ສາວໆສະໄໝນີ້ມີຄວາມໝັ້ນໃຈສູງ ບໍ່ຈຳເປັນຈະຕ້ອງໄປອາໄລອາວອນກັບຄົນທີ່ບໍ່ເຫັນຄຸນຄ່າ ບໍ່ເປັນຫຍັງເດີ້ຊີວິດເປັນຂອງເຮົາ ເດີນໜ້າຕໍ່ໄປ ສູ້ໆ.. ບໍ່ຮູ້ວ່າເປັນເພາະໂຊກຊະຕາຟ້າລິຂິດຫຼືວ່າແນວໃດ ເພາະມັກຈະເຫັນຄູ່ຮັກທີ່ຄົບຫາເບິ່ງໃຈກັນມາກໍຫຼາຍປີ ແຕ່ພໍຮອດໄລຍະໜຶ່ງແທນທີ່ຈະລົງເອີຍກັນແບບມີຄວາມສຸກ ແຕ່ພັດບໍ່ເປັນດັ່ງທີ່ຄິດ ເພາະມີຫຼາຍຄູ່ທີ່ເລີກກັນໄປແບບບໍ່ໄຍດີ ແລະ ມີສາວໆຫຼາຍຄົນອາຍຸກໍບໍ່ແມ່ນໜ້ອຍ ອາຍຸກໍກ້າວເຂົ້າໄປ 30-30+ ເປັນແບບນີ້ຈະເຮັດແບບໃດດີລະ… ລອງມາເບິ່ງ 3 ສິ່ງທີ່ຄວນເຮັດ… ເສີຍໃຈໃຫ້ພໍ ແຕ່ເມື່ອພໍແລ້ວຕ້ອງຢຸດ ແລະ ກ້າວຕໍ່ໄປ… ແນວວ່າຄົນອົກຫັກຈະໃຫ້ມານັ່ງເຂັ້ມແຂງ ເປັນແມ່ຍິງແກ່ງຕະຫຼອດເວລາກໍຄືຈະບໍ່ແມ່ນ ເສຍໃຈກໍຄືເສຍໃຈ ບໍ່ຈຳເປັນຈະຕ້ອງປິດບັງ ຢາກຈະຮ້ອງໃຫ້ກໍຈົ່ງຮ້ອງໃຫ້ພໍ ເມື່ອຮ້ອງໃຫ້ພໍແລ້ວກໍຈົ່ງເຊົາ ແລະ ຖິ້ມຄວາມເສຍໃຈອອກໄປໃຫ້ໝົດ ແລ້ວລຸກຂຶ້ນມາຕໍ່ສູ້ກັບກັບໂລກແຫ່ງຄວາມຈິງ 2. ກັບມາເບິ່ງແຍງຕົວເອງ ບໍ່ໄດ້ໝາຍຄວາມວ່າຈະຕ້ອງລຸກຂຶ້ນມາແຕ່ງງາມເພື່ອໃຫ້ແຟນເກົ່າເສຍດາຍ ແຕ່ໝາຍເຖິງຕ້ອງເບິ່ງແຍງຕົວເອງໃຫ້ຈິງຈັງ ຢ່າງທີ່ຮູ້ກັນວ່າເມື່ອອາຍຸເພີ່ມຂຶ້ນເລື້ອຍໆ ລະບົບຮ່າງກາຍກໍ່ບໍ່ໄດ້ແຂງແຮງຄືດັ່ງແຕ່ກ່ອນ ຮູບຮ່າງເລີ່ມບໍ່ຄືເກົ່າ, ດັ່ງນັ້ນຈຶ່ງໃຫ້ຫັນມາເບິ່ງແຍງຕົວເອງໃຫ້ດີ ແລະ ເມື່ອໃດເຮົາງາມຂຶ້ນ ສຸຂະພາບດີຂຶ້ນ ອາຍຸກໍບໍ່ສາມາດເຮັດຫຍັງເຮົາໄດ້ 3. ອອກເດີນທາງທ່ອງທ່ຽວ ກ່ອນໜ້ານີ້ຫຼາຍຄົນເຄີຍເປັນນັກສຶກສາ ພໍຮຽນຈົບກໍຟ້າວຕັ້ງໃຈເຮັດວຽກເພື່ອສ້າງຖານະຕົນເອງ ການທ່ອງທ່ຽວກໍມີຈຸດໝາຍ ມີຄວາມມ່ວນ ຕື່ນເຕັ້ນ …
Read More »Home
ດຣ່າມ່າ! ແອັບເປີ້ນ ສີສະຫງຽນ ອອກມາໂພສນຳໂຕອໍເກໄນ້ຈັດງານ ເກືອບເຮັດງານແຕ່ງດອງຢູ່ລາວຫຼົ້ມ!!!
