ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງສຸດຮ໋ອດ ກໍບໍ່ພາດທີ່ຈະຮ່ວມເສີດສາຍ ໂຊຝີມືດ້ານການເດີນແບບໃນງານ Lao Fashion Week 2017 ທີ່ຈັດຂຶ້ນໃນຊ່ວງອາທິດກ່ອນ, ງານນີ້ຖືວ່າ ນ້ອງ ວັນໃໝ່ ກໍຫອບເອົາຄວາມໝັ້ນໃຈມາຢ່າງເຕັມທີ່ ເດີນແບບໄດ້ຢ່າງສະຫງ່າງາມ ເປັນທີ່ຍອມຮັບຂອງຄົນພາຍໃນງານ ແລະ ບັນດາແຟນຄລັບກັນຖ້ວນໜ້າ. ວັນໃໝ່ ມົນຈຳປາ ທຳມະວົງ ອາຍຸ 21 ປີ, ໂດ່ງດັງ ແລະ ເປັນທີ່ຮູ້ຈັກຈາກການປະກວດ Miss International Queen 2016 ແລະ ຍັງໄດ້ລາງວັນມາຝາກພີ່ນ້ອງຊາວລາວແມ່ນ “ລາງວັນຊຸດປະຈຳຊາດດີເດັ່ນ”, ປັດຈຸບັນ ວັນໃໝ່ ກໍເລີ່ມມີບົດບາດໃນວົງການບັນເທິງເຊັ່ນ ຖ່າຍແບບ ເດີນແບບ ເປັນພີເຊັນເຕີ້ ເປັນນາງເອກເອັມວີ ແລະ ລວມທັງງານໃຫ່ຍໆລະດັບປະເທດກໍບໍ່ພາດທີ່ຈະມີວັນໃໝ່ຮ່ວມເປັນໜຶ່ງນັ້ນອີກດ້ວຍ. #ສາວປະເພດສອງລາວທັງງາມທັງເກັ່ງແຊຣໄປໃຫ້ໂລກຮູ້ ຮູບພາບ: Wanmai Thammavong
Read More »Home
ວັດທະນະທໍາການນຸ່ງຖືເປັນອີກໜຶ່ງມໍລະດົກຂອງຊາດລາວ…
ມາພົບກັນອີກແລ້ວສາວໆມາພົບກັບ BeautyGuru ຄົນເກົ່າຄົນເດີມເພີ່ມເຕີມຄືສາລະ (ຄິດເຂົ້າຂ້າງຕົວວ່າຊັ້ນ) ເພາະໃນມື້ນີ້ BeautyGuru ຈະມາເວົ້າກ່ຽວກັບວັດທະນະທໍາການນຸ່ງຖືຂອງຄົນລາວແທ້ໆມາໃຫ້ສາວໆໄດ້ອ່ານກັນຈັກໜ້ອຍ, ເນຶ່ອງຈາກວ່າສາວໆຍຸກໃໝ່ຄືພວກເຮົານັ້ນອາດຈະຢູ່ກັບຍຸກແຫ່ງແຟຊັ່ນບາງເທຶ່ອເຮົາກໍອາດຈະລືມໄປວ່າເອກະລັກການນຸ່ງຖືນັ້ນຄົນລາວເຮົາແມ່ນຖືເປັນມຸນມໍລະດົກອັນໜື່ງ ທີ່ບັນພະບູລຸດປະໄວ້ໃຫ້ລູກຫຼານຄົນລາວສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເອກະລັກໜຶ່ງ ຂອງຄວາມເປັນຊາດລາວ. ແຕ່ປະເພນີການນຸ່ງຖື ບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະໄໝ ຕາມຄວາມນິຍົມເຊັ່ນ: ການໄປສົ່ງສະການແຕ່ກ່ອນເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າ ແຕ່ມາຮອດປັດຈຸບັນກໍ່ນິຍົມກັນໃສ່ຊຸດດຳໄປສົ່ງສະການ ຈົນເປັນປະເພນີແລ້ວ. ການນຸ່ງຖືເຂົ້າວັດວາອາຮາມເພື່ອໄປເຮັດບຸນຕັກບາດຢາດນໍ້າ ສ້າງສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມເປັນເອກະລັກຂອງແມ່ຍິງລາວທີ່ມີຄວາມງົດງາມ ການນຸ່ງສິ້ນແມ່ຍິງລາວສະໄໝກ່ອນແມ່ນນຸ່ງສິ້ນມີ່ຕໍ່ຫົວ ແລະ ຕໍ່ຕີນ, ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນ, ນຸ່ງພໍເຂີນຕາຕຸ່ມມ໋ອງ ພໍໃຫ້ໄດ້ອວດປອກຂາເງີນ (ແຕ່ກ່ອນ ແມ່ຍິງລາວນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງຖືວ່າເປັນການບໍ່ສຸພາບ, ຜ້າບ່ຽງແພໃໝ ແມ່ນຄວາມງາມຂອງສີລະປະສີໄມ້ລາຍມືຂອງຄົນລາວ. ສ່ວນຜົມທີ່ເກົ້ານັ້ນ ກໍ່ປະດັບດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ. ຄວາມສວຍງາມຂອງອາເພດຊົງລາວ …
Read More »ຂາໃຫຍ່ສໍ່າໃດກໍ Don’t Care ເພາະເຮົາມີ Idea ດີໆຢູ່ກັບຕົວ! ມາເບິ່ງ! ວິທີແຕ່ງຕົວປົກປິຂາໃຫຍ່ແບບເລີດໆ!!!
