ຍັງເປັນກະແສກັນເລື້ອຍໆສຳລັບນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ທີ່ໄປປະກວດສາວງາມປະເພດສອງໃນເວທີລະດັບໂລກ “Miss International Queen 2016” ຈົນສ້າງຊື່ສຽງໃຫ້ປະເທດລາວເຮົາໂດຍການຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ມາໄດ້ ແລະ ສ້າງສຽງຮືຮາໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວໄດ້ຮ່ວມຍິນດີກັນຖ້ວນໜ້າ, ພໍສຳເລັດການປະກວດວັນໃໝ່ກໍເປັນທີ່ຮູ້ຈັກ ແລະ ຖືກຕິດຕາມຈາກແຟນໆຫຼາຍພໍສົມຄວນ ແລະ ຫຼ້າສຸດເຟັກບຸກສ່ວນຕົວຂອງວັນໃໝ່ກໍໄດ້ໂພສຮູບຄູ່ກັບໝຸ່ມເຈົ້າຊູ້ໜ້າຕາດີນາມວ່າ ອາເລັກ ແລະ ຂຽນຄຳອະທິບາຍເທິງຮູບພາບວ່າ “ຄິດຮອດ Miss you” ພໍແຕ່ວັນໃໝ່ໂພສຮູບບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆເຂົ້າໄປກົດໄລ້ ຄອມເມັ້ນຮູບພາບກັນແບບລົວໆ ທັງສະແດງຄວາມຍິນດີ ທັງບອກວ່າຄູ່ນີ້ເໝາະສົມກັນ ແລະ ຍັງມີຄົນສົງໃສອີກຕ່າງໆນາໆວ່າ ຫຼືໜຸ່ມຄົນນີ້ອາດຈະເປັນໜຸ່ມທີ່ກຸມຫົວໃຈນ້ອງວັນໃໝ່ຢູ່ກໍເປັນໄດ້ ເຖິງຢ່າງໃດກໍຕາມຍັງບໍ່ມີການເປີດເຜີຍໃດໆຈາກນ້ອງ ວັນໃໝ່ ຫຼື ໜຸ່ມອາເລັກ ຄົນທີ່ຢູ່ໃນຮູບພາບ, ຈົ່ງຕິດຕາມກັນຕໍ່ໄປວ່າຈະມີຄວາມຄືບໜ້າຢ່າງໃດ ແລະ ທາງທີມງານເຮົາກໍຈະນຳເອົາຂ່າວສານຂອງນ້ອງວັນໃໝ່ ແລະ ໜຸ່ມຄົນນີ້ມາຝາກແຟນໆຢ່າງແນ່ນອນ. https://www.facebook.com/photo.php?fbid=1836055210052839&set=a.1413942558930775.1073741828.100009451340221&type=3 ກັບນ້ອງວັນໃຫມ່ຄົນຫນ້າຮັກ 😍 Miss Queens international 2017😊😊✌🏻✌🏻 โพสต์โดย Alexson …
Read More »Home
ງາມຫຼາຍ! ກິຕ້າ ແລະ ນູ່ນີ່ ສາວລາວຮ່ວມຖ່າຍຮູບພາບສົງການສານສຳພັນລາວ-ໄທ
