Breaking News

Home

ຢາກເບິ່ງໄວໆແລ້ວວວ! ບວງສວງຮູບເງົາເລື່ອງ “ຄິດເຖິງ…ທຸກປີ” (Memories of New Years) ນຳທີມໂດຍຄູ່ພະນາງລາວ-ໄທ ບາບີ້-ຊາຄຣິດ!!!

ເຂົ້າສູ່ຍຸກ AEC ທັງທີ ວົງການຮູບເງົາກໍບໍ່ພາດທີ່ຈະມີຮູບເງົາດີໆເຊັ່ນ “ຄິດເຖິງ…ທຸກປີ” (Memories of New Years) ເຊິ່ງເປັນຮູບເງົາແນວຄວາມຮັກຂອງໄວໜຸ່ມສາວ ແລະ ຮູບເງົາເລື່ອງນີ້ກໍບໍ່ທຳມະດາ ເພາະຂົນເອົາກອງທັບນັກສະແດງຈາກຫຼາຍປະເທດ ຫຼາຍສັນຊາດເຊັ່ນ ລາວ,ໄທ, ຫວຽດນາມ ແລະ ກຳປູເຈຍ ມາຮ່ວມສະແດງກັນຢ່າງໜາແໜ້ນ. ຮູບເງົາເລື່ອງ “ຄິດເຖິງ…ທຸກປີ” (Memories of New Years) ໄດ້ເລີ່ມບວງສວງແລ້ວຕັ້ງແຕ່ວັນທີ 3 ຕຸລາ 2017 ທີ່ຜ່ານມາ ນຳທີມໂດຍ ຊາຄຣິດ ແຍ້ມນາມ ພະເອກດັງຫຼາກຫຼາຍຄວາມສາມາດ (ໄທ), ບາບີ້ ປິຍະມາດ ນັກສະແດງສາວຈາກລາວ, ໄວ ຮັງ ຈາກ (ກຳປູເຈຍ), ຊັນ ໂກ່ງ ເຊື່ອງ ຈາກ (ຫວຽດນາມ) ແລະ ນອກຈາກນັ້ນຍັງມີນັກສະແດງມາກຄວາມສາມາດອີກຫຼາຍຄົນເຊັ່ນ: ແພ ນັດຖະທິດາ, ກັສຈັງ ຈິຣ່າ …

Read More »

ໃຫ້ໂລກຮູ້ໄປເລີຍ!!! ຟ້າໃສ ຈິນນາລີ Miss Grand Laos ອາສາຂຶ້ນໂຊຄວາມສາມາດພິເສດໃນງານລ້ຽງຕ້ອນຮັບ Miss Grand International 2017

ມີຄວາມໂດດເດັ່ນອີ່ຫລີສຳລັບ ຈິນນາລີ ນໍລະສິງ ຫຼື (ຟ້າໃສ ) Miss Grand Laos 2017 ທີ່ໃນເວລານີ້ໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອປະກວດໃນເວທີລະດັບສາກົນ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ, ຟ້າໃສ ເປັນທີ່ຈັບຕາເບິ່ງຂອງສື່ມວນຊົນຫຼາຍປະເທດເພາະມີຄວາມງາມ ແລະໂດດເດັ່ນໃນຕົວ, ຫຼ້າສຸດ ກໍຍິ່ງເປັນທີ່ຈັບຕາເບິ່ງເຂົ້າໄປອີກ ເພາະໃນຄໍ່າຄືນຂອງວັນທີ 8 ຕຸລາ 2017 ຟ້າໃສ ໄດ້ສະແດງຄວາມສາມາດ ແລະ ກ້າຫານ ສະໝັກຂຶ້ນຮ້ອງເພັງ “Someone like you” ໃນງານລ້ຽງຕ້ອນຮັບ Miss Grand International 2017 ທີ່ປະເທດຫວຽດນາມ. (ເກັ່ງໆ…ຂໍສຽງຕົບມືໃຫ້ນ້ອງ ຟ້າໃສ ແດ່) ຈິນນາລີ ນໍລະສິງ Miss Grand Laos ຮ້ອງເພງ Laos ?? ??? …

Read More »

ສາທຸ ສາທຸ! ພະອາຈານຜູ້ສະແຫວງ 108 ອົງ ເດີນທາງຜ່ານລາວ ເປັນບຸນຕາແກ່ຜູ້ທີ່ພົບເຫັນ!

ນັບເປັນບຸນຕາແກ່ຜູ້ຄົນທີ່ພົບເຫັນ ໃນວັນທີ 7 ຕຸລາ 2017 ໄດ້ເກີດປະກົດການທີ່ບໍ່ຄ່ອຍຈະໄດ້ພົບເຫັນເລື້ອຍໆ  ພະອາຈານຜູ້ສະແຫວງບຸນຊາວພຸດຈີນຈາກ ປະເທດ ອິນເດຍ 108 ອົງ ເດີນທາງຈາກ ປະເທດ ອິນເດຍ ຜ່ານ ສປ ຈີນ ຕອນນີ້ຍ່າງຮອດລາວແລ້ວ ເຊິ່ງຄາດວ່າຈະຍ່າງຜ່ານຫຼາຍແຂວງໃນ ປະເທດລາວ. ເຊີນຊວນຊາວພຸດນອ້ມຮັບບຸນຮ່ວມກັນ ອີກບໍ່ເທົ່າໃດວັນກໍຈະຮອດ ແຂວງ ຫຼວງພະບາງ ນະຄອນຫຼວງວຽງຈັນ ຈຳປາສັກ, ສາທຸ ສາທຸ ເອົາບຸນນຳກັນເດີ້ແຟນໆ. #ແຊຣໄປສິ່ງດີໆຈະເກີດແກ່ຕົວທ່ານ ທີ່ມາຈາກ: Vannaly Kongmanivong

