນ້ອຍບາງ ແຕ່ຕ້ອງຕຶ່ງອີກໃດ ໂອ້ຍ ວິນເດ້ ແລ້ວຈະແກ້ໄຂແນວໃດລະບາດນີ້?  ທີມງານຂັວນໃຈ ຮູ້ໃຈສາວໆດີຢູ່ແລ້ວຈຶ່ງໄດ້ນໍາເອົາຂໍ້ມູນຄວາມງາມຫຼ້າສຸດ ກ່ຽວກັບການໃຊ້ໄຂມັນຕົນເອງ ສີດເພື່ອປັບປ່ຽນຮູບໜ້າຂອງສາວໆໃຫ້ງາມຂຶ້ນມາຕ້ອນ ເຊິ່ງເອີ້ນວ່າ: Fat Grafting ນັ້ນເອງ .. ຕື່ນເຕັ້ນລະແມ່ນບໍ່? ເຮົາໄປອ່ານພ້ອມໆກັນເລີຍເນາະ ການສີດໄຂມັນສາມາດປັບຮູບໜ້າໄດ້ເຊັ່ນ: ສີດໄຂມັນໃສ່ແກ້ມ ປ່ຽນຈາກແກ້ມຈ່ອຍ ໃຫ້ເຕັມຂຶ້ນ ສາມາດຊ່ວຍໃຫ້ສາວໆເບິ່ງຄືອາຍຸນ້ອຍລົງ ແລະ …

Read More »

ສຸດຍອດ! ປະກາດຢ່າງເປັນທາງການແລ້ວ ຟ້າໃສ ຈິນນາລີ ມິສແກຣນລາວ ຕິດ Top3 ໄດ້ຮັບສິດເຕັ້ນເປີດຕົວແຖວໜ້າໃນມື້ Final show!!!

ເປັນຂ່າວດີຂອງຄົນລາວເຮົາສຸດໆເລີຍ ຫຼັງຈາກທີ່ລຸ້ນທີ່ເຊຍ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຣນລາວ ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ທີ່ປະເທດ ຫວຽດນາມ , ຫຼ້າສຸດໃນວັນທີ 22 ຕຸລາ 2017 ທາງເພສຕົ້ນສັງກັດຢ່າງ Miss Grand International ກໍໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ: ບັນດາສາວງາມທີ່ຕິດ  Top3  ຈາກຜົນໂຫວດຂອງຄົນທົ່ວໂລກ ທີ່ຈະໄດ້ຮັບສິດເຕັ້ນເທິງແຖວໜ້າໃນມື້ Final show ໃນວັນທີ 25 ຕຸລາ 2017 ເຊິ່ງເປັນມື້ປະກວດແທ້ນັ້ນມີທັງໝົດ 3 ປະເທດຄື: 1. ຫວຽດນາມ, 2. ລາວ ແລະ 3. ກຳປູເຈັຍ ເຊິ່ງໜຶ່ງໃນນັ້ນກໍມີ ນ້ອງ ຟ້າໃສ ຈິນນາລີ ຂວັນໃຈຂອງຄົນລາວເຮົາອີກດ້ວຍ. ສຳລັບໃນມື້ Final show ຂອງ Miss Grand International 2017 ໃນວັນທີ 25 ຕຸລາ …

Read More »

ການສະເຫຼີມສະຫຼອງວັນສະຖິຕິໂລກ

ຕອນເຊົ້າວັນທີ່ 20 ຕຸລາ 2017 ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບການສະເຫຼີມສະຫຼອງໃນວັນສະຖິຕິໂລກ ພາຍໃຕ້ຄໍາຂວັນທີ່ວ່າ “ບໍ່ປະປ່ອຍຜູ້ໃດຢູ່ເບື້ອງຫຼັງ” ໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ທຽບເທົ່າຮອງລັດຖະມົນຕີ ແລະ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ປອ. ສະໃໝຈັນ ບຸບຜາ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ສະຖິຕິ ໃນວັນທີ 30 ມີຖຸນາ 2010 ເຊິ່ງເປັນກົດໝາຍສະບັບທໍາອິດຂອງ ສປປ ລາວ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕົກລົງຖືເອົາວັນດັ່ງກ່າວ ເປັນວັນສະຖິຕິແຫ່ງຊາດ ແລະ ໃນປີດຽວກັນນັ້ນ ອົງການສະຫະປະຊາຊາດ ກໍ່ໄດ້ຮອງຮັບເອົາ ວັນທີ 20 ຕຸລາ 2010 …

Read More »

ບໍລິສັດເບຍລາວ ສ້າງປະສົບການໃໝ່ໃຫ້ແກ່ຜູ້ບໍລິໂພກໃນລາວ ກັບງານເທສະການ Beerlao Oktoberfest

Oktoberfest ເປັນເທສະການທີ່ມີຕົ້ນກໍາເນີດ ໃນປະເທດເຢຍລະມັນ ແລະ ປັດຈຸບັນ ໄດ້ຮັບຄວາມນິຍົມໄປທົ່ວໂລກ ເຊິ່ງການຈັດງານແມ່ນ ຈະເລີ່ມໃນທ້າຍອາທິດຂອງເດືອນກັນຍາ ແລະ ສິ້ນສຸດໃນເດືອນຕຸລາ ຂອງທຸກໆປີ ເລີ່ມມາແຕ່ປີ 1810. ໃນປັດຈຸບັນ Oktoberfest ເປັນງານສະເຫຼີມສະຫຼອງທີ່ໄດ້ຮັບຄວາມນິຍົມໃນອາຊີເຊັ່ນ: ຈີນ, ຮ່ອງກົງ, ສິງກະໂປ ແລະ ມາເລເຊຍ. ດັ່ງນັ້ນບໍລິສັດເບຍລາວ ຈຶ່ງໄດ້ນໍາເອົາ ງານດັ່ງກ່າວມາຈັດໃນລາວ ເພື່ອໃຫ້ຜູ້ບໍລິໂພກໄດ້ສໍາຜັດກັບບັນຍາກາດ ຈອງການສະເຫຼີມສະຫຼອງ Oktoberfest ທີ່ຈັດຂຶ້ນໃນທົ່ວໂລກ. ໃນປີນີ້ ເບຍລາວກໍໄດ້ນໍາເອົາ Oktoberfest ມາຈັດຂຶ້ນໃນລາວ ລະຫວ່າງວັນທີ 19-22 ຕຸລາ 2017 ທີ່ເດີນຈອດລົດ ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍຄາດວ່າຈະມີຜູ້ເຂົ້າຮ່ວມງານໃນແຕ່ລະວັນຫຼາຍກວ່າ 2.000 ຄົນ. ພາຍໃນງານໄດ້ມີການກະກຽມເມນູອາຫານທີ່ເປັນເອກະລັກຂອງ ເທສະການ Oktoberfest ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ແລະ ເຄື່ອງດື່ມຫຼາຍຍີ່ຫໍ້ຈາກບໍລິສັດເບຍລາວຈໍາກັດ. ນອກຈາກນີ້ຍັງມີວົງດົນຕີທີ່ມີຊື່ສຽງຈາກພາຍໃນ ແລະ …

Read More »