Breaking News

Home

ແຂ້ວເປັນສະເໜ່ຢ່າງໜຶ່ງທີ່ສຳຄັນຫຼາຍ ຮູ້ໄວ້ບໍ່ເສຍຫາຍກັບການຟອກແຂ້ວຂາວດ້ວຍແສງ Zoom

ຟອກແຂ້ວຂາວງ່າຍໆ ດ້ວຍແສງZoom ເຄີຍເປັນບໍ່ ອຸກໃຈ ແຂ້ວບໍ່ຂາວ ບໍ່ງາມ … ທີມງານຂວັນໃຈ ເຂົ້າໃຈບັນຫາແຟນໆດີ ຈຶ່ງຈັດມາພິເສດ ສໍາລັບໃຜທີ່ກໍາລັງມີບັນຫາເລື່ອງແຂ້ວບໍ່ຂາວ ອ່ານທາງນີ້ເລີຍ ເພາະແຂ້ວນັ້ນເປັນສະເໜ່ຢ່າງໜຶ່ງ ທີ່ສຳຄັນຫຼາຍ ເປັນຈຸດດຶງດູດສາຍຕາເວລາເຮົາເວົ້າຈາກັບຄົນອື່ນ ຄົນທີ່ມີແຂ້ວຮຽງຕົວກັນງາມ ແຂ້ວຂາວສະອາດຖືວ່າເປັນໂຊກອັນດີ ເພາະຈະເຮັດໃຫ້ຜູ້ທີ່ໄດ້ລົມ ໄດ້ຢູ່ໃກ້ປະທັບໃຈໄດ້ງ່າຍ ສ່ວນໃຜທີ່ມີແຂ້ວຊ້ອນ ຫຼືງ່ຽງໄປງ່ຽງມາ ແຖມຍັງເຫຼືອງອີກ ເວລາຍິ້ມກໍຂາດຄວາມໝັ້ນໃຈ ອາດເຖິງຂັ້ນມິດບໍ່ຢາກເວົ້າກັບຄົນອື່ນ ສະນັ້ນ ການຟອກແຂ້ວຂາວດ້ວຍເລເຊີ Zoom ຟອກສີແຂ້ວຈຶ່ງເຂົ້າມາແກ້ໄຂບັນຫາສີຂອງແຂ້ວທີ່ເຫຼືອງໃຫ້ກັບທຸກຄົນໄດ້. ການຟອກແຂ້ວເລເຊີ Zoom ແມ່ນຫຍັງ? Zoom ເປັນນະວັດຕະກໍາການຟອກສີແຂ້ວໃນຮູບແບບໃໝ່ທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນການຟອກແຂ້ວດ້ວຍແສງ Zoom ແມ່ນການຍິງແສງ  ໃສ່ແຂ້ວທີ່ເຄືອບດ້ວຍ gel ຟອກສີແຂ້ວ Zoom ແສງ ແລະ gel Zoom ຈະເຮັດວຽກຮ່ວມກັນ ດ້ວຍການອອກລິດຢ່າງອ່ອນໂຍນທີ່ສຸດໃນການສະລາຍຮອຍເປິະເປື້ອນທີ່ຕິດຢູ່ຜິວແຂ້ວ ແລະ ບໍ່ທໍາລາຍໂຄງສ້າງຂອງແຂ້ວ ເຮັດໃຫ້ແຂ້ວບໍ່ເສຍຮູບຮ່າງງາມແບບເປັນທໍາມະຊາດ ການຟອກແຂ້ວເລເຊີ Zoom …

Read More »

(ເຊຍລາວ) ມາເບິ່ງ! ຊຸດປະຈຳຊາດທີ່ ຈ່ອນນີ້ ໄຊຍະສານ ໃຊ້ເຂົ້າໃນການປະກວດ “Mister Universal Ambassador”

