Breaking News

Home

ກະແສຍັງດີບໍ່ມີຕົກ MISS UNIVERSE LAO ຂື້ນອັນດັບ 1 ໃນການໂຫວດຫຼາຍທິດຊ້ອນ ແຊງໜ້າຫຼາຍປະເທດ!!!

ມາອັບເດດເລື່ອງວົງການນາງງາມ  MISS UNIVERSE 2017 ແລະ ປີນີ້ກໍຖືເປັນປີທຳອິດທີ່ປະເທດລາວຂອງເຮົາຈະໄດ້ສົ່ງນາງງາມຕົວແທນປະເທດລາວໄປປະກວດໃນເວທີ ນາງງາມຈັກກະວານ ແລະ ນາງງາມທີ່ຈະໄປປະກວດຈະເປັນໃຜບໍ່ໄດ້ເລີຍ ຫາແຕ່ໄດ້ຕຳແໜ່ງມາສົດໆຮ້ອນໆ ສຸພາພອນ ສົມວິຈິດ (ນຸ້ຍ) MISS UNIVERSE LAO 2017 ທີ່ກຳລັງກຽມຄວາມພ້ອມເພື່ອໄປປະກວດໃນເວທີລະດັບໂລກຢ່າງ MISS UNIVERSE 2017 ໃນຊ່ວງທ້າຍປີທີ່ຈະເຖິງນີ້. ຖືວ່າເປັນຂ່າວດີໃຫ້ຄົນລາວເຮົາໄດ້ມີຄວາມດີໃຈ ເພາະໄດ້ມີເພສຈັດອັນດັບຄັດເລືອກຫາສາວງາມໃນເວທີ MISS UNIVERSE 2017 ເພື່ອຄັດເລືອກເອົານາງງາມໃນຕຳແໜ່ງ “ນາງງາມຂວັນໃຈມະຫາຊົນ” (MISS UNIVERSE 2017 PEOPLE’S CHOICE) ແລະ ນຸ້ຍ ສຸພາພອນກໍຄອງຕຳແໜ່ງໃນການໂຫວດມາເປັນຫຼາຍຕໍ່ຫຼາຍອາທິດ ນຳໜ້າຫຼາຍປະເທດດ້ວຍຄະແນ 46,425 ຖືເປັນຄະແນນທີ່ສູງສຸດ ແລະ ຄົງທີ່ໃນ Chart ມາຫຼາຍອາທິດ. ຜົນການ UP DATE ຫຼ້າສຸດໃນວັນທີ 19 ກັນຍາ 2017: ອັນດັບ 1 ໄດ້ແກ່ປະເທດ  ລາວ …

Read More »

