ປະກາດຜົນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດນາງງາມໃນເວທີ ນາງສາວລາວ (MISS LAOS 2017) ເຊິ່ງປີນີ້ກໍເປັນອີກປີໜຶ່ງທີ່ມີແມ່ຍິງລາວເຂົ້າປະກວດກັນຢ່າງຫຼວງຫຼາຍ ແລະ ທາງກອງປະກວດເພິ່ນກໍໄດ້ຄັດເລືອກໃຫ້ເຫຼືອພຽງແຕ່ 20 ຄົນສຸດທ້າຍຈາກທົ່ວປະເທດ ເພື່ອເຂົ້າຊິງໃນມື້ຕັດສິນ ໃນວັນທີ 18 ພະຈິກ ທີ່ຜ່ານມາ ແລະ ແຟນໆຫຼາຍໆທ່ານກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າຄົນທີ່ຄວ້າມົງກຸດອັນຊົງກຽດໃນເວທີ MISS LAOS 2017 ນັ້ນກໍຄື ນາງ ດວງພະໄທ ເມກສີທອງ ML13 ອາຍຸ 19 ປີ ລວງສູງ 170 ຈາກນະຄອນຫຼວງວຽງຈັນ (ຂໍສະແດງຄວາມຍິນດີນຳຫຼາຍໆ) ແລະ ນອກຈາກນັ້ນສາວງາມທີ່ໄດ້ຕຳແໜ່ງຮອງມີດັ່ງນີ້: ຮອງອັນດັບ 1: ML15 ຈັນປະເສີດ ສິດທິພັນ ຮອງອັນດັບ2: ML19 ວິລະພອນ ຂັນແກ້ວ ຮອງອັນດັບ3: ML9 ສຸດາວອນ ອິນທະວົງ …
Read More »Home
ຄວາມເຈົ້າຊູ້ມີສູສີ! ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກລາວ-ໄທ ຖ່າຍຮູບຮ່ວມກັນ ງານນີ້ແຟນຄລັບກຣີດໆໆຢ່າງໜັກ!!!
ຈະເກີດຫຍັງຂຶ້ນເມື່ອ ນ້ອງ ທົດສະພອນ ປະທະ ກັບ ອ້າຍ ທົດສະພົນ (555) ແຟນຄລັບກຣີດໆໆໆ…ຢ່າງໜັກ ເມື່ອ ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກ ລາວ ແລະ ໄທ ຖ່າຍຮູບຮ່ວມກັນ ງານນີ້ຂໍບອກເລີຍວ່າຄວາມເຈົ້າຊູ້ ຄວາມຫຼໍ່ ແບບວ່າມີສູສີ ບໍ່ມີໃຜຍອມໃຜກັນເລີຍ ໂດຍຮູບພາບດັ່ງກ່າວຖືກໂພສຈາກ ອຸງ ທົດສະພອນ ນັກສະແດງ-ນາຍແບບ ຂອງລາວເຮົາ ໂດຍຍັງຂຽນແຄັບຊັ່ນຢ່າງຮາວ່າ: “ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ ອ້າຍທົດສະພົນ (ອ້າຍແທ້ໆ ທີ່ພັດພາກ ບໍ່ໄດເຈີກັນ ເປັນ20 ປີ) ເລື່ອງຄວາມ ຫຼໍ່ ນ້ອງຂໍຍອມແພ້” ເຮັດໃຫ້ມີເຫຼົ່າແຟນຄລັບເຂົ້າໄປສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍເລີຍ. ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ …
Read More »Gigi Hadid ນາງແບບຄົນດັງລະດັບໂລກ ໃຫ້ທຶນເພື່ອຊ່ວຍເຫຼືອສ້າງໂຮງຮຽນໃຫ້ແກ່ເດັກນ້ອຍລາວ!!!
