ອ໊າຍໆໆໆ! ຂວັນ ອຸສາມະນີ ໄວທະຍານົນ ດາລາ-ນັກສະແດງຊື່ດັງປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ ໃນວັນທີ 29 ກັນຍາ 2017 ເຊີ່ງພໍແຕ່ມາຮອດ ຂວັນ ອຸສາມະນີ ກໍໄດ້ນຸ່ງຊຸດໄໝລາວ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງລາວຫຼາຍແຫ່ງ ແລະ ຍັງໄດ້ໂພສເຖິງປະເທດລາວເຮົາວ່າ “ສະບາຍດີ” “ຮັກເມືອງລາວ ແລະ ຊຸດລາວຫຼາຍໆເດີ້ ຂອບໃຈຊຸດງາມໆອັນເປັນເອກະລັກຂອງປະເທດລາວ” ພໍແຕ່ໂພສກໍເຮັດໃຫ້ມີແຟນຄລັບຊາວລາວທີ່ມັກ ແລະ ຮັກໃນຜົນງານຂອງ ຂວັນ ອຸສາມະນີ ເຂົ້າມາກົດໄລ້ ກົດແຊຣ ແລະ ຄອມເມັ້ນຍິນດີຕ້ອນຮັບດາລາສາວຄົນນີ້ສູ່ປະເທດລາວກັນຢ່າງຫຼວງຫຼາຍ. ນອກຈາກນີ້ແຟນຄລັບທີ່ບັງເອີນເຈິສາວຄົນນີ້ຫຼາຍຄົນກໍຕ່າງບອກເປັນສຽງດຽວກັນວ່າ ຂວັນ ອຸສາມະນີ ໂຕແທ້ໜ້າຮັກ ນິໃສດີ ແລະ ງາມຫຼາຍໆ!!! รักเมืองลาวชุดลาวหลายๆเลยเด้อ?? ขอบคุณชุดสวยๆที่มีเอกลักษณ์ของประเทศลาว ใครอยากได้ชุดไหมสวยๆแบบขวัญ เข้าไปเลือกชมที่ FB:Teangsilkcottonshop #kwanfanmeetinglaos A post shared by Kwan Usamanee …
Read More »Home
ນໍ້າຕົກຕາດຟານ ເປັນນໍ້າຕົກຕາດສອງສາຍທີ່ໄຫຼມາຈາກພູຟາກກົງກັນຂ້າມ ຕົກຂະໜານກັນລົງໄປສອງສາຍ ເຊິ່ງມີຄວາມສວຍງາມສະຫງ່າ ແລະຍິ່ງໃຫຍ່ຫຼາຍ
ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ແລະອາຍໝອກ ສະບັບນີ້ ອິນດີ້ພາທ່ຽວ ຂໍເອົາໃຈສາວໆຂາລຸຍທີ່ຮັກໃນການທ່ອງທ່ຽວ ແລະ ຮັກໃນທຳມະຊາດທັງຫຼາຍ ໂດຍການພາຂີ່ລົດຈັກສຳຜັດກັບທຳມະຊາດ ແລະ ຜູ້ຄົນສອງຂ້າງທາງ ເລາະອາບນໍ້າຕົກໄປເລື້ອຍໆ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແລະ ແຕ່ລະບ່ອນແມ່ນຢູ່ໃກ້ໆກັນເຮັດໃຫ້ເຮົາຂີ່ລົດຈັກເລາະຢ່າງສະບາຍເລີຍ. ເລີ່ມຕົ້ນ Trip ນີ້ຂອງພວກເຮົາ ໂດຍການຫາທີ່ພັກໃນຕົວເມືອງປາກເຊກ່ອນ ແນະນໍາໃຫ້ຫາທີ່ພັກໃກ້ໆກັບບ່ອນເຊົ່າລົດຈັກ ເຊິ່ງບາງໂຮງແຮມຈະມີບໍລິການໃຫ້ເຊົ່າລົດຈັກນຳ ຈະຊ່ວຍເພີ່ມຄວາມສະດວກໃຫ້ເຮົາໄດ້ຫຼາຍຂຶ້ນຕື່ມ, ຕື່ນເຊົ້າ ພວກເຮົາກໍຕ້ອງເຕີມພະລັງກ່ອນອອກເດີນທາງດ້ວຍເຂົ້າປຽກເສັ້ນຮ້ານດັງ ທີ່ຢູ່ບໍລິເວນໂຮງໜັງເກົ່າ ຫຼັງຈາກກິນເຕັມອີ່ມແລ້ວເຮົາກໍເລີ່ມອອກເດີນທາງ ມຸ່ງໜ້າໄປເມືອງປາກຊ່ອງທັນທີ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ …
Read More »So cute! ແອັບເປີ້ນ ສີສະຫງຽນ ຖືກໝູ່ເຊີໄພ້ຈັດງານປາຕີ້ສະລະໂສດໃຫ້!!!
