ວຽງຈັນ, ປະເທດລາວ ໃນວັນທີ 15 ພະຈິກ 2017 ທີ່ຜ່ານມາ ບໍລິສັດ ບອດສ (BOSCH), ຜູ້ຕອບສະໜອງເຕັກໂນໂລຊີ ແລະ ການບໍລິການຊັ້ນນຳຂອງໂລກ ຮ່ວມກັບພາກວິຊາວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດຕົວອາຄານຮຽນຮູ້ ນັກສ້າງສັນວັນໃໝ່ (Makers of Tomorrow) ໂດຍ ບໍລິສັດ ບອດສ (BOSCH) ພາຍໃຕ້ໂຄງການ “ຜູ້ສ້າງອະນາຄົດ”, ໃຫ້ກຽດເປັນປະທານງານໂດຍ ທ່ານ ດຣ. ສົມສີ ຍໍພັນໄຊ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ແອັນດຣິວ ເດ ຈອງ, ຜູ້ອຳນວຍການໃຫ່ຍ ບໍລິສັດບອດສ ປະເທດລາວ, ກຳປູເຈຍ ແລະ ພະມ້າ. ໂຄງການ “ນັກສ້າງສັນວັນໃໝ່” ແມ່ນໂຄງການລິເລີ່ມທໍາອິດ ແລະ ໄດ້ຮັບການນໍາສະເໜີຂອງ ບໍລິສັດ ບອດສ ປະເທດລາວເທົ່ານັ້ນ, …
Read More »Home
ຍິ່ງໃຫ່ຍສົມການລໍຖ້າ! ທັງມ່ວນ ທັງມັນແນ່ນອນທາງຜູ້ຈັດ Confirm ງານ ວັງວຽງ ເຟສ 2017 ປີນີ້ມີ 4 ເວທີໃຫ່ຍສຸດອະລັງການ!!!
ວັງວຽງ ເຟສ (Vang Vieng Fest 2017) ງານໃຫ່ຍລະດັບປະເທດປານນີ້ມີຫວາທີ່ຈະບໍ່ໄປຊ໋ອກແຊ໋ກເລື່ອງລາວມາຝາກທຸກໆຄົນ ໂດຍ ຊະນີIndy ມີໂອກາດໄດ້ເຈິຕົວຂອງ ທ່ານ ອະນຸລັກ ປະຖຳມະວົງ (ອ້າຍ ເປັດ), ຜູ້ອຳນວຍການບໍລິສັດ ອິນດີ້ ເຣັກຂອດ ແລະ ບໍລິສັດ ສາມາດ ອໍແກໄນ້ເຊີ້ ເລີຍດຶງໂຕເພິ່ນມາສຳພາດເຈາະເລິກເອົາເລື່ອງລາວມາຝາກແຟນໆ ເພື່ອໃຫ້ຮູ້ເຖິງຄວາມເຄື່ອນໄຫວຂອງຄວາມມັນ ຄວາມມ່ວນ ທີ່ຈະເກີດຂຶ້ນໃນງານ ວັງວຽງ ເຟສ 2017 ໃນລະຫວ່າງວັນທີ 15-16 ທັນວາ 2017 ນີ້. ເຫັນໝູ່ເພື່ອນຫຼາຍຄົນພາກັນເວົ້າເຖິງງານເທສະການດົນຕີ ວັງວຽງ ເຟສ (Vang Vieng Fest 2017) ເຊິ່ງເປັນງານເທສະການດົນຕີທີ່ທຸກຄົນລໍຖ້າ, ຊະນີIndy ເລີຍອົດບໍ່ໄດ້ທີ່ຈະໄປອັບເດດຄວາມເຄື່ອນໄຫວຂອງງານນີ້ມາຝາກແຟນໆ ເພື່ອອັບເດດຂໍ້ມູນໃນເວທີວັງວຽງເຟສ ມາຝາກທຸກໆຄົນ…ຈາກການສຳພາດ ອ້າຍ ເປັດ ຜູ້ອຳນວຍການສ້າງງານຍິ່ງໃຫ່ຍນີ້… ສະບາຍດີ …
Read More »ເລີກກັນແລ້ວແທ້ຫວາ?ເຈ້ຍ-ໄຊ ອອກມາໂພສພ້ອມໆກັນວ່າ ທັງສອງເລີກກັນແລ້ວ ເຮັດເອົາແຟນຄລັບງົງ!!!
ເປັນກະແສ ດຮ່າມ່າ ຮ້ອນແຮງກັນອີ່ຫລີ ເມື່ອຄູ່ຮັກມາລາທອນ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ (ແຟນສາວ) ໄດ້ອອກມາໂພສທາງ ເຟສບຸກ ຂອງທັງສອງພ້ອມໆກັນວ່າ ທັງ ເຈ້ຍ ແລະ ໄຊ ໄດ້ເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ ແລະ ພ້ອມທີ່ຈະເປີດຮັບຄົນໃໝ່ເຂົ້າມາໃນຊີວິດ ຈົນເຮັດໃຫ້ມີກະແສ ຮ້ອນແຮງ ບາງຄົນກໍຍັງງົງໆວ່າແມ່ນເລື່ອງແທ້ຫຼືບໍ່? ເພາະວ່າທັງສອງຄົບຫາເບິ່ງໃຈກັນເປັນເວລາເຖິງ 16 ປີແລ້ວ ຈົນເຮັດໃຫ້ເລື່ອງນີ້ຖືກເວົ້າເຖິງຈາກຄົນໃນວົງການບັນເທິງ ແລະ ແຟນຄລັບຢ່າງຫຼວງຫຼາຍ. ໂດຍ ອ້າຍ ເຈ້ຍ ປາຊີຟິກ ເອງກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍວ່າ: “ເຈ້ຍ ກັບ ໄຊ ຕໍ່ໄປນີ້ ເຮົາເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈພວກເຮົາຕົກລົງເຫັນດີ ແຍກທາງກັນ ບໍ່ແມ່ນຍ້ອນເຮົາ 2 ຄົນຜິດກັນ …
Read More »2 ນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ເຊັກອິນທີ່ຫຼວງພະບາງ ແຖມນຸ່ງຊຸດໄໝລາວ ງາມຫຼາຍ!!!
