ກ່ອນໜ້ານີ້ເຮົາກໍໄດ້ຮູ້ໄປກັນແດ່ແລ້ວວ່າຊຸດປະຈຳຊາດທີ່ລາວເຮົາຈະໃຊ້ເຂົ້າໃນການປະກວດ Miss Grand International 2017 ນັ້ນແມ່ນຊຸດ “ພຣະທາດຫຼວງ” ແລະ ໃນຄໍ່າຄືນຂອງວັນທີ 12 ຕຸລາ 2017 ທີ່ຜ່ານມາ ພໍ່ແມ່ພີ່ນ້ອງປະຊາຊົນລາວຕ່າງກໍ່ມີຄວາມໃຈຈົດໃຈຈໍ່ຖ້າລຸ້ນຖ້າເຊຍ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos ຕົວແທນສາວງາມທີ່ໄປປະກວດ Miss Grand International 2017 ທີ່ ປະເທດ ຫວຽດນາມ, ເຊິ່ງ ຟ້າໃສ ຈິນນາລີ ກໍບໍ່ເຮັດໃຫ້ຄົນລາວເຮົາທຸກຄົນຜິດຫວັງ ເພາະນາງໄດ້ເສີດສາຍເທິງເວທີລະດັບໂລກໄດ້ເປັນຢ່າງດີ ເຖິງຈະເປັນພຽງສາວນ້ອຍອາຍຸ 18 ປີ ແຕ່ຄວາມສາມາດເກີນໄວ ແຖມຊຸດປະຈຳຊາດທີ່ ຟ້າໃສ ສວມໃສກໍບໍ່ແມ່ນທຳມະດາເພາະມີນໍ້າໜັກເປັນ 20kg (ວ້າວວວ!!! ຂໍຊົມເຊີຍນ້ອງຟ້າໃສເດີ້) ແຖມພໍແຕ່ເປີດຕົວຊຸດປະຈຳຊາດລາວເຮົາອອກມາກໍເຮັດໃຫ້ຄົນທົ່ວໂລກໃຫ້ຄວາມສົນໃຈ ແລະ ຕະລຶງໄປກັບຊຸດປະຈຳຊາດລາວທີ່ສຸດແສນຈະອະລັງການງານສ້າງ. ชุดประจำชาติ #MissGrandLaos ก็ไม่น้อยหน้า แบกมาทั้งปราสาท ชุดประจำชาติ #Laos …
Read More »Home
ຄືນນີ້ແລ້ວ! ຄົນລາວທຸກຄົນມາຮ່ວມສົ່ງແຮງເຊຍໃຫ້ ຟ້າໃສ ຈິນນາລີ ໃນການປະກວດຮອບຊຸດປະຈຳຊາດ Miss Grand International 2017
ຄືນນີ້ແລ້ວ! ຂໍພະລັງຄົນລາວທຸກຄົນມາຮ່ວມສົ່ງແຮງເຊຍແຮງໃຈໃຫ້ ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos ຕົວແທນສາວງາມຈາກປະເທດລາວທີ່ເດີນທາງໄປປະກວດນາງງາມໃນເວທີລະດັບໂລກ Miss Grand International 2017. ຄໍ່າຄືນວັນທີ 12/10/2017 ນີ້ ເວລາ 20:00ໂມງ ເປັນຕົ້ນໄປເປັນຄໍ່າຄືນທີ່ໜ້າຕື່ນເຕັ້ນ ເພາະຈະມີການປະກວດໃນຮອບຊຸດປະຈຳຊາດ (National Costume Competition) ເຊິ່ງປະເທດລາວຂອງເຮົາກໍມາໃນຊຸດ ພຣະທາດຫຼວງວຽງຈັນ ອັນເຊິ່ງເປັນເອກະລັກປະຈຳຊາດລາວ, ດັ່ງນັ້ນຈຶ່ງຂໍກຳລັງໃຈຈາກຄົນລາວທຸກຄົນໃນການສົ່ງກຳລັງໃຈໄປໃຫ້ ນ້ອງ ຟ້າໃສ ຈິນນາລີ ໃຫ້ມີກຳລັງໃຈ ແລະ ປະກວດເທິງເວທີໃຫ້ດີທີ່ສຸດ, ແຟນໆສາມາດຮ່ວມສົ່ງກຳລັງໃຫ້ ນ້ອງ ຟ້າໃສ ໄດ້ທີ່ເພສ Miss Grand International ແລະຕິດຕາມຄວາມເຄື່ອນໄຫວໄດ້ທີ່ Kuanjai Magazine ນອກຈາກນັ້ນຍັງຈະມີການຖ່າຍທອດສົດທີ່ ທໍລະພາບ ທີວີລາວ, ຫ້າມລືມຫ້າມພາດເດີ້!!! ຮັກລາວເຊຍລາວ ສູ້ໆໆໆ ຂໍຂອບໃຈສຳລັບຮູບພາບ
Read More »ຊີວິດນີ້ຕ້ອງໄປໃຫ້ເຫັນກັບຕາ…ເມືອງງອຍ ເມືອງແຫ່ງຄວາມ Slow Life ເຕັມໄປດ້ວຍສາຍໝອກ ແລະ ພູເຂົາ!!!
