ເປີດເຜີຍໃຫ້ໄດ້ເຫັນກັນແບບສົດໆຮ້ອນໆ ສຳລັບຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ພັນປະເສີດ Mister Ocean Laos 2017 ເຊິ່ງເປັນໜຸ່ມຫຼໍ່ຕົວແທນປະເທດລາວທີ່ໄປປະກວດໃນເວທີ Mister Ocean 2017 ທີ່ ໄຕ້ຫວັນ, ສຳລັບຊຸດປະຈຳຊາດຂອງ ບອຍ ໄຊຍະເວດ ນີ້ແມ່ນໄດ້ນຳເອົາຊຸດຂອງຊົນເຜົ່າກືມມຸ (Khamu) ຈາກພາກໃຕ້ຂອງລາວໄປໂຊໃນເວທີໂລກ ເປັນຊຸດໂທນແດງ ເບິ່ງແລ້ວເທ່ສຸດໆ. ສຳລັບການປະກວດ Mister Ocean 2017 ທີ່ ໄຕ້ຫວັນ ຈະຕັດສິນກັນໃຫ້ໄດ້ຮູ້ໃນມື້ນີ້ ວັນທີ 24 ພະຈິກ 2017, ດັ່ງນັ້ນ ແຟນໆຢ່າລືມຕິດຕາມເຊຍ ໜຸ່ມຫຼໍ່ຕົວແທນປະເທດລາວເຮົາແດ່ເດີ້, ໂດຍສາມາດຕິດຕາມຊົມຖ່າຍທອດສົດໄດ້ທີ່ເພສ https://www.facebook.com/GoldenMisterOcean/ ເລີ່ມແຕ່ເວລາ 4 ໂມງແລງເປັນຕົ້ນໄປ. #ຮັກລາວເຊຍລາວ ?? ທີ່ມາ: Firstmodelinglao
Read More »Home
ມາຮ່ວມເຊຍ! ໃຜຈະໄດ້ເປັນ ນາງສາວງາມເຜົ່າມົ້ງລາວ (Miss Hmong Laos) ປະຈຳປີ 2017-2018
ມາອີກແລ້ວກັບການປະກວດສາວງາມລາວອີກໜຶ່ງເວທີນັ້ນກໍຄືການປະກວດ ນາງສາວງາມເຜົ່າມົ້ງ (Miss Hmong Laos) ປະຈຳປີ 2017-2018 ເຊິ່ງປັດຈຸບັນທາງກອງປະກວດເພິ່ນກໍໄດ້ເປີດເຜີຍບັນດາສາວງາມທີ່ເຂົ້າຮອບ 20 ສຸດທ້າຍ ໃຫ້ໄດ້ເຫັນກັນແລ້ວ ຂໍບອກເລີຍວ່າບັນດາສາວງາມເຜົ່າມົ້ງນັ້ນງາມຫຼາຍ ແລະ ການປະກວດດັ່ງກ່າວກໍຈະໄດ້ຈັດຂຶ້ນທີ່ບ້ານ ຊຳເກດ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃນວັນທີ 27-28 ພະຈິກ 2017 ນີ້. ດັ່ງນັ້ນ, ແຟນໆຊ່ວຍເປັນກຳລັງໃຈ ຊ່ວຍລຸ້ນ ຊ່ວຍເຊຍ ໃຫ້ບັນດານ້ອງໆນາງສາວງາມທີ່ເຂົ້າປະກວດທັງ 20 ຄົນກັນແດ່ເດີ້ (ເຊຍຜູ້ເຂົ້າປະກວດໝາຍເລກໃດ ຄອມເມັ້ນບອກກັນແດ່) ທີ່ມາ: Miss Hmong Laos
Read More »ອະລັງການ! ຈັດເຕັມກັບແຟຼຊັ່ນໂຊຂອງບັນດານາງຟ້າ Victoria’s Secret 2017
ເປີດຕົວໄປຢ່າງອະລັງການງານສ້າງ ສົມກັບທີ່ແຟນທົ່ວໂລກລໍຖ້າ ສຳລັບແຟຼຊັ່ນໂຊຂອງ Victoria’s Secret Fashion Show 2017 ແລະ ປີນີ້ທາງກໍໄດ້ຍົກເວທີໄປຈັດທີ່ ນະຄອນຊຽງໄຮ້ ປະເທດຈີນ ແລະ ກໍສ້າງສຽງຮືຮາໄດ້ບໍ່ແມ່ນໜ້ອຍ ໂດຍປີນີ້ມີນາງແບບຊື່ດັງມາຮ່ວມເດີນກວ່າ 55 ຄົນ ບອກໄດ້ເລີຍວ່ານາງແບບແຕ່ລະຄົນຂົນເອົາຄວາມງາມ ຄວາມໝັ້ນໃຈ ຄວາມເຊັກຊີ່ຕາມແບບສະບັບຂອງ Victoria’s Secret ມາຢ່າງເຕັມທີ່ແບບບໍ່ມີໃຜຍອມໃຜກັນເລີຍ. Victoria’s Secret Fashion Show 2017 ຈະມີການຖ່າຍທອດສົດໃນວັນທີ 28 ພະຈິກ 2017 ນີ້, ດັ່ງນັ້ນ ຂວັນໃຈ ເຮົາກໍບໍ່ພາດທີ່ຈະນຳເອົາແຟຼຊັ່ນໂຊໃນເຊັດນີ້ມາຝາກເພື່ອໃຫ້ແຟນໆໄດ້ເບິ່ງກັນໄປກ່ອນ…
