ແຈ້ງການເລື່ອງ : ການຮຽກເກັບຄ່າທໍານຽມ ຂອງເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ່ 2 ແຂວງສະຫວັນນະເຂດ. ໃຫ້ຢຸດເຊົາການເກັບຄ່າທໍານຽມ ແລະ ຄ່າບໍລິການ ທີ່ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າເມືອງໄດ້ເກັບຄ່າໃນປັດຈຸບັນເພາະບໍ່ສອດຄ່ອງ ກັບລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 26 ທັນວາ 2012 ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ. ຂໍຂອບໃຈ ຂໍ້ມູນຈາກ: ປະເທດລາວ
Read More »Home
ຈັນແກ້ວ ຮູບເງົາຈາກແຂວງຫຼວງພະບາງ ໄດ້ຮັບລາງວັນ “ຮູບເງົາສັ້ນດີເດັ່ນ”
ຈັນແກ້ວ ຮູບເງົາຈາກແຂວງຫຼວງພະບາງ ໄດ້ຮັບລາງວັນ “ຮູບເງົາສັ້ນດີເດັ່ນ” ຈາກເວທີ Vientianale FilmFestival 2017 ທີ່ຈັດຂຶ້ນໃນວັນທີ 22-26 ມີນາ 2017 ທີ່ຜ່ານມາ, ຮູບເງົາສັ້ນເລື່ອງນີ້ສ້າງຂຶ້ນໂດນທີມງານ XIENG DONG FILM ເປັນຮູບເງົາທີ່ພວກເຂົາມີຄວາມພູມໃຈ ແລະ ປະທັບໃຈໃນການສ້າງຂື້ນມາ ເຖິງຈະເປັນພຽງເລື່ອງສັ້ນແຕ່ກໍເປັນຄວາມພະຍາຍາມທີ່ພວກເຂົາທຸກຄົນລວມທັງນັກສະແດງທຸ້ມເທ ແລະ ຕັ້ງໃຈຫຼາຍ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ມາເບິ່ງ! ຮູບເງົາສັ້ນເລື່ອງ “ຈັນແກ້ວ” ໄດ້ເລີຍ!!! Short Film Chan keo. Filmmaker by Xeingdong Film Best Film win… (Full Version" Chan Keo "Short film. Best Film The Winner in Vientianale FilmFestival …
Read More »ຄືນນີ້!!! ຖົ່ວລຽນ ຖອດໜ້າກາກແນ່ນອນ…
ໜ້າກາກ ຖົ່ວລຽນ Champ of the Champ ຂອງລາຍການແຂ່ງຂັນເພງຍອດນິຍົມ The Mask Singer , ຫຼັງຈາກທີ່ອາທິດກ່ອນເປີດສຶກແຂ່ງຂັນເພງກັນຢ່າງດຸເດືອດກັບ ໜ້າກາກ ກາດຳ ຈົນສາມາດຊະນະເລີດ ແລະ ເຊື່ອວ່າທຸກໆຄົນກໍຕ້ອງລໍຖ້າລຸ້ນວ່າພາຍໃຕ້ໜ້າກາກຖົ່ວລຽນນັ້ນຈະເປັນນັກຮ້ອງ ຫຼື ດາລາດັງຄົນໃດ ແລະ ມາຖ້າລຸ້ນໄປພ້ອມໆກັນໃນຄືນມື້ນີ້ ເວລາ 20:00 ໂມງ ສຳລັບ ໜ້າກາກ ຖົ່ວລຽນ ນອກຈາກນໍ້າສຽງຮ້ອງເພງທີ່ມ່ວນ ແລະ ຄວາມສາມາດໂດດເດັ່ນແລ້ວ ຍັງມີສາຍາວ່າ “ຕະມຸຕະມິ” ເພາະດ້ວຍບຸກຂະລິກ ນິໃສ ການວາງຕົວ ເປັນຄົນໜ້າຮັກ ມັກເວົ້າຍອກໃຍກັບກຳມະການ ແຖມມັກອ້ອນແຟນໆຈົນເຮັດໃຫ້ໄດ້ຮັບຄວາມນິຍົມ ແລະ ເຖິງຂັ້ນຖືກໂຫວດຈົນໄດ້ຮັບ Champ of the Champ ໃນການແຂ່ງຂັນໃນເທື່ອນີ້. ໃນເວລາທີ່ລໍຖ້າລອງມາຟັງເພງຮິດຂອງ ໜ້າກາກ ຖົ່ວລຽນ ໄປກ່ອນເດີ້ແຟນໆທີ່ໜ້າຮັກທຸກຄົນ!!! ຮູບພາບ: The Mask Singer …
Read More »ປີໃໝ່ນີ້ ເຮັດຜົມຊົງໃດ? ຊົງຜົມທີ່ຖືກສາດນໍ້າແລ້ວຍັງງາມຄືເກົ່າ. ຄິດບໍ່ອອກຄຼິກເລີຍ!
