Breaking News

Home

ມັກໃຈສຸດ! ແບບບໍ່ມີປິດບັງ ຄົນດັງຂອງລາວທີ່ໄປເຮັດສັນຍະກຳມາແລ້ວງາມຂຶ້ນ ມີໃຜແດ່ມາເບິ່ງ!!!

ມາເບິ່ງ! ຄົນດັງຂອງບ້ານເຮົາ ຈະມີຄົນໃດແດ່ທີ່ໄປເຮັດສັນຍະກຳ ເຖິງແຕ່ກ່ອນຈະເປັນຄົນງາມຢູ່ແລ້ວແຕ່ກໍຍັງໄປເຮັດສັນຍະກຳເພີ່ມເຕີມຄວາມງາມ ພໍແຕ່ເຮັດມາຍິ່ງງາມ ຍິ່ງເລີດ ເຮັດມາແລ້ວມີວຽກແໜ້ນຈົນລົ້ນມື ເອົາລະບໍ່ເວົ້າຍາວມາເບິ່ງກັນໃຫ້ເຫັນກັບຕາກັນເລີຍ ເປີດເຜີຍທີ່ນີ້ທີ່ດຽວ ເບິ່ງແລ້ວໃຜທີ່ຢາກໄປເຮັດງາມຕາມຄົນດັງເຫຼົ່ານີ້ກໍບໍ່ວ່າຫຍັງເດີ້!!! ກຸ້ງນາງ (FB: mkkoungnangplk / IG: MissKoungnang) ສາວກຸ້ງນາງ ເປັນທັງພິທີກອນ ແລະ ດີເຈ ນອກຈາກຈະມີຄວາມສາມາດທັງເບື້ອງໜ້າ ແລະ ເບື້ອງຫຼັງ,  ກຸ້ງນາງກໍບໍ່ພາດທີ່ຈະໄປເພີ່ມຄວາມງາມ ໂດຍການເຮັດຕາສອງຊັ້ນທີ່ ປະເທດເພື່ອນບ້ານ ເຮັດມາແລ້ວງາມ ໜ້າຮັກຫຼາຍໆ ເບິ່ງແລ້ວດວງຕາສົດໃສເປັນປະກາຍສຸດໆ. (ຫຼັງເຮັດ) (ກ່ອນເຮັດ ຫຼັງເຮັດ) ສຸດາ ວັນທອງທິບ (FB: soudavanthongthip / IG: souda_vanthongthip) ນ້ອງ ດາ ຫຼື ນ້ອງ ສຸດາ ເນັດໄອດໍ້ ທີ່ບອກເລີຍວ່າໃນໂລກອອນລາຍບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະນາງມີຄວາມໜ້າຮັກ ຍິ້ມຫວານມີສະເໜ່ ສຸດາ ມີທັງຜົນງານຖ່າຍແບບ …

Read More »

ຖອດແລ້ວ! ອາເລັກແຊນດຼ້າ ທິດາວັນ ແມ່ນ “ໜ້າກາກຊາກຸລະ” ໃນ The Mask Singer3 (ເປັນໄປຕາມທີ່ແຟນໆທວາຍໄວ້ບໍ່ມີຜິດ)

