ມາຮູ້ຈັກກັບ!!! ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ), ໃນງານນີ້ມີການແຂ່ງຂັນແມ່ຍິງທີ່ມີຮູບຮ່າງດີ ຈາກຫຼາກຫຼາຍປະເທດເຂົ້າຮ່ວມ ບໍ່ວ່າຈະເປັນ ລາວ, ໄທ, ສ.ເກົາຫລີ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນເປັນທີ່ຮືຮາຂອງຄົນທີ່ໄປຮ່ວມໃນງານ. ສຳລັບ ຕ້ອມ ກິນນະລອນ ນັກກ້າມສາວລາວຄົນເກັ່ງ ປະຫວັດເພິ່ນກໍບໍ່ແມ່ນທໍາມະດາ ເພາະອາດີດເຄີຍເປັນນັກກິລາ basketball ຍິງທີມຊາດ ແລະ ຍັງເປັນຜູ້ຊະນະເລີດອັນດັບ 1 ໃນການແຂ່ງຂັນໃນງານດຽວກັບການປະກວດ Mr. Lao 2017 ເຊິ່ງເປັນຄັ້ງທຳອິດໃນການສົ່ງກິລາເພາະກາຍຍິງຮ່ວມແຂ່ງຂັນຂອງ Fitness Up2u ຈັດຂຶ້ນໃນວັນທີ 1 ເມສາ …
Read More »Home
ອະລັງການສຸດໆ! ມາເບິ່ງຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີລະດັບໂລກ #ແຊຣໄປໃຫ້ໂລກຮູ້
ມາໄວໆ…ມາເບິ່ງ ຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີການແຂ່ງຂັນສາວງາມລະດັບໂລກເຊັ່ນ: Miss Universe 2017, Miss International 2017, Miss Grand International 2017 ແລະ Miss Global 2017 ເຊິ່ງເວົ້າໄດ້ເລີຍວ່າໃນປີ 2017 ນີ້ ເຖິງປະເທດລາວເຮົາຈະເປັນປີທຳອິດທີ່ໄດ້ສົ່ງນາງງາມລາວໄປປະກວດໃນເວທີລະດັບໂລກ ແຕ່ລາວເຮົາເຖິງຈະເປັນປະເທດນ້ອຍ ແຕ່ກໍບໍ່ເຄີຍດ້ອຍໜ້າໃຜ, ໃນເວທີການປະກວດນາງງາມລະດັບໂລກແຕ່ລະເວທີ ກໍຈະມີການປະກວດຊຸດປະຈຳຊາດຂອງແຕ່ລະປະເທດ ໂດຍໃຫ້ສາວງາມຕົວແທນໄດ້ສວມໃສ່ ແລະ ນຳສະເໜີໃຫ້ຕ່າງຊາດໄດ້ຮູ້ເຖິງເອກະລັກຂອງຊຸດປະຈຳຊາດຂອງປະເທດຂອງຕົນເອງ ແລະ ປະເທດລາວເຮົາກໍເຊັ່ນດຽວກັນ, ລອງມາເບິ່ງ ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າໃນການປະກວດໃນເວທີລະດັບໂລກ ເວົ້າໄດ້ເລີຍວ່າແຕ່ລະຊຸດ ແຕ່ລະເວທີ ອະລັງການງານສ້າງ ແລະ ງົດງາມຫຼາຍ. #ຢ່າລືມແຊຣໄປໃຫ້ໂລກຮູ້ນຳແດ່ ?? ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ Las Vegas (USA) ໃນວັນທີ 26 ພະຈິກ …
Read More »ມາແລ້ວ! ງົດງາມສົມການລໍຖ້າ ຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ USA
ມາແລ້ວ!!! ຊຸດປະຈຳຊາດລາວ ທີ່ຈະໃຊ້ເຂົ້າໃນການປະກວດ ນາງງາມຈັກກະວານ (Miss Universe 2017) ທີ່ Las Vegas (USA) ໃນວັນທີ 26 ພະຈິກ 2017 ນີ້, ຫຼ້າສຸດ ທາງກອງປະກວດ ມິດຍູນິເວີດລາວ ກໍໄດ້ເປີດເຜີຍຊຸດປະຈຳຊາດລາວ ມາໃນແບບຊຸດປະຍຸກ ເຊິ່ງ ຊຸດລາວຂອງ Miss Universe Laos 2017 ໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີການປະກວດນາງງາມຈັກກະວານ 2017 ນີ້. ພໍ່ແມ່ພີ່ນ້ອງຊາວລາວຕ່າງກໍລໍຖ້າ ລໍລຸ້ນທີ່ຈະໄດ້ເຫັນຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss Universe 2017 ແລະ ກໍບໍ່ເຮັດໃຫ້ຜິດຫວັງ ງົດງາມສົມກັບການລໍຖ້າແທ້ໆ, ລອງມາເບິ່ງຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ໄດ້ສວມໃສ່ກັນເລີຍ… ຂໍບອກວ່າງາມຫຼາຍໆ. #ແຊຣໄປໃຫ້ໂລກຮູ້ ?? (ຢ່າລືມເປັນກຳລັງໃຈໃຫ້ສາວງາມຈາກປະເທດລາວເຮົາແດ່ເດີ້) ທີ່ມາ: Miss Universe …
Read More »ເປີດເຜີຍແລ້ວຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss International 2017 ທີ່ປະເທດ ຍີ່ປຸ່ນ!!!