ນັບຖອຍຫຼັງກັນແລ້ວສໍາລັບປີໃໝ່ລາວ ສໍາລັບມື້ພັກຍາວທີ່ສາວໆລໍຖ້າກໍາລັງໃກ້ເຂົ້າມາແລ້ວ ເຊື່ອວ່າສາວໆຫຼາຍຄົນຄົງຈະກະກຽມກັນແລ້ວແມ່ນບໍ່ກ່ຽວກັບແຜນ ການໄປຫຼີ້ນ ໄປທ່ຽວ ສ່ວນແອດແມ່ນບໍ່ຮູ້ຈະໄປໃສ ຖ້າສາວແຟນຂວັນໃຈເຮົາມີແຜນໄປຫຼີ້ນໃສມ່ວນໆກໍຢ່າລືມຊວນແອດນໍາເດີ້ (ບໍ່ມີໃຜຫຼີ້ນນໍາ ຫຶຫຶ) ຖ້າກະກຽມສໍາລັບແຜນໄປຫຼີ້ນກັນແລ້ວ ເສື້ອຜ້າເດກະກຽມແລ້ວບໍ່ ແລະ ທີ່ສໍາຄັນຈະເຮັດແນວໃດໃຫ້ງາມໃນຕອນທີ່ຖືກສາດນໍ້າໃສ່ລ່ະ ເພາະສາວໆເຮົາໄປໃສ ເວລາໃດກໍຕ້ອງງາມແມ່ນບໍ່? ແລະ ມື້ນີ້ ແອດຈະມາແນະນໍາສາວໆກ່ຽວກັບເທຼນຊົງຜົມຍອດຮິດໃນການຫຼີ້ນບຸນປີໃໝ່ໃຫ້ ທັງມ່ວນ ແລະ ງາມມາຕ້ອນກັນ ຖ້າສາວໆຄົນໃດຄິດຊົງບໍ່ອອກພຽງແຕ່ຄຼິກນີ້ເລີຍ Kuanjai Magazine ແລ້ວ Idea ຈະເກີດແນ່ນອນ ວ່າແລ້ວເຮົາໄປເບີ່ງກັນເລີຍວ່າ ເທຼນຊົງຜົມປີນີ້ມີຫຍັງແດ່? By: BeautyGuru ເຄຼດິດຮູບຈາກ: Kapook.com
Read More »ແອບສ່ອງ! ເຮືອນຫໍສຸດຫຼູຫຼາຂອງ ແອັບເປີ້ນ&ຟຸກ ຄູ່ຮັກດາລາສາວລາວ-ບ່າວໄທ!!!
ຮືຮາກັນທົ່ວບ້ານທົ່ວເມືອງຫຼັງຈາກທີ່ຄູ່ຮັກດາລາດັງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ຄູ່ຮັກດາລາສາວລາວ-ບ່າວໄທ ທີ່ຄົບຫາເບິ່ງໃຈກັນມາຢ່າງດົນນານເປັນເວລາເຖິງ 10 ປີ ແລະ ຫຼ້າສຸດທັງສອງກໍໄດ້ປະກາດຂ່າວດີວ່າກຳລັງຈະຈັບມືກັນເຂົ້າພິທີແຕ່ງດອງໃນ ວັນທີ 3 ພະຈິກ 2017 ໃນທ້າຍປີທີ່ຈະມາເຖິງນີ້, ຈົນເຮັດໃຫ້ມີແຟນໆໃຫ້ຄວາມສົນໃຈ ແລະ ຮ່ວມສະແດງຄວາມຍິນດີກັບທັງສອງຄົນເປັນຈຳນວນຫຼວງຫຼາຍ ແລະ ໃນມື້ນີ້ ຊະນີIndy ກໍບໍ່ເຄີຍເຮັດໃຫ້ແຟນໆຜິດຫວັງ ເພາະໄດ້ໄປຊອ໋ກແຊກຊອກຫາຂໍ້ມູນເດັດໆມາຝາກນັ້ນກໍຄື ເຮືອນຫໍຂອງທັງສອງບອກເລີຍວ່າຫຼູຫຼາອະລັງການງານສ້າງແນ່ນອນ, ເອົ້າ!!! ຈະອະລັງການພຽງໃດ ມາເບິ່ງກັນແບບອີ່ມຫູອີ່ມຕາກັນເລີຍ… ใกล้แล้วๆๆๆ คิคิ @fluke_jira @piggyminiberry เก็บ defect กันต่อปายยย A post shared by แอปเปิ้ล สีสะเหงียน สีหาราช ? (@appleminiberry) on Mar 24, 2017 …
Read More »