Hi Hi Hi ສາວທີ່ມັກຖືກທັກວ່າຂາໃຫຍ່ທັງຫຼາຍ ຈົນເຮັດໃຫ້ຄວາມໝັ້ນໃຈຫົດຫາຍໄປ ເພາະຄິດສະເໝີວ່າແຕ່ງຕົວແນວໃດກໍບໍ່ງາມດອກ!!! Stop know ເດີ່ຄວາມຄິດແບບນັ້ນ ເພາະມື້ນີ້ຂວັນໃຈຈະພາສາວໆໄປສ່ອງ Fashions ການແຕ່ງຕົວແນວຟຣັ່ງ! ຟຣັ່ງ! ແຊ໋ບໆ! ເລີິດໆ! ແຕ່ສາມາດປົກປິດຂາໃຫຍ່ໄດ້ແບບດີງາມ!!! ເຮົາລອງໄປເບິ່ງກັນວ່າຢູ່ບ້ານເຮົາສາມາດເອົາແບບໃດມາແຕ່ງນໍາໄດ້ແດ່? ແຕ່ແອັດເຊື່ອວ່າມີຫຼາຍເລີຍລະເພາະແອັດໄດ້ຄັດເອົາມາເພື່ອສາວໆບ້ານເຮົາເປັນພິເສດກັນຢູ່ແລ້ວ! ໄປເບິ່ງກັນເລີຍ!!! ກະໂປງຊົງເອທີ່ສາມາດອໍາພາງກົກຂາອັນໃຫຍ່ມະຫຶມາ ແລະ ກົ້ນອັນໃຫຍ່ໂຕມະໂຫຖານຂອງສາວໆ ກະໂປງຊົງເປີດຍາວປະມານຫົວເຄົ່າໃຊ້ໄດ້ເປັນຢ່າງຍິ່ງ ສາວບ້ານເຮົາແຕ່ງໄດ້ສະບາຍ No ສົນ No Care ກະຄົນມັນຈະງາມ ກະໂປງສີເຂັ້ມລາຍດອກໄມ້ໜ້າຮັກ ສົ້ງຢີນຂາດເຄົ່າແບບເຊີໆ ສະກິນນີ່ຢີນເຮັດໃຫ້ຂາຍາວຂຶ້ນ ແລະ ນ້ອຍລົງໄດ້ ງ່າຍໆສະບາຍໆບໍ່ຕ້ອງຫຼາຍ ສົ້ງຂາຍຸ້ມເຂົ້າກໍລອດແລ້ວ ໃຫ້ Look ແບບ Sport Girl ໃສ່ເປັນສະກິນນີ່ສີດໍາເພີ່ມຄວາມຍາວລຽວໃຫ້ກັບຂາ ສົ້ງລາຍດໍາຂາວເຮັດໃຫ້ຂາຍາວຂຶ້ນ ໃສ່ເປັນ Dresses ສີຂາວ ແລ້ວຊອກເສື້ອຄຸມຍາວໆມາເພີ່ມຈັກຕົວ ໃສ່ເສື້ອຂາວກັບຢີນອໍາພາງກົ້ນໄດ້ ໃສ່ເປັນ …
Read More »ສຸດຫວານ! ແອັບເປີ້ນ-ຟຸກ (ຄູ່ຮັກສາວລາວບ່າວໄທ) ປ່ອຍພາບ Pre-Wedding ໃນແບບປະເພນີລາວ ມາໃຫ້ແຟນໆໄດ້ຈິກໝອນ ງານນີ້ມີອິດສາໃນຄວາມຫວານກັນເປັນແຖວ!!!