ມາເບິ່ງ ຊຸດປະຈຳຊາດທີ່ຕົວແທນຈາກປະເທດລາວ ໜຸ່ມ  ສິຣິວັນ ໄຊຍະສານ  (ຈ່ອນນີ້) ໄດ້ສວມໃສ່ເຂົ້າໃນການປະກວດ “Mister Universal Ambassador” ທີ່ຈັດຂຶ້ນຢູ່ທີ່ປະເທດ ອິນໂດເນເຊຍ (Indonesia) ທີ່ຈະຕັດສິນກັນໃນວັນທີ 6 ຕຸລາ 2017 ທີ່ຈະມາເຖິງນີ້. ມາຮ່ວມກັນໂຫວດໃຫ້ ໜຸ່ມ ຈ່ອນນີ້ ຕົວແທນປະເທດລາວ ໂດຍເຂົ້າໄປທີ່ເພສ Mister Universal Ambassador ແລ້ວເຂົ້າໄປກົດໄລ້ ກົດແຊຣ ຈະຊ່ວຍໃຫ້ຕົວແທນຈາກປະເທດລາວມີຄະແນນສະສົມ. ຮູບພາບ: Johnny Xayyasan , Mister Universal Ambassador

Read More »

ເຫັນແລ້ວຮູ້ສຶກຮ້ອນວູບວາບ! ໂປ້ ສຸພົນສາ ໜຸ່ມກ້າມໃຫ່ຍ ນິໃສດີ Profile ເລີດຂວັນໃຈສາວໆ!!!

ຊ່ວງຕົ້ນອາທິດແບບນີ້ມັນກໍຈະຫຍຸ້ງວຽກເຮັດໃຫ້ເພື່ອນໆຫຼາຍໆຄົນກໍຈະຮູ້ສຶກເບື່ອໆແດ່ ຄ້າຍໆກັບ ຊະນີIndy ທີ່ມີຄວາມເຊັງໆ  ເລີຍບໍ່ຢູ່ລ້າ… ໄປຊອກຫາອາຫານຫູອາຫານຕາມາຝາກແຟນໆທຸກຄົນ, ມາຮູ້ຈັກກັບອີກໜຶ່ງໜຸ່ມສຸດເຈົ້າຊູ້ ໜຸ່ມນັກທຸລະກິດນ້ອງໃໝ່ໄຟແຮງ ລອງມາຮູ້ຈັກກັບທ້າວເບິ່ງຮັບຮອງຈາກທີ່ເຄີຍ ເມື່ອຍໆ ເບື່ອໆ ແຟນໆຕ້ອງກັບມາຫ້າວຫັນແນ່ນອນເພາະມີຄວາມດີຕໍ່ໃຈແທ້ໆ… ຂວັນໃຈ: ແນະນຳຕົນເອງ ໂປ້: ສະບາຍດີ! ແຟນໆ ຂວັນໃຈ ຂ້າພະເຈົ້າຊື່ ສຸພົນສາ ນິຍົມ ເອີ້ນງ່າຍໆວ່າ “ໂປ້” ອາຍຸ 29 ປີ ເປັນຜູ້ອໍານວຍການສະຖາບັນການເງິນຈຸລະພາກ ຈະເລີນຊັບ (ຖືວ່າເປັນສະຖາບັນນ້ອງໃໝ່ ຫາກໍເປີດດຳເນີນທຸລະກິດ . ໂປ້ ຈົບການສຶກສາລະດັບປະລິນຍາຕີ ສາຂາ ພົວພັນການຕ່າງປະເທດ ທີ່ມະຫາວິທະຍາໄລ Dai hoc ngoai giao ປະເທດຫວຽດນາມ ແລ້ວເຂົ້າເຮັດວຽກເປັນພະນັກງານ ພະແນກຄຸ້ມຄອງສິນເຊື່ອ ທະນາຄານ ຊາຄອມແບັງ (Sacom Bank) 3 ປີ ຫຼັງຈາກນັ້ນ, …

