ຄໍາທໍານາຍ ບຸນປີໃໝ່ລາວ ພສ 2560 (ຄສ 2017) ສະບາຍດີສາວໆ ຕ້ອນຮັບສູ່ຕອນເຊົ້າວັນຈັນ ອາກາດເຢັນໆໃນມື້ນີ້ ໄລຍະນີ້ກໍເອີ້ນໄດ້ວ່າເປັນໄລຍະກະກຽມສູ່ປະເພນີບຸນປີໃໝ່ລາວກັນແລ້ວ ຊິ່ງບຸນປີໃໝ່ລາວເປັນບຸນປະເພນີ 1 ໃນຮີດສິບຂອງ ຮີດຂອງຄົນລາວທີ່ໄດ້ປະຕິບັດກັນມາແຕ່ສະໄໝບູຮານກັແລ້ວ ຈົນມາຮອດປັດຈຸບັນບຸນປີໃໝ່ໄດ້ກາຍເປັນ ປະເພນີທີ່ຄົນລາວ ກໍຄືຊາວພຸດທະບໍຣິສັດທັງຫຼາຍຈົດຈໍາໄດ້ດີ ແລະ ໃຫ້ຄວາມສໍາຄັນຫຼາຍ ເພາະຄົນລາວສ່ວນຫຼາຍທີ່ຢູ່ຕ່າງແຂວງມາອາໄສຢູ່ໃນເມືອງ ຫຼືຄົນລາວທີ່ອາໄສຢູ່ຕ່າງປະເທດ ກໍຈະມັກຖືເອົາໂອກາດບຸນປີໃໝ່ລາວນີ້ ເປັນມື້ພັກຜ່ອນເພື່ອໄປຢ້ຽມພໍ່ແມ່ ຍາດຕິພີ່ນ້ອງທີ່ຢູ່ທາງບ້ານເກີດ ແລະ ມື້ນີ້ BeautyGuru ຈະມາສະເໜີໃຫ້ສາວໆຮູ້ກ່ຽວກັບຄໍາທໍານາຍ ປີໃໝ່ລາວ ພສ 2568 ນີ້ວ່າຈະດໍາເນີນໄປແນວໃດແດ່ ແລະ ນາງສັງຂານຂີ່ຫຍັງ, ມີນາມວ່າຫຍັງ? ແລະ ການດໍາລົງຊີວິດຈະເປັນແນວໃດນັ້ນ ເຮົາໄປຮູ້ຈັກພ້ອມໆກັນເລີຍ ປະຕິທີນ ປີລະກາ, ນົບພະສົກ, ປົກຕິມາດ ພສ 2560, ຈສ 1397, ຄສ 2017 ວັນສັງຂານລ່ວງ: ວັນສຸກ …
Read More »Home
ແມ່ຍິງທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” (ມະລາວັນ ແມັດຕີ້ໂດ) ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ
ຄໍລໍາ: Entertainment Lao ສໍາລັບຄົນມີຝັນຫ້າມພາດກັບຄໍລໍານີ້ ກັບການສໍາພາດ ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ແມ່ຍິງຄົນນີ້ທີ່ບອກເຮົາວ່າ ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກນີ້ເລີຍ ຍ້ອນແນວນີ້ ຈຶ່ງເຮັດໃຫ້ນາງປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານຫຼ້າສຸດທີ່ກໍາລັງຈະອອກສາຍ ໃນຮູບເງົາເລື່ອງ “ນ້ອງຮັກ” (Dearest Sister) ສໍາລັບຂໍ້ມູນເຕັມ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ມີນາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.
Read More »ມາແລ້ວ! ເມນູໃໝ່ປະຈຳໜ້າຮ້ອນ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານ Swensen’s Laos
ເປີດໂຕຢ່າງເປັນທາງການແລ້ວ ສຳລັບກະແລັມລົດຊາດໃໝ່ຫຼ້າສຸດ “ໝາກມ່ວງອົກລ້ອງທອງ ຊັນເດ” ຈາກຮ້ານກະແລັມຍອດນິຍົມ Swensen’s Laos ເຊິ່ງໃນໜ້າຮ້ອນປີນີ້ຈະມີ 2 ລົດຊາດໃໝ່ຄື ແມງໂກ້ ອົກລ້ອງທອງ ແລະ ແມງໂກ້ ຊອດເບທ໌ ແລະ ຈະເສີບມາເປັນເມນູເຖິງ 6 ເມນູເຊັ່ນ: ແມງໂກ ດີໄລ້ (Mango Delight), ແມງໂກ້ໂບດ (Mango Boat), ແມງໂກ້ ເຮີລີເຄນ (Mango Hurricane), ແມງໂກ້ ສະມູດຕີ້ (Mango Smoothie), ແມງໂກ້ ເຄຣັບ (Mango Crepe), ແມງໂກ້ ທີໂອ້ (Mango Trio) ແລະ ລາຄາກໍເລີ່ມຕົ້ນຕັ້ງແຕ່ 28.000 ພັນກີບໄປຈົນເຖິງ 65.000 ພັນກີບ ຈາກການສຳພາດ ທ່ານ ນິກອນ ທ່ຽງທຳ …
Read More »ມາເບິ່ງ! Life Style ຂອງ ຫຼິງຫຼິງ ປິຍະດາ ສາວປະເພດສອງອັນດັບໜຶ່ງ!