ເປັນຮູບພາບທີ່ງົດງາມຫຼາຍ ສຳລັບຮູບພາບທີ່ສອງສາວລາວ ກິຕ້າ ພັດທະສອນ ມະນີດາລັດ ແລະ ນູ່ນີ່ ກຸມພົນພັກດີ ສາວລາວທີ່ແຈ້ງເກີດຈາກລາຍການ “Take Me Out Thailand” ຈົນມີຊື່ສຽງໂດ່ງດັງເປັນທີ່ຮູ້ຈັກຂອງຫຼາຍໆຄົນ ແລະ ຫຼ້າສຸດມີຊ່າງພາບຝີມືດີປ່ອຍຮູບພາບໃນຫົວຂໍ້ ສົງການສານສຳພັນລາວ-ໄທ ເຊິ່ງບອກເລີຍວ່າຮູບພາບເຫຼົ່ານັ້ນງົດງາມຫຼາຍ ເປັນການນຳສະເໝີເອກະລັກປະເພນີຂອງສົງການລະຫວ່າງ ລາວ ແລະ ໄທ ໂດຍການໃຫ້ບັນດານາງສາວສວມໃສ່ຊຸດປະຈຳຊາດຂອງຕົນ ແລະ ຍັງມີການແລກປ່ຽນສວມໃສ່ຊຸດປະຈຳຊາດຂອງປະເທດເພື່ອນບ້ານ , ດັ່ງນັ້ນບໍ່ລໍຊ້າລອງມາເບິ່ງຮູບພາບທີ່ແສນງົດງາມ ແສນອ່ອນຊ້ອຍ ຂອງສາວໆຈາກປະເທດລາວເຮົາ ແລະ ປະເທດເພື່ອນບ້ານກັນເລີຍ #ແຊຣໄປໃຫ້ໂລກຮູ້ວ່າເອກະລັກປະເພນີຂອງຊາດລາວເຮົາບໍ່ດ້ອຍຊາດໄດໃນໂລກ ຂໍຂອບໃຈຮູບພາບຈາກ: Pramote Polyamate
Read More »ສາວໆຮູ້ບໍ່ວ່າການເຮັດບຸນ ທີ່ນອກຈາກການໃຫ້ທານແລ້ວ ສາວໆຍັງສາມາດເຮັດບຸນໄດ້ດ້ວຍວິທີໃດແດ່? (ມີຄໍາຕອບ)
ການເຮັດບຸນບຸນ 10 ຢ່າງທີ່ບາງຄົນອາດຍັງບໍ່ຮູ້ ສະບາຍດີສາວໆມາພົບກັບແອດຄົນເກົ່າອີກແລ້ວ ມື້ນີ້ກໍຈະມານໍາສະເໜີບັນດາສາວສາຍບຸນທັງຫຼາຍ ໃຫ້ຮູ້ຈັກກັບ ການເຮັດບຸນ 10 ຢ່າງທີ່ຫຼາຍຄົນຍັງບໍ່ຮູ້ ການເຮັດບຸນໃນທາງພຸດທະສາສະໜາ ນັ້ນ ສ່ວນໃຫຍ່ຊາວພຸດເຮົາເຄີຍປະຕິບັດກັນຕະຫລອດ ກໍ່ຄືຈະລີກບໍ່ພົ້ນ ເລື່ອງການໃຫ້ທານ ຖືວ່າເປັນການເຮັດບຸນທີ່ຍິ່ງໃຫຍ່ ແລະ ກໍເຊື່ອວ່າສິ່ງທີ່ເຮົາໃຫ້ທານໄປນັ້ນຈະກັບມາຫາເຮົາໃນພົບໜ້າ ຫຼືຊາດໜ້າ ຍິ່ງໃຫ້ທານຫຼາຍເທົ່າໃດໃນຊາດນີ້ ຊາດໜ້າ ຫຼືໃນພົບໜ້າເຮົາຈະໄດ້ຫັບມາຫຼາຍກວ່າ 2 ເທົ່າ ແລະ ເຊື່ອກັນວ່າຖ້າເຮັດບຸນດ້ວຍວິທີອື່ນ ທີ່ບໍ່ໄດ້ເປັນການໃຫ້ທານນັ້ນ ຊາວພຸດເຮົາເຊື່ຶອວ່າ ອາດຈະບໍ່ໄດ້ບຸນ ຫຼືໄດ້ບຸນໜ້ອຍກວ່າກນໍານໃຫ້ທານ ແຕ່ຄວາມເປັນຈິງແລ້ວ ການເຮັດບຸນໃນທາງພຸດທະສາດສະໜານັ້ນ ພຣະພຸດທະອົງໄດ້ກຳນົດໄວ້ ມີເຖິງ 10 ຢ່າງ ເຊິ່ງເຊື່ອວ່າຫຼາຍຄົນອາດຈະຍັງບໍ່ຮູ້ ການເຮັດບຸນ 10 ຢ່າງທີ່ກ່າວມານັ້ນໄດ້ແກ່: 1. ການເຮັດບຸນດ້ວຍການໃຫ້ທານ ສະຫຼະຊັບສິ່ງຂອງຊ່ວຍເຫຼືອຄົນຍາກຈົນ ແລະ ສາທາລະນະປະໂຫຍດຕ່າງໆ 2. ເຮັດບຸນດ້ວຍການຮັກສາສິນ ປະພຶດຖືກຕ້ອງດ້ວຍກາຍ ວາຈາ ແລະ ຈິດໃຈ …
Read More »ແຫຼ່ງທ່ອງທ່ຽວທີ່ຫຼາຍຄົນບໍ່ຮູ້?
