Breaking News

Home

ແມ່ຍິງທີ່ງາມ, ເກັ່ງ ພ້ອມທັງຈິດໃຈງາມບໍ່ມີແຕ່ນາງເອກໃນຮູບເງົາເດີ້!!​ ສາວຄົນນີ້ຈະເຮັດໃຫ້ທຸກຄົນຮູ້ວ່າ ແມ່ຍິງຄວນໄດ້ຮັບການປົກປ້ອງຫຼາຍກວ່ານີ້!

ຄໍລໍາ: Chic Working Women ໃຜວ່າແມ່ຍິງບໍ່ສາມາດເຮັດວຽກພາກສະໜາມໄດ້, ບໍ່ມີຄວາມສໍາເລັດໃດທີ່ປາສະຈາກຄວາມຮ່ວມມື ຫຼືການສະໜັບສະໜູນຈາກແມ່ຍິງ ສະນັ້ນ ແມ່ຍິງຄວນໄດ້ຮັບການຍອມຮັບ ແລະ ເຊື່ອໝັ້ນຈາກສັງຄົມ ໃນທຸກວຽກງານ ບໍ່ສະເພາະແຕ່ການທີ່ມີກົດໝາຍຄຸ້ມຄອງສິດທິແມ່ຍິງເທົ່ານັ້ນ ແຕ່ຕ້ອງຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍສະເພາະແມ່ນການໃຊ້ຄວາມຮຸນແຮງຕໍ່ຈິດໃຈ ນີ້ຄືຄໍາເວົ້າຂອງສາວ ວັນມີນາ ພັນທະວົງ (ມີນາ) ຜູ້ຊ່ຽວຊານດ້ານສຸຂະພາບສາວ ກັບວຽກງານປົກປ້ອງສິດທິແມ່ຍິງ, ທີ່ສໍາຄັນສາວຄົນນີ້ຍັງເປັນ Trainer Fitness ນໍາອີກ ວ້າວໆ ເກັ່ງໄດ້ໃຈອີ່ຫຼີ ສໍາລັບສໍາລັບສາວຄົນນີ້ ສ່ວນຂໍ້ມູນເພີ່ມຕື່ມ ສໍາລັບສາວມີນາ ສາມາດຕິດຕາມໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ. ວັນມີນາ ພັນທະວົງ (ມີນາ) ຜູ້ຊ່ຽວຊານດ້ານສຸຂະພາບສາວ …

Read More »

ຖ້າໃຜໄປທ່ຽວຊຽງຂວາງຢ່າລືມໄປທ່ຽວສະຖານທີ່ແຫ່ງນີ້ເດີ້!!

ມື້ນີ້ຈະພາໄປທ່ຽວແຂວງຊຽງຂວາງ ໄປແຊ່ນໍ້າອຸ່ນນໍ້າກັນ ບໍ່ນໍ້າຮ້ອນເກີດຂຶ້ນຢູ່ຫຼາຍແຫ່ງໃນແຂວງຊຽງຂວາງ ແຕ່ຫຼາຍກວ່າໝູ່ແມ່ນຢູ່ໃນເມືອງຄໍາ ແລະ ໜຶ່ງໃນບັນດາບໍ່ນໍ້າຮ້ອນທີ່ໂດດເດັ່ນຢູ່ໃນເມືອງຄໍາ ກໍ່ແມ່ນບໍ່ນໍາຮ້ອນບ້ານນາທອງນັ້ນເອງ. ບໍ່ນໍ້າຮ້ອນບ້ານນາທອງນີ້ ຕັ້ງຢູ່ຫ່າງຈາກເທສະບານເມືອງຄໍາພຽງແຕ່ 800 ແມັດ ແລະ ເປັນບໍ່ນໍ້າຮ້ອນທີ່ເກີດຈາກຫຼືບຫີນ ເຊິ່ງບໍ່ນໍ້າຮ້ອນແຫ່ງນີ້ມີນໍ້າໃສສະອາດ ແລະ ໄຫຼຕະຫຼອດປີ. ບໍ່ນໍ້າຮ້ອນແຫ່ງນີ້ມີອຸນຫະພູມປະມານ 45 – 50 ອົງສາ ແລະ ປັດຈຸບັນ ປະຊາຊົນໄດ້ສ້າງເປັນອ່າງ ເພື່ອເປັນບ່ອນອາບນໍ້າໃນລະດູໜາວ ເຊິ່ງເໝາະສົມທີ່ສຸດໃນການພັກຜ່ອນຢ່ອນໃຈ ໂດຍການລົງແຊ່ບໍ່ນໍ້າຮ້ອນໃຫ້ເຊົາອິດເມື່ອຍ ແລະ ເປັນການສ້າງຄວາມສົດຊື່ນໃຫ້ຮ່າງກາຍ ແລະ ຈິດໃຈອີກດ້ວຍ ຖ້າທ່ານໃດຢ່າກໄປພັກຜ່ອນກໍ່ສາມາດໄປໄດ້ ເຊິ່ງເພິ່ນເປີດໃຫ້ບໍລິການທຸກມື້. ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ເຄຼດິດຮູບພາບ: google.com

Read More »