ປ່ອຍຮູບພາບ Pre-Wedding ໃນແບບປະເພນີລາວ ມາໃຫ້ແຟນໆໄດ້ເຊີຍຊົມຮູບພາບຄູ່ສຳລັບເຈົ້າບ່າວເຈົ້າສາວປ້າຍແດງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ ທີ່ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ ຜ່ານຜ່າອຸປະສັກ ຜ່ານຮ້ອນຜ່ານໜາວ ດັ່ງພົມລິຂິດ ຈົນໃນທີ່ສຸດກໍຕົກລົງປົງໃຈທີ່ຈະໃຊ້ຊີວິດຮ່ວມກັນ ແລະ ຈະມີພິທີມົງຄຸນສົມລົດໃນຕົ້ນເດືອນ ພະຈິກ ແບບຈັດໜັກ ຈັດເຕັມ ສະຫຼອງກັນເຖິງ 3 ມື້ 3 ຄືນ ໃນແບບປະເພນີ ລາວ, ໄທ ແລະ ຈີນ. ຫຼ້າສຸດແຟນຄັບຕ້ອງໄດ້ອິນໄປຕາມໆກັນກັບຮູບພາບ Pre-Wedding ໃນແບບປະເພນີລາວ ທີ່ທັງສອງຖ່າຍອອກມາໄດ້ຫວານ ຈົນບໍ່ມີຄຳບັນຍາຍ ເປັນຮູບພາບພີເວດດິ້ງທີ່ຖ່າຍໃນສະຖານທີ່ເຊິ່ງເປັນບ່ອນທີ່ທັງສອງເຈິກັນ ແລະ ອອກເດດກັນເປັນເທື່ອທຳອິດ ແລະ ເບິ່ງແລ້ວເປັນຮູບພາບພີເວດດິ້ງທີ່ສະບາຍຕາ ເປັນທຳມະຊາດ ແຕ່ເຕັມໄປດ້ວຍຄວາມຫວານ ງານນີ້ບອກເລີຍໃຜທີ່ໄດ້ເບິ່ງຮູບພາບກໍຕ້ອງເບິ່ງໄປຍິ້ມໄປ ຈິກໝອນໄປ ແຖມງານນີ້ມີອິດສາໃນຄວາມຫວານ ໜ້າຮັກ ຂອງຄູ່ນີ້ເປັນແຖວແນ່ນອນ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວ ແອັບເປີ້ນ ແລະ ໜຸ່ມ ຟຸກ …
Read More »ເຈ້ຍ ປາຊິຟິກ ແລະ ໂຕໂນ່ ພາຄິນ ຮ່ວມເຟມຖ່າຍຮູບ ແຟນຄລັບເວົ້າກວນ… ເບິ່ງໄປເບິ່ງມາຄິດວ່າແຝດ!!!
ເຮັດວຽກໝົດມື້ ຮຽນໝົດມື້ແລ້ວ ມາພັກສະໜອງກັບເລື່ອງລາວໜ້າຮັກຂອງບັນດາຄົນດັງກັນແດ່ ເຊິ່ງໃນມື້ນີ້ ອ້າຍ ເຈ້ຍ ປາຊິຟິກ ຜູ້ກຳກັບຄົນເກັ່ງຂອງບ້ານເຮົາກໍມີໂອກາດໄດ້ຮ່ວມເຟມຖ່າຍຮູບກັບ ໂຕໂນ່ ພາຄິນ ນັກຮ້ອງ-ນັກສະແດງຂອງປະເທດເພື່ອນບ້ານ ໂດຍຮູບພາບດັ່ງກ່າວຖຶກໂພສເຜີຍແຜ່ໂດຍ ອ້າຍ ເຈ້ຍ ປາຊິຟິກ ແຖມອ້າຍເຈ້ຍ ຍັງຂຽນແຄັບຊັ່ນຕິດຕະຫຼົກອີກວ່າ “ໂຕໂນ້ ກັບ ເຮົາ ຄິດວ່າແຝດ”, ພໍແຕ່ໂພສບໍ່ຮອດຊົ່ວໂມງ ບັນດາແຟນຄລັບຂອງເພິ່ນ ລວມທັງເພື່ອນພ້ອງໃນວົງການກໍເຂົ້າມາໄລ້ ແຊຣ ແຖມຍັງສະແດງຄວາມຄິດເຫັນວ່າ ເຫັນດີທີ່ວ່າທັງສອງເປັນຝາແຝດກັນ ບາງຄົນກໍວ່າແຝດຄົນລະຝາ ເຊິ່ງເປັນການເວົ້າຍອກໄຍກັນໄປມາ. ກໍແນວວ່າ ທັງສອງໜຸ່ມ ຈາກສອງຝັ່ງຂອງ ມີຄວາມໜ້າຮັກ ແຖມຕະຫຼົກເຮຮາ ໜ້າຕາກໍເຈົ້າຊູ້… ບໍ່ໃຫ້ແຟນຄລັບຄິດວ່າເປັນຝາແຝດກັນກໍບໍ່ຮູ້ສິວ່າແນວໃດແລ້ວວ່າບໍ່ (ອິອິ). ຂໍຂອບໃຈຮູບພາບ:Phoumsana Jear Pacific , mootono29
Read More »