ຂວັນໃຈ ເຮົາໄດ້ນຳສະເໜີເລື່ອງລາວຂອງ ເມືອງແຫ່ງຄວາມ Slow Life ຫຼວງພະບາງ ໄປແລ້ວໃນເທື່ອກ່ອນ, ມາມື້ນີ້ຈະພາແຟນໆຂວັນໃຈມາຕອກຢ້ຳຄວາມ Slow Life ຂອງແຫ່ງນີ້ຕື່ມອີກ ໂດຍການພາໄປ ນອນກອດໝອກ ສູດເອົາໂອໂຊນ (Ozone) ບໍລິສຸດໃຫ້ເຕັມປອດທີ່ ເມືອງງອຍ, ຂຶ້ນຊື່ວ່າແຂວງຫຼວງພະບາງ ເມືອງມໍລະດົກໂລກ ທີ່ໄດ້ຊື່ວ່າເປັນເມືອງທ່ອງທ່ຽວອັນດັບ 1 ຂອງປະເທດລາວ ທີ່ໃຜໆກໍນຶກເຖິງ ເມື່ອຢາກພັກຜ່ອນທ່າມກາງຄວາມ Classic ທີ່ປະສົມປະສານລະຫວ່າງວັດທະນະທຳຕາເວັນຕົກ ແລະ ຕາເວັນອອກໄດ້ຢ່າງລົງຕົວ. ເຊິ່ງນອກຈາກຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມແລ້ວ ອີກສິ່ງໜຶ່ງທີ່ຈະບໍ່ເວົ້າເຖິງບໍ່ໄດ້ເລີຍແມ່ນ ຄວາມອຸດົມສົມບູນທາງດ້ານທຳມະຊາດ. ດ້ວຍຄວາມທີ່ແຂວງຫຼວງພະບາງຕັ້ງຢູ່ທ່າມກາງພູເຂົາອ້ອມຮອບ ຈິ່ງເຮັດໃຫ້ມີແຫຼ່ງທ່ອງທຽວທາງທຳມະຊາດຫຼາຍແຫ່ງ ແລະ ເມືອງງອຍກໍ່ເປັນອີກເມືອງໜຶ່ງທີ່ໜ້າສົນໃຈ ສາວໃດທີ່ມາຮອດແຂວງຫຼວງພະບາງແລ້ວ ບໍ່ມາເມືອງນີ້ຖືວ່າພາດຢ່າງແຮງ ການເດີນທາງ ເລີ່ມຈາກເມືອງຫຼວງພະບາງເລີຍ ເມື່ອອອກຈາກທີ່ພັກ ເຮົາກໍໄປທີ່ຄິວລົດສາຍເໜືອເພື່ອຂຶ້ນລົດໄປເມືອງງອຍ ລາຄາປີ້ໂດຍສານແມ່ນ 50,000 ກີບ/ຄົນ ເພາະມີລົດຫຼາຍສາຍຜ່ານເມືອງງອຍ ເຊິ່ງສ່ວນຫຼາຍຈະແລ່ນແຕ່ຕອນເຊົ້າ ຮອດທ່ຽງເທົ່ານັ້ນ ຫຼືຖ້າໃຜຢາກກິນລົມຊົມວິວເຊົ່າລົດຈັກຂັບໄປເອງກໍບໍ່ວ່າກັນ. ຄ່າເຊົ່າລົດຈັກຈາກເມືອງຫຼວງພະບາງອອກນອກເມືອງ ລາຄາປະມານ …
Read More »ປາມມີ່ ນັກຮ້ອງສາວສຸດເຊີ ຂວັນໃຈເດັກແນວຂອງປະເທດເພື່ອນບ້ານ ເດີນທາງພັກຜ່ອນເຊັກອິນ @ວັງວຽງ ປະເທດລາວ!!!