ເປັນກະແສກັນໄປທົ່ວໂລກ!!! ເມື່ອວັນທີ 17 ພະຈິກ 2017 ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ໄດ້ໂພສຮູບພາບຜ່ານ ອິນສະຕາແກຼມ ເຖິງການໄດ້ຊ່ວຍເຫຼືອເດັກນ້ອຍລາວ ຢູ່ທີ່ ແຂວງ ຫຼວງພະບາງ ໂດຍການຊ່ວຍເຫຼືອຂອງ ຈີ່ຈີ່ ຮາດິດ ໃນເທື່ອນີ້ເປັນການຊ່ວຍເຫຼືອເພື່ອໃຫ້ທຶນໃນການສ້າງໂຮງຮຽນອະນຸບານ ແລະ ປະຖົມ ໃຫ້ເດັກນ້ອຍໃນເຂດຊົນນະບົດ ເພື່ອໃຫ້ພວກເຂົາໄດ້ຮັບການສຶກສາທີ່ດີ, ແລະ ຍັງໄດ້ໂພສຮູບພາບເດັກນ້ອຍລາວ ຮອຍຍິ້ມຂອງເດັກນ້ອຍລາວ ໃຫ້ແກ່ຊາວໂລກໄດ້ຮັບຮູ້ນຳອີກ. ຈີ່ຈີ້ ຮາດິດ (Gigi Hadid ) ນາງແບບຄົນດັງລະດັບໂລກ ອາຍຸ 22 ປີ ລວງສູງ 179 ຊັງຕີແມັດ, ປັດຈຸບັນມີອາຊີບ ເປັນນາງແບບທີ່ມີຊື່ສຽງ ແລະ ກຳລັງມາແຮງທີ່ສຸດໃນວົງການນາງແບບ, ມີຜົນງານເດີນແບບໃນເວທີໃຫ່ຍໆມາແລ້ວທົ່ວໂລກ, ຖ່າຍແບບຕາມວາລະສານດັງລະດັບໂລກ, ເປັນພີເຊັນເຕີ້ໃຫ້ກັບເຄື່ອງສຳອາງດັງ ແລະ ຍັງມີໂອກາດສະແດງເອັມວີເພງອີກດ້ວຍ. …
Read More »ແຟນໆມັກແບບໃດ? ລະຫວ່າງຊຸດປະຈຳຊາດ ແບບເກົ່າ ແລະ ແບບໃໝ່ ຂອງ Miss Universe Laos!!! (ຄອມເມັ້ນບອກແດ່)
ດັ່ງທີ່ຮູ້ກັນແລ້ວວ່າ ທາງກອງປະກວດ ມີສຢູນີເວີຣສ ລາວ ເພິ່ນໄດ້ອອກມາປະກາດປ່ຽນຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ເພາະມີຫາງສຽງຈາກແຟນໆສ່ວນຫຼາຍວ່າຊຸດປະຈຳຊາດແບບເກົ່າບໍ່ເໝາະສົມທີ່ຈະໃຊ້ເຂົ້າປະກວດເຖິງເວທີລະດັບໂລກ, ແຕ່ເຖິງຢ່າງໃດກໍຕາມ ແຕ່ລະຊຸດທີ່ນັກອອກແບບໄດ້ອອກແບບ ໂດຍຜ່ານການສວມໃສ່ຈາກນາງສາວລາວກໍມີຄວາມງາມ ມີເອກະລັກທີ່ແຕກຕ່າງກັນໄປ. ແຟນໆມັກແບບໃດ? ລະຫວ່າງຊຸດປະຈຳຊາດ ແບບເກົ່າ ແລະ ແບບໃໝ່ ຂອງ Miss Universe Laos!!! (ຄອມເມັ້ນບອກແດ່) 1. ຊຸດລາວຫຼວງພະບາງປະຍຸກ (ແບບເກົ່າ) ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນ. 2. ຊຸດທີດາພັນສາເຮືອງມາລາ (ແບບໃໝ່) ທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ຢ່າງເປັນທາງການ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , …
Read More »ປ່ຽນແລ້ວເດີ້! ຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017)
ປ່ຽນແລ້ວໆ… ຫຼັງຈາກທີ່ມີກະແສດຣ່າມ່າເຖິງຄວາມບໍ່ເໝາະສົມກັນມາໄລຍະໜຶ່ງກັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ເຊິ່ງປີນີ້ຈັດຂຶ້ນທີ່ Las Vegas ທີ່ (USA), ຫຼ້າສຸດ ທາງເພສກອງປະກວດ ມີສຢູນີເວີຣສ ລາວ ກໍໄດ້ປ່ອຍຮູບພາບຊຸດປະຈຳຊາດຊຸດໃໝ່ທີ່ ນຸ້ຍ ສຸພາພອນ ສົມວິຈິດ ຈະໃຊ້ເຂົ້າໃນການປະກວດ ໃນວັນທີ 26 ພະຈິກ 2017 ນີ້, ເຊິ່ງຊຸດປະຈຳຊາດຊຸດໃໝ່ຂອງ ມີສຢູນີເວີຣສ ລາວ ນີ້ແມ່ນໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບແມ່ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ ແລະທີ່ຂາດບໍ່ໄດ້ເລີຍກໍແມ່ນດອກໄມ້ນານາຊະນິດ ເຊິ່ງເຮົາກໍໄດ້ຍົກເອົາດອກດາວເຮືອງເຊິ່ງເປັນດອກໄມ້ທີ່ຂາດບໍ່ໄດ້ເລີຍໃນງານບຸນຕ່າງ ຈຶ່ງໄດ້ມາເປັນ ຊຸດທີ່ມີຊື່ວ່າ ”ທີດາພັນສາເຮືອງມາລາ“ #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ທີ່ມາ: Miss Universe Laos ມີສຢູນີເວີຣສ ລາວ , Nui Soupphaphone Somvichit
Read More »