ມີຄວາມໜ້າຮັກ ມຸ້ງມິ້ງຟຣຸ້ງຟຣິ້ງ ສຳລັບສາວ ແອັບເປີ້ນ ສີສະຫງຽນ ສີຫາລາດ ວ່າທີ່ເຈົ້າສາວປ້າຍແດງ ທີ່ຫຼ້າສຸດຖືກບັນດາໝູ່ສະນິດຈັດງານເຊີໄພ້ (Surprise) ໂດຍມີການຈັດງານ ປາຕີ້ສະລະໂສດ (Apple’s Hen night) ກ່ອນທີ່ຈະຮອດມື້ແຕ່ງດອງແທ້ 3 ພະຈິກນີ້, ພາຍໃນງານເຕັມໄປດ້ວຍຄວາມ happy ເພາະຖືເປັນການລວມຕົວຂອງແກັງເພື່ອນສາວທັງໃນ ແລະ ນອກວົງການ ງານກໍຈັດໄດ້ໜ້າຮັກຫວານແວ໋ວ ເຕັມໄປດ້ວຍສີບົວໄປໝົດທົ່ວທັງງານ. ນອກຈາກນັ້ນບັນດາໝູ່ສະໜິດຂອງສາວ ແອັບເປີ້ນ ຍັງພ້ອມໃຈກັນໃສ່ໜ້າກາກ ຟຣຸກ ຈິລະ ເຊິ່ງເປັນວ່າທີ່ເຈົ້າບ່າວຂອງ ແອັບເປີ້ນ ນຳອີກ, ຢ່າງໃດກໍຂໍສະແດງຄວາມຍິນດີກັບຄຸ່ຮັກສາວລາວ-ບ່າວໄທຫຼາຍໆເດີ້!!! ຮູບພາບ: Appleminiberry
Read More »ມາເອົາໃຈສາວໆທີ່ບໍ່ມັກແຕ່ງໜ້າ ກັບ! 7 ຂໍ້ດີຂອງການບໍ່ແຕ່ງໜ້າ!!!
ມື້ນີ້ ມາເອົາໃຈສາວໆທີ່ບໍ່ມັກແຕ່ງໜ້າ ກັບຂໍ້ດີຂອງການບໍ່ແຕ່ງໜ້າວ່າມັນມີດີຫຍັງແດ່? ຮູູ້ວ່າ! ການແຕ່ງໜ້າເຮັດໃຫ້ສາວໆງາມຂຶ້ນຕຶ່ມຫຼາຍ ດັ່ງຄໍາເວົ້າທີ່ເຮົາເຄີິຍໄດ້ຍິນກັນມາຕັ້ງແຕ່ຕອນຮຽນມັດທະຍົມວ່າ “ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ” ກໍຄືເວົ້ານັ້ນແຫຼະ! ເຖິງຈະແຕ່ງແລ້ວງາມແນວໃດ ແຕ່ສໍາລັບສາວໆບາງຄົນແລ້ວກໍບໍ່ຄ່ອຍມັກແຕ່ງໜ້າປານໃດ ໂດຍສະເພາະສາວໆທີ່ເປັນຄົນຫ້າວໆແດ່ກໍບໍ່ໄດ້ສົນໃຈເລື່ອງນີ້ຢູ່ແລ້ວ? ເຮົາມາເບິ່ງນໍາກັນວ່າ ການບໍ່ແຕ່ງໜ້າວ່າມີດີຫຍັງແດ່??? ປະຢັດເງິນ ຂໍ້ດີຂອງຄົນບໍ່ແຕ່ງໜ້າທໍາອິດເລີຍຄື: ປະຢັດເງິນ ອັນນີ້ກໍແນ່ນອນຢູ່ແລ້ວເພາະສໍາລັບຄົນທີ່ແຕ່ງໜ້າ ເຈົ້າຕ້ອງໄດ້ເສຍເງິນໃຫ້ກັບ Brand ເຄື່ອງສໍາອາງຕ່າງໆທີ່ໃຊ້ແລ້ວດີ ໃສຈະຍັງຕ້ອງແລ່ນນໍາເຄື່ອງສໍາອາງລຸ້ນໃໝ່ໆອອກມາອີກ ໂອ່ຍ ແລ່ນນໍາຈົນບໍ່ທັນ ແຕ່ສໍາລັບຄົນທີ່ບໍ່ແຕ່ງໜ້າແລ້ວ ສະບາຍໂລດແຫຼະ ບໍ່ໄດ້ສົນໃຈນໍາເຄື່ອງສໍາອາງເລີຍດີບໍ່? ຫຼຸດເວລາກຽມຕົວກ່ອນອອກຈາກເຮືອນ ສາວໆຄົນໃດທີ່ມັກແຕ່ງໜ້າມັກຈະຕ້ອງໃຊ້ເວລາກຽມຕົວກ່ອນອອກຈາກເຮືອນເປັນພິເສດແດ່! ເຊິ່ງອາດຈະຕ້ອງໄດ້ຕື່ນເຊົ້າກວ່າປົກກະຕິເພື່ອເວລາແຕ່ງໜ້າ! ແຕ່ຖ້າເຈົ້າບໍ່ແຕ່ງໜ້າແນ່ນອນວ່າເວລາຂອງເຈົ້າກໍເຫຼືອເຟຶອ ສາມາດຕື່ນສວາຍໆໄດ້! ປະເພດແບບຕື່ນມາລ້າງໜ້າ, ອາບນໍ້າ, ນຸ່ງເຄື່ອງໄປວຽກໄດ້ເລີຍ!! ຜິວໄດ້ຫາຍໃຈ ການແຕ່ງໜ້າເປັນສິ່ງທີ່ດີເພາະສາມາດອໍາພາງຂໍ້ບົກຜ່ອງຕ່າງໆເທິງໃບໜ້າເຮົາໄດ້ ແຕ່ຖ້າເບິ່ງໃນອີກມຸມໜຶ່ງມັນກັບເຮັດໃຫ້ຜິວຂອງເຮົາບໍ່ສາມາດຖ່າຍເທອາກາດໄດ້ເລີຍ ໂດຍສະເພາະການໂບກຮອງພື້ນໜາໆຕາມດ້ວຍແປ້ງຕ່າງໆ ເຊິ່ງຫາກສາວໆລ້າງເຄື່ອງສໍາອາງອອກບໍ່ໝົດ ບັນຫາພວກສິວອຸດຕັນກໍຈະມາເຢືອນຢ່າງແນ່ນອນ. ແຕ່ຖ້າຫາກສາວໆບໍ່ມັກແຕ່ງໜ້າ ຜິວຂອງເຮົາກໍສາມາດຫາຍໃຈໄດ້ຢ່າງສະດວກຂຶ້ນ ແລະ ຫຼຸດໂອກາດທີ່ສານເຄມີຈະຕົກຄ້າງເທິງໃບໜ້າອີກ. ບໍ່ຕ້ອງກັງວົນວ່າໜ້າຈະເປື້ອນເມື່ອໄຫ້ ສາວໆທີ່ມັກແຕ່ງໜ້າຈະເຂົ້າໃຈດີວ່າ ການຮ້ອງໄຫ້ໃນຂະນະແຕ່ງໜ້າແບບຈັດເຕັມນັ້ນຈະເຮັດໃຫ້ເຄື່ອງສໍາອາງໄຫຼຍ້ອຍ ເຮັດໃຫ້ໃບໜ້າໂຊມ ແລະ …
Read More »ຄວາມພ້ອມລ້ານເປີເຊັນ! ເມ ວະລິສາລາ ເດີນທາງປະກວດ Miss Global 2017 ທີ່ Cambodia!!!
ວະລິສາລາ ຕັງສຸວັນ (ເມ) ອາຍຸ 28 ປີ ລວງສູງ 170 ຊັງຕີແມັດ ເດີນທາງຮ່ວມປະກວດ Miss Global 2017 ທີ່ປະເທດ ກຳປູເຈຍ (Cambodia) ເຊິ່ງສຳລັບການປະກວດຈະຈັດຂຶ້ນໃນວັນທີ 18 ພະຈິກ 2017 ນີ້ ຮ່ວມເປັນກຳລັງໃຈໃຫ້ ເມ ວະລິສະລາ ສູ້ສູ້. ສຳລັບ ເມ ວະລິສະລາ ເອີ້ນໄດ້ວ່າເປັນນາງງາມເດີນສາຍ ມີປະສົບການປະກວດໃນເວທີໃຫ່ຍໆໃນລະດັບໂລກມາແລ້ວຫຼາຍເວທີ ຫຼ້າສຸດສາມາດຄວ້າລາງວັນຊະນະເລີດ Miss exquisite Asia ມາໄດ້ແບບສົດໆຮ້ອນໆ ແລະ ຍັງເປັນ ຮອງອັນດັບ 2 Miss universe Laos 2017 ອີກດ້ວຍ. #ແຊຣໄປເປັນກຳລັງໃຈໃຫ້ສາວລາວ ຮູບພາບ: Varissara May Tangsouvanh
Read More »