ໃນວັນທີ 8 ກັນຍາ 2017 ທີ່ຜ່ານມາ ບໍລິສັດ ເບຍລາວ ໄດ້ເປີດໂຕສື່ໂຄສະນາໃໝ່ຂອງຜະລິດຕະພັນເບຍລາວ ໃຫ້ກຽດເປັນປະທານງານໂດຍ ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດເບຍລາວຈຳກັດ, ທ່ານ ເຮັນຣິກ ໂຈນ ແອນເດີເຊັນ ຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ທ່ານ ສູນທອນ ສິຣິສັກ ຮອງຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ພ້ອມດ້ວຍບັນດາແຂກຜູ້ມີກຽດຈາກບັນດາການນຳພາກລັດ, ພ້ອມດ້ວຍຜູ້ອຳນວຍການຝ່າຍຕ່າງ ຂອງບໍລິສັດຈຳກັດ, ລູກຄ້າຮ່ວມທຸລະກິດເບຍລາວ, ບັນດາສິລະປິນດາລາ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ໄດ້ເຂົ້າຮ່ວມໃນງານເປີດໂຕສື່ໂຄສະນາໃໝ່ຂອງຜະລິດຕະພັນເບຍລາວໃນຄັ້ງນີ້. ໃນສື່ໂຄສະນາ ເບຍລາວຊຸດໃໝ່ນີ້ເໜັ້ນໜັກໃສ່ “ພູມໃຈໃນຄວາມເປັນລາວ” (Proud to be Lao). ພູມໃຈໃນຄວາມເປັນລາວ, ຢູ່ຜືນແຜ່ນດິນລາວ, ມີມູນເຊື້ອປະຫວັດອັນຍາວນານ ມີພູມມິປະເທດທີ່ສວຍສົດງົດງາມ ອຸດົມຮັ່ງມີໄປດ້ວຍທຳມະຊາດທີ່ສວຍງາມ ມີຊັບພະຍາກອນທີ່ອຸດົມສົມບູນ, ມີບັນພະບູລຸດທີ່ກ້າແກ່ນ, ປູສະນີຍະສະຖານໄວ້ໃຫ້ເຮົາເປັນມໍລະດົກຢ່າງຫຼວງຫຼາຍ. ເປັນຊາດທີ່ມີວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ເປັນເອກະລັກ, …
Read More »Home
ຜົນສອບເສັງ ການທະນາຄານ ແລະ ການເງິນ-ການບັນຊີ
ມື້ນີ້ແອັດນໍາເອົາຂ່າວດີມາຝາກ… ສໍາລັບນ້ອງໆຄົນໃດທີ່ຜ່ານມາໄດ້ໄປສອບເສັງຄັດເລືອກເພື່ອເຂົ້າສຶກສາ ຢູ່ທີ່ສະຖາບັນທະນາຄານ ໃນສົກຮຽນ 2017-2018 ທີ່ເສັງໃນຄັ້ງວັນທີ 26 ສິງຫາ 2017 ຜ່ານມານັ້ນ ມາອ່ານທາງນີ້ເລີຍ ເພາະແອັດໄດ້ນໍາເອົາຜົນສອບເສັງຂອງ ສາຂາ ການເງິນ-ການບັນຊີ (ຊັ້ນສູງ) ແລະ ສາຂາ ການທະນາຄານ (ຊັ້ນສູງ) ມາຝາກ ແຕ່ຈະມີຊື່ນ້ອງໆຄົນໃດແດ່ນັ້ນໄປເບິ່ງພ້ອມໆກັນເລີຍ!!!! ສາຂາ ການເງິນ-ການບັນຊີ ສາຂາ ການທະນາຄານ. Cr: ຂ່າວສານສະຖາບັນການທະນາຄານ
Read More »ສ່ອງ! ຫຼິງຫຼິງ ປິຍະດາ ແຕ່ງແບບໃດກໍເລີດ… ແຟນຄລັບຍົກໃຫ້ເປັນ Fashionista ໂຕແມ່!!!
