Breaking News

Home

ສົມຈັນ ຝຣັ່ງເວົ້າລາວ ເບິ່ງຄລິບແລ້ວໜ້າຮັກດີ!!!

  ສົມຈັນ ຝຣັ່ງເວົ້າລາວ ເຊື່ອວ່າແຟນເພສຫຼາຍໆທ່ານກໍຄົງຈະຮູ້ຈັກກັບໜຸ່ມຝຣັ່ງສັນຊາດ ອາເມຣິກາ ຄົນນີ້ ເພາະທ້າວມີຄວາມໂດ່ງດັງມາຈາກຄລິບຕ່າງໆທີ່ໄດ້ໂພສລົງທາງເພສ Facebook ຂອງ ສົມຈັນ ເອງ, ແຕ່ຖ້າແຟນໆທ່ານໃດທີ່ຍັງບໍ່ຮູ້ວ່າໜຸ່ມ ຝຣັ່ງ ຄົນນີ້ແມ່ນໃຜ ຊະນີIndy ກໍໄດ້ໄປສືບມາແລ້ວວ່າ ໜຸ່ມຄົນນີ້ມີຊື່ແທ້ວ່າ: Gabriel Kupeman ແຕ່ສ່ວນຫຼາຍຄົນລາວເຮົາຈະຮູ້ທ້າວໃນນາມວ່າ ສົມຈັນ, ເປັນຜູ້ກໍ່ຕັ້ງ ບຸນມະໂຫລານ ຮູບເງົາຫຼວງພະບາງ (Luang Prabang Film, Festival) ເປັນຄົນສັນຊາດ ອາເມຣິກາ ຈາກລັດ ວໍຊິງຕັນ ດີຊີ, ຍ້າຍມາຢູ່ລາວຕັ້ງແຕ່ປີ 2008 ເພື່ອມາຊ່ວຍພັດທະນາອຸດສາຫະກຳຮູບເງົາ, ປັດຈຸບັນອາໄສຢູ່ ແຂວງ ຫຼວງພະບາງ. ຊະນີIndy ເບິ່ງຄລິບ ໜຸ່ມຝຣັ່ງ ສົມຈັນແລ້ວ ຮູ້ສຶກວ່າມີຄວາມໜ້າຮັກດີ ເພາະເວົ້າສຳນຽງລາວຢ່າງຊັດຖ້ອຍຊັດຄຳ ເລີຍນຳມາຝາກແຟນເພສ ລອງມາເບິ່ງກັນເບິ່ງເດີ້ ວ່າຈະໜ້າຮັກແທ້ບໍ່ນໍ… ? ? …

Read More »

ມາຮູ້ຈັກກັບ ການກະທໍາໃນຊີວິດປະຈໍາວັນທີ່ເປັນມຸງຄຸນແກ່ຊີວິດ (ມຸງຄຸນຊີວິດ 35 ປະການ) ແຊຮເອົາບຸນນໍາກັນ

ມຸງຄຸນຊີວິດ 35 ປະການ ສະບາຍດີສາວໆແຟນໆຂັວນໃຈທີ່ໜ້າຮັກ ມື້ນີ້ມາພົບກັນໃນຄໍບຸນເນາະ ຈະພາສາວໆໄປຮູ້ຈັກກັບ ມຸງຄຸນຊີວິດ 35 ປະການ ໂດຍມຸງຄຸນຊີວິດນີ້ແມ່ນຕັ້ງຢູ່ບົນພື້ນຖານຂອງພຸດທະສາສະໜາ ເປັນຄໍາສອນຂອງພຸດທະສາສະໜາ ທີ່ຕັ້ງໄວ້ເພື່ອສອນໃຫ້ຊາວພຸດທະບໍຣິສັດທັງຫຼາຍ ບໍ່ກະທໍາກໍາຊົ່ວ, ເຮັດແຕ່ສິ່ງດີໆ ແລ້ວເຮົາກໍຈະໄດ້ສິ່ງດີໆເຫຼົ່ານັ້ນກັບຄືນມານັ້ນເອງ. ແຕ່ກົງກັນຂ້າມເມື່ອເຮົາກະທໍາກັມຊົ່ວ ຄິດບໍ່ດີ, ກະທໍາບໍ່ດີກັບຄົນອື່ນ ສິ່ງບໍ່ດີເຫຼົ່ານັ້ນກໍຈະກັບຄືນມາຫາເຮົາບໍ່ໄວ ກໍຊ້າ ແຕ່ເຊື່ອວ່າກັມນັ້ນບໍ່ຫາຍໄປໃສແນ່ນອນ ນີ້ກໍແມ່ນຫຼັກຄໍາສອນຂອງພຸດທະສາສະໜາເຊັ່ນດຽວກັນ. ສາວໆແຟນໆຂັວນໃຈ ເມື່ອເວົ້າເຖິງມຸງຄຸນຊີວິດນັ້ນກໍມີຫຼາຍປະການດ້ວຍກັນ ແຕ່ມື້ນີ້ເຮົາຈະມານໍາສະເໜີແຟນໆພຽງ 35 ປະການເທົ່ານັ້ນ ເພາະຖ້າສະເໜີໄປຫຼາຍດຽວຈະເບື່ອອ່ານກັນກ່ອນເນາະ ໄປເບີ່ງກັນເລີຍ ການບໍ່ຄົບຄົນພານເປັນມົງຄຸນແກ່ຊີວິດ ການຄົບບັນດິດຊີວິດມີມົງຄຸນ ການບູຊາຄົນທີ່ຄວນບູຊາ ການຢູ່ໃນບ່ອນອັນສົມຄວນ ເຄີຍເຮັດບຸນມາກ່ອນ ການຕັ້ງຄົນທີ່ມັກ ການເປັນພະຫູສູດ (ມັກສູດມົນ) ການຮອບຮູ້ໃນສິລະປະ ມີວິໄນທີ່ດີ ກ່າວວາຈາອັນສຸພາບ, ອ່ອນນ້ອມ ການບໍາລຸງບິດາມາດາ ການສົງເຄາະບຸດ ການສົງເຄາະພັນລະຍາ ການເຮັດວຽກບໍ່ໃຫ້ຄ້າງຄາ ການໃຫ້ທານ ການປະພຶດທັມ ການສົງເຄາະຍາດພີ່ນ້ອງ ເຮັດວຽກທີ່ບໍ່ມີໂທດ (ເຮັດວຽກສຸດຈະລິດ, …

