Breaking News

Home

ບໍ່ເຮັດໃຫ້ຄົນລາວຜິດຫວັງ! ມຸກ ກິດສະດາ ນາງງາມຕົວແທນຈາກລາວຄວ້າໄປແລ້ວໜຶ່ງລາງວັນ “ຂວັນໃຈຊ່າງພາບ” ກ່ອນຮອດມື້ປະກວດແທ້!!!

ຂໍສະແດງຄວາມຍິນດີກັບ!  ກິດສະດາ ວົງໄຊສະຫວາດ (ມຸກ) ນາງງາມຕົວແທນຈາກລາວຄວ້າໄປແລ້ວໜຶ່ງລາງວັນນັ້ນກໍຄື  ຂວັນໃຈຊ່າງພາບສື່ມວນຊົນ (Best Media Award) ໃນຕອນເກັບໂຕຮ່ວມປະກວດ ນາງສາວ The 13th Miss China-Asean Etiquette Pageant ທີ່ ສປຈີນ, ເຊິ່ງເດີນທາງໄປຕັ້ງແຕ່ວັນທີ 27 ສິງຫາ 2017 ແລະ ຈະປະກວດແທ້ໃນວັນທີ 13 ກັນຍາ 2017 ນີ້, ຊ່ວຍສົ່ງແຮງໃຈ ແລະ ແຮງເຊຍ ໃຫ້ກັບ ນ້ອງ ມຸກ ແດ່ເດີໃນມື້ final show. #ແຊຣໄປເປັນກຳລັງໃຈໃຫ້ນາງງາມຈາກລາວແດ່  ຂໍຂອບໃຈສຳລັບຮູບພາບ: Firstmodelinglao , Mouk Vongsaisawad , MISS GRAND LAOS ມີສແກຣນລາວ

Read More »

ຊົມເຊີຍ!!! ລັກສະນີ ພົງພັນ (ກີ່) ສາວນ້ອຍຄົນທໍາອິດທີ່ໄດ້ຮັບ ໃບປະກາສະນີຍະບັດແດງ ຈາກສາຂາເຄມີທົ່ວໄປ ແລະ ຍັງໄດ້ທຶນໄປຮຽນຕໍ່ຕ່າງປະເທດ…

ສະບາຍດີສາວແຟນຂວັນໃຈ ໄລຍະນີ້ກໍເປັນໄລຍະທີ່ນ້ອງໆນັກສຶກສາ ໃນແຕ່ລະສະຖາບັນເລີ່ມທະຍອຍກັນຮັບໃບປະກາສະນີຍະບັດກັນແລ້ວ ສໍາລັບນ້ອງໆຄົນໃດທີ່ໄດ້ຮັບໄປແລ້ວແອັດພ້ອມດ້ວຍທີມງານກໍຂໍສະແດງຄວາມຍິນດີ ແລະ ດີໃຈກັບນ້ອງໆທີ່ປະສົບຜົນສໍາເລັດອີກຂັ້ນໜຶ່ງໄປແລ້ວ (ຂັ້ນຕໍ່ໄປຄືຊອກວຽກໃຫ້ໄດ້ 555) ແລະ ມື້ນີ້ແອັດກໍມີເລື່ອງພາກພູມໃຈທີ່ສຸດ ມານໍາສະເໜີໃຫ້ກັບແຟນໆຂວັນໃຈກໍຄືປະຊາຊົນລາວ ໃຫ້ໄດ້ຍິ້ມດ້ວຍຄວາມພາກພູມໃຈກັບເດັກນ້ອຍລາວເຮົາ ສໍາລັບເລື່ອງດີໆໃນມື້ນີ້ກໍຄື ເລື່ອງຂອງສາວນ້ອຍ ຈາກເມືອງມໍລະດົກໂລກທີ່ມີຊື່ວ່າ ລັກສະນີ ພົງພັນ (ນ້ອງກີ່) ທີ່ກໍາລັງຖືກເວົ້າເຖິງກັນທົ່ວບ້ານທົ່ວເມື່ອງໃນຕອນນີ້ ກໍຍ້ອນວ່າສາວນ້ອຍຄົນນີ້ເປັນຄົນທໍາອິດທີ່ໄດ້ຮັບປະກາສະນີຍະບັດແດງ (ກຽດນິຍົມອັນດັບໜຶ່ງ) ຂອງສາຂາວິຊາເຄມີທົ່ວໄປ. ໃນຕອນຮຽນນາງກໍເປັນຄົນໜຶ່ງທີ່ມີໂດດເດັ່ນທາງດ້ານການຮຽນ ຈົນເຮັດໃຫ້ນາງໄດ້ຮັບທຶນການສຶກສາຈາກປະເທດຍີປຸ່ນໃນລະຫວ່າງທີ່ສຶກສາຢູ່ໃນ ມຊ ນອກຈາກນັ້ນຍັງໄດ້ຖືກຄັດເລືອກໄປທັດສະນະ ແລະ ໄປແລກປ່ຽນບົດຮຽນທີ່ຕ່າງປະເທດນຳ. ແນວໃດກໍຕ້ອງຂໍຊົມເຊີຍນຳ ນາງ ລັກສະນີ ພົງພັນ ຕໍ່ກັບຄວາມດຸໝັ່ນໃນການສຶກສາຄົ້ນຄ້ວາຈົນຍາດໄດ້ປະກາສະນີຍະບັດແດງ ອ່ານແລ້ວກໍຢ່າລືມກົດ Like and Share ເພື່ອເປັນການສະແດງວ່າ ຄົນລາວເຮົາເກັ່ງ ເດັກນ້ອຍລາວກໍບໍ່ໄດ້ນ້ອຍໜ້າປະເທດ. ຍັງບໍ່ໝົດເດີ່ ລືມບອກເລື່ອງໜຶ່ງ ຄືວ່ານາງບໍ່ໄດ້ຈົບການສຶກສາແລ້ວໄດ້ໃບປະກາດແດງເທົ່ານັ້ນ ແຕ່ນາງຍັງໄດ້ຮັບທຶນການສຶກສາຈາກປະເທດຍີປຸ່ນ ເພື່ອໄປສຶກສາຕໍ່ ໃນລະດັບປະລິນຍາໂທ ສາຂາທີ່ນາງມັກອີກດ້ວຍ ແນວໃດກໍຢ່າລືມຕິດຕາມຜົນງານຂອງສາວນ້ອຍຄົນນີ້ໃນຕອນຕໍ່ໄປເດີ່… ສາວນ້ອຍຄົນເກັ່ງ ໃບປະກາສະນີຍະບັດແດງ …

