ຈະເອ໋…ສະບາຍດີແຟນໆ ມື້ນີ້ ຊະນີIndy ຈະພາທຸກຄົນມາຮູ້ຈັກກັບສາວນ້ອຍໜ້າຮັກຂວັນໃຈໜຸ່ມໆນັ້ນກໍຄື ແພນດ້າ ຝົນນະພາ ໄຕມະນີ ອາຍຸ 22 ປີ ສາວລາວໜ້າຮັກ ແຖມຮຽນເກັ່ງ ນາງສາມາດເສັງເອົາທຶນໄປຮຽນຕໍ່ທີ່ ສ.ເກົາຫລີ ໃນດ້ານການອອກແບບສື່ສິ່ງພິມ ພຸ້ນໃດ…(ຊົມເຊີຍເດີ້), ແພນດ້າ ເປັນສາວໜ້າຫວານທີ່ເບິ່ງແລ້ວຄ້າຍໆຄືກັບສາວເກົາຫລີ ແຕ່ຂໍບອກເດີ້ວ່ານາງເປັນສາວລາວແທ້ໆມາແຕ່ກຳເນີດ ແລະສາວຄົນນີ້ກໍມີແຟນຄລັບຕິດຕາມເປັນຈຳນວນຫຼາຍ ຫຼື ຈະເອີ້ນງ່າຍໆວ່າ ເນັດໄອດໍ້ ນັ້ນແຫຼະ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມໜ້າຮັກຂອງສາວລາວ ຖ້າແຟນໆຢາກຮູ້ທີ່ມາທີ່ໄປຂອງສາວນ້ອຍໜ້າຕາຈິ້ມລິ້ມຄົນນີ້ເພີ່ມຕື່ມ ສາມາດຕິດຕາມໄດ້ທີ່ ວາລະສານ ຂວັນໃຈ ສະບັບທີ 117 ມີວາງຂາຍແລ້ວຕາມມິນີມາກ U Express M Point Mart ແລະ Jeffy Mart ທຸກສາຂາ. ຂໍຂອບໃຈຮູບພາບຈາກ: panda_f5 ແລະ ວາລະສານ ຂວັນໃຈ ສະບັບທີ 117
Read More »Home
ສວນນໍ້າປ່າພູເຂົາຄວາຍ ສະຖານທີ່ຫຼິ້ນນໍ້າແຫ່ງໃໝ່ ແຂວງວຽງຈັນ
ສະບາຍດີ ແຟນໆຂວັນໃຈ ອາກາດຮ້ອນໆແນວນີ້ ຂວັນໃຈຈະມາແນະນໍາສະຖານທີ່ ໃຫ້ແຟນໆໄດ້ໄປຫຼິ້ນໃນມື້ພັກຜ່ອນ ແລະ ສະຖານທີ່ ຂວັນໃຈຈະມາແນະນໍານັ້ນກໍຄື: “ສວນນໍ້າພູເຂົາຄວາຍ” ນັ້ນເອງ. ສວນນໍ້າພູເຂົາຄວາຍ ຕັ້ງຢູ່ ບ້ານພູເຂົາຄວາຍໃໝ່ ເມືອງທຸລະຄົມ ແຂວງວຽງຈັນ. ທາງໄປເຄື່ອນໄຟຟ້ານໍ້າມັງ3 ເສັ້ນທາງເຂົ້າໄປຫາສວນນໍ້າແມ່ນສະດວກສະບາຍ ເປັນທາງປູຍາງໄປຮອດສວນເລີຍ ແລະ ເປັນອີກສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງຈາກນະຄອນຫຼວງວຽງຈັນໄປຫາສວນນໍ້າປະມານ 1 ຊົ່ວໂມງ ຫຼື 1 ຊົ່ວໂມງກັບ 30 ນາທີ ກໍຮອດສວນນໍ້າແລ້ວ. ຖ້າໃຜຍັງບໍ່ເຄີຍໄປລອງໄປເບິ່ງເດີ້ ແລ້ວທ່ານຈະຕິດໃຈກັບຄວາມງົດງາມ ແລະ ອາກາດທີ່ສົດຊື່ນ, ນໍ້າເຢັນໆຂອງສວນນໍ້າດັ່ງກ່າວ. ສວນນໍ້າປ່າພູເຂົາຄວາຍ ເປີດໃຫ້ບໍລິການທຸກໆວັນເສົາ – ອາທິດ ແລະ ວັນພັກຕ່າງໆ. ສໍາລັບມື້ນີ້ ໄດ້ນໍາເອົາຮູບພາບງາມໆຂອງ ສວນນໍ້າພູເຂົາຄວາຍ ດັ່ງກ່າວມາໃຫ້ແຟນໆຂວັນໃຈໄດ້ຊົມ ຮູບພາບຈະງາມປານໃດນັ້ນໄປເບິ່ງເລີຍ!!! ຂໍ້ມູນ ແລະ ຮູບພາບ: ສວນນໍ້າປ່າພູເຂົາຄວາຍ
Read More »ຈະເປັນແນວໃດ? ເມື່ອອາຈານແມ່ ອາຍຸ 63 ປີ ລຸກຂຶ້ນມາແຕ່ງຕົວໄປກິນເຂົ້າປານຈະໄປເດີນ Fashion ແບບນີ້!
