ໄດ້ເບິ່ງກັນລະບໍ່? ກັບລາຍການດັງຂອງປະເທດເພື່ອນບ້ານ “ປິດສະໜາຟ້າແລບ” ທີ່ມີສາວລາວຄົນດັງ ພັດທະສອນ ມະນີດາລັດ (ກິຕ້າ) ໄປແຂ່ງຂັນລາຍການ ຈົນສ້າງສຽງຮືຮາໃຫ້ທັງປະຊາຊົນຄົນລາວ ແລະ ໄທ, ໃນລາຍການ ສາວ ກິຕ້າ ກໍຢູ່ໃນທີມທີ່ມີ 3 ສາວ 3 ສັນຊາດ ລາວ, ໄທ ແລະ ສ. ເກົາຫລີ ແຂ່ງຂັນກັບບັນດາໜຸ່ມໆດາລາດັງຂອງໄທ 3 ຄົນ, ເຊິ່ງລາຍການ “ປິດສະໜາຟ້າແລບ” ທີ່ມີ ກິຕ້າ ໄປແຂ່ງຂັນກໍອອກອາກາດມາໄດ້ 2 ມື້ແລ້ວ ແລະໃນລາຍການກໍເຕັມໄປດ້ວຍຄວາມມ່ວນຊື່ນ ແລະສຽງຮາ, ນອກຈາກນັ້ນ ສາວ ກິຕ້າ ກໍຍັງມີການສອນໃຫ້ຄົນທີ່ຢູ່ໃນການແຂ່ງຂັນລວມເຖິງພິທີກອນດັງ ເຊີນຊວນໃຫ້ຄົນລາວມາເບິ່ງລາຍການດັ່ງກ່າວໃນພາສາລາວວ່າ “ປິດສະໜາຟ້າແມບເຫຼື້ອມ” ຈະມ່ວນຊໍ່າໃດນັ້ນ ຂວັນໃຈ ເຮົາກໍມີມາຝາກແຟນໆ ລອງມາເບິ່ງກັນເລີຍ!!! ການແຂ່ງຂັນກຳລັງດຳເນີນໄປຢ່າງມ່ວນຊື່ນ ແລະໃນມື້ນີ້ຈະຕັດສິນກັນແລ້ວວ່າທີມໃດຈະເປັນຜູ້ຊະນະ ຢ່າລືມເອົາໃຈຊ່ວຍສາວລາວຂອງເຮົານຳເດີ້!!! ຂໍຂອບໃຈຄລິບຈາກ: WorkpointOfficial ຮູບພາບ: Kitar Phatthasone Manydalath
Read More »Home
ລວມຮູບພາບງາມໆຂອງບັນດາສາວໆ ທີ່ໄປເຮັດບຸນ ໃສ່ບາດຢາດນໍ້າ
ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກ ມື້ນີ້ກໍເປັນມື້ດີອີກມື້ໜຶ່ງຄືດັ່ງທີ່ເຮົາຮູ້ນັ້ນແຫຼະເນາະ!! ວ່າໃນແຕ່ລະປີທີ່ກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 10 ( ເດືອນລາວ ) ກໍຈະແມ່ນເປັນມື້ບຸນຫໍ່ເຂົ້າສະຫຼາກນັ້ນເອງ ພໍແຕ່ຕື່ນເຊົ້າຂຶ້ນມາທຸກຄົນກໍກະກຽມໄປໃສ່ບາດຢາດນໍ້າ, ຟັງເທດຟັງທໍາ ຢູ່ຕາມວັດ…ແລ້ວແຟນໆຂວັນໃຈເດ້ໄດ້ໄປໃສ່ບາດຢາດນໍ້າແດ່ບໍ…ມື້ນີ້ແອັດກໍເລີຍລວມເອົາ ຮູບພາບງາມໆຂອງບັນດາສາວໆ ທີ່ໄປເຮັດບຸນ ໃສ່ບາດຢາດນໍ້າ ໃນແຕ່ລະເທສະການງານບຸນຕ່າງໆມາຝາກໄປເບິ່ງກັນເລີຍ!! ຮູບພາບ: IGLAO, beautiful_girls_of_laos