Read More »

ທວາຍນິດໃສ! ມີ 5 ຢ່າງເກີດຂຶ້ນໃນເວລາດຽວກັນເຈົ້າຈະເລືອກເຮັດຫຍັງກ່ອນ?

ຈະມີຫຍັງເພີດເພີນໄປກວ່າການຢູ່ຫວ່າງໆ ແລ້ວມາຫຼິ້ນເກມທວາຍນິດໃສລັກສະນະຈິດຕະວິທະຍາ, ເປັນພຽງການຫຼິ້ນເພື່ອຄວາມມ່ວນຊື່ນ ຄາຍຄຽດ ແຕ່ວ່າຖ້າມັນເປັນປະໂຫຍດຈະແຊຣໄວ້ກໍບໍ່ເສີຍຫາຍເດີ້. ໃນມື້ນີ້ ຊະນີIndy ຈະພາແຟນໆມາເບິ່ງການທວາຍນິດໃສຈາກຄຳຖາມ 1 ຂໍ້່ທີ່ຈະຊ່ວຍໃຫ້ທ່ານເຂົ້າໃຈວ່າ ແມ່ນຫຍັງທີ່ສຳຄັນທີ່ສຸດໃນຊີວິດ, ລອງຫຼິ້ນເບິ່ງກໍບໍ່ມີຫຍັງເສຍຫາຍເນາະ!!! ມີ 5 ເຫດການເກີດຂຶ້ນໃນເວລາດຽວກັນ ທ່ານຈະຕັດສິນໃຈເຮັດຫຍັງກ່ອນ??? ອອຍໃຫ້ເດັກນ້ອຍເຊົາໃຫ້ ແລ່ນອອກໄປກູ້ເຄື່ອງ (ຝົນຕົກ) ໄປມອດນໍ້າ (ນໍ້າກຳລັງໄຫຼລົ້ນຫ້ອງຄົວ) ໄປເປີດປະຕູ (ມີຄົນກຳລັງມາເຄາະ) ຮັບໂທລະສັບ ໃນ 5 ຂໍ້ທ່ານຈະເລືອກເຮັດຫັຍງເປັນສິ່ງທຳອິດ?   ຄຳຕອບ: ຖ້າທ່ານເລືອກທີ່ຈະອອຍເດັກນ້ອຍ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄືຄອບຄົວ ຖ້າທ່ານເລືອກທີ່ຈະໄປກູ້ເຄື່ອງ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄືຄວາມຮັກ ແລະ ຄວາມສຳພັນ ຖ້າທ່ານເລືອກທີ່ຈະໄປມອດນໍ້າທີ່ກຳລັງໄຫຼລົ້ນຫ້ອງຄົວ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ເງິນ ຖ້າທ່ານເລືອກທີ່ຈະໄປເປີດປະຕູ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ໝູ່ເພື່ອນ ຖ້າທ່ານເລືອກທີ່ຈະຮັບໂທລະສັບ ສະແດງວ່າ ສິ່ງສຳຄັນທີ່ສຸດຂອງທ່ານກໍຄື ວຽກງານ ຂໍຂອບໃຈທີ່ມາ: https://brightside.me …

Read More »

ສາວໂພສເຕືອນໃຫ້ລະວັງກຸ່ມຄົນບໍ່ດີ ເກັບຄ່າຝາກລົດແພງເອົາປຽບລູກຄ້າ ແລະ ເວົ້າຈາບໍ່ສຸພາບ (ມີຄລິບ)