Read More »

ມັນກໍຈະຮູ້ສຶກຢູ່ໜ້ອຍໜຶ່ງ! 7 ສັນຍານ ທີ່ໝັ້ນໃຈເລີຍວ່າໝູ່ຄົນນັ້ນກໍາລັງມັກເຮົາຢູ່

ເຫັນໝູ່ຕັ້ງ Status ແປກໆ ແລະ Post ເພງ ແລ້ວຍັງມັກແທັກ (Tag) ຫຍັງມາບໍ່ຮູ້ ເພາະບໍ່ເຄີຍສົນໃຈ ຈົນມີຄົນມາບອກວ່າ! “ເຮີ່ຍ…ເຮົາວ່າລາວຕ້ອງມັກໂຕຢູ່ແນ່ນອນ” ຫາກໍຮູ້ຄວາມໝາຍ! ຢູ່ນໍາກັນທຸກມື້ຈົນມີໃຜຄົນໜຶ່ງຫວັ່ນໄຫວ ຢາກຮູ້ບໍ່ວ່າໝູ່ຜູ້ຊາຍທີ່ເຂົາກໍາລັງລັກມັກເຮົາຢູ່ມີອາການແນວໃດ, ຕ້ອງເບິ່ງແນວໃດ? ມາ Check ກັນເລີຍ! ອອກປາກມາວ່າຈະລ້ຽງເຂົ້າ ບາງເທື່ອກໍຮູ້ຈັກກັນໄດ້ບໍ່ດົນ ແຕ່ກໍພໍຮູ້ຈັກກັນຢູ່ ເຮືອນເຮົາກໍບໍ່ໄດ້ອຶດຫິວ ແຕ່ທ້າວມາຂໍລ້ຽງເຂົ້າ, ລ້ຽງຂະໜົມເຮັດຫຍັງກໍບໍ່ຮູ້? ຮູ້ ຫຼືບໍ່ວ່າການທີ່ຜູ້ຊາຍບອກວ່າຈະລ້ຽງເຂົ້ານັ້ນໝາຍຄວາມວ່າ ລາວກໍາລັງຊອກໂອກາດຢູ່ນຳເຮົາສອງຕໍ່ສອງ ຕ້ອງການໃຊ້ເວລາຢູ່ກັບເຮົາພຽງລໍາພັງ ເພາະຖ້າຫາກໄປກັບໝູ່ຫຼາຍໆຄົນກໍໝົດໂອກາດໄດ້ລົມກັນເລີຍ! ອ້າວ! ຖ້າມີໝູ່ມາຊວນແບບນີ້ກໍບອກໄວ້ກ່ອນວ່າ ບໍ່ມີໃຈກໍຢ່າຕົວະກິນຟຣີເດີ້! ຊວນໄປໃສກໍໄປ ບໍ່ວ່າເຈົ້າຈະມີກິດຈະກຳທີ່ບໍ່ມີປະໂຫຍດປານໃດກໍຕາມ ແຖມຍັງຊອກເພື່ອນສາວໄປນໍາບໍ່ໄດ້ ສຳລັບໝູ່ຄົນນີ້ແລ້ວເມື່ອອອກປາກຊວນ ເຂົາຈະບໍ່ຍອມພາດ ຍິນດີໄປນໍາເຮົາທຸກແຫ່ງຫົນ ທຸກສະຖານະການ ພ້ອມຈະເປັນຄົນຂັບລົດ, ຂີ່ເຮືອໄປເປັນໝູ່ເຈົ້າ ເຖິງວ່າຈະຍັງບໍ່ຮູ້ວ່າເຈົ້າມີແຜນຈະໄປເຮັດຫຍັງຢູ່ໃສ ກໍມັນເປັນຄວາມສຸກຂອງລາວທີ່ໄດ້ຢູ່ກັບຄົນທີ່ມັກ! ເປັນຄົນທໍາອິດທີ່ທ້ວງໃນການປ່ຽນແປງຂອງເຈົ້າ ຖ້າເຈົ້າຫາກໍເຮັດສີຜົມ, ຕັດຜົມ, ທາເລັບມາໃໝ່! ເຊື່ອບໍ່ວ່າ ໝູ່ຄົນນັ້ນຂອງເຈົ້າຈະສັງເກດເຫັນການປ່ຽນແປງຂອງເຈົ້າກ່ອນໃຜ …

