Breaking News

Home

ປູນາ ນາງເອກ MV ເພງທີ່ກຳລັງມາແຮງທີ່ສຸດໃນຕອນນີ້!!!

ປູນາ ອາລິນ່າ ສີວົງໄຊ ນາງເອກ Music Video ເພງ “ຍອມ” ຂອງໜຸ່ມ Tou Hero ທີ່ພໍແຕ່ປ່ອຍເພງກໍສ້າງປະກົດການມີຄົນເວົ້າເຖິງເພງນີ້ເປັນຈຳນວນຫຼວງຫຼາຍ ເພາະນອກຈາກເນື້ອຮ້ອງທີ່ກິນໃຈຄົນໃນສັງຄົມປັດຈຸບັນແລ້ວ ຍັງມີອີກໜຶ່ງຢ່າງທີ່ສາມາດດຶງດູດຜູ້ຄົນເຂົ້າໄປເບິ່ງເພງນີ້ກໍຄື ນ້ອງ ປູນາ ນາງເອກ MV  ເພາະສາວຄົນນີ້ມີດີກຼີເປັນເຖິງນັກຮ້ອງສາວສຽງດີຢູ່ທີ່ຮ້ານບັນເທິງຊື່ດັງແຖວສີຫອມ ແລະ ຍັງເປັນເນັດໄອດໍ້ສາວທີ່ມີຄົນຕິດຕາມເປັນຈຳນວນຫຼວງຫຼາຍ ແລະ ພໍແຕ່ນາງໄດ້ມາສະແດງເພງດັ່ງກ່າວກໍບອກເລີຍວ່າເຮັດໄດ້ດີຫຼາຍ ຫຼາຍໆຄົນຕ່າງພາກັນຍ້ອງວ່ານາງສະແດງໄດ້ດີ ເຖິງໃຈເຖິງອາລົມ ເຮັດໃຫ້ມີຄວາມອິນໄປຕາມໆກັນ, ຈົນຫຼາຍໆຄົນບອກເປັນສຽງດຽວກັນວ່າ ປູນາ ນິແຫຼະທີ່ເປັນນາງເອກ MV ທີ່ມາແຮງທີ່ສຸດໃນຕອນນີ້!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມໜ້າຮັກຂອງສາວລາວ ຮູບພາບຈາກ: Alina Sivongxay

Read More »

ງາມເດ! ເບິ່ງແລ້ວງາມສົມຄຳລືຊ່າ ນູ່ນີ່ ສາວລາວຖ່າຍຮູບຕ້ອນຮັບສົງການ

  ເປັນຮູບພາບທີ່ເບິ່ງແລ້ວມີຄວາມໝາຍ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປໂດ່ງດັງຮອດປະເທດເພື່ອນບ້ານໄດ້ຮ່ວມຖ່າຍຮູບໃນຫົວຂໍ້ ສົງການສານສຳພັນລາວ-ໄທ ແລະ ໃນຮູບພາບທີ່ ນູ່ນີ່ ໄດ້ຖ່າຍແຕ່ລະຮູບກໍມີຄວາມງົດງາມຫຼາຍ ໂດຍນາງຈະໃສ່ຊຸດໄໝລາວອັນເປັນເອກະລັກຂອງລາວເຮົາມາແຕ່ບູຮານ ເບິ່ງແລ້ວມີຄວາມງາມອ່ອນຊ້ອຍ ເປັນຕາສະອອນສາວລາວທີ່ມີຄວາມງົດງາມທັງກິຣິຍາທ່າທາງ ໂດຍການສື່ສານອອກມາຈາກຮູບພາບ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງແມ່ຍິງລາວ ຮູບພາບຈາກ: Pramote Polyamate , Peerayoot Kusol , สมชาย สมชาย แสนวงชัยยา , Tanaporn Ditsayaboot ,  Lee Una  

Read More »

ຄວາມງົດງາມຂອງດອກໄມ້ທີ່ທ່ານບໍ່ເຄີຍເຫັນມາກ່ອນ!!

ແຟນຂວັນໃຈທ່ານໃດທີ່ຈະໄປທ່ຽວປະເທດຍີ່ປຸ່ນໃນໄລຍະເດືອນ ເມສາ ຫາເດືອນ ພຶດສະພາ ກໍຢ່າລືມໄປທ່ຽວງານ The Great Wisteria Festival 2017 ທີ່ສວນດອກໄມ້ອາຊິຄາງະ (Ashikaga Flower Park) ເມືອງ ອາຊິຄາງະ ແຂວງ ໂທະຊິງິ (Tochigi) ປະເທດຍີ່ປຸ່ນ ດອກ Wisteria ຈະມີຫຼາຍສີບໍ່ວ່າຈະເປັນສີເຫຼືອງ, ສີຂາວ, ສີບົວອ່ອນ ແລະ ສີມ່ວງ ເຊິ່ງມັນມີຄວາມງົດງາມຫຼາຍ ແຕ່ຈະມີຄວາມງົດງາມປານໃດນັ້ນໄປຊົມຮູບພາບເລີຍ. ເຄຼດິດຮູບພາບ: google.com

