ສະບາຍດີ ແຟນໆຂວັນໃຈ ມື້ນີ້ແອັດມີນຈະມາຊວນແຟນໆໄປທ່ຽວພາກເໜືອ ໄປເກືອປາ ແຟນໆຢາກໄປນໍາແອັດບໍ ແຕ່ອາດຈະພາໄປໄກໜ້ອຍໜຶ່ງເດີ້ ໄປທີ່ແຂວງຫົວພັນ ແຕ່ແອັດຂໍບອກເລີຍວ່າ ຢູ່ບ່ອນນີ້ມີໂຕປາຫຼາຍໆໆ ເຫັນແລ້ວເປັນຕາສະອອນ ແລະ ສະຖານທີ່ນັ້ນກໍຄື: ວັງສະຫງວນ ເມືອງແອດ ແຂວງຫົວພັນ ດິນແດນແຫ່ງວີລະຊົນ ນັ້ນເອງ. ປາຈະມີຫຼາຍແທ້ ຫຼື ບໍສົມກັບຄໍາແອັດເວົ້າບໍ ນັ້ນໄປເບິ່ງຮູບກັນເລີຍ!! ຮູບພາບຈາກ: ທ່ອງທ່ຽວຫົວພັນ
Read More »Home
ສາວຄະນະວິສະວະກໍາສາດງາມໜ້າຮັກເປັນຍິງໃນຝັນຂອງຊາຍຫຼາຍຄົນ
ຢູ່ໃນຮົ້ວຂອງມະຫາວິທະຍາໄລນັ້ນ ມີທັງຜູ້ບ່າວຫຼໍ່ໆ ແລະ ຜູ້ສາວງາມໆ, ໜ້າຮັກໜ້າຮັກ…ນັ້ນມີຢູ່ທຸກຄະນະທຸກພາກວິຊາເລີຍກໍວ່າໄດ້ ແຕ່ມື້ນີ້ແອັດມີນບັງເອີນເຫັນ facebook ຂອງສາວຄົນໜຶ່ງຊື່: Jen Ounkham ແອັດກໍ່ເລີຍເຂົ້າໄປສອດສ່ອງເບິ່ງ ຄວາມງົດງາມຄວາມໜ້າຮັກຂອງນາງ ຈຶ່ງຮູ້ວ່ານາງເປັນສາວງາມຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດນັ້ນເອງ ແອັດຈະບໍ່ຍອມເຫັນຄວາມງາມຄວາມໜ້າຮັກຂອງນາງພຽງຄົນດຽວ ແອັດກໍເລີຍນໍາເອົາຮູບງາມໆ ແລະ ຄວາມໜ້າຮັກຂອງນາງມາຝາກໄປເບິ່ງກັນເລີຍ!!! ຮູບພາບຈາກ: Jen Ounkham
Read More »ຂໍສະແດງຄວາມຍິນດີ! ປ໋ອກ ແສງມະນີ ຢາທໍ່ຕູ້ ເນັດໄອດໍ້ຄົນເກັ່ງ ສຳເລັດການສຶກສາຮັບໃບປະກາດລະດັບປະລິນຍາໂທແລ້ວ
ຂໍສະແດງຄວາມຍິນດີ! ປ໋ອກ ແສງມະນີ ຢາທໍ່ຕູ້ ເນັດໄອດໍ້ຄົນເກັ່ງ ສຳເລັດການສຶກສາລະດັບປະລິນຍາໂທດ້ານກົດໝາຍເສດຖະກິດ-ການຄ້າສາກົນ ຈາກ University International Business and Economic ໃນນະຄອນຫຼວງປັກກິ່ງ ສປ.ຈີນ, ແຖມ ປ໋ອກ ແສງມະນີ ຍັງໄດ້ຮັບໃບຍ້ອງຍໍນັກຮຽນເກັ່ງ ຈາກສະຖານທູດລາວປະຈຳນະຄອນຫຼວງປັກກິ່ງອີກດ້ວຍ (ເກັ່ງຫຼາຍ…ຂໍຊົມເຊີຍ). ໃນການຮັບໃບປະກາດຂອງ ປ໋ອກ ໃນເທື່ອນີ້ມີຄອບຄົວພໍ່-ແມ່, ໜູ່ເພື່ອນ ແລະ ບັນດາລູກໆທັງ 3 ທີ່ໜ້າຮັກຂອງປ໋ອກໄປຮ່ວມສະແດງຄວາມຍິນດີໃນເທື່ອນີ້, ທາງທີມງານ ຂວັນໃຈ ແລະ ແຟນເພສທຸກຄົນກໍຂໍສະແດງຄວາມຍິນດີ ແລະ ຊື່ນຊົມໃນຄວາມເກັ່ງຮອບດ້ານຂອງ ປ໋ອກ ແສງມະນີ ຢາທໍ່ຕູ້ ນຳຫຼາຍໆເດີ້…ແບບນີ້ແຫຼະຈຶ່ງສົມກັບເປັນເນັດໄອດໍ້ຕົວຈິງ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ຂໍຂອບໃຈຮູບພາບຈາກ: PocKy Sengmany