Read More »“ຕຸກຕາ” ສາວພະນັກງານກົມທີ່ດິນ ທີ່ໃຜເຫັນຕ້ອງລັກຄິດວ່າ ເປັນສາວນ້ອຍມັດທະຍົມ!!! (ເບິ່ງນໍາກັນນີ້ແຫຼະ ຈັກໜ້ອຍຊິວ່າແອັດຂີ້ໂມ້)
ສະບາຍດີສາວໆຕ້ອນຮັບເຂົ້າສູ່ເຊົ້າມື້ໃໝ່ ອາການດເຢັນກາຍທີ່ມາພ້ອມກັບຄວາມສະບາຍໃຈ ເພາະເຊື່ອວ່າຫຼາຍຄົນຄົງຈະໄດ້ໄປໃສ່ບາດຢາດນໍ້າເຮັດບຸນເຮັດທານກັນມາແລ້ວເນາະ ເນື່ອງໃນໂອກາດວັນບຸນຫໍ່ເຂົ້າສະຫຼາກ ຮີດສິບສອງຄອງສິບສີ່ປະເພນີລາວຂອງເຮົານັ້ນເອງ ສ່ວນວ່າໃຜທີ່ບໍ່ໄດ້ໄປ ເພາະຄາວຽກຄາງານທີ່ສໍາຄັນຫຼາຍ ກໍຢ່າລືມມາເອົາບຸນນໍາ BeautyGuru ເດີ່ (ຈະແບ່ງໃຫ້ຄົນລະກໍາສອງກໍາ555) ເພາະມື້ນີ້ຕື່ນແຕ່ເຊົ້າໄປໃສ່ບາດ ແລ້ວຈຶງມາວຽກຮູ້ສຶກສະວ່າບາຍໃຈຫຼ່າຍຫຼາຍ. ແຕ່ມື້ນີ້ເຮົາຈະບໍ່ໄດ້ມາເວົ້າເຖິງເລື່ອງຮີດສິບສອງຄອງສິບສີ່ ຫຍັງດອກເນາະ ແຕ່ເຮົາຈະມາເວົ້າກັນດ້ວຍເລື່ອງສາວງາມຄົນນີ້ ທີ່ມີຊື່ວ່າ “ຕຸກຕາ” ເນື່ອງຈາກວ່າແອັດກໍໄດ້ເຂົ້າໄປແອບສ່ອງໃນ Facebook ສ່ວນໂຕຂອງນາງ ທີ່ມີຊື່ວ່າ Touktaa Sihavong ມາໄດ້ໄລຍະໜຶ່ງແລ້ວ ສັງເກດເຫັນເລີຍວ່ານາງນັ້ນບໍ່ທໍາມະດາເລີຍ ເລື່ອງຄວາມນີ້ບໍ່ໃຫ້ເປັນສອງຮອງໃຜ!!! ເບິ່ງຈາກຍອດຄົນຕິດຕາມນາງນັ້ນທຽບເທົ່າກັບດາຣາບາງຄົນເລີຍລະ! ຍອດຄົນ Like Share ກໍບໍ່ແມ່ນໜ້ອຍໆ ອາດຈະເປັນເພາະວ່າດ້ວຍຮູບຮ່າງໜ້າຕາຂອງນາງທີ່ທັງງາມ ທັງໜ້າຮັກ ວາດຊົງກໍເບິ່ງສຸພາບຮຽບຮ້ອຍ ແລະ ທີ່ສໍາຄັນໜ້າທີ່ວຽກງານກໍດີ ມື້ນີ້ແອັດກໍໄດ້ໄປສອດສ່ອງຫຼາຍໆບ່ອນຈົນພໍຮູ້ປະຫວັດມາໜ້ອຍໜຶ່ງວ່າ ຕຸກຕາ ສາວງາມຄົນນີ້ແມ່ນອະດີດນັກຮຽນໂຮງຮຽນ ມ.ສ ວຽງຈັນ, ເປັນອະດີດນັກສຶກສາ ວິທະຍາໄລ ຣັດຕະນະບໍລິຫານທຸລະກິດ ແລະ ປັດຈຸບັນແມ່ນເຮັດວຽກເປັນພະນັກງານຢູ່ທີ່ກົມທີ່ດິນ ສ່ວນວ່າເຮືອນຊານບ້ານຊ່ອງຢູ່ໃສນັ້ນຈະບໍ່ຂໍບອກຢ້ານໜຸ່ມໆຊິໄປເຝົ້າໜ້າເຮືອນຖ້າຈີບລາວຊິມາໂທດແອັດ ແລະ ເລື່ອງສະຖານະກໍບໍ່ຂໍບອກຄືກັນ …
