Breaking News

Home

Up date 5 ອັນດັບ ຮ້ານຄໍາ (Jewelry) ໃນວຽງຈັນ ທີ່ລາຍງາມ ແລະ ມີຄຸນນະພາບສູງ (ໃຜເຄີຍໃຊ້ບໍລິການຮ້ານໃດແດ່?)

Up date 5 ຮ້ານຄໍາ ໃນວຽງຈັນ ທີ່ລາຍງາມ ແລະ ມີຄຸນນະພາບ ສະບາຍດີ ມື້ນີ້ແອັດຈະມາພາສາວໆໄປຮູ້ຈັກກັບ 5 ອັນດັບ ຮ້ານຄໍາ ທີ່ມີທັງລວດລາຍງາມ ແລະ ມີຄຸນນະພາບທີ່ສຸດໃນວຽງຈັນ ຢາກຮູ້ວ່າມີຮ້ານໃດແດ່ ໄປເບິ່ງກັນເລີຍ ຮ້ານຄໍາ ພູວົງ ມີລາຍຄໍາງາມໆ ມາແຖມໃຫ້ເລືອກ ຮ້ານຄໍາ ສີດາ ລາດຊະວົງ ລາຍຄໍາຈາກຮ້ານ ສີດາ ລາດຊະວົງ ຮ້ານຄໍາ ສໍາລານ ໂພທິສານ ລາຍຄໍາງາມ ຈາກທາງຮ້ານເພິ່ນ ຮ້ານຄໍາ ພອນທິບ ມາແຖມໃຫ້ເລືອກຕຶ່ມ ຈາກທາງຮ້ານເພິ່ນ ຮ້ານຄໍາ ສີຫອມ ສົມສຸກ ລາຍຄໍາງາມໆ ມາເລືອກໄດ້ເລີຍ ໝາຍເຫດ: ຈັດອັນດັບໂດຍແອັດເອງ ຖ້າຜິດພາດຫຍັງໄປ ຕ້ອງຂໍໂທດ ມາທີ່ນີ້ດ້ວຍ (ຂໍຂອຍໃຈ) By: BeautyGuru

Read More »

ເຫັນແຕ່ຮູບພາບຍັງຮາແລ້ວ!!! ເຈ້ຍ ແລະ ໝໍ່າ ຈົກມົກ ສອງຜູ້ກຳກັບຄົນດັງຖ່າຍຮູບຮ່ວມກັນ ກຽມໄປເປີດໂຕຮູບເງົາເລື່ອງໃໝ່

ຮະຮະຮ່າ ເປີດເຟສບຸກມາເຈິເລື່ອງທີ່ໜ້າຍິນດີແຕ່ເຊົ້າເລີຍເພາະ ອ້າຍ ເຈ້ຍ ປາຊີຟິກ ຜູ້ກຳກັບຮູບເງົາພັນລ້ານຂອງເຮົາໄດ້ຖ່າຍຮູບຮ່ວມກັບ ອ້າຍ ໝໍ່າ ຈົກມົກ ຕະຫຼົກຊຸບເປີສະຕາ ແລະ ຜູ້ກຳກັບຮູບເງົາຄົນດັງຂອງປະເທດເພື່ອນບ້ານ ແລະ ອ້າຍ ເຈ້ຍ ຂອງເຮົາຍັງໄດ້ຂຽນຄຳອະທິບາຍໃນຮູບພາບວ່າ: “ກຽມໂຕເດີນທາງມາງານ ເປີດໂຕຮູບເງົາ ສົ້ມພັກສ້ຽນ ຂອງ ອ້າຍ ໝໍ່າ ຈົກມົກ ທີ່ ນະຄອນພະນົມ”   ພໍແຕ່ໂພສຮູບພາບບໍ່ພໍເທົ່າໄດເຮັດໃຫ້ມີແຟນໆ ແລະ ອ້າຍ ນ້ອງຮ່ວມວົງການເຂົ້າໄປກົດໄລ້ ກົດແຊຣ ແລະ ຄອມເມັ້ນກັນແບບທະລົ່ມທະລາຍ. ເຫັນແບບນີ້ແລ້ວ ຊະນີIndy ແລະ ແຟນໆກໍຮູ້ສຶກດີໃຈ ພວກເຮົາຫວັງວ່າໃນອະນາຄົດຄົງຈະມີຮູບເງົາລະຫວ່າງສອງຜູ້ກຳກັບຄົນເກັ່ງນີ້ ສ້າງຜົນງານດີໆມາໃຫ້ພວກເຮົາໄດ້ເບິ່ງກັນແນ່ເດີ້!!! #ແຊຣໄປໃຫ້ໂລກຮູ້ ຮູບພາບຈາກ: Phoumsana Jear Pacific

Read More »

ສຸດຍອດ!!! ແຈັກ ນັກຮ້ອງນຳວົງ “YES” ຕິດຮອບອໍດິຊັ່ນໃນລາຍການແຂ່ງເພງຊື່ດັງ “THE VOICE THAILAND SEASON 6”

ສຸດຍອດ! ອີ່ຫລີສຳລັບ ນ້ອງ ແຈັກ ນັກຮ້ອງນຳວົງ “YES” ທີ່ມີລາຍຊື່ຕິດຮອບ Final Audition ຂອງລາຍການແຂ່ງຂັນເພງຊື່ດັງ “THE VOICE THAILAND SEASON 6” ເຊິ່ງລາຍການດັ່ງກ່າວເປັນລາຍການແຂ່ງຂັນເພງອັນດັບຕົ້ນໆຂອງປະເທດເພື່ອນບ້ານ ແລະ ລາຍການ THE VOICE ກໍເປັນລາຍການທີ່ມີເຄົ້າມາຈາກປະເທດ ອາເມລິກາ ແລະ ບໍ່ແມ່ນເລື່ອງງ່າຍເລີຍທີ່ຈະມີນັກຮ້ອງຜ່ານເຂົ້າໄປແຂ່ງຂັນກັນໄດ້ງ່າຍໆ, ຢ່າງໄດກໍຂໍສະແດງຄວາມຍິນດີກັບ ແຈັກ ທີ່ມີຄວາມສາມາດຜ່ານເຂົ້າໄປແຂ່ງຂັນໃນລາຍການໃນຄັ້ງນີ້. ສຳລັບການແຂ່ງຂັນຮອບ blind audition the voice thailand 6 ແຈັກຈະເຂົ້າອັດລາຍການໃນວັນທີ 29 ມິຖຸນາ 2017 ນີ້, ຢ່າລືມຕິດຕາມເປັນກຳລັງໃຈໃຫ້ຄົນລາວນຳກັນ, ສາມາດຕິດຕາມຄວາມເຄື່ອນໄຫວຂອງການແຂ່ງຂັນໄດ້ທີ່ເພສ ຂວັນໃຈ ເລີຍເດີ້ ຫຼື ເຂົ້າໄປໃຫ້ກຳລັງໃຈໜຸ່ມ ແຈ໋ກ ໄດ້ທີ່ເຟສບຸກ Jack Phommavongsay ໄດ້ເລີຍ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ມີຄລິບມາຝາກນຳເດີ້ โพสต์โดย Jack Phommavongsay บน …

Read More »

ຈະພາໄປເບິ່ງ! ສາວທະຫານລາວໃຈກ້າ ທີ່ງາມບໍ່ແພ້ຊາດໃດ! (ແຊຣໄປໃຫ້ໂລກຮູ້)