ລຸ້ນໃຈຈົດໃຈຈໍ່ກັນເລີຍສຳລັບລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ The Mask Singer3 ທີ່ມີກະແສຮືຮາໄປທົ່ວຫຼັງຈາກເທບທຳອິດຂອງລາຍການເປີດໂຕມາມີຫຼາຍໆໜ້າກາກ ແຕ່ມີໜ້າກາກໜຶ່ງທີ່ມີຜູ້ຄົນໃຫ້ຄວາາມສົນໃຈຫຼາຍກໍຄື “ໜ້າກາກຊາກຸລະ” ທີ່ແຟນໆທັງລາວ ແລະ ໄທ ຕ່າງກໍທວາຍໄວ້ວ່າຕ້ອງເປັນ ນັກຮ້ອງສາວສຽງຫວານຈາກ ສປປ ລາວ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ແນ່ນອນ. ໃນວັນທີ 21 ກັນຍາ 2017 ລາຍການ The Mask Singer3 ກໍເຮັດການແຂ່ງຂັນອີກຄັ້ງຈົນຮູ້ແລ້ວວ່າທີ່ແທ້ຈິງ ໜ້າກາກຊາກຸລະ ທີ່ຫຼາຍໆຄົນຕ່າງລຸ້ນກັນວ່າຈະເປັນສິລະປິນທີ່ຕົວເອງທວາຍໄວ້ຫຼືບໍ່ກໍຖືກຖອດໜ້າກາກແລ້ວ. ໃນການແຂ່ງຂັນ ໜ້າກາກຊາກຸລະ ໄດ້ເຮັດການແຂ່ງຂັນກັບ ໜ້າກາກແອັບເປີ້ນ ເຊິ່ງຜູ້ທີ່ຊະນະກໍ່ແມ່ນຝ່າຍ ໜ້າກາກແອັບເປີ້ນທີ່ໄດ້ຜ່ານເຂົ້າຮອບຕໍ່ໄປ ແລະ ແນ່ນອນເລີຍວ່າໜ້າກາກທີ່ເປັນຝ່າຍເສຍກໍຕ້ອງໄດ້ຖອດ ພໍແຕ່ຖອດມາເທົ່ານັ້ນແຟນໆທີ່ກຳລັງລຸ້ນກໍຕ້ອງຮ້ອງດ້ວຍຄວາມດີໃຈ ເພາະເປັນໃຜບໍ່ໄດ້ເລີຍນອກຈາກ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ  ກໍແນວວ່າສຽງຫວານເປັນເອກະລັກປານນັ້ນ ເປັນໃຜກໍຈະບໍ່ຈື່ວ່າບໍ່ (ອິອິ). #ກຳລັງເປັນກະແສແຊຣໄປ ຮູບພາບ ແລະ ຄລິບ: WorkpointOfficial ,  Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ເກີດຫຍັງຂຶ້ນ! ກັບສາວໆໃນວົງການບັນເທີງ ເຫັນຫອບຊໍ່ດອກໄມ້ງາມໆໃນເວລາດຽວກັນ ທີ່ແທ້ເປັນແບບນີ້!!! (ມີຄຳຕອບ)

  ມື້ນີ້ ຂວັນໃຈ ໄດ້ໄປສ່ອງ ເຟສບຸກ ຂອງບັນດາສາວໆຄົນດັງໃນວົງການບັນເທີງຫຼາຍຄົນເຊັ່ນ:  ວັນໃໝ່ ທຳມະວົງ, ແກ້ວຕາ ພອນປະເສີດ, ເປ້ ເດີວ້າວ ແລະ ລິນນາ ສີປະເສີດ ວ່າເກີດຫຍັງຂຶ້ນ ແລະເປັນຫຍັງພວກນາງຈຶ່ງໄດ້ ດອກໄມ້ຊໍ່ງາມໆໃນເວລາ ແລະມື້ດຽວກັນ ແຖມຍັງສັງເກດເບິ່ງວ່າສາວໆເຫຼົ່ານີ້ ງາມໆ ມີໜ້າຕາທີ່ສົດໃສ ຜິວພັນເປັ່ງປະກາຍ ຮູບຮ່າງດີ ຈຶ່ງໄປເຈາະຈີ້ມແບບກົງໆເລີຍວ່າ ແມ່ນຫຍັງແທ້. ພ້ອມກັບສອບຖາມວ່າເຮັດແນວໃດຄືງາມ ໜ້າຮັກ ຮູບຮ່າງກໍດີໆ ແລະກໍໄດ້ຄຳຕອບເປັນສຽງດຽວກັນວ່າເຄັດລັບທີ່ເຮັດໃຫ້ພວກເຂົາງາມ ເບິ່ງມີສຸຂະພາບດີມາຝາກແຟນໆວ່າພວກເຂົາໄດ້ກິນ “ຊາກຸຫຼາບ  ກິນໄດ້ ຖ່າຍໝົດ”  Wara Rosaceae Tea Laos ເພາະຊາກຸຫຼາບໄດ້ເຮັດມາຈາກສ່ວນຜະສົມຈາກທຳມະຊາດ ດັ່ງຕໍ່ໄປນີ້: ສານສະກັດດອກກຸຫຼາບນຳເຂົ້າຈາກປະເທດ ອັງກິດ (Olivia Rose Austin) ປະໂຫຍດຂອງສານສະກັດດອກກຸຫຼາບນັກວິໄຈຈາກປະເທດ ເຢຍລະມັນ ແລະ ເດນມາກ ໄດ້ຄົ້ນຄວ້າແລະກ່າວວ່າຊາທີ່ເຮັດຈາກດອກກຸຫຼາບສາຍພັນຈາກ ປະເທດ ອັງກິດ (Olivia …

