ຕອນບາຍຂອງວັນທີ 13 ກັນຍາ 2017 ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ຫ້ອງປະຊຸມຊັ້ນ 4 ( ຕຶກທ່ອງທ່ຽວ ) ໄດ້ພິທີຈັດງານຊົມເຊີຍຜົນສໍາເລັດໃນການມອບ-ຮັບລາງວັນ ວັນນະກໍາ “ ແມ່ນໍ້າຂອງ ” ຄັ້ງທີ 8 ໂດຍການເຂົ້າຮ່ວມຂອງທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ທັງເປັນປະທານສະມາຄົມນັກປະພັນລາວ, ທ່ານ ນາງ ສົມພອນ ທຸມມາວົງ ຮອງຫົວໜ້າອຳນວຍການ ວາລະສານວັນນະສິນ, ຫົວໜ້າຫ້ອງ ການສະມາຄົມນັກປະພັນລາວ ທັງເປັນຜູ້ຈັດງານຊົມເຊີຍລາງວັນ ວັນນະກໍາ ແມ່ນໍ້າຂອງ ຄັ້ງທີ 8, ທ່ານ ນາງ ດາລີວັນ ສິດພະໄຊ ( ຜູ້ທີ່ໄດ້ຮັບລາງວັນທີ 1 ປະເພດບົດເລື່ອງສັ້ນ ) ແລະ ທ່ານ ແກ້ວບຸນທັນ …
Read More »Home
ທຸກຢ່າງຄືສິ່ງທີ່ບໍ່ແນ່ນອນ ຢ່າໄປຄາດຫວັງຄວາມສຸກຈາກຄົນອື່ນ ຫຼືສິ່ງຂອງ ແຕ່ໃຫ້ຊອກຈາກຕົວເຮົາເອງ. ມາເບິ່ງ! 5 ຂໍ້ເຕືອນໃຈໃນການໃຊ້ຊີວິດແນວໃດໃຫ້ຄຸ້ມຄ່າ!!!
ສາວໆເຄີຍສົງໄສບໍ່ວ່າ ເປັນຫຍັງເຮົາມີຄົບທຸກຢ່າງທີ່ຕ້ອງການຢູ່ແລ້ວ ຫຼືເຮົາກໍບໍ່ໄດ້ດ້ອຍຈາກຄົນອື່ນປານໃດ ແຕ່ເຮົາຄືຍັງບໍ່ມີຄວາມສຸກເລີຍ ກົງກັນຂ້າມບາງຄົນທີ່ເຂົາຍັງດ້ອຍກວ່າເຮົາຫຼາຍແຕ່ເປັນຫຍັງເບິ່ງຄືເຂົາມີຄວາມສຸກໃນການໃຊ້ຊີວິດຫຼາຍແທ້ ແລ້ວເຮົາຕ້ອງເຮັດແນວໃດຈຶ່ງມີຄວາມສຸກໄດ້ ລອງມາອ່ານ 5 ຂໍ້ເຕືອນໃຈໃນການໃຊ້ຊີວິດໃຫ້ຄຸ້ມຄ່າ ທີ່ຂວັນໃຈເອົາມາຕ້ອນໃນມື້ນີ້! ຄິດສະເໝີວ່າຊີວິດນີ້ສຸດແສນຈະສັ້ນ: ຫຼາຍໆຄົນມີແຕ່ໝົກໝົ້ນຢູ່ກັບໜ້າທີ່ວຽກງານ ເພື່ອໃຫ້ໄດ້ມາເຊິ່ງເງິນຄໍາຫຼາຍໆ ຈົນຫຼົງລືມໄປວ່າຊີວິດເຮົານັ້ນສັ້ນພຽງໃດ ເຮົາເສຍເວລາໃຫ້ກັບການຮຽນ, ການສຶກສາ ໄປດົນກວ່າ 20 ປີ ແລ້ວຈາກນັ້ນກໍ່ຕ້ອງເຂົ້າສູ່ຕະຫຼາດແຮງງານ ເພື່ອຊອກເງິນດົນກວ່າ 40 ປີ ແລ້ວຄວາມສຸກມັນຢູ່ໃສ? ເຮົາເຫັນມັນແລ້ວຫວາ? ເຮົາສູນເສຍເວລາໄປຫຼາຍກວ່າ 60 ປີໃນການຊອກຫາສິ່ງນອກກາຍທີ່ເຮັດໃຫ້ເຮົາມີຄວາມສຸກພຽງຊົ່ວຄາວ ແຕ່ຄວາມສຸກທີ່ແທ້ຈິງຂອງເຮົາຢູ່ໃສ? ຫຼາຍໆຄົນມັກຄິດໃນໃຈຕະຫຼອດ ຖ້າມື້ທີ່ຈະເລີ່ມຕົ້ນຊີວິດ… ສິ່ງນີ້ເປັນສິ່ງທີ່ຜິດ ເຈົ້າຄວນເລີ່ມແຕ່ຕອນນີ້ເລີຍ ບໍ່ຕ້ອງຖ້າໃຫ້ຮອດປີໜ້າ, ເດືອນໜ້າ, ມື້ອື່ນ ຫຼືມື້ໃດເພາະບາງເທື່ອມື້ນັ້ນອາດຈະສາຍເກີນໄປກໍໄດ້. 2. ຊີວິດຄືສິ່ງທີ່ເຮົາເລືອກເອງ: ຫົວຂໍ້ນີ້ຮູ້ສຶກຄຸ້ນໆບໍ່? ບາງຄົນອາດຈະເຂົ້າໃຈສິ່ງນີ້ຢ່າງຈະແຈ້ງແລ້ວ ແຕ່ຄໍານີ້ມັນສາມາດອະທິບາຍໄດ້ຫຼາຍໆຢ່າງ ໃນຊີວິດຂອງເຮົານັ້ນເຮົາມີຊີວິດໃຫ້ເລືອກຫຼາກຫຼາຍຄັ້ງ ທີ່ແຕ່ລະເທື່ອມັກຈະກໍານົດໂຊກຊະຕາໃນພາຍຫຼັງໃຫ້ກັບເຮົາ ເວົ້າງ່າຍໆກໍຄື ການຕັດສິນໃຈແຕ່ລະເທື່ອ ສົ່ງຜົນເຖິງສິ່ງທີ່ກໍາລັງຈະຕາມມາໃນພາຍຫຼັງນັ້ນເອງ. ມັນຍຸດຕິທໍາແລ້ວຫວາ ເພາະເຮົາມີສິດໃນການເລຶອກໃຊ້ຊີວິດ ແຕ່ຫຼາຍຄົນນັ້ນມັກຈະເລືອກຜິດ …
Read More »ຂວັນເອີ້ຍຂວັນມາ! ນູ່ນີ່ ແລະ ອ໊ອຟ ສູ່ຂວັນ-ມັດແຂນ ງານນີ້ແຟນຄລັບລຸ້ນໄປຕາມໆກັນ!!!
ໂອ້ຍ!!! ຢາກຈະບອກວ່າລຸ້ນກັນເຫື່ອຕົກກັນເລີຍສຳລັບຄູ່ຮັກເນັດໄອດໍ້ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ຍິ່ງຍົດ (ອ໊ອບ ລາຍພາງ) ທີ່ຫຼ້າສຸດຫຼັງຈາກທີ່ທັງສອງຄວງແຂນກັນໄປເສີມຄວາມງາມໄກເຖິງ ສ.ເກົາຫລີ, ພໍແຕ່ກັບມາກໍຈັດພິທີມົງຄຸນ ສູ່ຂວັນ-ມັດແຂນ ໃນວັນທີ 13 ກັນຍາ 2017, ແຕ່ຢ່າຟ້າວເຂົ້າໃຈຜິດເພາະ ສາວ ນູ່ນີ່ ເພິ່ນກໍອອກມາໂພສແລ້ວວ່າພິທີດັ່ງກ່າວເປັນພຽງພິທີສູ່ຂວັນ-ມັດແຂນ ອ້າຍອ໊ອຟ ລາຍພາງ ຫວານໃຈຂອງນາງ ໃຫ້ມີສຸຂະພາບແຂງແຮງ, ບໍ່ແມ່ນພິທີມັດແຂນແຕ່ງດອງແຕ່ຢ່າງໃດ. ເອົ້າ!!! ໃຜທີ່ເປັນແຟນຄລັບຄູ່ນີ້ກໍບໍ່ຕ້ອງເສຍໃຈ ແລະ ລຸ້ນຕໍ່ໄປ ຖືວ່າທັງ ນູ່ນີ່ ແລະ ອ໊ອຟ ຊ້ອມນັ່ງພາຂວັນໄປກ່ອນເນາະ… (ອິອິ) ຝາກເຖິງສາວ ນູ່ນີ່ ແລະ ໜຸ່ມ ອ໊ອຟ ຮີບມີຂ່າວດີໄວໆເດີ້ ເພາະແຟນໆຖ້າສະແດງຄວາມຍິນດີຢູ່ເດີ້!!! #ໃຜທີ່ເປັນແຟນຄລັບຄູ່ນີ້ແຊຣດ່ວນນນ ຮູບພາບ: Noony Koumphonphakdee , Yingyot Aoflaiprang Kanjananiyom
