ບອກເລີຍວ່າການເວລາບໍ່ເຄີຍເຮັດຫຍັງ ອໍ້າ ພັດຊະຣາພາ ໄຊເຊື້ອ Superstar ໝາຍເລກໜຶ່ງຂອງປະເທດເພື່ອນບ້ານຄົນນີ້ໄດ້ເລີຍ, ຫຼ້າສຸດ ເອື້ອຍ ອໍ້າ ເພິ່ນກໍໄດ້ໂພສຮູບພາບລົງໃນອິນສະຕາແກຼມ ເຊິ່ງນຸ່ງເສື້ອສາຍດ່ຽວສີຂາວ ພ້ອມກັບໃສ່ໂສ້ງຢີນຂາດເຄົ່າເລັກໜ້ອຍໄປຮ່ວມກິນເຂົ້າກັບບັນດາໝູ່ເພື່ອນແລະນ້ອງຮັກໃນກຸ່ມ ພໍແຕ່ໂພສຮູບພາບກໍເຮັດໃຫ້ມີບັນດາແຟນຄລັບຄົນຮັກ ອໍ້າ ພັດຊະຣາພາ ຢ່າງຫຼວງຫຼາຍເຂົ້າມາຍ້ອງວ່າດາລາສາວງາມຫຼາຍ ຂະໜາດແຕ່ງໜ້າບາງໆ ນຸ່ງເຄື່ອງສະບາຍໆກໍຍັງງາມສົມກັບເປັນເຊັກຊີ່ໂຕແມ່ຂອງວົງການບັນເທິງ. ຮູບພາບ: aum_patchrapa
Read More »Home
ເຈາະເລິກ!!! ເຈ້ຍ ປາຊີຟິກ ຜູ້ກໍາກັບ 1.000 ລ້ານ (ຫົງຫາມເຕົ່າ)
ສະບາຍດີສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ!! ມື້ນີ້ ຄໍລຳ Entertainment Lao ຮູ້ສຶກຕື່ນເຕັ້ນຫຼາຍໆ ທີ່ໄດ້ມີໂອກາດສຳພາດຜູ້ກຳກັບ 1,000 ລ້ານ ທີ່ (ເກືອບ) ໜ້າຕາດີ ແຕ່ມີຄວາມໜ້າຮັກ ແຖມຄວາມສາມາດຍັງບໍ່ເປັນຮອງໃຜແນ່ນອນເດີ້ ຮູບເງົາທີ່ລາວສ້າງຜ່ານມາ ສ່ວນໃຫຍ່ກໍອອກແນວຕະຫຼົກມ່ວນຊື່ນ ສ້າງຮອຍຍິ້ມໃຫ້ກັບຜູ້ທີ່ໄດ້ຊົມ ປະສົມແນວຜີໆນຳອີກ ນັ້ນກໍຄືຮູບເງົາເລື່ອງ “ຮັກອີ່ຫຼີ 1 ແລະ 2” ທີ່ສ້າງລາຍຮັບລະດັບ 1,000 ລ້ານ ຕໍ່ເລື່ອງພຸ້ນແຫຼະ ຊິເປັນໃຜໄປບໍ່ໄດ້ນອກຈາກ ອ້າຍເຈ້ຍ ປາຊິຟິກ ຫຼ້າສຸດ ອ້າຍເຈ້ຍ ໄດ້ສ້າງ ແລະກໍາກັບຮູບເງົາເລື່ອງທີ 3 ຊື່ວ່າ “ຫົງຫາມເຕົ່າ” ທີ່ອອກສາຍໃນເດືອນມິຖຸນາຜ່ານມາ ແລະກວາດລາຍໄດ້ຢ່າງທະຫຼົ່ມທະລາຍອີກເຊັ່ນເຄີຍ ເພິ່ນເຮັດໄດ້ແນວໃດ ໄປເຈາະຈີ້ມເລື່ອງລາວພ້ອມໆກັນເລີຍ ເດັກຊາຍເຈ້ຍ ແຕ່ນ້ອຍງຽບໆ ບໍ່ຄ່ອຍມັກປາກ?? ພວກເຮົາສ່ວນຫຼາຍ ຕິດພາບຂອງ ອ້າຍເຈ້ຍ ທີ່ອາລົມດີ ຕະຫຼົກ ແຄ່ເຫັນໜ້າລາວກໍຍິ້ມອອກແລ້ວແມ່ນບໍ່? …
