Breaking News

Home

ຈະພາໄປເບີ່ງສາວກູ້ໄພ ໃຈກ້າ ທີ່ມີນໍ້າໃຈເສຍສະຫຼະ ພ້ອມດ້ວຍຄວາມງາມທີ່ບໍ່ເປັນຮອງໃຜ

ສະບາຍດີຕອນເຊົ້າວັນຈັນ ມື້ເລີ່ມຕົ້ນຂອງອາທິດໃໝ່ເດີ້ສາວໆ ແຟນໆຂວັນໃຈ ມື້ນີ້ມາພົບກັບ BeautyGuru ຄົນຜູ້ຮ້າຍໃຫຍ່ຄົນເກົ່າຄົນເດີມ ທີ່ມາພ້ອມກັບເລື່ອງຄວາມສວຍຄວາມງາມທີ່ບໍ່ເປັນຮອງໃຜ (ຂອງຄົນອື່ນ) ແລະ ມື້ນີ້ແອດຈະມານໍາສະເໜີ ບັນດາສາວໆກູ້ໄພ ໃຈກ້າ ແລະ ທີ່ສໍາຄັນມີຄວາມງາມ ບາງຄົນງາມທຽບເທົ່າກັບ ດາລານັກສະແດງພຸ້ນລະ ອັນນີ້ແອດບໍ່ໄດ້ເວົ້າໄປຊື່ໆເດີ້ ເພາະແອດມີຮູບພາບມາຢັ້ງຢືນພ້ອມ ສາວໆແຟນໆຂວັນໃຈຈຶ່ງເວົ້າໃຫ້ແອດບໍ່ໄດ້ວ່າມົ່ວແນວໃດລ່ະ ເພາະໂດຍສ່ວນຕົວແອດມີຄວາມສົນໃຈອາສາກູ້ໄພຢູ່ແລ້ວ ເພາະເຂົາເຈົ້າມີຄວາມເສຍສະຫຼະສູງທີ່ສຸດ ເພາະພວກເຂົາຕ້ອງອົດຫຼັບອົດນອນ ເພື່ອຊ່ວຍເຫຼືອຄົນເຈັບໃນຍາມກາງຄໍ່າ ກາງຄືນ ນີ້ຄືນໍ້າໃຈຮັກຊາດໂດຍແທ້ຈິງ ເວົ້າມາລະຢາກເຫັນກັນແລ້ວແມ່ນບໍ່ວ່າສາວໆກູ້ໄພ ຄົນເກັ່ງທີ່ແອດເອົາມາຕ້ອນຈະງາມສົມກັບທີ່ແອດໂມ້ໄວ້ ຫຼືບໍ່ ໃຜຢາກຮູ້ກໍນໍາກັນມາເບີ່ງກັນເລີຍ!!   By: BeautyGuru ຂໍຂອບໃຈຮູບຈາກ: ຕິດຕາມບ່າວຫຼໍ່-ສາວງາມອາກູ້ຊີບ&ກູ້ໄພ ສປປ ລາວ

Read More »

