Breaking News

Home

ເພີ່ມສະເໜ່ໄດ້ບໍ່ຍາກ! ດ້ວຍການເປັນຄົນມີ “Passion”… ມາເບິ່ງ! ວິທີຊອກ “Passion” ງ່າຍໆ ເພີ່ມຄວາມໜ້າສົນໃຈໃຫ້ຕົວເອງ!!!

Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ.. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ເພື່ອນຮູ້ໃຈຂອງສາວທັນສະໄໝ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ …

Read More »

ງາມແບບ ຫຼິງຫຼິງ ຫຼືງາມແບບໂຕເຮົາເອງ ເນລະມິດໄດ້ທີ່ SK Clinic…

 ປິຍະດາ ອິນທະວົງ (ຫຼິງຫຼິງ), ອາຍຸ 25 ປີ, ນັກສະແດງ-ນາງແບບ  ແພດຍິງ ຢາອາພາ ນະສຸນີ (ໝໍ ບຸ້ງ), ອາຍຸ 32 ປີ, ປະທານ SK Clinic   ສະບາຍດີ ຫຼິງຫຼິງ ໄດ້ຍິນວ່າງາມຂຶ້ນຫຼາຍ ຫຼັງຈາກໄດ້ເປັນພຣີເຊັນເຕີຂອງ SK Clinic? ໂດຍ… ຫຼິງຫຼິງ ກໍເປັນຄົນລາວຄົນທຳອິດເລີຍ ທີ່ໄດ້ເປັນພຣີເຊັນເຕີ ຂອງ SK clinic ທັງໝົດ 7 ສາຂາ ທົ່ວປະເທດໄທ ກໍຮູ້ສຶກຍິນດີ ຂໍຂອບໃຈທີ່ຜູ້ໃຫຍ່ທີ່ໃຫ້ໂອກາດ ແລະຂອບໃຈ ໝໍບຸ້ງ ເຈົ້າຂອງຄລີນິກທີ່ເພິ່ນເຫັນວ່າ ຫຼິງຫຼິງ ມີຄວາມເໝາະສົມ (ຍິ້ມ) ເລື່ອງງາມຂຶ້ນນິ ຫຼິງຫຼິງ ບໍ່ຂໍປະຕິເສດ ເພາະມີປະສົບການດ້ວຍຕົນເອງມາແລ້ວ ຈຶ່ງເຊື່ອໝັ້ນໃນຝີມື ແລະນະວັດຕະກຳໃໝ່ໆຂອງເພິ່ນ …

Read More »

ລະລາຍກັບຄວາມ Hot ຮ້ອນແຮງຂອງສາວ ກີ້ ທັດສະໄນ ທີ່ບອກໄດ້ເລີຍວ້າຕ້ອງຮ້ອງ ວ້າວວວ!!!

(Sexy sexy Naughty naughty) ທີ່ ຊະນີIndy ຂຶ້ນຕົ້ນມາດ້ວຍຄວາມເຊັກຊີ່ແບບນີ້ ເປັນຫຍັງໄປບໍ່ໄດ້ເລີຍ ກໍເພາະສາວ ກີ້ ທັດສະໄນ ລາມາງກຸນ ພິດຕີ້ຊື່ດັງ ທີ່ດຸໝັ່ນໂຊຄວາມເຊັກຊີ່ເລື້ອຍໆ ຊາວເນັດກໍຈະຄຸ້ນໜ້າຄຸ້ນຕານາງດີ ເພາະນອກຈາກນາງຈະເປັນ ນາງແບບ-ພິດຕີ້-ນັກສະແດງຮູບເງົາແລ້ວ ຍ້ອນບຸກຂະລິກທີ່ມີຄວາມໝັ້ນໃຈນາງກໍເປັນອີກໜຶ່ງສາວທີ່ມີຍອດຄົນຕິດຕາມບໍ່ແມ່ນໜ້ອຍ, ຫຼ້າສຸດ ກີ້ ກໍຈັດໃຫ້ແຟນໆກັບຮູບພາບທີ່ບອກໄດ້ເລີຍວ້າ ຕ້ອງຮ້ອງ ວ້າວວວ!!! ໃຜໄດ້ເຫັນຕ້ອງເຖິງຂັ້ນຕາລຸກເປັນໄຟກັບຄວາມ Hot ຮ້ອນແຮງ… ເດະໆໆ ເວົ້າແບບນີ້ແຟນໆຄົງຢາກຈະເຫັນກັນແລ້ວແມ່ນບໍ່? ຊະນີIndy ຈະບໍ່ຂໍເວົ້າຍາວເດີ້ ມາເບິ່ງຮູບພາບຂອງສາວ  ກີ້ ທັດສະໄນ ລາມາງກຸນ ກັບເຊັດນີ້ທີ່ຕ້ອງຂໍຍົກໂປ້ໃຫ້ໃນຄວາມໝັ້ນໃຈ ແລະ ເຊັກຊີ່ຂອງນາງອີຫລີເດີ້!!! (ຝາກ!!! ໜຸ່ມໆກຽມທິດຊູໄວ້ເຊັດນໍ້າລາຍແດ່ກໍດີເດີ້ ອິອິ) ຂໍຂອບໃຈຮູບພາບຈາກ: KY Ramangkoun , Saengsuriya Kanhajorn