ຂໍບອກວ່າຕ້ອງຍອມໃນຄວາມງາມເລີດຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ນອກຈາກຜົນງານການສະແດງລະຄອນ ຖ່າຍແບບ ເດີນແບບທົ່ວໄປແລ້ວ ນາງຍັງຂຶ້ນຊື່ດ້ານການແຕ່ງໂຕ ຖ້າໃຜທີ່ມັກຕິດຕາມເຟສບຸກ ຫຼື ອິນສະຕາແກມຂອງເພິ່ນກໍຈະເຫັນໄດ້ເລີຍວ່າ ນາງເປັນຄົນທີ່ມີສະຕາຍການແຕ່ງໂຕທີ່ບໍ່ຄືໃຜ ບໍ່ວ່າຈະໃສ່ຊຸດໃດກໍງາມເດັ່ນ ຈົນແຟນຄລັບສ່ວນໃຫ່ຍຍົກໃຫ້ນາງເປັນໄອດໍ້ທັງເລື່ອງຄວາມງາມ ແລະ ເລື່ອງແຟຼຊັ່ນ ເອີ້ນໄດ້ວ່າເປັນ Fashionista ໂຕແມ່ໄປແລ້ວ!!! ຮູບພາບ: Pitadar Lingling Inthavong
Read More »ການມີຄວາມຮັກເປັນສິ່ງທີ່ດີ! ແຕ່ມັນຈະດີກວ່າຖ້າຮູ້ຈັກວິທີຮັກຢ່າງຖືກຕ້ອງ… ມາເບິ່ງ! ວິທີຮັກແບບແມ່ຍິງສະຫຼາດ ເຂົາຮັກແນວໃດຈຶ່ງບໍ່ Hurt !!!
ສາວໆ ອາດມີຫຼາຍຄັ້ງທີ່ເຮົາຜິດຫວັງກັບຄວາມຮັກ ຫຼືກາຍເປັນຂອງຕາຍທີ່ໄດ້ແລ້ວເຂົາກໍບໍ່ມາສົນໃຈໄຍດີອີກ ຈົນເຮັດໃຫ້ທໍ້ຈົນບໍ່ຢາກທີ່ຈະຮັກໃຜອີກແລ້ວ ແຕ່ເອົາໄປເອົາມາພໍພົບຄົນທີ່ຖືກໃຈມາຈີບເທົ່ານັ້ນແຫຼະ ກໍໃຈອ່ອນຍອມຕົກລົງທຸກເທື່ອເລີຍ ແຕ່ງານນີ້ສາວໆ ໂດຍສະເພາະຜູ້ທີ່ບໍ່ຢາກເປັນຂອງຕາຍ ຫຼືໃຫ້ໃຜມາດູຖູກວ່າບໍ່ມີຄ່າ ມາຮຽນຮູ້ວິທີ ຮັກແບບສາວສະຫຼາດລອງເບິ່ງເນາະ ຮັບຮອງຄໍາວ່າ Hurt ຈະບໍ່ກ້າມາຢຽບໃຈເຈົ້າອີກໄດ້ເລີຍ ຮູ້ວ່າ… ຕ້ອງໃຊ້ຊີວິດໃຫ້ຄຸ້ມຄ່າເມື່ອມີຄົນຮັກ: ຈົ່ງປັບປ່ຽນໃນສ່ວນທີ່ຄວນເຮັດ ເພື່ອໃຫ້ຊີວິດຄູ່ບໍ່ສະດຸດ ແຕ່ຫາກເຈົ້າປ່ຽນແປງໄປທຸກຢ່າງຈົນກາຍເປັນ ແມ່ຍິງອີກຄົນໜຶ່ງທີ່ເຂົາບໍ່ຄຸ້ນເຄີຍ ເຂົາຈະຄ່ອຍໆໝົດຄວາມສົນໃຈໃນຕົວເຈົ້າ ຖ້າເຈົ້າເບິ່ງບໍ່ເຫັນໃນຄຸນຄ່າຂອງຕົວເອງ ແລ້ວໃຜຈະເບິ່ງເຫັນຄຸນຄ່າຂອງເຈົ້າ 2. ຮູ້ວ່າ… Sex ບໍ່ແມ່ນເລື່ອງງ່າຍ: ບໍ່ວ່າເຈົ້າຈະຫຼົງສະເໜ່ເຂົາພຽງໃດ ບໍ່ວ່າຄວາມສໍາພັນຈະດໍາເນີນຕໍ່ໄປແບບໃດກໍຢ່າລືມວ່າ ຄົນແປກໜ້າ ກໍຍັງເປັນຄົນແປກໜ້າຢູ່ດີ ເຖິງປະຫວັດສ່ວນຕົວເຂົາຈະດີ ແຕ່ທີ່ແນ່ໆ ເຈົ້າບໍ່ມີໂອກາດໄດ້ຮູ້ວ່າເຂົາມີພະຍາດຕິດຕໍ່ທາງເພດສໍາພັນ ຫຼືບໍ່ ບໍ່ຈໍາເປັນທີ່ຕ້ອງມີຫຍັງກັບເຂົາຖ້າເຈົ້າຍັງບໍ່ພ້ອມໃນທຸກດ້ານ ເຮົາຮູ້ຈັກຮັກຜູ້ຊາຍໄດ້ໂດຍບໍ່ຕ້ອງມີ Sex 3. ຮູ້ວ່າ… ຜູ້ຊາຍແສນດີບໍ່ຈໍາເປັນຕ້ອງໜ້າຕາດີ: ຖ້າເຂົາຄົນນັ້ນເຮັດໃຫ້ເຈົ້າມີຄວາມສຸກ, ອົບອຸ່ນ, ຍິ້ມຫົວໄດ້, ມີຄວາມມັກທີ່ຄ້າຍໆກັນຫຼາຍຢ່າງ ແຖມເຂົາຍັງສະຫຼາດ ແຕ່ໜ້າຕາບໍ່ຄ່ອຍດີ ໃຫ້ສາວໆລອງຍ່າງເລາະສັງເກດຕາມ Super Market …
Read More »ມາແຮງແຊງທາງໂຄ້ງ! Miss Universe Laos ຂຶ້ນອັນດັບໜຶ່ງຂອງຜົນໂຫວດ “MISS UNIVERSE 2017 PEOPLE’S CHOICE”
ສຸດຍອດ!!! ມາແຮງແຊງທາງໂຄ້ງອີ່ຫລີສຳລັບ ສຸພາພອນ ສົມວິຈິດ (ນຸ້ຍ) Miss Universe Laos 2017 ທີ່ຕິດ Top5 ແລະ ຂຶ້ນເປັນອັນດັບໜຶ່ງຂອງຜົນໂຫວດໃນລາງວັນ ຂວັນໃຈມະຫາຊົນ (MISS UNIVERSE 2017 PEOPLE’S CHOICE) ດ້ວຍຄະແນນ 24,455 ເຊິ່ງເປັນຄະແນນທີ່ຫຼາຍກວ່າໝູ່ໃນເວລານີ້. ອັນດັບ 1 ໄດ້ແກ່ປະເທດ ລາວ (LAOS) 24,455 ຄະແນນ ອັນດັບ 2 ໄດ້ແກ່ປະເທດ ອິນໂດເນເຊຍ (INDONESIA) 7,792 ຄະແນນ ອັນດັບ 3 ໄດ້ແກ່ປະເທດ ກຳປູເຈຍ (CAMBODIA) 5,495 ຄະແນນ ອັນດັບ 4 ໄດ້ແກ່ປະເທດ ໄທ (THAILAND) 5,415 ຄະແນນ ອັນດັບ 5 ໄດ້ແກ່ປະເທດ ເຮຕິ …
Read More »