Breaking News

Home

ຄວາມງົດງາມໃນຊຸດຜ້າໄໝ ງາມແບບສາວລາວ

ໃນໄລຍະນີ້ກໍຄືດັ່ງທີ່ເຮົາຮູ້ກັນດີເນາະວ່າ ເປັນເທສະການແຫ່ງງານແຕ່ງນັ້ນເອງ ແລະ ມື້ນີ້ແອັດກໍເລີຍຮວບຮວມເອົາພາບບັນຍາກາດຂອງສາວໆມາຝາກ ເຊິ່ງແຕ່ລະຄົນນັ້ນມີສະເໜ່ມີຄວາມງົດງາມໃນແບບລາວ ງາມແບບເບິ່ງບໍ່ຮູ້ເບື່ອ…ແຕ່ລະຄົນຈະງາມແທ້ ຫຼື ບໍນັ້ນເຮົາໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: IGLAO

Read More »

ນຸ້ຍ ສຸພາພອນ ເດີນທາງຮອດ USA ແລ້ວ ພ້ອມເຂົ້າຮ່ວມເຮັດກິດຈະກຳກັບກອງປະກວດ Miss Universe 2017 ມື້ທຳອິດ!!!

ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໄດ້ເດີນທາງໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas (USA) ຕັ້ງແຕ່ວັນທີ 11 ພະຈິກ 2017  ປັດຈຸບັນແມ່ນເຖິງທີ່ໝາຍແລ້ວ ດ້ວຍຄວາມປອດໄພ ແລະ ຍັງມີຄວາມພ້ອມເລີ່ມເຮັດກິດຈະກຳກັບກອງປະກວດ ນາງງາມຈັກກະວານ ເປັນທີ່ຮຽບຮ້ອຍ. ນອກຈາກນັ້ນ ນຸ້ຍ ສຸພາພອນ  Miss Universe Laos ຍັງໄດ້ມີການໂພສຮູບພາບກັບບັນດາສາວງາມຈາກຫຼາກຫຼາຍປະເທດທີ່ເຂົ້າປະກວດດ້ວຍສີໜ້າທີ່ຍິ້ມແຍ້ມແຈ່ມໃສ (ສູ້ສູ້…ເດີ້ Miss Universe Laos)  #ແຊຣໄປໃຫ້ໂລກຮູ້  ??  (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit , Miss Universe Laos ມີສຢູນີເວີຣສ ລາວ

Read More »

ເຊຍລາວສຸດໃຈ! ມາຮ່ວມສົ່ງກຳລັງໃຈໃຫ້ ມິມີ່ ພູນຊັບ ນາງງາມຕົວແທນປະເທດລາວໃນການປະກວດ Miss International 2017 ທີ່ ປະເທດ ຍີ່ປຸ່ນ

ມາອີກແລ້ວກັບອີກໜຶ່ງເວທີວົງການຂາອ່ອນ ກັບການປະກວດນາງສາວງາມເວທີລະດັບອິນເຕີຢ່າງ Miss International 2017 ຈັດຂຶ້ນທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ແລະ ໃນປີນີ້ປະເທດລາວຂອງເຮົາກໍມີສ່ວນເຂົ້າຮ່ວມໂດຍການສົ່ງຕົວແທນສາວງາມຄື ພູນຊັບ ພົນໂຍທາ (ມິມີ່) Miss International Laos ອາຍຸ 19 ປີ  ສາວໜ້າຫວານຜູ້ມີຄວາມໝັ້ນໃຈ ແລະ ຄວາມພຽບພ້ອມລ້ານເປີເຊັນ. ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ… ມາຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ມິມີ່ ພູນຊັບ ພົນໂຍທາ Miss International Laos  ໃນການປະກວດ Miss International 2017  ທີ່ປະເທດ ຍີ່ປຸ່ນ ແລະ ຈະຕັດສິນໃນວັນທີ 14 ພະຈິກ 2017, ດັ່ງນັ້ນຈຶ່ງຂໍແຮງເຊຍ ແຮງໃຈຈາກຄົນລາວທົ່ວປະເທດມາຮ່ວມເປັນກຳລັງໃຈໃຫ້ ມິມີ່ ພູນຊັບ ນຳແດ່. ແຟນໆສາມາດຕິດຕາມການປະກວດໃນມື້ Final show  ຂອງ Miss International …

Read More »

ຄົນລາວຊ່ວຍກັນເລືອກແດ່! ຊຸດປະຈຳຊາດແບບໃດທີ່ຢາກໃຫ້ Miss World Laos ໃສ່ເຂົ້າໃນການປະກວດ Miss World 2017 ທີ່ ສປ ຈີນ.

ເດີນທາງໄປເປັນສາວງາມຕົວແທນປະເທດລາວເຮົາອີກໜຶ່ງຄົນ ສຳລັບ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ  Miss world laos 2017, ຫຼ້າສຸດ ເຈນນີ່ ຕົ້ນຄຳ ກໍໄດ້ໂພສຜ່ານເຟສບຸກໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວໄດ້ເລືອກວ່າຊຸດໃດທີ່  Miss world laos ຄວນທີ່ຈະສວມໃສໃນຮອບ Dance of the world ໃນການແຂ່ງຂັນ ນາງງາມໂລກ (Miss World 2017) ຫຼາຍທີ່ສຸດ. ລອງມາເບິ່ງກັນເລີຍວ່າຈະມີຊຸດໃດແດ່? ເບິ່ງແລ້ວເລືອກຊ່ວຍກັນແດ່ເດີ້ທຸກຄົນ ຂໍຄອມເມັ້ນ ແລະ ເຫດຜົນນຳແດ່!!! ຊຸດເມືອງຫຼວງພະບາງ 2. ຊຸດລາວທັນສະໄໝ ການປະກວດ  Miss world 2017 ທີ່ ສປ ຈີນ ໃນຮອບສຸດທ້າຍ  (Final walk) ຈະຈັດຂຶ້ນໃນວັນທີ 18 ພະຈິກ 2017 ນີ້, ຢ່າລືມສົ່ງແຮງເຊຍແຮງໃຈໃຫ້ກັນສາວງາມຕົວແທນປະເທດລາວແດ່ເດີ້ແຟນໆ #ແຊຣໄປໃຫ້ໂລກຮູ້ ?? ທີ່ມາ: Tonkham Phonchanheuang …

Read More »

ບອກຕໍ່ກັນແດ່! ແຈ້ງການປິດເສັ້ນທາງໃນໄລຍະ ສະຫາຍ ສີຈິ້ນຜິງ ມາຢ້ຽມຢາມລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017!!!

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ອອກແຈ້ງການ ການປິດເສັ້ນທາງ ການສັນຈອນຂອງພາຫະນະທຸກປະເພດ ໃນໄລຍະ ສະຫາຍ ສີຈິ້ນຜິງ ເລຂາທິການໃຫ່ຍບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນ ທີ່ຈະມາຢ້ຽມຢາມທາງລັດຖະກິດ ຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017, ດັ່ງນັ້ນຈຶ່ງແຈ້ງການມາໃຫ້ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນໃຫ້ຫຼີກເສັ້ນທາງທີ່ຈະປິດຊົ່ວຄາວດັ່ງຕໍ່ໄປນີ້: – ຖະໝົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟອຳນາດສີຫອມ ຫຼັກ 1) – ຖະໝົນເສດຖາທິລາດ (ແຕ່ສີ່ແຍກໄຟອຳນາດສີຫອມ ຫຼັກ 1-ສີ່ແຍກໄຟອຳນາດທາດຂາວ) – ຖະໝົນສາມແສນໄທ (ແຕ່ສີ່ແຍກໄຟອຳນາດການຊ່າງລາວເຢຍລະມັນ-ສາມແຍກ ດອນຈັນພາເລດ) – ຖະໝົນເຈົ້າຟ້າງຸ່ມ (ແຕ່ສາມທາດຂາວ-ສາມແຍກສຳນັກງານໃຫ່ຍ ທະນາຄານພັດທະນາລາວ) – ຖະໝົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ) – ຖະໝົນໄກສອນພົມວິຫານ (ແຕ່ປະຕູໄຂ-ສີ່ແຍກໄຟອຳນາດດົງໂດກ) ນອກຈາກນັ້ນຍັງມີລະບຽບການ ການຈອດລົດຕາມແຄມທາງດັ່ງຕໍ່ໄປນີ້: – ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ ຢ່າງເດັດຂາດ …

Read More »