ເທສະການຮູບເງົາດີເດັ່ນຂອງຈີນ ໃນຕອນເຊົ້າຂອງວັນທີ 19 ຕຸລາ 2017 ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວ ໄດ້ຈັດພິທີຖະແຫຼງຂ່າວເທສະການຮູບເງົາດີເດັ່ນຂອງຈີນ ຢູ່ທີ່ໂຮງແຮມດອນຈັນພາເລດ ໂດຍມີທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານນາງ ແສງແກ້ວ ຕາງໜ້າສະຖານທູດ ສປ ຈີນປະຈໍາ ສປປ ລາວ ແລະ ສິລະປິນທີ່ມີຊື່ສຽງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານນາງ ແສງແກ້ວ ກ່າວວ່າ: ການແລກປ່ຽນວັດທະນະທໍາມີບົດບາດສໍາຄັນ ໃນການເສີມສ້າງຄວາມເຂົ້າໃຈກັນລະຫວ່າງປະຊາຊົນ ກໍຄືເຮັດໃຫ້ປະຊາຊົນສອງປະເທດມີຄວາມໃກ້ສິດຍິ່ງຂຶ້ນ. ສ່ວນຮູບເງົາກໍເປັນສື່ໜຶ່ງທີ່ມີລະດັບດ້ານສິລະປະ, ເປັນທີ່ຍອມຮັບຈາກປະຊາຊົນ ແລະ ມີບົດບາດພິເສດໃນການແລກປ່ຽນວັດທະນະທໍາ. ກິດຈະກໍາເທື່ອນີ້ນອກຈາກຈະສາຍຮູບເງົາດີເດັ່ນຈີນ 2 ເລື່ອງຄື: ເລື່ອງ ມະເຮັງ…ຂອງຂວັນໃນວັນຄົບຮອບ 29 ປີ ແລະ ເລື່ອງ ໝາປ່າປະຈົນໄພ ຢູ່ 8 …
Read More »Home
ງານມະຫາກໍາ ສີມືຫັດຖະກໍາລາວ ປີ 2017.
ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 16 ປີ 2017 ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 16 ຕຸລາ 2017 ຢູ່ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມເປີດງານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຫານຊະນະ ສີສານ ປະທານ ສະມາຄົມຫັດຖະກໍາລາວ, ພ້ອມດ້ວຍບັນດາອົງການ, ຂະແໜ່ງທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ກ່າວວ່າ: ງານມະຫາກໍາ ສີມືຫັດຖະກໍາລາວ ບໍ່ພຽງແຕ່ເປັນງານບຸນປະເພນີ ຂອງຊາວຊ່າງ ຫັດຖະກໍາເທົ່ານັ້ນ ແຕ່ຍັງເປັນງານບຸນສົ່ງເສີມ ແລະ …
Read More »ສ່ອງ! ສາວປະເພດສອງປະເທດເພື່ອນບ້ານ ທີ່ມີຄວາມງາມກວ່າແມ່ຍິງແທ້ໆ ໂລກນີ້ບໍ່ມີຫຍັງເປັນໄປບໍ່ໄດ້!!!
ໂລກນີ້ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ມາເບິ່ງຄວາມງາມຂອງສາວປະເພດສອງຈາກປະເທດເພື່ອນບ້ານທີ່ມີຄວາມງາມ ຄວາມເລີດ ດີບໍ່ດີງາມກວ່າແມ່ຍິງແທ້ໆ ສາວປະເພດສອງເຫຼົ່ານີ້ເປັນທັງດາລາ ນາງແບບ ເນັດໄອດໍ້ ເປັນຄົນທີ່ມີຊື່ສຽງ ຈະມີໃຜແດ່ນັ້ນມາເບິ່ງກັນເລີຍ!!! ທີ່ມາ: EverydayBuzz
Read More »ຂໍພະລັງຄົນລາວ! ມາຮ່ວມກັນກົດ Like&Share ໃຫ້ຊຸດປະຈຳຊາດລາວໄດ້ຮັບລາງວັນ ຊຸດປະຈຳຊາດດີເດັ່ນ!!!