Read More »ໃຜ!!! ຈະໄດ້ເປັນຜູ້ຊະນະລາງວັນລວມມູນຄ່າສູງເຖິງ 150 ລ້ານກີບໃນໂຄງການ “Beerlao Band Challenge season 2”
ໃນປີ 2016 ທີ່ຜ່ານມາ ໂຄງການBeerlao Band Challengeໄດ້ເປີດສັກກະລາດຢ່າງຍິ່ງໃຫຍ່ໃຫ້ວົງການດົນຕີລາວ ແລະໄດ້ສ້າງສິນລະປິນໜ້າໃໝ່ ໂດຍການແຂ່ງຂັນຄັດເລືອກເອົາໄວໜຸ່ມລາວທີ່ມີຄວາມສາມາດ ແລະ ມັກຮັກໃນການຫຼິ້ນດົນຕີເຂົ້າສູ່ການເປັນນັກດົນຕີມືອາຊີບ ເຊິ່ງໄດ້ສຽງຕອບຮັບ ຈາກສື່ມວນຊົນ ແລະ ຜູ້ຊົມຢ່າງຫຼວງຫຼາຍ. ມາເຖິງວັນທີ 17 ມີຖຸນາ2017ທີ່ຜ່ານມາທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ)Beerlao Band ChallengeSeason 2 ໄດ້ສືບຕໍ່ການແຂ່ງຂັນຮອບຄັດເລືອກເພື່ອຄົ້ນຫານັກດົນຕີໜ້າໃໝ່ປະຈຳປີ 2017ໂດຍມີຜູ້ເຂົ້າແຂ່ງຂັນທັງໝົດເກືອບ50ວົງ ຄັດໃຫ້ເຫຼືອພຽງ 24ວົງ ເພື່ອເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດເຊິ່ງໄດ້ຈັດຂື້ນໃນວັນທີ 24 ມີຖຸນາ2017 ທີ່ຜ່ານມາ ທີ່ສູນກິລາໃນຮົ່ມລ້ານຊ້າງ ແລະປະຈຸບັນເຮົາໄດ້ 12ວົງ ເຂົ້າໄປແຂ່ງຂັນໃນຮອບຊີງຊະນະເລີດ ທີ່ມີແຜນຈະຈັດຂື້ນໃນວັນທີ 15 ກໍລະກົດ 2017 ນີ້. ເພື່ອຮັບປະກັນຄຸນະພາບຂອງງານ ແລະການແຂ່ງຂັນ Beerlao Band Challenge Season 2ທາງບໍລິສັດຮ່ວມກັບຜູ້ຈັດງານໄດ້ເຊີນເອົາສີລະປີນຜູ້ຊົງຄຸນນະວຸດ ແລະມີຊື່ສຽງໃນວົງການເພງລາວ ທັງໝົດ 5ທ່ານເປັນຕົ້ນແມ່ນ ສັກ ວົງເຊວ, …
Read More »ມາເບິ່ງ! ເບື້ອງຫຼັງການຖ່າຍແບບສຸດຫິນຂອງສາວ ສຸດາ ວັນທອງທິບ ງານນີ້ຈັດໜັກອະລັງການຫຼາຍ!!!
ມື້ນີ້ຈະພາແຟນໆທຸກຄົນມາເບິ່ງເບື້ອງຫຼັງການຖ່າຍແບບສຸດຫິນຂອງສາວ ສຸດາ ວັນທອງທິບ ຮອງອັນດັບສອງນາງສາວນະຄອນຫຼວງວຽງຈັນ ແລະ ລາງວັນຂວັນໃຈມະຫາຊົນ 2017, ທີ່ນາງໄດ້ມີໂປເຈັກຖ່າຍແບບເຊັດໃໝ່ທີ່ເບິ່ງແລ້ວບໍ່ງ່າຍເລີຍ ຊົ່ວຈະໄດ້ຮູບພາບງາມໆມາໃຫ້ທຸກໆຄົນໄດ້ເບິ່ງກັນບໍ່ແມ່ນເລື່ອງທຳມະດາເລີຍ (555) ຊະນີIndy ເຂົ້າໃຈສຸດາ ແລະ ນາງແບບທຸກໆຄົນແລ້ວບາດນິ ໃຜວ່າເປັນນາງແບບມັນງ່າຍ…ຕ້ອງລອງເຖິງຈະໄດ້ຮູ້ເດີ້…!!! #ແຊຣໄປໃຫ້ກຳລັງໃຈນາງແດ່ ຂໍຂອບໃຈຮູບພາບ: Souda Vanthongthip
Read More »