ກາຍເປັນກະແສກັນພຽງແຕ່ຂ້າມຄືນກັບຄລິບຂອງສາວລາຍໜຶ່ງທີ່ໄດ້ໂພສລົງທາງ Facebook ເປັນຄລິບທີ່ກຳລັງຖຽງກັນກັບເຈົ້າຂອງຄອກລົດຂ້າງ ໄປສະນີ ຕະຫຼາດເຊົ້າ , ເຊິ່ງໃນຄລິບ ມີແມ່ຍິງເຈົ້າຂອງຄລິບ, ເຈົ້າຂອງຄອກລົດ (ເປັນຊາວຕ່າງຊາດ) ແລະ ເຈົ້າໜ້າທີ່ຕຳຫຼວດ ແລະ ໃນຄລິບທີ່ໄດ້ໂພສມີທັງໝົດ 3 ຄລິບສັ້ນ ແລະ ຍັງມີການຂຽນຄຳອະທິບາຍຈາກແມ່ຍິງລາຍນີ້ຢ່າງລະອຽດ ຈົນເຮັດໃຫ້ມີຄົນໃນໂລກອອນລາຍໃຫ້ຄວາມສົນໃຈເຂົ້າມາກົດໄລ້ ກົດແຊຣ ແລະ ຄອມເມັ້ນສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. โพสต์โดย Toumee Prettygrils บน 30 สิงหาคม 2017 “ເພື່ອເປັນຊ່ອງທາງໃນການກະຈາຍຂ່າວໃຫ້ທຸກຄົນໄດ້ມີສະຕິລະວັງຕົວ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ເລື່ອງມີຢູ່ວ່າ ມື້ນີ້ຕອນສວຍຂ້ອຍໄດ້ໄປຝາກລົດຢູ່ຄອກລົດ ຂ້າງ “ໄປສະນີ” ຂ້ອຍໄດ້ໄປນຳນ້ອງສາວ4ຄົນ ໄດ້ເອົາລົດໄປ2ຄັນເພື່ອໄປກິນເຂົ້າສວຍຢູ່ຕະຫຼາດເຊົ້າຊ໋ອບປິ້ງມໍ ຫລັງຈາກກິນເຂົ້າແລ້ວໄດ້ຢ່າງກັບມາລົດ ເພື່ອຈະຈ່າຍຄ່າຝາກລົດແລ້ວເອົາລົດອອກ ແຕ່ວ່າ ຂ້ອຍ: ເອີ້ນອ້າຍຄ່າຝາກລົດທໍ່ໃດ ບັກຫວຽດ: 8,000ກີບ ພໍດີນ້ອງສາວກະໂທມາບອກຂ້ອຍວ່າໄດ້ຈ່າຍໄປແລ້ວ10,000ກີບ ເຈົ້າຈ່າຍຕື່ມແຕ່6,000ກີບເດີ ຂ້ອຍ: ອ້າຍມື້ກີ້ນີ້ເຈົ້າເກັບນຳນ້ອງຂ້ອຍ10,000ກີບແລ້ວບໍ່ ບັກຫວຽດ: ບໍ່ ຂ້ອຍ: …

Read More »

ງາມໆທັງນັ້ນ! ມາຮູ້ຈັກປະຫວັດ 4 ສາວງາມຜູ້ທີ່ຄອງຕຳແໜ່ງອັນຊົງກຽດ ແລະຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນ!!!

ງາມໆທັງນັ້ນ! 4 ສາວງາມຜູ້ທີ່ຄອງຕຳແໜ່ງອັນຊົງກຽດ ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວເພື່ອໄປແຂ່ງໃນເວທີລະດັບສາກົນ ລອງມາເບິ່ງປະຫວັດຫຍໍ້ຂອງພວກເຂົາກັນເລີຍ!!! Miss Grand Laos 2017 ຈິນນາລີ ນໍລະສິງ ຊື່ຫຼິ້ນ ຟ້າໃສ, ອາຍຸ 18 ປີ. ສ່ວນສູງ 173 ຊມ. ຈົບການສຶກສາຢູ່ ໂຮງຮຽນກຽດຕິສັກ ນານາຊາດ ທີ່ຜ່ານມາເຄີຍໄດ້ລາງວັນຊະນະເລີດ ຕອບຄໍາຖາມພາສາອັງກິດ ກ່ຽວກັບອາຊຽນ ຂອງນະຄອນຫຼວງວຽງຈັນ ແລະ ແຂ່ງຂັນກິລາບານສົ່ງທີມໂຮງຮຽນ. ໃນອານາຄົດ ຟ້າໃສ ຈິນນາລີ ມິສແກຣນລາວ 2017 ຢາກຮຽນຕໍ່ປະລິນຍາຕີທີ່ປະເທດສິງກະໂປ ດ້ານຈິດຕະວິທະຍາ ເພາະມີແຮງບັນດານໃຈເປັນນັກວິທະຍາກອນ. Miss International Laos 2017 ພູນຊັບ ພົນໂຍທາ ຫຼື ມີ່ມີ່ ອາຍຸ 18 ປີ ກຳລັງສຶກສາທີ່ວິທະຍາໄລຣັດຕະນະ ບໍລິຫານທຸລະກິດ, ມີ່ມີ່ …

Read More »