ສະບາຍດີສາວໆ ແລະ ແຟນຂວັນໃຈທຸກຄົນ ມື້ນີ້ ຈະພາໄປເບິ່ງສາວທະຫານໃຈກ້າຄົນງາມ ທີ່ອາດຈະເຮັດໃຫ້ຜູ້ບ່າວໄທບ້ານ, ບ່າວຫ້ອງການ, ບ່າວພະນັກງານລັດຕ່າງໆ ຕ້ອງຍົກນິ້ວໃຫ້ ແລະ ໃຈລະລາຍກັນໄປຕາມໆກັນ ເພາະນອກຈາກຈະມີຄວາມງາມທາງດ້ານໜ້າຕາແລ້ວ ເອີ້ນໄດ້ວ່າຈິດໃຈຍັງງາມ, ມີຄວາມກ້າຫານ, ຍອມເສຍສະຫຼະເພື່ອຊາດອີ່ຫຼີ ເຖິງວ່າປັດຈຸບັນຈະບໍ່ຕ້ອງອອກໄປສູ້ຮົບຫຍັງ ແຕ່ທະຫານກໍຍັງຖືວ່າເປັນຮົ້ວຂອງຊາດທີ່ພວກເຮົາຄວນຈະໃຫ້ຄວາມນັບຖື ແລະ ເປັນທີ່ເພິ່ງໃຫ້ກັບພວກເຮົາໄດ້ສະເໝີ. ເວົ້າໄປກະມີແນວຊິເວົ້າຫຼາຍຢູ່ດອກແຕ່ບໍ່ຢາກໃຫ້ມັນຍາວໄປຫຼາຍກວ່ານີ້ ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ໝາຍເຫດ: ສາວທະຫານງາມໆອາດຈະມີຫຼາຍກວ່ານີ້ ທີ່ແອດບໍ່ສາມາດໄປຊອກມາໃຫ້ໝົດໄດ້ ສະນັ້ນ ຖ້າໃຜທີ່ມີຄົນຮູ້ຈັກສາວທະຫານງາມໆ ຢ່າລືມສົ່ງຮູບມາອວດແອດນໍາເດີ້ ເພື່ອເທື່ອໜ້າຈະເອົາລົງ. ຂໍຂອບໃຈ! By: BeautyGuru ຂໍຂອບໃຈຮູບຈາກ ບ່ອນຕ່າງໆ

Read More »

ເອົາແລ້ວໆ!!! ນູ່ນີ່ ກຸມພົນພັກດີ ສາວລາວໃນລາຍການ “Take Me Out Thailad” ກຳລັງຈະໄດ້ຄູ່ເດດແລ້ວເດີ້.

ຮືຮາກັນອີກແລ້ວ ກະແສດີບໍ່ມີຕົກອີ່ຫລີສຳລັບສາວງາມຄົນນີ້ ນູ່ນີ່ ກຸມພົນພັກດີ  ເຊິ່ງຫຼ້າສຸດລາຍການເລືອກຄູ່ຊື່ດັງ “Take Me Out Thailad” ກໍໄດ້ປ່ອຍພາບຕົວຢ່າງຂອງລາຍການໃນອາທິດໜ້າເຜີຍເປັນໃນໆໃຫ້ຮູ້ວ່າ ນູ່ນີ່ ຄົນງາມຂວັນໃຈແຟນຄລັບຫຼາຍໆຄົນກຳລັງຈະໄດ້ໜຸ່ມໄປເດດແລ້ວເດີ້, ແລະ ຄ້າຍກັບຈະແມ່ນຄວາມຈິງເພາະເຟສບຸກຂອງນູ່ນີ່ເອງກໍໄດ້ໂພສເປັນປິດສະໜາເຊັ່ນກັນ, ດັ່ງນັ້ນໃນວັນ ເສົາ ວັນທີ 1 ກໍລະກົດ 2017 ເວລາບ່າຍ 2 ໂມງທີ່ຈະມາເຖິງນີ້ຢ່າລືມຕິດຕາມກັນເບິ່ງ ເພື່ອຈະໄດ້ຮູ້ກັນວ່າໜຸ່ມຄູ່ເດດຂອງ ນູ່ນີ່ ກຸມພົນພັກດີ ຄົນນີ້ຈະເປັນໃຜ??? ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວ ນູ່ນີ່ ລ່ວງໜ້າເລີຍເດີ້ (ອິອິ) #ຢ່າລືມແຊຣໄປໃຫ້ໝູ່ຮູ້ນຳແດ່ ມີຄລິບຕົວຢ່າງລາຍມາຝາກນໍາເດີ້!!! ຮູບພາບຈາກ: Noony Koumphonphakdee ຄລິບ: Take Me Out Thailand

Read More »