Read More »

“ມຽວ” ໄຟ່ຝັນຢາກຈະເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ມາເປັນນັກກວດສອບບັນຊີ! ແຕ່ນາງກໍເຮັດໄດ້ດີຍ້ອນສາມາດຊອກຫາຈຸດສົມດຸນໄດ້!!!

ເມື່ອບໍ່ໄດ້ເຮັດຕາມຄວາມຝັນຂອງຕົນເອງບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ຖ້າເຮົາເຮັດໄດ້ຈະເປັນສິ່ງທີ່ດີຫຼາຍ ເພາະມັນຈະເຮັດໃຫ້ເຮົາພາກພູມໃຈຫຼາຍກວ່າ ການທີ່ໄດ້ເຮັດຕາມຄວາມຝັນຂອງຕົວເອງດ້ວຍຊໍ້າ… ຄໍລໍາ: Chic Working Women ສໍາລັບໃຜທີ່ມີຄວາມຝັນແຕ່ບໍ່ໄດ້ເຮັດຕາມຄວາມຝັນຂອງຕົວເອງ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ອາດຈະໄດ້ເຮັດໃນສິ່ງທີ່ຄອບຄົວຕ້ອງການ ຫຼືເຮັດວຽກທີ່ພໍ່ແມ່ຊອກໃຫ້ ຢາກບອກວ່າ ມັນບໍ່ແມ່ນເລື່ອງທີ່ບໍ່ດີຫຍັງເລີຍ ເພາະເຮົາບໍ່ໄດ້ຢູ່ຕົວຄົນດຽວ ເຮົາມີຄອບຄົວ ພໍ່ແມ່ ພວກເຂົາເຫຼົ່ານັ້ນລ້ວນແຕ່ເປັນຄົນທີ່ຮັກເຮົາຫຼາຍ! ສະນັ້ນ ຖ້າເຮົາຈະເອົາແຕ່ໃຈຕົວເອງຫຼາຍມັນກໍເປັນໄປບໍ່ໄດ້ ເພາະຢ່າງໜ້ອຍ ຖ້າເຮົາເຮັດໄດ້ກໍມີຄົນທີ່ພາກພູມໃຈໃນຕົວເຮົາທີ່ສຸດແລ້ວ ຄືດັ່ງສາວຄົນນີ້ ພຸດທະສອນ ສີສຸລາດ (ມຽວ) ເຮັດວຽກເປັນ ນັກກວດສອບບັນຊີ, ຢູ່ບໍລິສັດ Asia Pacific Accounting And Audit Services Sole Led. ທີ່ມີຄວາມໄຟ່ຝັນມາຕັ້ງແຕ່ນ້ອຍວ່າ ຢາກຈະເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ຕ້ອງມາເປັນນັກກວດສອບບັນຊີ ແຕ່ຕອນນີ້ນາງຊອກຫາຈຸດສົມດຸນຂອງໜ້າທີ່ ກັບສິ່ງທີ່ມັກໄດ້ແລ້ວ. ຢາກຮູ້ວ່ານາງເຮັດໄດ້ແນວໃດນັ້ນຫາ ຊອກອ່ານເລີຍ ໃນວາລະສານຂວັນໃຈ ສະບັບເດືອນ ກັນຍາ 2017 ນີ້ ຕາມ …

Read More »

ໃຜທີ່ກໍາລັງ Hurt ກັບຄວາມຮັກທີ່ຫາກໍຈົບໄປ… ມາເບິ່ງ! 5 ຂໍ້ດີຂອງການກັບມາເປັນໂສດອີກຄັ້ງ ແລ້ວເຈົ້າຈະຮູ້ວ່າມັນບໍ່ໄດ້ຮ້າຍແຮງຢ່າງທີ່ຄິດ!!!

