ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ໄດ້ມີໂອກາດບອກເລົ່າຄວາມປະທັບໃຈໃນເວທີການປະກວດ Miss Universe 2017 ເຊິ່ງ ນຸ້ຍ ສຸພາພອນ ສາວງາມຕົວແທນປະເທດລາວເຮົາກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍຊວນໃຫ້ນໍ້າຕາໄຫຼ ດ້ວຍຄວາມປິຕິຍິນດີ ແລະ ພູມໃຈໃນຄວາມເປັນລາວວ່າ: ໂດຍການໂພຂອງ ນຸ້ຍ ສຸພາພອນ ໃນເທື່ອນີ້ເຮັດໃຫ້ຄົນລາວຕ່າງກໍນໍ້າຕາຊຶມ ແລະ ພູມໃຈທີ່ຄົນລາວເຮົາຍັງເປັນທີ່ຍອມຮັບຂອງຊາວຕ່າງຊາດ. #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit
Read More »Home
ນຸ້ຍ ສຸພາພອນ Miss Universe Laos ງາມສະຫງ່າໃນຮອບຊຸດລອຍນໍ້າ ຄູເຝິກເຖິງຂັ້ນອອກປາກຍ້ອງ!!!
ງາມຫຼາຍໆສາວລາວເຮົາທີ່ໄປຮ່ວມເສີດສາຍປະກວດໃນເວທີລະດັບໂລກເປັນປີທຳອິດ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ງາມສະຫງ່າໃນຮອບຊຸດລອຍນໍ້າ ໃນການແຂ່ງຂັນໃນຮອບເບື້ອງຕົ້ນ (Preliminary) ໃນວັນທີ 21 ພະຈິກ 2017 ໃນການປະກວດ Miss Universe 2017 ທີ່ ລາສເວກັດ (USA), ເຊິ່ງ ນຸ້ຍ ສຸພາພອນ ນາງງາມຕົວແທນປະເທດລາວຂອງເຮົາ ກໍຍ່າງໃນຮອບນີ້ໄດ້ດີ ແລະ ສະຫງ່າງາມຫຼາຍ ຈົນມີຄູເຝິກຊາວຕ່າງຊາດເຖິງຂັ້ນອອກປາກຍ້ອງກັນເລີຍ. ລອງມາເບິ່ງ ແລະ ຢ່າລືມເຂົ້າໄປຮ່ວມໂຫວດໃຫ້ Miss Universe Laos ເຮົາແດ່ເດີ້!!! ຕາມລິ້ງນີ້ເລີຍ Vote.MissUniverse.com #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ຮູບພາບ: Nui Soupphaphone Somvichit
Read More »ລູກນໍ້າ ທິດາລັດ ນາງງາມລຸ້ນເອື້ອຍອອກມາໂພສໃຫ້ກຳລັງໃຈ ນຸ້ຍ ສຸພາພອນ Miss Universe Laos!!!
ລູກນໍ້າ ທິດາລັດ ວົງສິຣິ ອະດີດນາງສາວລາວ ໄດ້ອອກມາໂພສໃຫ້ກຳລັງໃຈ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ສາວງາມຕົວແທນປະເທດລາວທີ່ກຳລັງເຮັດໜ້າທີ່ປະກວດໃນເວທີລະດັບໂລກ Miss Universe 2017 ທີ່ USA, ເຊິ່ງໃນວັນທີ 21 ພະຈິກ 2017 ລູກນໍ້າ ທິດາລັດ ກໍໄດ້ອອກມາໂພສຜ່ານເຟສບຸກຂອງນາງເອງວ່າ: “ນ້ຳເຄີຍໄປຮ່ວມງານຢູ່ຫລາຍປະເທດ ຕັ້ງແຕ່ນ້ຳໄດ້ຮັບຕຳແໜ່ງ ໄດ້ເຈິຄົນຈາກຫລາຍໆປະເທດຮ່ວມງານນຳຫລືຢ່າງຜ່ານໆກາມີ ແຕ່ມີຄົນຕ່າງປະເທດບາງຄົນຖາມນ້ຳວ່າ: where are you from ນ້ຳບອກວ່າ: I am from Laos ແລ້ວເຂົາຖາມກັບຄືນມາວ່າ: Where is Laos? ໂອ້ ຄວາມຮູ້ສຶກນ້ຳຕອນນັ້ນ ໂຄດເຈັບປວດເລີຍ ພຽງແຕ່ຄຳຖາມສັ້ນໆທໍ່ນີ້…. ນ້ຳຢາກໃຫ້ຄົນລາວທຸກຄົນຊ່ວຍສົ່ງກຳລັງໃຈໄປໃຫ້ຄົນລາວທີ່ເຂົາເຮັດໜ້າທີ່ໂປໂໝດປະເທດເຮົາ. ທີ່ລາວທັງແບກຮັບພາລະ ຄວາມຮູ້ສຶກ ສິ່ງຕ່າງໆໄວ້ໃນໂຕຜູ້ຍິງນ້ອຍໆຄົນນັ້ນ.. ນ້ຳໃນຖານະຄົນລາວຄົນ 1 …
Read More »ຊົມເຊີຍ! ສາວລາວໄປແຂ່ງຂັນກິລາໃນລຸ້ນ (Angel model) ສາມາດຍາດລາງວັນມາຝາກຄົນລາວໄດ້ສຳເລັດ!!! #ແຊຣໄປໃຫ້ໂລກຮູ້
ຕ້ອງຂໍບອກວ່າຄົນລາວ ແມ່ຍິງລາວ ເກັ່ງບໍ່ແພ້ຊາດໃດໃນໂລກ ນາງ ພອຍໄພລິນ ພັນທະລີ ນັກກິລາຕົວແທນຈາກປະເທດລາວ ເດີນທາງໄປແຂ່ງຂັນກິລາເພາະກາຍ ໃນລຸ້ນ Angel model ທີ່ ປະເທດໄທ ໃນລະຫວ່າງວັນທີ 17-19 ພະຈິກ 2017 ທີ່ຜ່ານມາ ແລະ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງເພາະສາມາດເອົາລາງວັນມາຝາກຄົນລາວໄດ້ສຳເລັດ, ໂດຍ ພອຍໄພລິນ ໄດ້ຮັບລາງວັນທີ 4 ຈາກນັກກິລາທັງໝົດ 30 ຄົນທີ່ເຂົ້າແຂ່ງຂັນ. (ວ້າວວ!!! ເກັ່ງຫຼາຍ ຂໍຊົມເຊີຍເດີ້) ທີ່ມາ: ສະຫະພັນກິລາເພາະກາຍແຫ່ງຊາດລາວ/Lao BBF , Irishka Smolyaninova
Read More »Miss Universe Laos ຮ່ວມເສີດສາຍເທິງເວທີໂລກ ຊຸດປະຈຳຊາດລາວເປີດໂຕແບບສະຫງ່າງາມ (ມີຄລິບ)
ເປັນກະແສຮືຮາໂດ່ງດັງກັນເລີຍ ສຳລັບການຮ່ວມງານເປີດໂຕຊຸດປະຈຳຊາດລາວ ທີ່ໄດ້ເປີດຕົວໃນງານ Miss Universe 2017 ທີ່ Las Vegas (USA), ເຊິ່ງງານນີ້ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ຕົວແທນສາວງາມຈາກລາວເຮົາ ກໍເສີດສາຍໃນຮອບເປີດໂຕຊຸດປະຈຳຊາດໄດ້ຢ່າງສະຫງ່າງາມ ຈົນເອີ້ນສຽງຕົບມືຈາກແຂກທີ່ໄປຮ່ວມງານໄດ້ເປັນຢ່າງດີ. ลอยกระทง #MissUniverse #Laos National Costume ลอยกระทง #MissUniverse #Laos National Costume BeautyQueenさんの投稿 2017年11月18日(土) ສຳລັບຊຸດປະຈຳຊາດລາວ ທີ່ ນຸ້ຍ ສຸພາພອນ Miss Universe Laos ໄດ້ສວມໃສ່ນີ້ມີຊື່ວ່າ ຊຸດທີດາພັນສາເຮືອງມາລາ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ ເປັນຕົ້ນແມ່ນ ບຸນປະເພນີລອຍກະທົງ ,ໄຫລເຮືອໄຟ , ແລະກິດຈະກຳແສງສີທີ່ປະຊາຊົນລາວໄດ້ສືບສານປະຕິບັດໃນແຕ່ລະປີ ແລະໄດ້ນຳມາປະສົມປະສານກັບການນຸ່ງຖືແບບຜູ້ຍິງລາວດັ້ງເດີມ ເຊິ່ງແມ່ນການນຸ່ງສີ້ນ ເກົ້າຜົມບ່ຽງແພ …
Read More »