Read More »ຢາກແນະນໍາໃຫ້ຮູ້ຈັກກັບ!!! “ລໍາພອນ ຫຼວງລາຊາ” ສະຈວດ ບ່າວລາວພຽງຄົນດຽວໃນສາຍການບິນ ກາຕາ (Qatar Airway)
ສະຈວດ ແລະ ສາວແອ ເປັນອາຊີບທີ່ຫຼາຍຄົນຢາກເປັນ ແລະ ກໍມີຫຼາຍຄົນທີ່ຝັນເປັນຈິງໄດ້ເຮັດອາຊີບທີ່ມັກ ດັ່ງທີ່ກ່ອນໜ້ານີ້ທີ່ເຮົາໄດ້ນໍາສະເໜີ ສາວລາວພຽງຄົນດຽວທີ່ເປັນສາວແອໃນສາຍການບິນ ກາຕາ (Qatar Airway) ເຊິ່ງທຸກຄົນກໍຮູ້ແລ້ວວ່າ ສາວລາວຄົນເກັ່ງຄົນນັ້ນກໍຄືສາວ ສຸມາໄລ ໂພທິສານ (ປຸ) ເຫັນວ່າຫຼາຍຄົນກໍໃຫ້ຄວາມສົນໃຈຫຼາຍ. ມື້ນີ້ ເຮົາກໍເລີຍຢາກຈະມາແນະນໍາໃຫ້ຮູ້ຈັກກັບບ່າວລາວພຽງຄົນດຽວໃນສາຍການບິນດຽວກັນນີ້ ນັ້ນກໍຄືບ່າວຄົນນີ້ “ລໍາພອນ ຫຼວງລາຊາ” ສະຈວດທີ່ເປັນບ່າວລາວພຽງຄົນດຽວໃນສາຍການບິນ ກາຕາ (Qatar Airway) ສາຍການບິນລະດັບ 5 ດາວ ເຊື່ອວ່າຫຼາຍຄົນທີ່ໄດ້ອ່ານບົດຄວາມແນະນໍາ ສາວປຸ ແລ້ວ ຄົງຈະຮູ້ຈັກກັນໄປແລ້ວກ່ຽວກັບສາຍການບິນນີ້ ແອັດເລີຍຈະບໍ່ແນະນໍາຄືນເດີ່! ແນວໃດກໍຕາມ ກໍຂໍຊົມເຊີຍໃນຄວາມຮູ້ ແລະ ຄວາມສາມາດຂອງຄົນລາວເຮົາ ທີ່ເຮັດໃຫ້ເຫັນວ່າ ຄົນລາວເຮົາກໍເກັ່ງບໍ່ໄດ້ດ້ອຍໄປກວ່າຊາດໃດໃນໂລກ! ອ້າວ ຈະຖ້າຫຍັງກໍຕົບມືຊົມເຊີຍລະແມ໋ະ! ແຕ່ຖ້າຕົບມືຢ້ານເພິ່ນບໍ່ຮູ້ກໍກົດ Like and Share ໃຫ້ຫຼາຍຄົນໄດ້ຮູ້ ເພາະເຊື່ອວ່າໃນປະເທດເຮົາຍັງມີອີກຫຼາຍຄົນທີ່ມີທັງຄວາມເກັ່ງ ແລະ ຄວາມສາມາດ …
Read More »ເປີດຕົວແລ້ວ Honda CR-V
ໃນຕອນແລງຂອງວັນທີ 28 ສິງຫາ 2017 ບໍລິສັດ ນິວຈິບເຊັງ ຈໍາກັດ ໄດ້ຈັດງານເປີດຕົວລົດໃໝ່ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໂດຍມີທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນປະທານໃນການເປີດງານ ພ້ອມດ້ວຍຕົວແທນຈາກ ກຸ່ມບໍລິສັດ ນິວຈິບເຊັງ, ບໍລິສັດ ຮອນດ້າມໍເຕີ້ ປະເທດຍີ່ປຸ່ນ, ລູກຄ້າຂອງຮອນດ້າ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ລົດ Honda CR-V ຖືກເປີດຕົວໃນລາວມາແຕ່ປີ 1995 ໂດຍແມ່ນ ບໍລິສັດ ນິວຈິບເຊັງ ຈໍາກັດ ເປັນຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍພຽງຜູ້ດຽວ ເນື່ອງໃນໂອກາດຄົບຮອບ 22 ປີ ຂອງການເປີດຕົວຢ່າງເປັນທາງການຂອງ Honda CR-V ຢູ່ລາວ ຈຶ່ງຖືເອົາໂອກາດນີ້ເປັນການເປີດຕົວລົດໃໝ່ກັບ Honda CR-V Generation ທີ …
Read More »“ສະຈວດ” ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລ້ວເຮັດແນວໃດຈະໄດ້ເປັນ “ເບັນ” ມີຄໍາຕອບໃຫ້!!!
“ສະຈວດ” ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລ້ວເຮັດແນວໃດຈະໄດ້ເປັນ “ເບັນ” ມີຄໍາຕອບ!!! ຄໍລໍາ: His Mind ສໍາພາດ ອານົນສິດ ຈຸນລະມຸນຕີ (ເບັນ) ພະນັກງານຕ້ອນຮັບເທິງເຮືອບິນ (Fight attendant) ຫຼືສະຈວດຂອງສາຍການບິນລາວ ອາຊີບທີ່ຜູ້ຊາຍຫຼາຍຄົນຢາກເປັນ ແລະ ອາຊີບທີ່ເຮັດໃຫ້ແມ່ຍິງຫຼາຍຄົນຮ້ອງວ້າວ (ບ່າວສະຈວດມັກຈະຫຸ່ນດີ ແລະ ມີ Six pack) ບ່າວຄົນນີ້ມາເຮັດຫຍັງນັ້ນຫວາ? ກໍມາຖ່າຍແບບໂຊ Six pack ໃຫ້ສາວໆໄດ້ເອົາໄປນອນຝັນຫຼິ້ນໆ ແລະ ມາແນະນໍາເທັກນິກໃນການເຮັດວຽກໃຫ້ໜຸ່ມໆໄດ້ຮູ້ວ່າ ຄົນທີ່ຈະເປັນສະຈວດໄດ້ຕ້ອງມີຄຸນນະສົມບັດຫຍັງແດ່? ນອກນັ້ນ ໜຸ່ມຄົນນີ້ຍັງມີທັກສະສໍາລັບນ້ອງໆ ຫຼືຄົນທີ່ຢາກເກັ່ງ ພາສາອັງກິດ ມາຕ້ອນນໍາອີກ! ວ້າວໆໆ ເລີດ!!! ເອີ້ນໄດ້ວ່າໄດ້ປະໂຫຍດທັງສາວໆ, ໜຸ່ມໆ ແລະ ນ້ອງໆຄົບກັນອີ່ຫຼີ. ແຕ່ຖ້າຈະອ່ານ ແລະ ເບິ່ງ ອ້າຍບ່າວຄົນນີ້ແບບເຕັມຮູບແບບ ແມ່ນອ່ານໄດ້ທີ່ດຽວຄື ວາລະສານຂວັນໃຈ ສະບັບເດຶອນສິງຫາ …
Read More »