ປານໃດຊິມີແຟນ? ອ້າວ! ຍັງໂສດຢູ່ເບາະນິ? ບໍ່ຄິດຈະມີໃຜຈັກຄົນເທື່ອຫວາ? ປະໂຫຍກທີ່ຄຸ້ນຫູຂອງບັນດາເຫຼົ່າຄົນໂສດທັງຫຼາຍທີ່ເມື່ອໄປພົບຍາດພີ່ນ້ອງ ຫຼືໝູ່ຄູ່ ກໍມັກຈະຖືກຖາມແບບນີ້ຕະຫຼອດ ແຖມເວລາໄປໃສມາໃສກໍຍັງຖືກຕອກຍໍ້າດ້ວຍການເຫັນຄູ່ຮັກກັນ ຍ່າງເປັນຄູ່ຈັບມືກັນຕະຫຼອດ ໂອ໋ຍ! ເຫັນແລ້ວມັນກະຮູ້ສຶກແປກໆ, ເຫງົາໆໃນໃຈຄືກັນໃດ໋ ຢາກມີ Moment ແບບນີ້ນໍາເຂົາແດ່ ຖ້າສາວໆຄົນໃດກໍາລັງມີຄວາມຄິດແບບນີ້ຢູ່ ຢ່າຟ້າວທໍ້ ຫຼືນ້ອຍໃຈໄປເດີ້ ເຖິງຈະໂສດເຮົາກໍສາມາດມີຄວາມສຸກໄດ້ເດີ້ສາວໆ ມາເບິ່ງກັນບໍ່ວ່າຂໍ້ດີຂອງຄົນໂສດໆຄືເຮົານີ້ ມີດີຫຍັງແດ່ ບາງເທື່ອອາດຈະເຮັດໃຫ້ສາວໆເຊົານ້ອຍໃຈໄປເລີຍກໍໄດ້ເດີ້ ມີເວລາໃຫ້ກັບຕົວເອງຫຼາຍຂຶ້ນ ແນ່ນອນວ່າການຢູ່ຄົນດຽວນັ້ນເຮັດໃຫ້ເຮົາມີເວລາທົບທວນ ຫຼືໄດ້ເຮັດໃນສິ່ງທີ່ເຮົາມັກຫຼາຍຂຶ້ນ ເພາະບາງເທື່ອການມີຄົນຮັກນັ້ນກໍເຮັດໃຫ້ເຮົາບໍ່ສາມາດເຮັດບາງສິ່ງບາງຢ່າງໄດ້ຕາມທີ່ໃຈເຮົາຢາກເຮັດ ອາດຈະເປັນເພາະວ່າອີກຝ່າຍໜຶ່ງບໍ່ມັກ ຫຼືບໍ່ເຫັນດີນໍານັ້ນເອງ ເພາະສະນັ້ນ ສາວໂສດ ຫຼືຄົນທີ່ຫາກໍກັບມາເປັນໂສດທັງຫຼາຍເອີ້ຍ ໄດ້ເວລາ Enjoy ກັບຊີວິດແລ້ວ ບໍ່ວ່າຈະຢາກເຮັດຫຍັງກໍຕາມ ທີ່ຕອນມີແຟນຢູ່ແລ້ວບໍ່ໄດ້ເຮັດ ຢາກຈະ Party ແບບສຸດຫວ່ຽງພຽງໃດ ກໍລຸຍໄດ້ເລີຍຕອນນີ້ ບໍ່ມີໃຜຫ້າມແນ່ນອນ ມີເງິນເຫຼືອໄວ້ທ້ອນ ເວົ້າໄດ້ເລີຍວ່າຕອນມີແຟນ ບຶດກະພາກັນອອກໄປທ່ອງທ່ຽວນີ້ນັ້ນ ບຶດກະພາກັນໄປເບິ່ງໜັງ, ໄປກິນເຂົ້າ ລວມທັງຊື້ຂອງຂວັນໃຫ້ໃນໂອກາດພິເສດຕ່າງໆ ພໍສາວໆໂສດເທົ່ານັ້ນແຫຼະ ຈະຮູ້ວ່າເງິນເຫຼືອໃຫ້ທ້ອນອີກຫຼາຍເລີຍ ດັ່ງນັ້ນ …

Read More »