Read More »

ຄຸ້ນກັນບໍ່ໜຸ່ມຄົນນີ້ ເທເລີ! ໜຸ່ມມາດເຂັ້ມທີ່ເປັນທັງນັກຮ້ອງ, ນາຍແບບ ແລະ ພິທີກອນ ເຈົ້າຂອງໃບປະກາດ 2 ໃບ ຈາກປັກກິ່ງ (ລະດັບປະລິນຍາໂທ)

ຄໍລໍາ: His Mind ສໍາພາດ ນາຍແບບ, ນັກຮ້ອງ ແລະ ນັກສະແດງ ແລະ ນັກສຶກສາ Degree ປະລິນຍາໂທ 2 ສາຂາ ຈາກປັກກິ່ງ (ປະເທດຈີນ) ວັນນະສິນ ສີສົມບັດ (ເທເລີ) ທີ່ມາພ້ອມມາດເຂັ້ມໆ, ຄວາມສາມາດຫຼາກຫຼາຍ ແລະ ຍັງຮຽນເກັ່ງນໍາອີກ. ທີ່ເຊື່ອວ່າຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະຜົນງານຫຼ້າສຸດທີ່ໜຸ່ມ ເທເລີ ໄດ້ຮັບກໍຄືເປັນ ພິທີກອນ ໃນລາຍການຊື່ດັງຄື: The Featuring ນັ້ນເອງ ແລະ ຜົນງານເກົ່າທີ່ຫຼາຍຄົນອາດຈະຍັງບໍ່ລືມກັບບົດບາດການເປັນນັກຮ້ອງໃນຖານະ 4 ໜຸ່ມເຈົ້າຊູ້ ວົງເອັມແມັກ (MMAQ) ເພງ “ບໍ່ຕ້ອງບອກໃຫ້ລືມ” ທີ່ເຄີຍໂດ່ງດັງເມື່ອ 2-3​ ປີກ່ອນ ແລະ ມາແຍກເປັນຄູ່ຫູດູໂອ ເທເລີ & ບອຍ ຜົນງານເພງ “ເວດມົນ” …

Read More »

Check ດ່ວນ! ກ່ອນຈະເສຍໃຈໄປຫຼາຍວ່ານີ້ ກັບ 7 ສັນຍານທີ່ບົ່ງບອກວ່າເຈົ້າເປັນຝ່າຍຮັກເຂົາຂ້າງດຽວ!!!