Read More »

ດ່ວນ! ເກີດເຫດໄຟໃໝ້ທີ່ບ້ານ ທົ່ງຂັນຄຳ (ມີຄລິບຖ່າຍທອດສົດ)

ໃນວັນທີ 31 ມີນາ 2017 ເວລາ 10:50 ນາທີ ເກີດເຫດໄຟໃໝ້ຂຶ້ນທີ່ບ້ານ ທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງເພີງໄດ້ໃໝ້ລາມບ້ານເຮືອນປະຊາຊົນໄປແລ້ວກວ່າ 5 ຫຼັງຄາເຮືອນ , ຢ່າງໃດກໍຂໍສະແດງຄວາມເສຍໃຈມາຍັງພໍ່ແມ່ປະຊາຊົນ ຂໍເປັນກຳລັງໃຈໃຫ້ ສູ້ໆ… (ມີຄລິບຖ່າຍທອດສົດ) ທົ່ງຂັນຄຳ ສົດໆ31/03/2017ເວລາ10:50 โพสต์โดย ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 บน 30 มีนาคม 2017 ຍັງລາມຕໍ່ ໄຟໄໝ້ໄປແລ້ວຈຳນວນ5ຫຼັງຄາເຮືອນ โพสต์โดย ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628 บน 30 มีนาคม 2017   ທີ່ມາ: ໜ່ວຍກູ້ໄພມູນນິທິຈີນ ແຈ້ງເຫດສຸກເສີນໂທ 1628

Read More »

ໜ້າກາກ ຖົ່ວລຽນ ໂພສລະບາຍຄວາມໃນໃຈ!!!

  ບັນເທິງຕ່າງປະເທດໃນມື້ນີ້ ຖ້າບໍ່ເວົ້າເຖິງຄົງຈະເປັນໄປບໍ່ໄດ້ ສຳລັບລາຍການແຂ່ງຂັນເພງຊື່ດັງ  “The Mask Singer” ທີ່ຮິດກັນທົ່ວໂລກໃນເວລານີ້ ແລະ ເຊື່ອວ່າແຟນໆຊາວລາວເຮົາກໍຄົງຈະຕິດຕາມເຊັ່ນກັນ ຫຼາຍເດືອນຜ່ານມາຕ່າງຄົນຕ່າງຂ້ອງໃຈວ່າພາຍໃຕ້ໜ້າກາກແຊ໋ມແມ່ນໃຜແທ້ ເພາະມີການຄາດເດົາກັນໄປຕ່າງໆນາໆ ແລະ ຄໍ່າຄືນທີ່ຜ່ານມາກໍໄດ້ຮູ້ມາແລ້ວວ່າ ໜ້າກາກ ຖົ່ວລຽນ ນັ້ນທີ່ຈິງແລ້ວເປັນນັກຮ້ອງຊື່ດັງ Tom Room39 ນັ້ນເອງ, ຫຼ້າສຸດ Tom ໄດ້ອອກມາໂພສລະບາຍຄວາມໃນໃຈວ່າ: “ມື້ນີ້ເປັນມື້ທີ່ຮູ້ສຶກໂລ່ງໃຈຫຼາຍໆໆໆ… ທີ່ບໍ່ຕ້ອງປິດບັງໃຜອີກແລ້ວ ແລ້ວອີກສິ່ງທີ່ຍາກບອກກັບທຸກໆຄົນກໍຄື ຂໍຂອບໃຈທຸກໆຄົນຈາກໃຈ ທີ່ທຸກຄົນຮັກແລະຊື່ນຊົມ ແລະ ເອັນດູຖົ່ວລຽນຄົນນີ້ ຂ້ອຍດີໃຈຫຼາຍໆ ມັນຈະເປັນອີກໜຶ່ງຄວາມຊົງຈຳທີ່ຂ້ອຍບໍ່ເຄີຍລືມ, ຂ້ອຍຮັກທຸກຄົນ” ພໍແຕ່ໂພສແບບນີ້ມີແຟນໆຂອງ ໜ້າກາກ ຖົ່ວລຽນ ເຂົ້າມາໃຫ້ກຳລັງໃຈຢ່າງຫຼວງຫຼາຍ!!! วันนี้เป็นวันที่รู้สึกโล่งใจมากกกกกกกก ที่ไม่ต้องปิดบังใครอีกต่อไปแล้ว แล้วอีกสิ่งที่ผมอยากบอกกับทุกคนที่สุดคือ ขอบคุณจ… โพสต์โดย Tom Room39 บน 30 มีนาคม 2017 #หน้ากากทุเรียน สุดท้ายแล้ว คือ เขาคนนี้ "ทอม room39" แชมป์ The …

Read More »