ບັນດາທ່ານຜູ້ອ່ານທີ່ໜ້າຮັກ ມື້ນີ້ເຮົາໄປທ່ຽວ ແຂວງຫົວພັນ ໄປຫຼິ້ນຕາດນໍ້ານົ່ວ ເຊິ່ງຕາດແຫ່ງນີ້ຕັ້ງຢູ່ ເຂດບ້ານສາມັກຄີໄຊ ຂຶ້ນກັບເມືອງວຽງໄຊ ເຊິ່ງຢູ່ລະຫວ່າງກິໂລແມັດທີ 22 ເທິງເສັ້ນທາງແຕ່ ເມືອງ ຊໍາເໜືອຫາເມືອງວຽງໄຊ. ນໍ້າຕົກຕາດນໍ້ານົ່ວມີຄວາມພິເສດກວ່າຕາດອື່ນ ເນື່ອງຈາກວ່າ ມັນຕັ້ງຢູ່ໃຈກາງພູຜາປ່າດົງທີ່ເຕັມໄປດ້ວຍສຽງຮ້ອງຂອງສັດສາວາສິ່ງອ້ອຍອິ່ນມາຕາມສາຍລົມ ເມື່ອໄດ້ຟັງແລ້ວກໍ່ຈະຮູ້ສຶກຫຼົງໄຫຼໄປກັບທິວທັດທໍາມະຊາດອັນຂຽວສົດງົດງາມ. ນອກຈາກການລົງຫຼິ້ນນໍ້າແລ້ວ ທ່ານຍັງສາມາດຍ່າງປ່າ ເພື່ອເລາະຊົມບໍລິເວນອ້ອມແອ້ມຕາດນໍ້ານົ່ວ ຫຼື ຈະນັ່ງພັກຜ່ອນ ກິນເຂົ້າປ່າພ້ອມທັງສໍາຜັດກັບອາກາດສົດຊື່ນຢູ່ແຄມຕາດກໍ່ໄດ້. ເຄຼດິດຮູບພາບ: google.com ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ
Read More »The Anniversary “ວັນຄົບຮອບ”
ໃນຕອນແລງ ຂອງວັນ 27 ມີນາ 2017 ທີ່ສູນການຄ້າວຽງຈັນເຊັເຕີ ໄດ້ມີພິທີເປີດຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການສາຍຮູບເງົາເລື່ອງ “ວັນຄົບຮອບ” (The Anniversary) ຈາກຝີມືການກໍາກັບຂອງຄົນລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິທູນ ສູນດາລາ ວ່າການຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ຜູ້ກໍາກັບຮູບເງົາ ວັນຄົບຮອບ, ທ່ານສົມບັດ ສິລິພອນວິທະຍາ ອໍານວຍການສູນການຄ້າວຽງຈັນ ເຊັນເຕີ ພ້ອມດ້ວຍ ພະເອກ-ນາງເອກ, ແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ຮູບເງົາເລື່ອງ “ວັນຄົບຮອບ” ເປັນຮູບເງົາຄຸນນະພາບຈາກຝີມືການກໍາກັບຂອງຄົນລາວ 100% ແລະ ເປັນເລື່ອງທໍາອິດຂອງ ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ທີ່ວາງໄມມາກໍາກັບຮູບເງົາ ເຊີ່ງເລື່ອງດັ່ງກ່າວນີ້ …
Read More »