ເປີດເຜີຍໃຫ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າໃນການປະກວດ Miss International 2017 ຢູ່ທີ່ປະເທດ ຍີ່ປຸ່ນ, ເຊິ່ງຊຸດດັ່ງກ່າວມີຊື່ວ່າ “ເຂົ້າໜຽວສຽງແຄນແດນຈຳປາ” ມີແຮງບັນດານໃຈມາຈາກຄວາມເປັນເອກະລັກຈາກການນຸ່ງຖືຂອງແມ່ຍິງລາວນຳສະເໜີສູ່ຊາວໂລກ ສີຂອງຊຸດແມ່ນໂທນສີເຫລືອງທອງສະແດງເຖິງຄວາມຮຸ່ງເຮືອງສີວິໄລ ແລະ ຄວາມອຸດົມສົມບູນທາງດ້ານສິລະປະ ຫັດຖະກຳຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງລາວເຮົາ ເຊີງອົງປະກອບທັງໝົດຂອງຊຸດນີ້ແຕ່ລະຢ່າງກໍ່ມິຄວາມໝາຍລັກສະນະຊາດເຊັ່ນ: – ດອກຈຳປາ ກໍ່ເປັນດອກໄມ້ປະຈຳຊາດລາວ – ນຸ່ງສິ້ນ, ເກົ້າຜົມ ບ່ຽງແພ ປັກດອກຈຳປາ ກໍ່ແມ່ນເອກະລັກການນຸ່ງຖືຂອງແມ່ຍິງລາວມາແຕ່ບູຮານນະການ – ເຂົ້າໜຽວສຽງແຄນ ໝາຍວິຖີການດຳລົງຊີວິດ, ສິນລະປະຖັດທະກຳ ແລະ ດົນຕີພຶ້ນເມືອງລາວ ສຳລັບຊຸດ “ເຂົ້າໜຽວສຽງແຄນແດນຈຳປາ” ອອກແບບໂດຍສີມືຂອງຄົນລາວ ບິນລີ້ ສີອຳພັນ ເປັນຜູ້ອອກແບບຊຸດປະຈຳຊາດໃຫ້ກັບ ມິມິ່ ພູນຊັບ ພົນໂຍທາ Miss International Laos 2017, ມື້ຕັດສິນ Miss International 2017 ແມ່ນວັນທີ 14 ພະຈິກ 2017 ນີ້…ຢ່າລືມສົ່ງກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາແດ່ເດີ້!!! #ແຊຣໄປໃຫ້ໂລກຮູ້ #ຮັກລາວເຊຍລາວ ?????? …
Read More »ດ່ວນ! ແອັບເປີ້ນ-ຟຸກ ອອກມາຖະແຫຼງຂ່າວພ້ອມນໍ້າຕາ ກ່ຽວກັບເລື່ອງທີ່ເກີດດຣ່າມ່າໃນງານແຕ່ງດອງທີ່ລາວແລ້ວ!!! (ມີຄລິບ)
ຫຼັງຈາກທີ່ເປັນກະແສດຣ່າມ່າກັນມາຕັ້ງແຕ່ຄໍ່າຄືນຂອງວັນທີ 8 ພະຈິກ 2017 ຫຼັງຈາກທີ່ແລ້ວງານແຕ່ງດອງໃນປະເທດລາວ ແອັບເປີ້ນ ສີສະຫງຽນ ສີຫາລາດ ເນັດໄອດໍ້ສາວລາວຄົນດັງ ກໍໄດ້ອອກມາໂພສນຳຫາໂຕ ອໍເກໄນ້ເຊີ (organizer) ຈັດງານ ຈົນເກີດເປັນເລື່ອງລາວໃຫ້ທຸກຄົນໄດ້ຕິດຕາມ ແລະ ເວົ້າເຖິງຫຼາຍທີ່ສຸດໃນຊ່ວງຕອນເຊົ້າທີ່ຜ່ານມາ, ຫຼ້າສຸດ ແອັບເປີ້ນ ສີສະຫງຽນ ແລະ ຟຸກ ຈິຣະ ຄູ່ຮັກດາລາສາວລາວບ່າວໄທ ກໍໄດ້ອອກມາ Live ສົດຖະແຫຼງຂ່າວພ້ອມນໍ້າຕາທາງເພສຂອງ Appleminiberry ແລ້ວເຖິງເລື່ອງລາວທີ່ໄດ້ເກີດຂຶ້ນ. (ມີຄລິບ) ขอถะแหลงเลื่องที่เกิดขึ้นในงานแต่งงานเปิ้นกับพี่ฟลุคมื้อวานนี้ ที่ Organizer ที่ชื่อว่า Make It Real (เจ้าของแม่น ท้าวหลิง facebook Ling Sivilay ) ที่เรัดให้มีปันหาเดี้ Appleminiberryさんの投稿 2017年11月9日(木) ຢ່າງໃດກໍຂໍເປັນກຳລັງໃຈໃຫ້ໝົດທຸກຝ່າຍເລີຍເດີ້!!! ທີ່ມາ: Appleminiberry ຮູບພາບ: The Moment Wedding
Read More »