ຈອຍ ລິນລະນີ ແລະ ເຕີ ສັນທະວິດ 2 ນັກສະແດງ-ພິທີກອນຊື່ດັງ ຈາກປະເທດເພື່ອນບ້ານ ເດີນທາງມາຢ້ຽມຢາມປະເທດລາວ ໂດຍທັງ 2 ໄດ້ເດີນທາງໄປທີ່ ແຂວງ ຫຼວງພະບາງ ໃນວັນທີ 15 ພະຈິກ 2017 ແລະ ຍັງມີໂອກາດໄດທ່ອງທ່ຽວພາຍໃນຕົວເມືອງ ຫຼວງພະບາງ ພ້ອມຍັງໃສ່ຊຸດໄໝລາວ ອັນເປັນເຊິ່ງເອກະລັກປະເພນີຂອງລາວ ແລະ ຍັງໄຫວ້ພະຂໍພອນຕາມວັດວາທີ່ສັກສິດ ແລະ ຍັງມີໂອກາດໄດ້ເຮັດບຸນຕັກບາດທີ່ແຂວງຫຼວງພະບາງອີກດ້ວຍ. ການມາປະເທດລາວໃນເທື່ອນີ້ ຈອຍ ລິນລະນີ ແລະ ເຕີ ສັນທະວິດ ແມ່ນໄດ້ມາຖ່າຍທຳລາຍການກ່ຽວກັບອາຫານທີ່ທັງສອງໄດ້ເປັນພິທີກອນ ແລະ ນອກຈາກນັ້ນ ພວກເຂົາຍັງໄດ້ຖ່າຍຮູບ ແລະ ຍັງໄດ້ໂພສລົງໃນ ອິນສະຕາແກຼມ ແຖມຍັງຂຽນອະທິບາຍວ່າ “ເມືອງ ຫຼວງພະບາງຊ່າງດີ ມີວັດຢ່າງຫຼວງຫຼາຍ ໄຫ້ວພະແບບສະບາຍໃຈ ດ້ວຍເຄື່ອງແຕ່ງກາຍແບບຊາວລາວ” เมืองหลวงพระบางช่างดี มีวัดมากมาย ไหว้พระใจสบาย ด้วยเครื่องแต่งกายแบบชาวลาว #รู้เลยว่าชุดเข้ากะผม #ไม่ต้องมีใครชมก็มั่นใจ @preawpak_ch3 …
Read More »ຮືຮາກັນສຸດໆ! ມິມີ່ ພູນຊັບ ນາງງາມຕົວແທນປະເທດລາວເຂົ້າເຖິງຮອບ 8 ຄົນສຸດທ້າຍໃນການປະກວດ Miss International 2017 (ມີຄລິບ)
ຕື່ນເຕັ້ນ ຕື່ນຕາ ຕື່ນໃຈ…!!! ເປັນກະແສຮືຮາ ຮ້ອນແຮງ ກັນສຸດໆເມື່ອ ມິມີ່ ພູນຊັບ ພົນໂຍທາ Miss International Laos 2017 ທີ່ເດີນທາງໄປເປັນຕົວແທນປະເທດລາວເພື່ອເຂົ້າປະກວດນາງງາມເວທີລະດັບສາກົນ Miss International 2017 ຈັດຂຶ້ນທີ່ ປະເທດ ຍີ່ປຸ່ນ ແລະ ຕັດສິນກັນໃນວັນທີ 14 ພະຈິກ 2017 ທີ່ຜ່ານມາ ແລະ ກໍ່ບໍ່ເຮັດໃຫ້ຄົນລາວທຸກຄົນຜິດຫວັງເລີຍ ເພາະ ມິມີ່ ພູນຊັບ ສາມາດເຂົ້າໄປເຖິງຮອບ 8 ຄົນສຸດທ້າຍໃນການປະກວດ Miss International 2017 ຈົນສ້າງກະແສຄວາມຮືຮາທັງຄົນລາວ ແລະ ຄົນຕ່າງຊາດໄດ້ເປັນຢ່າງດີ ເພາະວ່າໃນປີນີ້ປະເທດລາວຂອງເຮົາເປັນປີທຳອິດທີ່ສົ່ງຕົວແທນນາງງາມໄປປະກວດໃນເວທີລະດັບໂລກ ແລະ ກໍຍັງສາມາດເຂົ້າໄປໄດ້ເຖິງຮອບເລິກ ຖືວ່າເປັນຂ່າວດີຂອງຄົນລາວເຮົາທຸກຄົນກັນເລີຍ (ຊົມເຊີຍເດີ້). ລວມຜົນງານ ມິມີ່ ພູນຊັບ ພົນໂຍທາ Miss International …
Read More »