ການປະກວດຮອບຊຸດປະຈຳຊາດ ຍັງບໍ່ມີການປະກາດຜົນວ່າປະເທດໃດທີ່ໄດ້ ລາງວັນຊຸດປະຈຳຊາດດີເດັ່ນ ດັ່ງນັ້ນ ແຟນໆສາມາດເຂົ້າໄປຮ່ວມໂຫວດໃຫ້ຊຸດປະຈຳຊາດລາວ ໂດຍເຂົ້າໄປທີ່ເພສ Miss Grand International ແລ້ວຄລິກເຂົ້າໄປຮູບພາບຊຸດປະຈຳຊາດລາວ ແລ້ວກົດໄລ້ກົດແຊຣ ໂດຍບໍ່ເສີຍຄ່າ ພຽງເທົ່ານີ້ກໍຈະເຮັດໃຫ້ ຊຸດປະຈຳຊາດລາວ ມີຄະແນນສະສົມ 1 Like = 1 ຄະແນນ, 1 Share= 3 ຄະແນນ ເປີດໂຫວດແລ້ວຕັ້ງແຕ່ ວັນທີ 13 ຕຸລາ ໄປຈົນເຖິງ 15 ຕຸລາ 2017 ຄະແນນທີ່ຄົນລາວທຸກຄົນໄດ້ຮ່ວມກັນໂຫວດນີ້ຈະສົ່ງຜົນໃຫ້ຊຸດປະຈຳຊາດລາວເຮົາເຂົ້າຮອບ 10 ຊຸດປະຈຳຊາດດີເດັ່ນໂດຍອັດຕະໂນມັດ ແລະ ໄປລວມກັບຊຸດທີ່ກຳມະການເລືອກໄວ້ອີກ 15 ຊຸດ ເປັນທັງໝົດ 25 ຊຸດ. ດັ້ງນັ້ນຈຶ່ງຂໍພະລັງຄົນລາວ! ມາຮ່ວມກັນ ກົດ Like ກົດ Share ໃຫ້ຊຸດປະຈຳຊາດລາວໄດ້ຮັບລາງວັນ ຊຸດປະຈຳຊາດດີເດັ່ນ ແລະ ຈະມີການຕັດສິນແທ້ແມ່ນວັນທີ 25 …
Read More »ມາເບິ່ງກັນແບບຈະໆ! ກັບຊຸດປະຈຳຊາດແຕ່ລະປະເທດໃນການປະກວດ Miss Grand International 2017 ຂໍບອກເດີ້ແຕ່ລະປະເທດຈັດເຕັມອີ່ຫລີ!!!
ມາເບິ່ງກັນໄວໆໆໆ!!! ກັບຊຸດປະຈຳຊາດແຕ່ລະປະເທດໃນການປະກວດ Miss Grand International 2017 ຂໍບອກເລີຍເດີ້ວ່າແຕ່ລະປະເທດຈັດໜັກຈັດເຕັມ ຂົນເອົາໄອເດຍ ແນວຄວາມຄິດສ້າງສັນມາໃສ່ໃນຊຸດປະຈຳຊາດຂອງໃຜມັນໄດ້ຢ່າງລົງຕົວ, ເອົາລະບໍ່ເວົ້າຍາວລອງມາເບິ່ງແຕ່ລະຊຸດ ແຕ່ລະປະເທດກັນເລີຍ ມີທັງໝົດ 73 ປະເທດທົ່ວໂລກກັນເລີຍ!!! ການປະກວດຮອບຊຸດປະຈຳຊາດ ຍັງບໍ່ມີການປະກາດຜົນວ່າປະເທດໃດທີ່ໄດ້ ລາງວັນຊຸດປະຈຳຊາດດີເດັ່ນ ດັ່ງນັ້ນ ແຟນໆສາມາດເຂົ້າໄປຮ່ວມໂຫວດໃຫ້ຊຸດປະຈຳຊາດລາວ ໂດຍເຂົ້າໄປທີ່ເພສ Miss Grand International ແລ້ວຄລິກເຂົ້າໄປຮູບພາບຊຸດປະຈຳຊາດລາວ ແລ້ວກົດໄລ້ກົດແຊຣ ພຽງເທົ່ານີ້ກໍຈະເຮັດໃຫ້ ຊຸດປະຈຳຊາດລາວ ມີຄະແນນສະສົມ 1 Like = 1 ຄະແນນ, 1 Share= 3 ຄະແນນ ເປີດໂຫວດແລ້ວຕັ້ງແຕ່ມື້ນີ້ໄປຈົນເຖິງ 15 ຕຸລາ 2017 ຄະແນນເຫຼົ່ານີ້ຈະສົ່ງຜົນໃຫ້ຊຸດປະຈຳຊາດລາວເຮົາເຂົ້າຮອບ 25 ຊຸດປະຈຳຊາດດີເດັ່ນໂດຍອັດຕະໂນມັດ. ຕັດສິນແທ້ແມ່ນວັນທີ 25 ຕຸລາ 2017. (ຢ່າລືມກົດໄລ້ກົດແຊຣ ຮັກລາວເຊຍລາວເດີ້ແຟນໆ) LAOS – CHINNALY NOLASING …
Read More »