Read More »ມາຮູ້ຈັກກັບ! ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງ ປະເພນີ (ບຸນເດືອນສິບ) “ບຸນຫໍ່ເຂົ້າສະຫຼາກ” ໜຶ່ງໃນຮີດສິບສອງຂອງຄົນລາວ (ພິມຄໍາວ່າ “ສາທຸ” ແລ້ວແຊຣໄປເອົາບຸນນຳກັນ)
ປະເພນີ (ບຸນເດືອນສິບ) ບຸນຫໍ່ເຂົ້າສະຫຼາກ ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ເນື່ອງໃນໂອກາດ ວັນບຸນຫໍ່ເຂົ້າສະຫຼາກທີ່ໃກ້ຈະຮອດ ໃນມື້ຂຶ້ນ 15 ຄໍ່າ ເດືອນ 10 ພສ 2560 ກົງກັບວັນທີ 5 ກັນຍາ 2017 ນີ້ ທາງເວັບໄຊທາເກັດຂອງພວກເຮົາ ກໍເລີຍຢາກຈະນໍາສະເໜີບັນດາທ່ານໃຫ້ຮູ້ຈັກກັບ ຄວາມໝາຍ, ຄວາມສໍາຄັນ ແລະ ປະຫວັດຄວາມເປັນມາຂອງ ບຸນຫໍ່ເຂົ້າສະຫຼາກ ຫຼື ບຸນເດືອນສິບ ໃນຮີດ 12 ຂອງລາວເຮົາ. ຂອບໃຈຮູບຈາກ: ຂປລ ຄວາມໝາຍ ແລະ ຄວາມສໍາຄັນ ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກຄັ້ງ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 15 ວັນ ເຊິ່ງເປັນໄລຍະເວລາທີ່ເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ. ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ …
Read More »ຊີວິດຈະມີສີສັນ ແລະ ມີຄວາມສຸກຫຼາຍຂຶ້ນຖ້າຕົວເຈົ້າເອງ ຫຼືຄົນຮູ້ຈັກມີນິດໄສແບບຕົວແມ່ ມາເຊັກກັນເລີຍກັບ!!! 9 ນິດໄສທີ່ບົ່ງບອກວ່າ “ຄົນນີ້ແຫຼະ ສະຫຼາດຕົວແມ່”
ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 9 ນິດໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ ລາວຕ້ອງຈື່ເຮົາໄດ້ແນ່ນອນ! ແລະ ນາງກໍຈະໄດ້ໂຕະທີ່ດີທີ່ສຸດ ລວມເຖິງບໍລິການທີ່ດີທີ່ສຸດຢ່າງແນ່ນອນ. 2. ບໍ່ມີຫຍັງເປັນໄປບໍ່ໄດ້: ສໍາລັບສາວຕົວແມ່ແລ້ວ ທຸກສິ່ງເປັນໄປໄດ້ໝົດແນ່ນອນ ນາງໆຫຼາຍໆຄົນຫັກສໍຂຽນອອກເປັນ …
Read More »