ບໍ່ວ່າຈະເບິ່ງຍາມໃດສາວ ຫຼິງຫຼິງ ປິຍະດາ ສາວປະເພດສອງອັນດັບໜຶ່ງຂອງລາວເຮົາກໍມີຄວາມງາມ ໜ້າຮັກ ມີຄວາມລຽບຫຼູດູດີຢູ່ຕະລອດເວລາ, ໃນມື້ນີ້ ຊະນີIndy ກໍມີໂອກາດໄດ້ໄປສ່ອງ IG ຂອງດາລາ-ນັກສະແດງສາວຄົນນີ້ ເລີຍເຫັນ Life Style ສຸດເລີດ…ຂອງນາງ ບໍ່ວ່າຈະເປັນການໃຊ້ຊີວິດເພາະນາງມັກໂພສຮູບພາບໄປທ່ອງທ່ຽວໃນສະຖານທີ່ ແລະ ປະເທດຕ່າງໆ ແຖມເສື້ອຜ້າໜ້າຜົມນາງກໍມີຄວາມງາມຄົບເຄື່ອງຢູ່ຕະຫຼອດເວລາ ບອກໄດ້ເລີຍວ່າສາວຄົນນີ້ນອກຈາກຈະມັກຄວາມສວຍຄວາມງາມສົມກັບເປັນສາວປະເພດສອງອັນດັບໜຶ່ງຂອງບ້ານເຮົາແລ້ວ ນາງຍັງມັກການທ່ອງທ່ຽວເປັນຊີວິດຈິດໃຈ #ແຊຣໄປໃຫ້ໂລກຮູ້ວ່າສາວສອງບ້ານເຮົາເລີດ…ສຸດໆ #ท่านั่งของลิงลิง??? A post shared by I'm Lingling Piyadar(laos) (@lingpiyadar) on Mar 21, 2017 at 7:17pm PDT ใช้ชีวิตในฝัน ฝันที่เป็นจริง ? A post shared by I'm Lingling Piyadar(laos) (@lingpiyadar) on Mar …
Read More »ແອບເປີ້ນ ສີສະຫວຽນ ແລະ ຟຸກ ຈິລະ ກຳລັງຈະເຂົ້າພິທີວິວາໃນໄວໆນີ້
ເປັນຄູ່ຮັກ Idol ເລີຍກໍວ່າໄດ້ສຳລັບ ແອບເປີ້ນ ສີສະຫວຽນ (ນັກສະແດງ-ພິທີກອນຊື່ດັງຂອງລາວເຮົາ) ແລະ ຟຸກ ຈິລະ (ນັກຮ້ອງ-ນັກສະແດງຂອງປະເທດໄທ) ທີ່ຄົບຫາກັນມາຢ່າງຍາວນານກວ່າ 10 ປີ ແລະ ຫຼ້າສຸດໜຸ່ມ ຟຸກ ກໍໄດ້ອອກມາເປີດເຜີຍຂ່າວດີວ່າທັງສອງໄດ້ເລິກງາມຍາມດີ ຈັດພິທີງານແຕ່ງດອງໃນວັນທີ 3 ພະຈິກ 2017 ທີ່ຈະມາເຖິງນີ້, ເຊິ່ງພິທີໃນງານມົງຄົນສົມລົດທີ່ຈະຈັດຂຶ້ນໄວໆນີ້ ໜຸ່ມ ຟຸກ ຍັງເປີດເຜີຍອີກວ່າຈະຈັດຂຶ້ນທີ່ເຮືອນຫໍຂອງທັງສອງໃນເຂດ ບາງນາ (ປະເທດໄທ) ຈະຈັດເປັນ 3 ປະເພນີເຊັ່ນ: ປະເພນີແບບໄທ (ຕັກບາດ-ແຫ່ຂັນໝາກ), ປະເພນີແບບ ຈີນ (ປະເພນີຍົກນໍ້າຊາ) ແລະ ປະເພນີແບບລາວຄື ບາສີ-ສູ່ຂວັນ, ຄາດວ່າໃນງານຈະໃຊ້ຊຸດທັງໝົດ 4 ຊຸດດ້ວຍກັນ. ຢ່າງໃດ ເວັບໄຊ້ ຂວັນໃຈ ແລະ ແຟນໆ ກໍຂໍສະແດງຄວາມຍິນດີກັບທັງສອງຄົນນຳເດີ້ ຂໍໃຫ້ມີຄວາມສຸກ ມີລູກເຕັມບ້ານຫຼານເຕັມເມືອງ …
Read More »