Read More »ຂໍສະແດງຄວາມຍິນດີ! ມູ່ມີ່ ແສງສະຫວັນ ນາງງາມຕົວແທນຈາກລາວ ຄວ້າລາງວັນ “Best Smile” ໃນເວທີ “Miss China Asean Etiquette 2017”
ເລີດຮ້າຍຍຍຍ!!! ຂໍສະແດງຄວາມຍິນດີກັບ ແສງສະຫວັນ ສີຫາລາວ (ມູ່ມີ່) ນາງງາມຮອງອັນດັບສີ່ Miss Grand Laos 2017 ທີ່ໄປເປັນຕົວແທນປະເທດລາວໄປປະກວດໃນເວທີ “Miss China Asean Etiquette 2017” ທີ່ ສປ ຈີນ ໃນວັນທີ 13 ກັນຍາ 2017 ແລະ ສາມາດຄວ້າລາງວັນ “Best Smile” ມາຝາກພໍ່ແມ່ພີ່ນ້ອງຊາວລາວ. ຖືເປັນອີກໜຶ່ງບາດກ້າວທີ່ສຳຄັນຂອງແມ່ຍິງລາວ ຂອງຄົນລາວທຸກຄົນ ທີ່ຈະສະແດງຄວາມສາມາດ ຄວາມງາມ ຄວາມເປັນລາວໃຫ້ແກ່ຊາວໂລກໄດ້ເຫັນ…ຂໍຊົມເຊີຍ!!! #ຄົນລາວທັງງາມທັງເກັ່ງແບບນີ້ແຊຣໄປໃຫ້ໂລກຮູ້ ຮູບພາບ: Mumee Sengsavanh
Read More »ຊົມເຊີຍ! ມຸກ ກິດສະດາ ຄວ້າສອງລາງວັນໃນເວທີ “Miss China Asean Etiquette 2017” ມາຝາກພີ່ນ້ອງຊາວລາວ!!!
ຕັດສິນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງສາວງາມໃນເວທີ “Miss China Asean Etiquette 2017” ທີ່ ສປ ຈີນ ໃນວັນທີ 13 ກັນຍາ 2017 ແລະ ຂໍສະແດງຄວາມຍິນດີກັບສາວງາມຕົວແທນປະເທດລາວ ກິດສະດາ ວົງໄຊສະຫວາດ (ມຸກ) ທີ່ຄວ້າໄປເຖິງ 2 ລາງວັນນັ້ນກໍຄື ຂວັນໃຈຊ່າງພາບສື່ມວນຊົນ (Best Media Award) ແລະ ລາງວັນ “The best model”. ໃນການປະກວດໃນເວທີ “Miss China Asean Etiquette 2017” ກໍມີຫຼາຍຊຸດທີ່ສວມໃສ່ ມີຊຸດລາຕີ ຊຸດປະຈຳຊາດ ແລະ ກໍຍັງມີຊຸດລອຍນໍ້າ ເຊິ່ງ ມຸກ ກິດສະດາ ກໍນຸ່ງແຕ່ລະຊຸດອອກມາໄດ້ງາມຫຼາຍ. ຢ່າງໃດກໍຂໍສະແດງຄວາມຍິນດີກັບ ກິດສະດາ ວົງໄຊສະຫວາດ (ມຸກ) ທີ່ສະແດງສັກກະຍະພາບ ໄປໂຊຄວາມເປັນລາວ ແລະ ສາມາດຄວ້າເຖິງ 2 ລາງວັນມາຝາກພໍ່ແມ່ພີ່ນ້ອງຊາວລາວ… …
Read More »