ເອົາແລ້ວ!!! ເກີດກະແສດຣ່າມ່າກັນສະໜັ່ນຫວັ່ນໄຫວໃນຊ່ວງຄໍ່າຄືນທີ່ຜ່ານມາ ກັບເລື່ອງລາວຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ ເນັດໄອດໍ້ຄົນດັງ ທີ່ອອກມາໂພສແບບສົດໆຮ້ອນໆ ໂດຍເປັນໂພສເພື່ອນຳຫາ ອໍເກໄນ້ (organise) ຈັດງານແຕ່ງດອງໃນລາວ ໃນວັນທີ 8 ພະຈິກ 2017 ທີ່ຜ່ານມາ, ເຊິ່ງໃຈຄວາມ ແອັບເປີ້ນ ກໍໄດ້ອອກມາຂຽນໂພສທາງເຟສບຸກວ່າ: “ນຳຫາຄົນບໍ່ເຫັນ ໂທຫາບໍ່ຮັບສາຍ ແລ້ວຕອນນີ້ທັງອ້າຍທັງນ້ອງ ຂໍຄວາມຊ່ວຍເຫຼືອແດ່ວ່າຕ້ອງເຮັດແນວໃດ ຊ່ວຍແດ່ ປະກາດຊ່ວຍແດ່ເດີ້ ຄົນຜູ້ນີ້ຕົວະເຮັດງານຂ້ອຍ ຊ່ວຍແຊຣແດ່” ພໍແຕ່ ແອັບເປີ້ນ ໂພສແບບນັ້ນກໍເກີດກະແສມີຄົນໃຫ້ຄວາມສົນໃຈ ເຂົ້າມາຄອມເມັ້ນສອບຖາມເລື່ອງລາວທີ່ເກີດຂຶ້ນກັນຢ່າງຫຼວງຫຼາຍ. ເຖິງຢ່າງໃດງານແຕ່ງດອງຢູ່ລາວຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຸກ ຈິຣະ ຄູ່ຮັກດາລາສາວລາວບ່າວໄທ ກໍຜ່ານໄປໄດ້ດ້ວຍດີ, ສ່ວນເລື່ອງລາວທີ່ແທ້ຈິງຈະເປັນແນວໃດຕິດຕາມຕອນຕໍ່ໄປ (ເປັນແນວໃດກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍເລີຍເດີ້) ທີ່ມາ: Appleple Sihalath
Read More »ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວທີ່ຈະເດີນທາງໄປປະກວດ Miss Universe 2017 ທີ່ USA
ໃກ້ເຂົ້າມາແລ້ວກັບການປະກວດ Miss Universe 2017 (ນາງງາມຈັກກະວານ) ເຊິ່ງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍກຳລັງກະກຽມຄວາມພ້ອມຢ່າງເຕັມທີ່ ເພື່ອຈະໄປເປັນສາວງາມຕົວແທນຈາກປະເທດລາວປີທຳອິດໃນການປະກວດ Miss Universe 2017 ແລະ ຈະເດີນທາງໃນວັນທີ 11 ພະຈິກ 2017 ນີ້ແລ້ວ ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas ທີ່ (USA) ແລະ ມື້ປະກວດແທ້ແມ່ນວັນທີ 26 ພະຈິກ 2017. (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) #ແຊຣໄປໃຫ້ໂລກຮູ້ ?? ມາຮູ້ຈັກປະຫວັດ! ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວທີ່ຈະເດີນທາງໄປປະກວດ Miss Universe 2017 ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ອາຍຸ 20 ປີ ລວງສູງ 1,78 …
Read More »ຄົນອາຍຸ 25 ປີທ່ອງໄວ້ເລີຍ 8 ຂໍ້ທີ່ຈະພາກ້າວເຂົ້າສູ່ຄວາມເປັນຜູ້ໃຫ່ຍແບບມີປະສິດທິພາບ!!!