ຄວາມຮັກເປັນເລື່ອງຂອງອາລົມ ແລະ ເຫດຜົນ!! ແຕ່ຄົນສ່ວນຫຼາຍມັກເບິ່ງຄວາມຮັກໃນຮູບແບບຂອງອາລົມຫຼາຍກວ່າ ເຊິ່ງອາລົມຂອງເຮົານັ້ນມັກຂຶ້ນໆລົງໆປ່ຽນໄປມາໄດ້ຕະຫຼອດເວລາ ຍາກຕໍ່ການຄວບຄຸມ ເຖິງວ່າເຈົ້າຈະຮັກລາວມາດົນປານໃດ ເຮັດທຸກສິ່ງທຸກຢ່າງໃຫ້ເຂົາຫັນມາສົນໃຈເຈົ້າ ແຕ່ຖ້າເຂົາບໍ່ຕອບສະໜອງຫຍັງກັບມາເລີຍ ກາຍເປັນວ່າຕ້ອງເມື່ອຍຢູ່ຝ່າຍດຽວ ແລະ ມັນກໍເປັນສັນຍານທີ່ບົ່ງບອກວ່າເຈົ້າກໍາລັງຮັກລາວຢູ່ຝ່າຍດຽວ ເຮົາລອງມາ Check ກັນເບິ່ງບໍ່ວ່າຄົນທີ່ເຈົ້າກໍາລັງຄົບຢູ່ນີ້ເປັນແບບນີ້ ຫຼືບໍ່ ຖ້າແມ່ນ! ນັ້ນແຫຼະໝາຍຄວາມວ່າເຈົ້າກໍາລັງຮັກເຂົາຢູ່ຝ່າຍດຽວ. ເຈົ້າ! ມີເວລາໃຫ້ເຂົາ ແຕ່ເຂົາບໍ່ເຄີຍມີເວລາໃຫ້ເຈົ້າ ຖ້າເຈົ້າເປັນຝ່າຍດຽວທີ່ມີເວລາໃຫ້ເຂົາຄົນນັ້ນສະເໝີ ບໍ່ໍວ່າຈະຊວນເຈົ້າໄປເຮັດຫຍັງ, ໄປໃສ ຫຼືແມ່ນແຕ່ຍາມທີ່ເຂົາມີບັນຫາ ຢາກໃຫ້ເຈົ້າມາຢູ່ຄຽງຂ້າງ ເຈົ້າກໍສາມາດແບ່ງເວລາໄປຢູ່ຄຽງຂ້າງໄດ້ສະເໝີ ແຕ່ຖ້າເມື່ອໃດກໍຕາມທີ່ເຈົ້າຂໍໃຫ້ເຂົາເຮັດແບບນັ້ນກັບເຈົ້າແດ່ ພັດບໍ່ເຫັນແມ່ນແຕ່ເງົາຂອງເຂົາເລີຍ! (ເຈັບຈີີີ໊ດ) ເຈົ້າ! ເປັນທີ່ເພິ່ງໃຫ້ເຂົາໄດ້ ແລ້ວເຂົາເດ? ເມື່ອເຂົາເປັນຝ່າຍຂໍຄວາມຊ່ວຍເຫຼືອມາ ເຈົ້າບໍ່ເຄີຍປະຕິເສດ ແຕ່ເມື່ອໃດກໍຕາມທີ່ເຈົ້າມີບັນຫາ ຄິດວ່າເຂົາຈະຍິນດີຊ່ວຍເຈົ້າບໍ່? ເປັນທີ່ເພິ່ງໃຫ້ເຈົ້າໄດ້ແນ່ບໍ່? ອ່ານມາຮອດນີ້ຖ້າຫົວໃຈຕອບວ່າບໍ່! ກໍແມ່ນແລ້ວ. ເຈົ້າ! ເປັນຝ່າຍທີ່ກະຕືລືລົ້ນໃນການວາງແຜນທຸກເລື່ອງຝ່າຍດຽວ ເຖິງວ່າພວກເຈົ້າຈະຄົບກັນແລ້ວ ແຕ່ເບິ່ງຄືວ່າເຈົ້າຈະຕ້ອງເປັນຄົນວາງແຜນທຸກເລື່ອງຝ່າຍດຽວ ບໍ່ວ່າຈະເປັນເລື່ອງການໄປທ່ອງທ່ຽວ, ໄປກິນເຂົ້າ ຫຼືແມ່ນແຕ່ເລື່ອງເລັກໆນ້ອຍໆ ກໍເປັນເຈົ້າຄົນດຽວທີ່ກະຕືລືລົ້ນຊອກຫາຝ່າຍດຽວ ຂໍຄວາມເຫັນນໍາເຂົາຄົນນັ້ນເພື່ອໃຫ້ຊ່ວຍສະເໜີຄວາມຄິດແດ່ ແຕ່ເຂົາກໍມັກບອກສະເໝີວ່າ …

Read More »