The City Coffee & Restaurant ຮ້ານໃຈກາງນະຄອນຫຼວງ

Delicous Guide ສະບາຍດີ! ສາວໆ ເພື່ອນໆຜູ້ອ່ານ ແລະ ຕິດຕາມ Delicious Guide ທຸກໆຄົນ ມາພົບພໍ້ກັນອີກແລ້ວ ກັບ ຄໍລຳ (Column) ທີ່ຈະມາແນະນຳຮ້ານທັງເກົ່າ ແລະໃໝ່ ທີ່ອາຫານແຊບໆ ບັນຍາກາດດີໆ ໄດ້ຮັບຄວາມນິຍົມ ທັງຢູ່ໃນນະຄອນຫຼວງວຽງຈັນ ແລະ ຮ້ານອາຫານຈາກແຂວງອື່ນໆທົ່ວປະເທດລາວມາໃຫ້ເພື່ອນໆ ສາວໆຂວັນໃຈໄດ້ຮູ້ຈັກກັນ.  ຜູ້ຂຽນ ຂໍແນະນຳຮ້ານທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໃກ້ກັບປະຕູໄຊຫຼັງສຳນັກງານນາຍົກເລີຍ ເຊິ່ງນີ້ກໍເປັນທີ່ມາຂອງຊື່ຮ້ານ The City Coffee & Restaurant ແຖມ Logo ເພິ່ນຍັງເປັນຮູບປະຕູໄຊນໍາອີກ.   ຮ້ານນີ້ເປີດໃຫ້ບໍລິການເມື່ອ 2 ປີກ່ອນ ສັງເກດໄດ້ວ່າ ເປັນຮ້ານທີ່ມີລູກຄ້າຂ້ອນຂ້າງໜ້າແໜ້ນແຕ່ເຊົ້າຮອດຄ່ຳນັບແຕ່ນັກສຶກສາ, ພະນັກງານຫ້ອງການ, ຊ່ຽວຊານຕ່າງປະເທດ ແລະບຸກຄົນທົ່ວໄປ ແວ່ວຽນມາອຸດໜູນບໍ່ຂາດສາຍ ດ້ວຍຈຸດພິເສດຂອງຮ້ານທີ່ໄດ້ຮວບຮວມເມນູອາຫານ ແລະ ເຄື່ອງດື່ມຫຼາກຫຼາຍປະເພດ ທັງຄາວຫວານແບບນາໆຊາດເຂົ້າມາລວມກັນຢູ່ໃນຮ້ານດຽວ ບໍ່ວ່າຈະເປັນອາຫານລາວ, ໄທ, ຝຣັ່ງ, ເຢຍລະມັນ, ອີຕາລີ…ອາຫານ Fusion Food ເບິ່ງແລ້ວ ຄ້າຍໆເປັນຮ້ານອາຫານຕາມສັ່ງເລີຍ. ເມນູອາຫານຫຼັກໆກໍມີທັງ: ລາບ, ສະເຕັກ (steak), ສະລັດ, ແຊນວິດ (Sandwich), ເຂົ້າຈີ່, ແຮມເບີເກີ້ (Hamburger), ສະປາເກັດຕີ້ …

Read More »

ອາກາດຮ້ອນໆແນວນີ້ໄປທ່ຽວໃສດີ? ຖ້າໃຜບໍ່ຮູ້ຊິໄປທ່ຽວໃສ ( ເຮົາມີສະຖານທີ່ແນະນໍ້າໃຫ້ )

ສະບາຍດີ ບັນດາທີ່ຜູ້ອ່ານທີ່ໜ້າຮັກທັງຫຼາຍຂອງເວັບໄຊ໌ ຂວັນໃຈ ອາກາດຮ້ອນໆແນວນີ້ ຫຼາຍໆທ່ານກໍຢາກໄປລອຍນໍ້າ, ຢາກໄປຫຼິ້ນຕາດ ແລະ ທີມງານ ເວັບໄຊ໌ຂວັນໃຈ ກໍໄດ້ນໍາເອົາສະຖານທີ່ຫຼິ້ນນໍ້າມາໃຫ້ ແຟນໆຂວັນໃຈໄດ້ໄປຫຼິ້ນນໍ້າໃນມື້ອາກາດຮ້ອນແນວນີ້ນັ້ນເອງ ຕາດມູນ – ຕາດປ່າໄລ່ – ຕາດວັງນອງ ແລະ ຕາດວັງນໍ້າເຜີ້ງ ຕັ້ງຢູ່ຫ່າງບໍ່ຈາກກັນຫຼາຍ ເຊິ່ງຢູ່ໃນບໍລິເວນບ້ານວຽງຄໍາ – ຈໍາປາ, ຫ່າງຈາກເສັ້ນທາງເລກທີ 13 ເໜືອເຂົ້າໄປທາງແຍກບ້ານໜອງແຕ່ງປະມານ 15 ນາທີ. ຕາດເຫຼົ່ານີ້ເປັນສະຖານທີ່ທ່ອງທ່ຽວ ທີ່ນິຍົມສໍາລັບການພັກຜ່ອນຢ່ອນໃຈ ຂອງຊາວເມືອງວຽງຈັນ ແລະ ແຂກທີ່ມາຈາກທ້ອງຖິ່ນໃກ້ຄຽງ ເນື່ອງຈາກວ່າຢູ່ບໍ່ໄກຈາກຕົວເມືອງຫຼາຍ. ຢູ່ບໍລິເວນຕາດມີນໍ້າໃສໄຫຼເຢັນ ແລະ ອ້ອມຮອບໄປດ້ວຍຕົ້ນໄມ້ ແລະ ທໍາມະຊາດອັນຂຽວງາມເໝາະແກ່ການຊຸມແຊວ – ກິນເຂົ້າປ່າ ແລະ ລົງຫຼິ້ນນໍ້າເຢັນສະບາຍກັບຄອບຄົວ ແລະ ໝູ່ເພື່ອນໃນມື້ພັກທ້າຍອາທິດ ຫຼື ມື້ພັກຜ່ອນ  ຕາດເຫຼົ່ານີ້ເປີດບໍລິການແກ່ທຸກທ່ານທຸກມື້ ຕັ້ງແຕ່ເວລາ 08:00 – …