10 ພຶດຕິກຳທີ່ບໍ່ຄວນເຮັດຢູ່ໃນ Office ເດັດຂາດ

ໃນບ່ອນເຮັດວຽກມີໃຜແດ່ທີ່ຢາກຕົກເປັນເປົ້າສາຍຕາຂອງຄົນທັງບໍລິສັດ ແລະ ຕ້ອງຖືກຈັບຜິດຕະຫຼອດເວລາ ເພາະມັນເຮັດໃຫ້ພາບພົດເຮົາ ຖືກເບິ່ງບໍ່ຄ່ອຍຄັກເລີຍແມ່ນບໍ່?   ດັ່ງນັ້ນ  ຢ່າເຮັດ 10 ພຶດຕິກຳຕໍ່ໄປນີ້ເດັດຂາດ. ຄອບວ່າບໍ່ສະບາຍຕະຫຼອດ ເພື່ອນໆເອີຍ ຂໍ້ນີ້ຂໍຫ້າມເລີຍເດີ້ ຫ້າມເປັນຄົນທີ່ຄອບວ່າບໍ່ສະບາຍເລື້ອຍໆ ເພາະຄົນຢູ່ໃນ Office ບໍ່ມີໃຜເບິ່ງບໍ່ອອກວ່າເປັນເລື່ອງແທ້ ຫຼື ຕວະ ແລະ ແນ່ນອນວ່າຖ້າເຮົາຄອບວ່າບໍ່ສະບາຍຕະຫຼອດ ຄົນທີ່ຈະເບື່ອໜ່າຍເຮົາທີ່ສຸດກໍໜ້າຈະເປັນເພື່ອນຮ່ວມງານ ທີ່ຕ້ອງມານັ່ງຮັບຜິດຊອບວຽກແທນເຮົາເລື້ອຍໆ ມາຊ້າເປັນປະຈຳ ແຖມຍັງຫາຂໍ້ອ້າງມາເວົ້າແບບບໍ່ແນບນຽນ ລົດຫຼາຍ ບໍ່ສະບາຍ ໄປວຽກໃຫ້ທາງບ້ານ ອາຫານເປັນພິດ…ໂອ້ຍ ເປັນໄປສາລະພັດ! ມາວຽກຊ້າຕະຫຼອດຈົນຕ້ອງຫາຂໍ້ອ້າງຕະຫຼອດເລີຍແມ່ນບໍ່ ພວກເພິ່ນນລອງຄິດເບິ່ງແມ້ວ່າມັນດີແລ້ວຫວ໋າ ທີ່ເຮົາຕ້ອງມານັ່ງແກ້ຕົວຕະຫຼອດ ຮູ້ສຶກເມື່ອຍບໍ່? ທາງທີ່ດີຄວນເຊົາມາວຽກຊ້າ ແລະ ຊື່ສັດກັບຕົນເອງ ແລະ ພະຍາຍາມຕື່ນແຕ່ເຊົ້າ ໄປເຮັດວຽກໃຫ້ທັນໂມງ ຈະໄດ້ບໍ່ຕ້ອງເມື່ອຍຄິດຫາແຕ່ຂໍ້ອ້າງອີກຕໍ່ໄປ ແຂງກະດ້າງບໍ່ຍອມຄົນ ເຖິງວ່າເຮົາຈະເປັນຄົນທີ່ບອກວ່າເຮົາເປັນຄົນກົງໄປກົງມາ ແຕ່ຫົວໜ້າ ຫຼືເພື່ອນຮ່ວມງານເຂົາແຍກອອກວ່າເຮົາເປັນຄົນຫົວແຂງ ຫຼື ເປັນຄົນເວົ້າກົງ ສະນັ້ນ ຄວນປັບປ່ຽນນິດໃສໃໝ່ ເພາະຖ້າເຮົາຫົວດື້ບໍ່ຍອມຟັງໃຜເລີຍ …

Read More »

ສະເໜ່ທີ່ສາວໆດ້ວຍກັນຍັງຕ້ອງຂໍຍອມຈໍານົນ ພວກນາງເປັນຄົນແບບໃດ ຈຶ່ງມີສະເໜ່ໄດ້ຂະໜາດນັ້ນ!!! ມາເບິ່ງ! 9 ຂໍ້ເພີ່ມສະເໜ່ໃຫ້ກັບແມ່ຍິງໄດ້ດີທີ່ສຸດ…

ສາວໆເຄີຍເປັນບໍ່ ເວລາທີ່ພົບກັບໃຜຈັກຄົນໜຶ່ງທີ່ຍັງບໍ່ທັນຮູ້ຈັກ ຫຼືຍັງບໍ່ທັນໄດ້ໂອ້ລົມນໍາດົນ ກໍຮູ້ສຶກວ່າ ເປັນຫຍັງຄົນນີ້ຈຶ່ງໜ້າຮັກ, ຢາກຢູ່ໃກ້, ໜ້າຫຼົງໄຫຼໄດ້ຂະໜາດນີ້ ປານມີເວດມົນສະກົດແບບໃດແບບນັ້ນເລີຍ! ນີ້ບໍ່ໄດ້ໝາຍເຖິງຜູ້ຊາຍເດີ່ ແຕ່ເປັນແມ່ຍິງດ້ວຍກັນນີ້ແຫຼະ ນັ້ນກໍເປັນຍ້ອນວ່າ ເຮົາກໍາລັງຫຼົງສະເໜ່ ຂອງແມ່ຍິງຄົນນັ້ນເຂົ້າໄປແລ້ວ! ແລ້ວແມ່ຍິງແບບໃດທີ່ເຮັດໃຫ້ແມ່ຍິງດ້ວຍກັນຕ້ອງຍົກທຸງຂາວໃຫ້ຕັ້ງແຕ່ເຫັນຄັ້ງທໍາອິດ ເພາະຫຼົງສະເໜ່ຂອງນາງ ມື້ນີ້ ເຮົາກໍໄດ້ຮວບຮວມເອົາມາຕ້ອນແຟນໆກັນແລ້ວ ໄປເບິ່ງກັນດຸວ່າມີຫຍັງແດ່! ໄປກັນເລີຍ!!! ເປັນແມ່ຍິງທີ່ອາລົມດີ ຂີ້ຫຼິ້ນ: ຂໍ້ນີ້ຄົງເປັນນິໄສພື້ນຖານ ທີ່ຫຼາຍໆຄົນກໍຄົງຮູ້ຢູ່ແລ້ວວ່າສາວໆທີ່ມີສະເໜ່ນັ້ນ ມັກເປັນຄົນອາລົມດີ ລ່າເລີງ ຂີ້ຫຼິ້ນ ຫົວງ່າຍ ຍິ້ມງ່າຍ ແລະ ເປັນກັນເອງ ເອີ້ນວ່າ ເປັນປະເພດທີ່ໃຜເຫັນແລ້ວຢາກຈະເຂົ້າໄປຢູ່ໃກ້ໆ ຄືກັບມີພະລັງງານດຶງດູດບາງຢ່າງກັນເລີຍ 2. ຮູ້ຈັກວາງຕົວ ແລະ ມີກາລະເທສະ: ສາວໆບາງຄົນຮູ້ວ່າຄວາມງາມຢ່າງດຽວຄົງບໍ່ພໍ ເພາະພວກນາງຮູ້ວ່າສິ່ງທີ່ສໍາຄັນຫຼາຍກວ່າຄວາມງາມກໍຄື ຕ້ອງຮູ້ຈັກວາງຕົວໃຫ້ດີ ຮູ້ວ່າຕອນໃດຄວນເຮັດຫຍັງ ແລະ ຕອນໃດຄວນຢຸດໜິ່ງ ຈຶ່ງຈະເປັນແມ່ຍິງທີ່ແພງໄດ້ເດີ່ສາວໆ 3. ແຕ່ງຕົວມີ Style: ພວກນາງເປັນຄົນທີ່ຮູ້ຈັກເລືອກ ແລະ ຮູ້ວ່າແມ່ນຫຍັງທີ່ເໝາະກັບຮູບຮ່າງຂອງຕົວເອງ …

Read More »

ອຸ໋ຍໆໆ! ງາມກະດໍ້, ຫຸ່ນດີແບບນີ້ດາລາ ຫຼືນາງແບບນີ້ ໃຜຮູ້ບອກແດ່ດ່ວນໆເດີ່!!!

ມາໆ ຟ້າວມາເບິ່ງຊ່ວຍກັນໄວ! ສາວຄົນນີ້ບໍ່ຮູ້ວ່າເປັນດາລາ ຫຼືນາງແບບ ຮູ້ແຕ່ວ່າຜູ້ງາມຮ້າຍ ງາມກະດໍ້ ໃຜຮູ້ຊ່ວຍບອກແອັດແດ່ ແອັດສັບສົນໄປໝົດແລ້ວ… ກໍແອັດນັ້ນໄປລັກສ່ອງແລ້ວສ່ອງອີກ ກັບ Facebook ທີ່ມີຊື່ວ່າ A’mimie Ans (ມິມີ່) ແຕ່ກໍຍັງຄິດບໍ່ອອກຈັກເທື່ອຈຶ່ງຕັດສິນໃຈເອົາມາຖາມທຸກຄົນວ່ານາງແມ່ນໃຜ ແລະ ເຮັດວຽກຫຍັງກັນແທ້ ແຕ່ທີ່ແນ່ໆຄືນນາງນັ້ນງາມທຽບເທົ່າດາລານາງແບບພຸ້ນລະ ກໍເຫັນມີຫຼາຍຮູບທີ່ເບິ່ງແລ້ວກໍຄ້າຍໆວ່າຖ່າຍແບບຖ່າຍຫຍັງປະມານນັ້ນແຫຼະ! ແຖມຍັງມີຄົນຕິດຕາມ ເປັນໝື່ນໆ ແລະ ຍອດ Like ຍອດ Share ຂອງແຕ່ລະຮູບທີ່ນາງ Post ນັ້ນກໍບໍ່ແມ່ນໜ້ອຍໆ ແນວໃດກໍຕາມຖ້ານາງບໍ່ແມ່ນດາລາ ຫຼືນາງແບບຫຍັງແອດກໍຕ້ອງຂໍໂທດນໍາຫຼາຍໆມາຍັງທີ່ນີ້ດ້ວຍ ແຕ່ຖ້າແມ່ນແອັດກໍຕ້ອງຂໍຍ້ອງອີກວ່າ ງາມອີ່ຫຼີ… ອ່າວ! ຊິເວົ້າຫຍັງຫຼາຍ ມື້ນີ້ແອັດກໍມີຮູບມາຢືນຢັນພ້ອມຊິມາເວົ້າລອຍໆໄປຊື່ໆ ຫຼາຍຄົນກໍຕ້ອງບໍ່ເຊື່ອຢ່າງແນ່ນອນ ເອົາເປັນວ່າເຮົາໄປເບິ່ງພ້ອມກັນເລີຍດີກວ່າ!!! ນີ່ງາມບໍ່??? ຍິ້ມຫວານ ຖ່າຍແບບບໍນີ້??? ໜ້າຮັກກກກ ງາມກະດໍ້ເດີ່ຜູ້ນີ້…   ນີ່ຫຸ່ນດີສຸດຍອດ ເຊັກຊີ່ເບົາໆ ມີຄວາມເທ່ ເບິ່ງແລ້ວຟີນນນນ ສາວລາວຍິ້ມງາມຫຼາຍ …

Read More »

ເອົາແລ້ວ! ຊາວເນັດຮືຮາ…ຄາດເດົາວ່າ “ໜ້າກາກຊາກຸລະ” ໃນ The Mask Singer3 ແມ່ນ “ອາເລັກຊານດ້າ ບຸນຊ່ວຍ”

ໃນຊ່ວງທ້າຍອາທິດທີ່ຜ່ານມາເຮັດເອົາຊາວເນັດໃຫ້ຄວາມສົນໃຈກັນຢ່າງແຜ່ຫຼາຍ ສຳລັບລາຍການ The Mask Singer ຊີ່ຊັ່ນ 3 ເຊິ່ງເປີດໂຕໄປພຽງບໍ່ຈັກຕອນກໍເຮັດໃຫ້ເກີດກະແສຄວາມແຮງ ເປັນທີ່ຮືຮາຂອງຊາວເນັດ ເພາະມີ “ໜ້າກາກຊາກຸລະ” ເປີດໂຕອອກມາຮ້ອງໃນບົດເພງ Dangerous Woman ຂອງນັກຮ້ອງສາວ ຊຸບເປີສະຕາ (Ariana Grande) ເຊິ່ງ ໜ້າກາກຊາກຸລະ ຮ້ອງເພງດັ່ງກ່າວອອກມາໄດ້ດີ ມ່ວນຄ້າຍຄືກັບຕົ້ນສະບັບ ແຕ່ທີ່ພິເສດກວ່ານັ້ນສຽງຮ້ອງຂອງ ໜ້າກາກຊາກຸລະ ດັນມາຄ້າຍຄຽງກັບ ຊຸບເປີສະຕາສາວລາວ ອາເລັກຊານດ້າ ບຸນຊ່ວຍ ຊາວເນັດເລີຍເກີດກະແສຄວາມສົງໃສວ່າແມ່ນ ອາເລັກຊານດ້າບໍ່? ແຕ່ກໍໜ້າຄິດ ເພາະນາງເຄີຍໄປສຶກສາທີ່ ປະເທດ ຍີ່ປຸ່ນ, ບາງຄົນກໍໄປຊອກຟັງເພງເກົ່າໆຂອງນາງ ລວມທັງໄປຊອກເບິ່ງລີລາທ່າທາງເວລາຮ້ອງເພງຂອງ ອາເລັກຊານດ້າ ຈົນໃຜໆກໍເວົ້າເປັນສຽງດຽວກັນວ່າ “ໜ້າກາກຊາກຸລະ” ຕ້ອງເປັນ ນັກຮ້ອງສາວລາວ ອາເລັກຊານດ້າ ບຸນຊ່ວຍ ເຮົາແນ່ນອນ. ສຳລັບ “ໜ້າກາກຊາກຸລະ”  ໄດ້ແຂ່ງຂັນກັບ  “ໜ້າກາກນິນຈາ” ເຊິ່ງກໍເປັນຝ່າຍ ໜ້າກາກຊາກຸລະ ທີ່ຊະນະແລະຍັງບໍ່ໄດ້ຖອດໜ້າກາກ, ມາລຸ້ນນຳກັນໃນອາທິດຕໍ່ໆໄປວ່າໜ້າກາກຊາກຸລະນີ້ຈະແມ່ນ ຊຸບເປີສະຕາສາວລາວ ອາເລັກຊານດ້າ ບຸນຊ່ວຍ ແທ້ ຫຼື ບໍ່??? ຂໍຂອບໃຈ:Alexandra Bounxouei – …

Read More »