ເຕືອນໄພລົມພາຍຸລະດູຮ້ອນ 25-27 ມີນາ 2017

  ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໃນມື້ນີ້ (23 ມີນາ) ວ່າ: ມວນອາກາດໜາວເຢັນຈາກ ສປ.ຈີນ ຈະເພີ່ມກຳລັງແຮງຂຶ້ນຕື່ມອີກເທື່ອໃໝ່ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວສົມທົບກັບ 2 ກະແສລົມຕາເວັນອອກສຽງໃຕ້ ແລະ ລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ ພັດປົກຄຸມໃນໄລຍະ ວັນທີ 25-27 ມີນາ 2017 ເຮັດໃຫ້ເກີດມີແລວປະທະຂອງມວນອາກາດຮ້ອນ ແລະ ອາກາດເຢັນ. ເຊິ່ງຈະເຮັດໃຫ້ມີລົມພາຍຸລະດູຮ້ອນເກີດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ໃນໄລຍະດັ່ງກ່າວ.   ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ແຂວງຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ,​ ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ຈໍາປາສັກ ຈົ່ງມີສະຕິກຽມພ້ອມຮັບມື້ກັບສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ, ລົມພັດແຮງທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ …

Read More »

ນາງແບບ-ນາຍແບບ ຈາກລາວຮ່ວມເດີນແບບທີ່ປະເທດໄທ

ນາງແບບ ແລະ ນາຍແບບ ຈາກປະເທດລາວເຮົາ  ຈາກຄ້າຍ First Modeling ຮ່ວມເດີນແບບໃນງານ “ເທສະການຮູບເງົາເມືອງແຄນ” ຄັ້ງທີ 3 ທີ່ຈັງຫວັດ ຂອນແກ່ນ ປະເທດໄທ, ເຊິ່ງໃນງານເຕັມໄປດ້ວຍການເດີນແບບສຸດອະລັງການຂອງນາງແບບ ນາຍແບບ ຈາກລາວ ແລະ ໄທ, ສຳລັບນາງແບບ-ນາຍແບບ ຈາກລາວເຮົານັ້ນນຳທີມໂດຍ ເມ ວະລິສະລາ ຕັງສຸວັນ,ເບບີ້ ປິຍະມາດ, ຈ່ອນນີ່ ໄຊຍະສານ, ມິມີ່ ພູນຊັບ  ແລະ ຍັງມີນ້ອງໆນາງແບບ-ນາຍແບບ ອີກຈຳນວນຫຼວງຫຼາຍ ໃນການເດີນແບບໃນຄັ້ງນີ້ ຖືເປັນການໄດ້ເຜີຍແຜ່ຊຸດໄໝລາວ ເອກະລັກປະເພນີລາວ ແລະ ໄດ້ເຜີຍແຜ່ຄວາມສາມາດຂອງໄວໜຸ່ມຍຸກໃໝ່ຂອງລາວເຮົາ ທີ່ມີຄວາມສາມາດບໍ່ດ້ອຍຈາກປະເທດອື່ນ. #ແຊຣໄປໃຫ້ໂລກຮູ້ວ່າລາວເຮົາມີດີ       ຂໍຂອບໃຈຮູບພາບຈາກ: Firstmodelinglao

Read More »

ມາຮູ້ຈັກກັບ Brand ນ້ອງໃໝ່ ທີ່ມາຮ່ວມໃນງານ Vientiane Wow Fashion Week 2017

ສະບາຍດີສາວໆຕ້ອນຮັບສູ່ຕອນເຊົ້າວັນພະຫັດ ມື້ນີ້ກໍບໍ່ມີຫຍັງຫຼາຍ BeautyGuru ຈະມາແນະນໍາໃຫ້ສາວໆຮູ້ຈັກກັບສາວງາມ ພ້ອມກັບຄວາມສາມາດ ເຈົ້າຂອງ Brand ເຄື່ອງນຸ່ງ ນ້ອງໃໝ່ທີ່ມາຮ່ວມໃນງານ Vientiane Wow Fashion Week 2017 .  ເພາະເມື່ອເຫັນເສື້ອຜ້າ ແລະ ຊຸດທີ່ນາງອອກແບບແລ້ວ ເຫັນໄດ້ວ່າງາມສົມກັບຄົນອອກແບບ ແລະ ສະດູດຕາເຕັມໆເລີຍລະ. ສາວໆຢາກຮູ້ແລ້ວບໍ່ວ່າສາວຄົນນີ້ແມ່ນໃຜ? ມາເບີ່ງກັນເລີຍ!!! ສາວຄົນນັ້ນກໍຄື: ສາວ ວີນາ ຈັນພະນາ ເຈົ້າຂອງ Brand Vina ນັ້ນເອງ ເຮົາໄປເບີ່ງທັງໜ້າຕາ ແລະ ເສື້ອຜ້າທີ່ນາງອອກແບບກັນເລີຍດີກວ່າ. ໄປເລີຍ ວີນາ ເຈົ້າຂອງ Brand Vina ຊຸດທີ່ໃຊ້ເຂົ້າໃນງານເດີນແບບ Vientiane Wow Fashion Week 2017 By: BeautyGuru ຂໍຂອບໃຈຮູບຈາກ: Vina Brand …

Read More »