Read More »

ຍອດທະບຽນລົດໃໝ່ເພີ່ມຂຶ້ນ

  ອີງຕາມຂໍ້ມູນຈາກການຄຸ້ມຄອງພາຫະນະ ແລະ ຂັບຂີ່ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 2 ເດືອນ ມັງກອນ-ກຸມພາ ປີ 2017 ມີລົດໃໝ່ມາ ຂຶ້ນທະບຽນທັງໝົດແລ້ວ 8.972 ຄັນ. ຈາກການເພີ່ມຂຶ້ນຂອງລົດດັ່ງກ່າວ ໄດ້ເຮັດໃຫ້ເວລານີ້ລົດຢູ່ນະຄອນຫຼວງວຽງຈັນແຕ່ປີ 2000 ມາຮອດປັດຈຸບັນມີລົດ ຂຶ້ນທະບຽນແລ້ວ 807.991 ຄັນ. ໃນນີ້ ສະເພາະປີ 2000 ມີລົດຂຶ້ນທະບຽນ 11,29 ພັນຄັນ, ປີ 2001 ມີ 52,59 ພັນຄັນ, 2002 ມີ 39 ພັນຄັນ, 2003 ມີ 40 ພັນກວ່າຄັນ, 2004​ ມີ 30 ກວ່າຄັນ, ປີ 2005 ມີ …

Read More »

ເພງສາກົນ”Shape Of You” ຂອງ Ed Sheeran ຄອງຕໍາແໜ່ງເພງຍອດຮິດໃນ Billboard

  ເພງຂອງນັກຮ້ອງຊື່ດັງ Ed Sheeran ນັກຮ້ອງໜຸ່ມຈາກເມືອງຜູ້ດີຈາກ ປະເທດ ອັງກິດ ເພງນັ້ນກໍຄື “Shape Of You” ຂຶ້ນຄອງຕຳແໜ່ງເພງຍອດຮິດໃນ www.billboard.com hot 100 ມາແລ້ວເຖິງ 8 ອາທິດຕິດຕໍ່ກັນ ແລະ ຍັງບໍ່ມີທີທ່າວ່າເພງນີ້ຈະລົງຈາກ Chart Billboard  ງ່າຍໆ ເພາະເປັນເພງທີ່ກຳລັງໄດ້ຮັບຄວາມນິຍົມ ຈົນເຮັດໃຫ້ມີຄົນນຳເພງນີ້ໄປ Cover ເປັນຈຳນວນຫຼວງຫຼາຍ, ສຳລັບໜຸ່ມຄົນນີ້ມີຜົນງານມາແລ້ວຢ່າງຫຼາກຫຼາຍເຊັ່ນເພງ: Thinking Out Loud, Photograph, Castle On The Hill ແລະ ຍັງມີອີກຫຼາຍໆບົດເພງຂອງໜຸ່ມຄົນນີ້. ດັ່ງນັ້ນລອງມາຟັງກັນເບິ່ງ ແລະ ຮັບຮອງເພງນີ້ມ່ວນແນ່ນອນ… via: Ed Sheeran

Read More »