Read More »ສ່ອງ! ຄວາມງາມຂອງບັນດາສາວງາມຈາກທົ່ວໂລກທີ່ເຂົ້າປະກວດໃນເວທີ Miss Universe 2017
ໃກ້ເຂົ້າມາເລື້ອຍໆ ຕື່ນເຕັ້ນກັນເຂົ້າມາແລ້ວ… ສຳລັບການປະກວດ Miss Universe 2017 ທີ່ປີນີ້ຈັດຂຶ້ນທີ່ ລາດເວກັສ (USA) ແລະ ຈະຕັດສິນກັນໃນວັນທີ 26 ພະຈິກ 2017, ເຊິ່ງໃນປີນີ້ ປະເທດລາວ ຂອງເຮົາກໍມີໂອກາດໄດ້ສົ່ງຕົວແທນສາວງາມໄປປະກວດນັ້ນກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos ທີ່ມີຄວາມງາມ ແລະ ຄວາມພຽບພ້ອມ ເພື່ອໄປປະຊັນຄວາມງາມ ຄວາມສາມາດກັບຕົວແທນສາວງາມຈາກທົ່ວໂລກເປັນປີທຳອິດ. ທາງກອງປະກວດ Miss Universe 2017 ກໍມີໂອກາດປ່ອຍຮູບພາບຕົວແທນສາວງາມຈາກທົ່ວໂລກໃຫ້ໄດ້ເຫັນກັນແດ່ແລ້ວ ແລະ ໃນມື້ນີ້ ທາງ Kuanjai Magazine ເຮົາກໍໄດ້ເກັບຕົກເອົາຮູບພາບສາວງາມຜູ້ທີ່ເຂົ້າແຂ່ງຂັນໃນເວທີ ນາງງາມຈັກກະວານ (Miss Universe 2017) ນີ້ມາຝາກແຟນໆໃຫ້ໄດ້ເບິ່ງ ໄດ້ແຍງ ບັນດາສາວງາມກັນແບບເຕັມໃຈ, ດັ້ງນັ້ນ ລອງມາເບິ່ງກັນເລີຍວ່າ ສາວງາມຈາກປະເທດໃດຈະງາມ ແລະ ເໝາະສົມທີ່ຈະໄດ້ມົງກຸດ Miss Universe ໃນປີນີ້ໄປຄອງ. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້ …
Read More »ສີມືລະດັບເທບ! ບິນລີ່ ສີອຳພັນ ນັກອອກແບບໝຸ່ມນ້ອຍ ຜູ້ທີ່ຢູ່ເບື້ອງຫຼັງຊຸດປະຈຳຊາດຂອງນາງງາມລາວ!!!
ມາຮູ້ຈັກກັບ ຄົນທີ່ຢູ່ເບື້ອງຫຼັງບັນດາຊຸດລາຕີ ແລະ ຊຸດປະຈຳຊາດລາວງາມໆທີ່ໄປປະກວດໃນເວທີລະດັບໂລກ ບໍ່ວ່າຈະເປັນຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017, ຊຸດປະຈຳຊາດຂອງ ມິມີ່ ພູນຊັບ ພົນໂຍທາ Miss International 2017, ຊຸດປະຈຳຊາດຂອງ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ນັ້ນກໍຄື ທ້າວ ສີອຳພັນ ຈັນທະວົງວິຈິດ ຫຼື ບິນລີ່ ອາຍຸ 20 ປີ ຈາກເມືອງ ປາກເຊ ແຂວງຈຳປາສັກ ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍາກຳສາດ ພາກວິຊາອອກແບບຜະລິດຕະພັນ ປີທີ 2. ຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe …
Read More »