ຈະດາດາ ດຳ ຈາດຳ ຈາດຳ ຈາດາ ດ່າດ້າ ຈາດ່າ ດ່າດ້າດ້າດຳ ມີໃຜເກີດທັນເພງ “ຢາກຈະຮ້ອງດັງໆ” ຄືກັບ ຊະນີIndy ບໍ່ນໍ? ຮິ້ວວວວ ຂຶ້ນອິນໂທເພງແບບນີ້ເປັນເພງຂອງໃຜບໍ່ໄດ້ເລີຍ ນອກຈາກເປັນບົດເພງຂອງສາວ ປາມມີ່ ນັກຮ້ອງສາວສຸດເຊີ ຂວັນໃຈເດັກແນວ ເຈົ້າຂອງເພງດັງຫຼາຍບົດເພງເຊັ່ນ: ຄິດມາກ, ຄວາມເຈັບປວດ, ແປດໂມງເຊົ້າວັນອັງຄານ, ຢາກຈະຮ້ອງດັງໆ ແລະ ອີກຫຼາຍຫຼາຍບົດເພງດັງ ທີ່ຫຼ້າສຸດນາງໄດ້ເດີນທາງມາພັກຜ່ອນຢ່ອນອາລົມ ໃຊ້ຊີວິດແບບ Slow life ທີ່ວັງວຽງ ປະເທດລາວ, ພໍແຕ່ມາຮອດ ປາມມີ່ ກໍຈັດທິບລ່ອງເຮືອທີ່ແມ່ນໍ້າຊອງ ເບິ່ງແລ້ວມີຄວາມສຸກໄປກັບນາງ ແຖມປາມມີ່ຍັງຍ້ອງປະເທດລາວຜ່ານອິນສະຕາແກຼມອີກວ່າທີ່ ວັງວຽງ ອາກາດດີ ເປັນເມືອງທີ່ໜ້າຢູ່… ພໍແຕ່ໂພສຮູບເທົ່ານັ້ນແລະແຟນຄລັບທັງຊາວລາວ ແລະ ໄທກໍເຂົ້າມາຄອມເມັ້ນກັນສະໜັ່ນເລີຍ!!! เอาบรรยากาศมาฝากค่ะ A post shared by ปาล์มมี่ (@palmy.ig) on …
Read More »3 ສາວຈີນເຮັດສັນຍະກຳຈົນໜ້າປ່ຽນ ບໍ່ຄືກັບຮູບໃນພາສປອດ ຈົນຖືກສັ່ງຫ້າມບໍ່ໃຫ້ອອກ ສ.ເກົາຫລີ!!! (ແບບນີ້ກໍມີຫວາ)
ເວັບໄຊ້ຂ່າວອອນລາຍໃນ ຮ່ອງກົງ ໄດ້ລາຍງານຂ່າວທີ່ພາໃຫ້ຕະລຶງໄປຕາມໆກັນ ເປັນເລື່ອງລາວຂອງສາວຊາວຈີນ 3 ຄົນ ທີ່ຖືກຕຳຫຼວດກວດຄົນເຂົ້າເມືອງທີ່ເດີ່ນບິນນານາຊາດ ຄິມໂພ ທາງທິດຕາເວັນຕົກຂອງກຣຸງໂຊ ໃນ ສ.ເກົາຫລີ (ເກົາຫລີໄຕ້) ຫ້າມບໍ່ໃຫ້ອອກປະເທດ, 3 ສາວຊາວຈີນໄດ້ໃຊ້ຊ່ວງເວລາພັກຍາວ 8 ມື້ ເນື່ອງຈາກເປັນວັນຊາດຂອງ ສປ ຈີນ ເດີນທາງຈາກບ້ານເກີດເດີນທາງມາຜ່າຕັດສັນຍະກຳ ຍົກເຄື່ອງໝົດທົ່ວທັງໜ້າ ທີ່ເກົາຫລີໄຕ້ ເຮັດໃຫ້ໜ້າໃໝ່ມີຄວາມແຕກຕ່າງເກົ່າຫຼາຍ ບໍ່ຄືກັບຮູບທີ່ຖ່າຍໃນປື້ມພາສປອດ ໂດຍໜ້າຂອງທັງ 3 ສາວຢູ່ໃນຊ່ວງທີ່ຕ້ອງພັກຟື້ນຫຼັງການຜ່າຕັດ ຍັງມີອາການບວມແລະມີຜ້າພັນບາດພັນອ້ອມໜ້າ ເຮັດໃຫ້ເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງສະໜາມບິນກັກຕົວເພື່ອສອບປາກຄຳ ເພື່ອຍືນຍັນເອກະລັກບຸກຄົນ. ຮູບດັ່ງກ່າວ ໄດ້ມີຄົນຖ່າຍໄວ້ໄດ້ ແລະ ໄດ້ນຳມາໂພສທີ່ສື່ອອນລາຍຂອງຈີນ ເຮັດໃຫ້ຮູບພາບດັ່ງກ່າວເປັນທີ່ສົນໃຈຂອງຜູ້ຄົນ ມີຄົນທີ່ເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼວງຫຼາຍກວ່າ 30,000 ຄອມເມັ້ນ, ກົດໄລ້ກວ່າ 50,000 ໄລ້ ແລະ ຖືກແຊຣໄປກວ່າ 23,000 ພາຍໃນເວລາບໍ່ພຽງເທົ່າໃດມື້, ຫຼາຍຄົນກໍໄດ້ສະແດງຄວາມຄິດເຫັນວ່າກໍເຂົ້າໃຈເຈົ້າໜ້າທີ່ກວດຄົນເຂົ້າເມືອງທີ່ຕ້ອງເຮັດໜ້າທີ່ຢ່າງເຄັ່ງຄັດ ເພາະເບິ່ງແລ້ວວ່າໜ້າຂອງທັງ 3 ສາວກໍປ່ຽນໄປຫຼາຍຈົນບໍ່ມີລັກສະນະເດີມເຫຼືອເລີຍ. ເຖິງແນວໃດກໍຕາມຍັງບໍ່ມີລາຍງານວ່າທັງ 3 ສາວໄດ້ຮັບອະນຸຍາດໃຫ້ອອກ …
Read More »