Read More »

ມາຮູ້ຈັກກັບ!!! ປະຫວັດຄວາມເປັນມາ, ຄວາມໝາຍ ແລະ ຄວາມສໍາຄັນ ຂອງປະເພນີບຸອອກພັນສາ ປະວໍຣະນາ 1 ໃນຮີດ 12 ຮີດຂອງຄົນລາວ… (ແຊຣເອົາບຸນ)

ປະເພນີທີ 11: ບຸນອອກພັນສາ (ບຸນເດືອນ 11) ສະບາຍດີແຟນໆຂັວນໃຈ ໄລຍະນີ້ກໍເປັນໄລຍະຂອງປະເພນີບຸນອອກພັນສາ (ບຸນເດືອນ 11) ຫຼືບຸນຊ່ວງເຮືອ ທີ່ຄົນລາວຊາວພຸດຮູ້ຈັກກັນດີ ແລະ ມື້ນີ້ພວກເຮົາຈະພາແຟນໆໄປຮູ້ຈັກກັບ ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງປະເພນີນີ້ກັນວ່າ ມີທີ່ໄປທີ່ມາແນວໃດ? ໄປຮູ້ຈັກກັນເລີຍ!! ປະຫວັດຄວາມເປັນມາ: ປະເພນີອອກພັນສານັ້ນສ່ວນໃຫຍ່ແລ້ວ ຈະເນັ້ນທີ່ການທໍາບຸນທໍາທານ ແລະ ຕັກບາດເທໂວ ເຫດທີ່ຕ້ອງທໍາບຸນຕັກບາດເທໂວໃນວັນອອກພັນສານັ້ນ ເພາະຖືເອົາເທສະການສະເດັດລົງ ຈາກສະຫວັນຂອງພຣະພຸດທະເຈົ້າ ເຊິ່ງຕໍານານກ່າວວ່າ: ພຣະພຸດທະເຈົ້າຊຶ່ງມີຄວາມຕ້ອງການໄປໂປຣດພຣະມານດາທີ່ຢູ່ເມືອງສະຫວັນຊັ້ນດາວະດິງແລ້ວ ແລະ ໄປຈໍາພັນສາຢູ່ທີ່ນັ້ນ ຈົນຄົບໄຕຣມາດ 3 ເດືອນ ພໍເຖິງວັນອອກພັນສາ (ເພັງ 15 ຄໍ່າເດືອນ 11) ແລ້ວຈຶ່ງສະເດັດກັບເມືອງມະນຸດ ຂະນະທີ່ສະເດັດກັບກໍມີພະພຸດທະສາສະະນິກກະຊົນ ໄດ້ຄອຍຕ້ອນຮັບ ແລະ ລໍຖ້າໃສ່ບາດຢ່າງມາກມາຍ ຊຶ່ງມີທັງພຣະພິຂຸ ປະຊາຊົນທີ່ຈະໃສ່ບາດໃນຈໍານວນຫຼວງຫຼາຍ ບາງຄົນບໍ່ສາມາດເຂົ້າໃກ້ ແຕ່ຢາກໃສ່ບາດຈຶ່ງໂຍນເຂົ້າໃສ່ບາດໃນພຣະພຸດທະເຈົ້າ ແລະ ສາວົກ ເປັນເຫດໃຫ້ເກີດມີປະເພນີຕັກບາດເທໂວ …

Read More »