ອາຍຸ 25 ປີ ເປັນຊ່ວງອາຍຸທີ່ໜ້າອັດສະຈັນ ເປັນຊ່ວງໄວທີ່ກຳລັງມ່ວນ ແລະ ກຳລັງພາເຮົາກ້າວເຂົ້າສູ່ການເປັນຜູ້ໃຫ່ຍ ເປັນຊ່ວງໄວທີ່ກຳລັງເຕັມໄປດ້ວຍຄວາມຝັນ ໄອເດຍຕ່າງໆ ແລະ ກຳລັງເປັນຊ່ວງທີ່ຕ້ອງຄົ້ນຫາຕົວເອງໃຫ້ເຈິວ່າເຮົາຈະກ້າວໄປເປັນຜູ້ໃຫ່ຍໃນແບບໃດ? 8 ຂໍ້ສຳຄັນທີ່ຄວນທ່ອງໃຫ້ຂຶ້ນໃຈກ່ອນຈະກ້າວໄປສູ່ອາຍຸ 30 ປີ ແບບມີປະສິດທິພາບ: ຢ່າຢູ່ກັບສິ່ງທີ່ບໍ່ແມ່ນ ໝາຍເຖິງວຽກທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກ ຄວາມສຳພັນທີ່ເຮັດໃຫ້ເຮົາຕົກຕໍ່າ ຢ່າປ່ອຍໃຫ້ຕົວເອງຕ້ອງເຈິກັບສິ່ງທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກໄດ້ແລ້ວ ເພາະເຮົາກໍມີດີຄືກັບຄົນອື່ນ ດັ່ງນັ້ນຢ່າກັກຕົວເອງໃຫ້ຢູ່ແຕ່ບ່ອນເກົ່າ ຈົ່ງຄົ້ນຫາແລະຄວ້າໂອກາດໃໝ່ໆ ທີ່ດີກວ່າເກົ່າ 2. ຖິ້ມຄວາມສຳພັນທີ່ເຮັດໃຫ້ເຈົ້າບໍ່ມີຄວາມສຸກ ທຸກໆຄົນລ້ວນມີຄວາມຮັກ ມີຄວາມສຳພັນໄດ້ ແຕ່ພໍອາຍຸ 25 ປີໄປແລ້ວ ເຮົາຕ້ອງເບິ່ງຄືນແດ່ວ່າ ຄວາມສຳພັນນີ້ເຮັດໃຫ້ມີຄວາມສຸກໄດ້ແທ້ຫຼືບໍ່ ຄົນຮັກມີຄວາມຝັນ ທິດທາງໃນດ້ານດຽວກັບເຮົາຫຼືບໍ່ ຫຼື ໃຊ້ຊີວິດໄປເລື່ອຍໆໂດຍທີ່ບໍ່ມີຈຸດໝາຍຫຍັງ ເພາະນອກຈາກຄວາມຮັກແລ້ວ ເປົ້າໝາຍໃນການໃຊ້ຊີວິດຕ້ອງໄປໃນທາງດຽວກັນ 3. ພັດທະນາຕົວເອງສະເໜີ ແມ່ຍິງສ່ວນຫຼາຍມັກຈະເບິ່ງຄົນອື່ນສຳຄັນສະເໝີ ເພື່ອບໍ່ໃຫ້ໂຕເອງເບິ່ງເປັນຄົນເຫັນແກ່ຕົວ ແຕ່ສິ່ງເຫຼົ່ງນີ້ເຮັດໃຫ້ກາຍເປັນຄົນທີ່ບໍ່ພັດທະນາຕົວເອງ ບໍ່ກ້າເຮັດຫຍັງໃໝ່ໆ ທັງທີ່ຕົວເຮົາເອງຄວນທີ່ຈະຫ່ວງແລະໃສ່ໃຈຕົວເອງທີ່ສຸດ ດັ່ງນັ້ນມີຝັນຫຍັງຈົ່ງເດີນໜ້າເຮັດໃຫ້ສຳເລັດ 4. ກ້າທີ່ຈະພົບເຈີສິ່ງໃໝ່ໆ …
Read More »ເລີດໆໄດ້ອີກ! ຫຼິງຫຼິງ ປິຍະດາ ຈັດເຕັມແຟຼຊັ່ນລະດູໜາວ ທ່ອງທ່ຽວປະເທດ ຝຣັ່ງ
ມາອັບເດດຄວາມເຄື່ອນໄຫວຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດໝາຍເລກ 1 ຂອງບ້ານເຮົາ ທີ່ຫຼ້າສຸດນາງໄດ້ບິນໄປພັກຜ່ອນທີ່ ປະເທດ ຝຣັ່ງ ຕັ້ງແຕ່ຊ່ວງຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ຂຶ້ນຊື່ວ່າ ຫຼິງຫຼິງ ປິຍະດາ ມີຫວາທີ່ຈະທຳມະດາໃນເລື່ອງແຟຼຊັ່ນການແຕ່ງໂຕ ເສື້ອຜ້າໜ້າຜົມກໍຕ້ອງຈັດເຕັມ ໃຫ້ສົມກັບແຟນໆຕັ້ງສາຍາວ່າເປັນ ແຟຼຊັ່ນນິດຕ້າ (Fashionista) ໂຕແມ່ອີກຄົນໜຶ່ງຂອງວົງການບັນເທີງບ້ານເຮົາ. ເອົ້າ!!! ລອງມາເບິ່ງຮູບພາບ ຫຼິງຫຼິງ ປິຍະດາ ໃນປະເທດ ຝຣັ່ງ ກັນເລີຍ…ເລີດໆ ຊະນີIndy ຂໍນົບບບບ! ຮູບພາບ: Pitadar Lingling Inthavong
Read More »