Read More »

ແພນເຄັກ ໂພສຂອບໃຈແຟນໆຊາວລາວ ພ້ອມຈັດງານ Meet and Greet ບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ!!!

ແພນເຄັກ ເຂມມະນິດ ຈາມິກອນ ດາລາ-ນາງແບບແຖວໜ້າ ຈາກປະເທດໄທ ໂພສຂອບໃຈແຟນຊາວລາວໃນອິນສະຕຣາແກຼມສ່ວນຕົວ ໃນວັນທີ 19 ມີນາ 2017, ພ້ອມທັງຈັດງານ Meet and Greet ໃຫ້ແຟນໆໄດ້ໃກ້ຊິດກັນຢ່າງອົບອຸ່ນ ແລະ ດາລາຊື່ດັງຍັງໄດ້ໂພສຄລິບກິນເຂົ້າຈີ່ປາເຕ້ຂອງລາວເຮົາເປັນເທື່ອທຳອິດ ພ້ອມທັງບອກວ່າແຊບຫຼາຍ ກິນເທື່ອດຽວເຖິງຂັ້ນຕິດໃຈ, ຍັງບໍ່ໝົດນາງຍັງມີຄວາມດີໃຈທີ່ແຟນຄຣັບຊາວລາວມອບສິ້ນຜືນງາມເປັນຂອງຝາກໃຫ້ດາລາສາວກັບບ້ານ ແລະ ນາງຍັງສັນຍາວ່າຖ້າມີໂອກາດໄດ້ມາ ປະເທດລາວ ອີກນາງກໍຈະນຸ່ງສິ້ນຜືນງາມມາໃຫ້ເບິ່ງແນ່ນອນ. Lovely time with all fans ka. Thank you for coming na ka. ขอบใจหลายหลายเด้อ!!!! ?????????? #khemanito #pancakekhemanitofficial A post shared by PANCAKE KHEMANIT JAMIKORN (@khemanito) on Mar 18, …

Read More »

ງານ Vientiane WOW Fashion Week 2017

  ໃນການສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວສູ່ປີທີ 6 ຂອງວາລສານ ວ້າວ (wow Magazine) ເມື່ອວັນເສົາ ທີ 18 ມີນາ 2017 ທີຜ່ານມາ ທີ່ໂຮງແຮມແລນມາກ ວາລະສານ ວ້າວ ໄດ້ຈັດ ກິດຈະກໍາການສະແດງ Fashion ສຸດພິເສດແຫ່ງປີ ໂດຍມີຊື່ວ່າ: “Vientiane WOW Fashion Week 2017” ຂຶ້ນຢ່າງຍິ່ງໃຫຍ່. ງານ “Vientiane WOW Fashion Week 2017” ເປັນກິດຈະກໍາການສະແດງ Fashion ຈາກນັກອອກແບບລະດັບ ແຖວໜ້າ ຂອງ 2 ປະເທດ ສປປ ລາວ-ໄທ ຊຶ່ງມາໃນເຄື່ອງແຕ່ງກາຍທີ່ຫຼູຫຼາ ໂດຍ Collection ຕ້ອນຮັບ Summer …

Read More »

ມ່ວນຫຼາຍ!!! Joss Stone ສິລະປິນສາວຊື່ດັງລະດັບໂລກ Cover ເພງ “ຈໍາປາເມືອງລາວ” (ມີ Clip)

ສິລະປິນສາວສັນຊາດ ອັງກິດ Joss Stone ນັກຮ້ອງ-ສິລະປິນລະດັບໂລກ Cover ເພງ “ຈຳປາເມືອງລາວ” ຮ່ວມກັບ ໂຈ ພູມະໂນ ສິລະປິນໜຸ່ມລາວ, ເຊິ່ງບົດເພງ “ຈຳປາເມືອງລາວ”  ເປັນບົດເພງປະຈຳຊາດຂອງລາວເຮົາ ແລະ  ເປັນອີກບົດເພງໜຶ່ງທີ່ມ່ວນຫຼາຍຈົນເຮັດໃຫ້  Joss ມີຄວາມສົນໃຈໃນບົດເພງນີ້ ແລະ Cover ບົດເພງ “ຈຳປາເມືອງລາວ” ແລ້ວປ່ອຍລົງໃນ YouTube ເພື່ອໃຫ້ຜູ້ຄົນໄດ້ເຫັນກັນທົ່ວໂລກ. Joss Stone ເປັນນັກຮ້ອງສິລະປິນຍິງທີ່ມີພະລັງສຽງຊົງພະລັງ ແລະ ມີຊື່ສຽງລະດັບໂລກ ໂດຍເພງຮິດຂອງສາວຄົນນີ້ກໍມີຫຼາຍບົດເພງເຊັ່ນ: Stuck On You, The Love We Had, You Had Me, It’s a Man’s World ແລະ ຍັງມີອີກຫຼາຍຫຼາຍບົດເພງທີ່ມ່ວນ, ຫຼ້າສຸດນັກຮ້ອງສາວ Joss Stone …

Read More »