ວ້າວວວ (ວອີກລ້ານຕົວກໍຍັງບໍ່ພໍ) ໝົດຄໍາຊິມາປຽບທຽບກັບແມ່ແທ້ໆ ບອກໄດ້ຄໍາດຽວວ່າ ເລີ໋ດໆໆໆ ເມື່ອສາວຮຸ້ນແມ່ເຖົ້າລຸກຂຶ້ນມາແຕ່ງຕົວປານຈະໄປເດີນ Fashion ແຕ່ຄວາມຈິງແລ້ວເປັນການແຕ່ງຕົວໄປເຮັດວຽກປົກກະຕິ ແລະ ທີ່ສໍາຄັນແມ່ຍັງເປັນອາຈານໃນມະຫາວິທະຍາໄລແຫ່ງໜຶ່ງ ໃນປະເທດສະຫະລັດອາເມຣິກາ ເມື່ອຮູບພາບຂອງລາວຖືກເຜີຍແຜ່ອອກໄປ ກໍເຮັດໃຫ້ຫຼາຍຄົນມີຄວາມສົນໃຈ ແລະ ເປັນຄົນດັງໃນຊົ່ວຂ້າມຄືນ. ເຊິ່ງຄົນທີ່ເຮົາກໍາລັງກ່າວເຖິງໃນນີ້ກໍຄື: ອາຈານ Lyn Slater ອາຍຸ 63 ປີ ຈາກ Frodham University New York ນັ້ນເອງ. ຄົນທໍາມະດາທີ່ມີວິຖີຊີວິດທໍາມະດາ ແຕ່ອາດຈະມີສີສັນຫຼາຍກວ່າຄົນໃນໄວດຽວກັນເລັກໜ້ອຍ ຈັ່ງໃດແຟນໆຂວັນໃຈທີ່ມັກໃນເລື່ອງຂອງ Fashion ກໍຢ່າລຶມເອົາໄປເປັນແບບຢ່າງກັນໄດ້ເດີ້ ເພາະຂັວນໃຈເຊື່ອວ່າ Fashion ບໍ່ໄດ້ກໍານົດເພດໄວ ທຸກຢ່າງມັນຢູ່ທີ່ໃຈ ເຮັດຫຍັງແລ້ວສະບາຍໃຈກໍເຮັດໄປ ເຮັດໃນສິ່ງທີ່ມັກ ແລະ ພໍໃຈແລ້ວຊີວິດຈະມີຄວາມສຸກກວ່າເດີ້ສາວໆ. ເວົ້າມາຫຼາຍເຮົາໄປເບິ່ງ Fashion ໃນ Life Style ຂອງອາຈານແມ່ ກັນດີກວ່າ! By: BeautyGuru …
Read More »1 ພຶດສະພາ 2017 ເປັນຕົ້ນໄປ ຊອງ ຫຼື ຕຸດຢາສູບ ທັງຜະລິດພາຍໃນ ແລະ ຕ່າງປະເທດ ຕ້ອງມີຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດ 75%
ວັນທີ 31 ພຶດສະພາ ຂອງແຕ່ລະປີ, ອົງການອະນາໄມໂລກ ພ້ອມດ້ວຍພາຕີສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ, ລວມທັງ ສປປ ລາວ ໄດ້ພ້ອມກັນສະເຫຼີມສະຫຼອງ ວັນງົດຢາສູບໂລກດ້ວຍການວາງຄໍາຂວັນ ສໍາຫຼັບປີນີ້ແມ່ນ “ຢາສູບ ເປັນໄພຂົ່ມຂູ່ ຕໍ່ການພັດທະນາ” ທັງນີ້ກໍເພື່ອຊຸກຍູ້ບັນດາປະເທດ ນໍາເອົາບັນດານະໂຍບາຍການຄວບຄຸມ ບັນຈຸເຂົ້າໃນແຜນພັດທະນາແຫ່ງຊາດແບບຍືນຍົງ ຮອດປີ 2030, ເພື່ອເປັນການສະເຫຼີມສະຫຼອງ ວັນງົດສູບຢາ ວັນທີ 31 ພຶດສະພາ 2017 ແລະ ເປັນການສະໜອງຂໍ້ມູນຂ່າວສານກ່ຽວກັບຢາສູບໃຫ້ແກ່ສື່ມວນຊົນ ເພື່ອນໍາໄປສື່ສານ ແລະ ໂຄສະນາປະຊາສຳພັນໃຫ້ແກ່ ປະຊາຊົນລາວໃນຂອບເຂດທົ່ວປະເທດຮັບຮູ້. ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2017 ກະຊວງສາທາລະນະສຸກ ຮ່ວມກັບກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ, ໄດ້ຈັດງານສຳມະນາໃຫ້ສື່ມວນຊົນກ່ຽວກັບ ການຄວບຄຸມຢາສູບ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ໂດຍການເປັນປະທານ …
Read More »ງານເປີດຕົວຮູບເງົາແນວລີ້ລັບສະຫຍອງຂວັນ ເລື່ອງ: “ນ້ອງຮັກ”
ໃນຕອນແລງຂອງວັນທີ 8 ພຶດສະພາ 2017 ຢູ່ທີ່ Major Platinum Cineplex ວຽງຈັນເຊັນເຕີ ໄດ້ມີການເປີດຕົວຮູບເງົາເລື່ອງ ນ້ອງຮັກ ( Dearest Sister ) ຈາກຜູ້ຝີມືການກໍາກັບຂອງ ແມັດຕີໂດ ຜູ້ກໍາກັບແມ່ຍິງລາວ ທີ່ໄດ້ນໍາພາຮູບເງົາລາວສູ່ເວທີລະດັບໂລກມາແລ້ວ ແລະ ຍັງເປັນທີ່ຍອມຮັບມາແລ້ວຈາກທີມງານລະດັບ Hollywood. ພາຍໃນງານເປີດຕົວຮູບເງົາດັ່ງກ່ວາຍັງມີແຂກທີ່ມີກຽດ, ຜູ້ກໍາກັບ, ນັກຮ້ອງ ແລະ ນັກສະແດງ ອີກຫຼາຍທ່ານທີ່ເຂົ້າຮ່ວມໃນງານເປີດຕົວຮູບເງົາຄັ້ງນີ້. ຮູບເງົາເລື່ອງນ້ອງຮັກ ເປັນຮູບເງົາແນວລີ້ລັບສະຫຍອງຂັວນ ເລື່ອງທີ່ 2 ຈາກປະເທດລາວ ທີ່ສັນຈອນໄປສາຍໃນເທສະການຮູບເງົາທົ່ວໂລກມາແລ້ວຫຼາຍກວ່າ 24 ເທສະການ ພ້ອມກັບ 3 ລາງວັນຈາກເທສະການຮູບເງົາຜີສຸດມັນ. ຮູບເງົາເລື່ອງນ້ອງຮັກ ໄດ້ນັກສະແດງນໍາໂດຍ ຕ໊ອດລີນ່າ ນັກສະແດງຂວັນໃຈຈາກລາວ ແລະ ນັກສະແດງທີ່ມີຊື່ສຽງອີກຫຼາຍໆທ່ານ ທີ່ໄດ້ຮ່ວມສະແດງໃນເລື່ອງນີ້. ນ້ອງຮັກ (Dearest Sister) “ນົກ” ຍິງສາວຈາກຊົນນະບົດຂອງລາວ …
Read More »