Read More »

Wow! ຮູ້ສຶກແປກຕາ…ກັບ ເຈນນີ່ ຕົ້ນຄຳ Miss world lao ຂໍບອກວ່າງາມຂຶ້ນເປັນກອງ ຈົນເກືອບບໍ່ຈື່!!!

Wow wow wowww! ຮູ້ສຶກແປກຫູແປກຕາກັບ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss world lao 2017 ທີ່ຊ່ວງນີ້ກຳລັງຢູ່ໃນຊ່ວງກຽມຕົວ ກຽມຄວາມພ້ອມຢ່າງເຕັມທີ່ເພື່ອເດີນທາງໄປເປັນຕົວແທນປະເທດລາວ ເພື່ອໄປປະກວດໃນລະດັບເວທີສາກົນ Miss world 2017 ທີ່ ສປ ຈີນ ໃນວັນທີ 18 ພະຈິກ ທີ່ຈະມາເຖິງນີ້ ແລະ ກໍຂໍບອກເລີຍວ່າ ເຈນນີ່ ເບິ່ງແຍງຕົວເອງໄດ້ດີຫຼາຍຈົນງາມຂຶ້ນເປັນກອງ ຈົນເກືອບຈະບໍ່ຈື່ ຈາກທີ່ກ່ອນໜ້າກໍງາມຢູ່ແລ້ວ ດຽວນີ້ກໍຍິ່ງງາມ ໜ້າຕານາງມີຄວາມຄົມຂຶ້ນ ດັງນິເປັນສັນລຽວ ເບິ່ງແລ້ວງາມໆ ສົມແລ້ວທີ່ໄດ້ຮັບຕຳແໜ່ງອັນຊົງກຽດ Miss world lao 2017. ບໍ່ຮູ້ວ່າສາວ ເຈນນີ່ ໄປກິນຫຍັງມາ ຫຼື ໄປເຮັດຫຍັງມານໍຄືມາງາມຂຶ້ນແທ້? ຫວ່າງໆກໍຊ່ວຍມາບອກເຄັດລັບຄວາມງາມໃຫ້ກັບແຟນໆ ຂວັນໃຈ ແດ່ (ອິອິ)!!! ຮູບພາບຫຼ້າສຸດຂອງ ເຈນນີ່ (ໂອ້ຍຍຍ!!! ຊັງມາງາມແທ້ລູກ…) ຮູບພາບກ່ອນໜ້າ… ງາມໆອີ່ຫລີສາວລາວ…ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ …

Read More »

ຫວານຊຶ້ງນໍ້າຕາແຕກ! ຟຣຸກ ຈິຣະ ໂຊຄວາມແມນຂໍ ແອັບເປີ້ນ ສີສະຫງຽນ ແຕ່ງດອງ!!! (ມີຄລິບ)

(Will you marry me?    Yes…I do) ຫວານຊຶ້ງຕຶງໃຈນໍ້າຕາແຫ່ງຄວາມປິຕິຍິນດີແຕກໄປຕາມໆກັນ ຣ໋ອດຮິດບໍ່ມີໃຜບໍ່ເວົ້າເຖິງໄປບໍ່ໄດ້ເລີຍສຳລັບຄູ່ຮັກສາວລາວ-ບ່າວໄທ ວ່າທີ່ເຈົ້າບ່າວເຈົ້າສາວປ້າຍແດງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ທີ່ໂຊຄວາມຫວານຕັ້ງແຕ່ເລີ່ມຄົບກັນຈົນຜ່ານໄປເປັນ 10 ປີ ຄວາມຫວານນັ້ນກໍຍັງບໍ່ຈາງ ຫຼ້າສຸດ ໜຸ່ມ ຟຣຸກ ວ່າທີ່ເຂີຍລາວຈັດງານຂໍແຕ່ງດອງສາວ ແອັບເປີ້ນ ພ້ອມທັງເຊີນບັນດາອ້າຍນ້ອງ ແລະ ໝູ່ເພື່ອນມາຮ່ວມຍິນດີກັບທັງສອງໃນງານຢ່າງອົບອຸ່ນ. ສຳລັບ ແອັບເປີ້ນ ແລະ ຟຣຸກ ມີກຳນົດແຕ່ງດອງກັນໃນວັນທີ 3 ພະຈິກ 2017 ນີ້ ເຊິ່ງຂໍບອກວ່າຈັດໜັກຈັດເຕັມ ເພາະຈະມີພິທີແຕ່ງດອງໃນແບບປະເພນີ 3 ຊາດຄື ລາວ, ໄທ ແລະ ຈີນ. (ຂໍສະແດງຄວາມຍິນດີກັບ ແອັບເປີ້ນ ແລະ ຟຣຸກ ຫຼາຍໆເລີຍເດີ້) …

Read More »